ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 40

ເຮົາ​ຈະ​ເປັນ​ຄົນ​ສະອາດ​ສຳລັບ​ພະເຈົ້າ​ໄດ້​ແນວ​ໃດ?

ເຮົາ​ຈະ​ເປັນ​ຄົນ​ສະອາດ​ສຳລັບ​ພະເຈົ້າ​ໄດ້​ແນວ​ໃດ?

ຂໍ​ໃຫ້​ນຶກພາບ​ແມ່​ທີ່​ຮັກ​ລູກ​ກຳລັງ​ກຽມ​ໂຕ​ໃຫ້​ລູກ​ຊາຍ​ໄປ​ໂຮງ​ຮຽນ. ລາວ​ໃຫ້​ລູກ​ອາບ​ນ້ຳ​ແລະ​ໃສ່​ເຄື່ອງ​ນຸ່ງ​ທີ່​ສະອາດ​ຮຽບຮ້ອຍ. ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ລູກ​ມີ​ສຸຂະພາບ​ດີ ແລະ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ພໍ່​ແມ່​ເບິ່ງ​ແຍງ​ລູກ​ຢ່າງ​ດີ ພະເຢໂຫວາ​ພໍ່​ທີ່​ຮັກ​ເຮົາ​ກໍ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ສະອາດ​ທັງ​ດ້ານ​ຮ່າງກາຍ ຄວາມຄິດ ຄຳເວົ້າ ແລະ​ການ​ກະທຳ​ນຳ. ຖ້າ​ເຮົາ​ເປັນ​ຄົນ​ສະອາດ ໂຕ​ເຮົາ​ເອງ​ຈະ​ໄດ້​ຮັບ​ປະໂຫຍດ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ກຽດ​ນຳ.

1. ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ເປັນ​ຄົນ​ສະອາດ​ທາງ​ດ້ານ​ຮ່າງກາຍ?

ພະເຢໂຫວາ​ບອກ​ເຮົາ​ວ່າ: “ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ.” (1 ເປໂຕ 1:16) ການ​ເປັນ​ຄົນ​ບໍລິສຸດ​ກ່ຽວຂ້ອງ​ກັບ​ຄວາມ​ສະອາດ​ທາງ​ດ້ານ​ສິນລະທຳ​ແລະ​ທາງ​ດ້ານ​ຮ່າງກາຍ. ເພື່ອ​ຈະ​ເປັນ​ຄົນ​ສະອາດ​ທາງ​ດ້ານ​ຮ່າງກາຍ ເຮົາ​ຕ້ອງ​ອາບ​ນ້ຳ​ເປັນ​ປະຈຳ ເບິ່ງ​ແຍງ​ເຄື່ອງນຸ່ງ ເຮືອນ ແລະ​ລົດ​ໃຫ້​ສະອາດ​ຮຽບຮ້ອຍ​ຢູ່​ສະເໝີ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຊ່ວຍ​ເຮັດ​ຄວາມ​ສະອາດ​ຫໍ​ປະຊຸມ​ໄດ້​ນຳ. ຖ້າ​ເຮົາ​ເປັນ​ຄົນ​ສະອາດ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ກຽດ.—2 ໂກຣິນໂທ 6:3, 4

2. ເພື່ອ​ຈະ​ເປັນ​ຄົນ​ສະອາດ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຫຍັງ​ແດ່?

ຄຳພີໄບເບິນ​ບອກ​ໃຫ້​ເຮົາ “ຊຳລະ​ຕົວ​ໃຫ້​ສະອາດ​ຈາກ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ໃຈ​ເປິ​ເປື້ອນ.” (2 ໂກຣິນໂທ 7:1) ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ອັນ​ໃດ​ກໍ​ຕາມ​ທີ່​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ແລະ​ຄວາມຄິດ​ຂອງ​ເຮົາ. ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ໂຕເອງ​ຄິດ​ເລື່ອງ​ທີ່​ບໍ່​ເໝາະສົມ. (ຄຳເພງ 104:34) ແລະ​ເຮົາ​ຈະ​ບໍ່​ໃຊ້​ຄຳເວົ້າ​ທີ່​ບໍ່​ດີ​ແລະ​ບໍ່​ເໝາະສົມ​ນຳ.—ອ່ານ​ໂກໂລຊາຍ 3:8

ມີ​ຫຍັງ​ອີກ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ສະອາດ​ທັງ​ດ້ານ​ຮ່າງກາຍ​ແລະ​ດ້ານ​ສິນລະທຳ? ເຮົາ​ຕ້ອງ​ຫຼີກ​ລ່ຽງ​ການ​ໃຊ້​ຢາ​ຫຼື​ສານ​ຕ່າງໆ​ທີ່​ເຮັດ​ໃຫ້​ຮ່າງກາຍ​ເຮົາ​ບໍ່​ສະອາດ. ເຊັ່ນ ການ​ສູບ​ຢາ ການ​ຄ້ຽວ​ໝາກ ການ​ໃຊ້​ຢາເສບຕິດ ແລະ​ການ​ໃຊ້​ຢາ​ບາງ​ຢ່າງ​ໃນ​ທາງ​ທີ່​ຜິດ. ຖ້າ​ເຮົາ​ຫຼີກ​ລ່ຽງ​ສິ່ງ​ເຫຼົ່າ​ນັ້ນ ກໍ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຊີວິດ​ທີ່​ເປັນ​ຂອງຂວັນ​ຈາກ​ພະເຈົ້າ ແລະ​ສຸຂະພາບ​ຂອງ​ເຮົາ​ກໍ​ຈະ​ດີ​ຂຶ້ນ​ນຳ. ນອກ​ຈາກ​ນັ້ນ ເຮົາ​ຈະ​ພະຍາຍາມ​ເປັນ​ຄົນ​ສະອາດ​ດ້ານ​ສິນລະທຳ​ໂດຍ​ຫຼີກ​ລ່ຽງ​ການ​ກະທຳ​ບາງ​ຢ່າງ ເຊັ່ນ ການ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ດ້ວຍ​ໂຕເອງ​ຫຼື​ການ​ເບິ່ງ​ສື່​ລາມົກ. (ຄຳເພງ 119:37; ເອເຟໂຊ 5:5) ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່​ຈະ​ເຊົາ​ນິດໄສ​ເຫຼົ່າ​ນັ້ນ ແຕ່​ພະເຢໂຫວາ​ຊ່ວຍ​ເຮົາ​ໄດ້​ແນ່ນອນ.—ອ່ານ​ເອຊາອີ 41:13

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເປັນ​ຫຍັງ​ຄວາມ​ສະອາດ​ທາງ​ດ້ານ​ຮ່າງກາຍ​ຈຶ່ງ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ກຽດ ແລະ​ເຮົາ​ຈະ​ເຊົາ​ການ​ກະທຳ​ທີ່​ບໍ່​ສະອາດ​ໄດ້​ແນວ​ໃດ.

3. ຄວາມ​ສະອາດ​ດ້ານ​ຮ່າງກາຍ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ກຽດ

ເມື່ອ​ເຮົາ​ໄດ້​ອ່ານ​ກົດ​ໝາຍ​ທີ່​ພະເຢໂຫວາ​ໃຫ້​ກັບ​ຊາດ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ ເຮົາ​ກໍ​ຈະ​ໄດ້​ເຂົ້າໃຈ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ປະຊາຊົນ​ຂອງ​ເພິ່ນ​ຈະ​ເປັນ​ຄົນ​ສະອາດ. ອ່ານ​ອົບພະຍົບ 19:10 ແລະ 30:17-19 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳ​ພີ​ທີ່​ອ່ານ​ໄປ ພະເຢໂຫວາ​ເບິ່ງ​ເລື່ອງ​ຄວາມ​ສະອາດ​ທາງ​ດ້ານ​ຮ່າງກາຍ​ແນວ​ໃດ?

  • ເພື່ອ​ຈະ​ຮັກສາ​ຄວາມ​ສະອາດ​ທາງ​ດ້ານ​ຮ່າງກາຍ ເຮົາ​ໜ້າ​ຈະ​ເຮັດ​ຫຍັງ​ແດ່?

ການ​ຮັກສາ​ຄວາມ​ສະອາດ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ. ແລະ​ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ​ຫຼື​ຖານະ​ເປັນ​ແນວ​ໃດ ຈະ​ລວຍ​ຫຼື​ທຸກ​ຍາກ ເຮົາ​ກໍ​ເປັນ​ຄົນ​ສະອາດ​ໄດ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເມື່ອ​ເຮົາ​ໄປ​ປະກາດ​ແລະ​ຄົນ​ອື່ນ​ເຫັນ​ວ່າ​ສິ່ງ​ຂອງ​ຕ່າງໆ​ຂອງ​ເຮົາ​ສະອາດ​ຮຽບຮ້ອຍ ເຂົາ​ເຈົ້າ​ຈະ​ໃຫ້​ກຽດ​ພະເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ຍ້ອນ​ຫຍັງ?

4. ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ

ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ໄດ້

ຖ້າ​ເຈົ້າ​ສູບ​ຢາ​ຫຼື​ໃຊ້​ຢາເສບຕິດ ເຈົ້າ​ຄື​ຊິ​ຮູ້​ວ່າ​ມັນ​ເຊົາ​ຍາກ. ແຕ່​ອັນ​ໃດ​ຈະ​ຊ່ວຍ​ໄດ້? ຖ້າ​ເຈົ້າ​ຮູ້​ວ່າ​ການ​ເຮັດ​ແບບ​ນັ້ນ​ສົ່ງ​ຜົນ​ເສຍ​ແນວ​ໃດ ກໍ​ຈະ​ຊ່ວຍ​ໃຫ້​ເຈົ້າ​ເຊົາ​ໄດ້​ງ່າຍ​ຂຶ້ນ. ອ່ານ​ມັດທາຍ 22:37-39 ແລ້ວ​ລົມ​ກັນ​ວ່າ​ການ​ຕິດ​ຢາ​ສູບ​ແລະ​ຕິດ​ຢາເສບຕິດ​ສົ່ງ​ຜົນ​ເສຍ​ແນວ​ໃດ​ຕໍ່ . . .

  • ຄວາມ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຢໂຫວາ.

  • ຄອບຄົວ​ແລະ​ຄົນ​ອ້ອມ​ຂ້າງ.

ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ໄດ້​ສຳເລັດ. a ເປີດ​ວິດີໂອ.

ອ່ານ​ຟີລິບປອຍ 4:13 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ການ​ອະທິດຖານ​ເລື້ອຍໆ ອ່ານ​ຄຳພີໄບເບິນ​ເປັນ​ປະຈຳ ແລະ​ເຂົ້າຮ່ວມ​ການ​ປະຊຸມ​ເປັນ​ປະຈຳ​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ກຳລັງ​ເພື່ອ​ຈະ​ເຊົາ​ນິດໄສ​ທີ່​ບໍ່​ດີ?

5. ສູ້​ກັບ​ຄວາມຄິດ​ແລະ​ການ​ກະທຳ​ທີ່​ບໍ່​ສະອາດ

ອ່ານ​ໂກໂລຊາຍ 3:5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສື່​ລາມົກ ເຊັກຕິງ b ແລະ​ການ​ສະໜອງ​ຄວາມ​ຕ້ອງ​ທາງ​ເພດ​ດ້ວຍ​ໂຕເອງ​ເປັນ​ເລື່ອງ​ທີ່​ພະເຢໂຫວາ​ຖື​ວ່າ​ບໍ່​ສະອາດ?

  • ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ສະອາດ​ດ້ານ​ສິນລະທຳ ເຈົ້າ​ຄິດ​ວ່າ​ເຮົາ​ເຮັດ​ໄດ້​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ເຮົາ​ຈະ​ສູ້​ກັບ​ຄວາມຄິດ​ທີ່​ບໍ່​ສະອາດ​ໄດ້​ແນວ​ໃດ. ເປີດ​ວິດີໂອ.

ພະເຢຊູ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ເປັນ​ຄົນ​ສະອາດ​ດ້ານ​ສິນລະທຳ. ອ່ານ​ມັດທາຍ 5:29, 30 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພະເຢຊູ​ບໍ່​ໄດ້​ບອກ​ໃຫ້​ເຮົາ​ທຳ​ຮ້າຍ​ຮ່າງກາຍ​ໂຕເອງ ແຕ່​ແທ້ໆ​ແລ້ວ​ເພິ່ນ​ກຳລັງ​ບອກ​ວ່າ​ເຮົາ​ຕ້ອງ​ລົງມື​ເຮັດ​ບາງ​ຢ່າງ. ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຫຼີກ​ລ່ຽງ​ຄວາມຄິດ​ທີ່​ບໍ່​ສະອາດ? c

ພະເຢໂຫວາ​ເຫັນ​ຄ່າ​ທີ່​ເຈົ້າ​ພະຍາຍາມ​ຕໍ່ສູ້​ເພື່ອ​ຈະ​ເຊົາ​ຄິດ​ເລື່ອງ​ທີ່​ບໍ່​ສະອາດ. ອ່ານ​ຄຳເພງ 103:13, 14 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຖ້າ​ເຈົ້າ​ກຳລັງ​ພະຍາຍາມ​ເຊົາ​ຄິດ​ເລື່ອງ​ທີ່​ບໍ່​ສະອາດ ຂໍ້​ຄຳ​ພີ​ນີ້​ໃຫ້​ກຳລັງໃຈ​ເຈົ້າ​ແນວ​ໃດ​ເພື່ອ​ຈະ​ບໍ່​ຍອມ​ແພ້?

ຢ່າ​ຍອມ​ແພ້!

ເຈົ້າ​ອາດ​ຄິດ​ວ່າ ‘ຂ້ອຍ​ເຮັດ​ຜິດ​ອີກ​ແລ້ວ ຍອມ​ແພ້​ດີ​ກວ່າ.’ ຂໍ​ໃຫ້​ລອງ​ຄິດເຖິງ​ເລື່ອງ​ນີ້: ສົມມຸດ​ວ່າ​ນັກ​ແລ່ນ​ຄົນ​ໜຶ່ງ​ສະດຸດ​ລົ້ມ ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ແພ້​ການ​ແຂ່ງ​ຂັນ​ຫຼື​ຕ້ອງ​ກັບ​ໄປ​ເລີ່ມ​ແລ່ນ​ໃໝ່​ຕັ້ງ​ແຕ່​ຕົ້ນ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ກັບ​ໄປ​ເຮັດ​ບາງ​ຢ່າງ​ທີ່​ບໍ່​ດີ ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຈະ​ເຊົາ​ບໍ່​ໄດ້. ຫຼື​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄວາມ​ພະຍາຍາມ​ທັງ​ໝົດ​ທີ່​ເຮັດ​ມາ​ບໍ່​ມີ​ປະໂຫຍດ. ຖ້າ​ຕອນ​ນີ້​ເຈົ້າ​ກຳລັງ​ສູ້​ຢູ່ ແຕ່​ບາງເທື່ອ​ກໍ​ຍັງ​ພາດ ຂໍ​ຢ່າ​ຍອມ​ແພ້! ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຊົາ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ໄດ້​ແນ່ນອນ.

ບາງຄົນ​ເວົ້າ​ວ່າ: “ໂອຍ ແນວ​ຄົນ​ມັນ​ຕິດ​ແລ້ວ ເຊົາ​ບໍ່​ໄດ້​ດອກ.”

  • ເຈົ້າ​ຈະ​ເປີດ​ຂໍ້​ຄຳ​ພີ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຊ່ວຍ​ໃຫ້​ລາວ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ​ໄດ້?

ສະຫຼຸບ

ເຮົາ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ໂດຍ​ເປັນ​ຄົນ​ສະອາດ​ທັງ​ດ້ານ​ຮ່າງກາຍ ຄວາມຄິດ ແລະ​ການ​ກະທຳ​ຂອງ​ເຮົາ.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ການ​ເປັນ​ຄົນ​ສະອາດ​ຈຶ່ງ​ສຳຄັນ​ຫຼາຍ?

  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເປັນ​ຄົນ​ສະອາດ​ຮຽບຮ້ອຍ?

  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ຄວາມຄິດ​ແລະ​ການ​ກະທຳ​ທີ່​ສະອາດ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມີ​ເລື່ອງ​ງ່າຍໆ​ຫຍັງ​ແດ່​ທີ່​ທຸກ​ຄົນ​ເຮັດ​ໄດ້​ເພື່ອ​ຈະ​ເປັນ​ຄົນ​ສະອາດ?

ສຸຂະພາບ​ແລະ​ຄວາມ​ສະອາດ—ການ​ລ້າງ​ມື (3:01)

ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ເພື່ອ​ຈະ​ຊ່ວຍ​ໃຫ້​ເຊົາ​ສູບ​ຢາ​ໄດ້.

“ວິທີ​ເຊົາ​ສູບ​ຢາ” (ຕື່ນເຖິດ! ພຶດສະພາ 2010)

ອັນ​ໃດ​ຊ່ວຍ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ເຊົາ​ຕິດ​ສື່​ລາມົກ?

“ຂ້ອຍ​ລົ້ມເຫຼວ​ຫຼາຍ​ເທື່ອ​ກ່ອນ​ຈະ​ປະ​ສົບ​ຄວາມ​ສຳເລັດ” (ຫໍສັງເກດການ ສະບັບ​ທີ 4 2016)

aວິທີ​ເຊົາ​ສູບ​ຢາ” ໃຫ້​ໃນ​ສ່ວນ​ເບິ່ງ​ເພີ່ມເຕີມ​ຂອງ​ບົດ​ນີ້ ມີ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ເພື່ອ​ຈະ​ຊ່ວຍ​ໃຫ້​ເຊົາ​ສູບ​ຢາ​ໄດ້.

b ເຊັກຕິງ ແມ່ນ​ການ​ສົ່ງ​ຂໍ້​ຄວາມ​ລາມົກ ຮູບ​ໂປ້ ຫຼື​ວິດີໂອ​ໂປ້​ຜ່ານ​ທາງ​ໂທລະສັບ​ມື​ຖື​ຫຼື​ອຸປະກອນ​ເອເລັກໂຕຣນິກ​ອື່ນໆ.

c ເພື່ອ​ຈະ​ເຊົາ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ດ້ວຍ​ໂຕເອງ ຂໍ​ໃຫ້​ເບິ່ງ “ຂ້ອຍ​ຈະ​ຊະນະ​ການ​ສະໜອງ​ຄວາມ​ຕ້ອງການ​ທາງ​ເພດ​ດ້ວຍ​ຕົວ​ເອງ​ໄດ້​ແນວ​ໃດ?” ໃນ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 1 ບົດ​ທີ 25.