ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 42

ຄຳພີໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເປັນ​ໂສດ​ແລະ​ການ​ແຕ່ງດອງ?

ຄຳພີໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເປັນ​ໂສດ​ແລະ​ການ​ແຕ່ງດອງ?

ບາງຄົນ​ບອກ​ວ່າ​ຖ້າ​ບໍ່​ແຕ່ງດອງ​ກໍ​ຈະ​ບໍ່​ມີ​ຄວາມສຸກ. ແຕ່​ທີ່​ຈິງ ບໍ່​ແມ່ນ​ທຸກ​ຄົນ​ທີ່​ແຕ່ງດອງ​ແລ້ວ​ຈະ​ມີ​ຄວາມສຸກ​ແລະ​ຫຼາຍ​ຄົນ​ທີ່​ເປັນ​ໂສດ​ກໍ​ມີ​ຄວາມສຸກ​ໄດ້. ຄຳພີໄບເບິນ​ບອກ​ວ່າ​ທັງ​ການ​ເປັນ​ໂສດ​ແລະ​ການ​ແຕ່ງດອງ​ເປັນ​ຂອງຂວັນ​ທີ່​ມາ​ຈາກ​ພະເຈົ້າ.

1. ການ​ເປັນ​ໂສດ​ມີ​ຂໍ້​ດີ​ຫຍັງ​ແດ່?

ຄຳພີໄບເບິນ​ບອກ​ວ່າ: “ຄົນ​ທີ່​ແຕ່ງດອງ​ກໍ​ເຮັດ​ດີ​ຄື​ກັນ ແຕ່​ຄົນ​ທີ່​ຢູ່​ເປັນ​ໂສດ​ກໍ​ເຮັດ​ດີ​ກວ່າ.” (ອ່ານ 1 ໂກຣິນໂທ 7:32, 33, 38) ຄົນ​ໂສດ​ເຮັດ​ດີ​ກວ່າ​ແນວ​ໃດ? ຄລິດສະຕຽນ​ທີ່​ເປັນ​ໂສດ​ບໍ່​ມີ​ຄູ່​ທີ່​ຕ້ອງ​ເບິ່ງ​ແຍງ. ແລະ​ເຂົາເຈົ້າ​ມີ​ອິດ​ສະຫຼະ​ທີ່​ຈະ​ເຮັດ​ຫຍັງ​ໄດ້​ຫຼາຍໆ​ຢ່າງ​ຫຼາຍ​ກວ່າ​ຄົນ​ທີ່​ແຕ່ງດອງ​ແລ້ວ. ເຊັ່ນ ເຂົາເຈົ້າ​ສາມາດ​ຮັບ​ໃຊ້​ພະເຈົ້າ​ໄດ້​ຫຼາຍ​ຂຶ້ນ ໂດຍ​ຍ້າຍ​ໄປ​ຮັບ​ໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ມີ​ເວລາ​ຫຼາຍ​ກວ່າ​ຄົນ​ທີ່​ແຕ່ງດອງ​ແລ້ວ​ແລະ​ໃຊ້​ເວລາ​ນັ້ນ​ເພື່ອ​ຈະ​ສະໜິດ​ກັບ​ພະເຢໂຫວາ​ໄດ້.

2. ການ​ແຕ່ງດອງ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ມີ​ຂໍ້​ດີ​ຫຍັງ​ແດ່?

ການ​ເປັນ​ໂສດ​ມີ​ຂໍ້​ດີ​ຫຼາຍ​ຢ່າງ ແຕ່​ການ​ແຕ່ງດອງ​ກໍ​ມີ​ຂໍ້​ດີ​ຫຼາຍ​ຢ່າງ​ຄື​ກັນ. ຄຳພີໄບເບິນ​ບອກ​ວ່າ “ສອງ​ຄົນ​ກໍ​ດີ​ກວ່າ​ຄົນ​ດຽວ.” (ຜູ້​ເທສະໜາ​ປ່າວ​ປະກາດ 4:9, ລ.ມ.) ຂໍ້​ຄຳພີ​ນີ້​ເກີດ​ຂຶ້ນ​ແທ້​ກັບ​ຄົນ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີໄບເບິນ​ເລື່ອງ​ຊີວິດ​ຄູ່. ຄົນ​ທີ່​ແຕ່ງດອງ​ກັນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໂດຍ​ຈົດ​ທະບຽນ​ແຕ່ງດອງ​ກໍ​ຄື​ກັບ​ເຂົາເຈົ້າ​ສັນຍາ​ວ່າ​ຈະ​ຮັກ ນັບ​ຖື ແລະ​ຫ່ວງໃຍ​ຄູ່​ຂອງ​ເຂົາເຈົ້າ​ສະເໝີ. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ໝັ້ນຄົງ​ຫຼາຍ​ກວ່າ​ຄູ່​ທີ່​ຢູ່​ນຳ​ກັນ​ໂດຍ​ບໍ່​ໄດ້​ຈົດ​ທະບຽນ​ແຕ່ງດອງ. ແລະ​ລູກ​ຂອງ​ເຂົາເຈົ້າ​ກໍ​ຈະ​ຮູ້ສຶກ​ໝັ້ນຄົງ​ແລະ​ປອດໄພ​ນຳ.

3. ພະເຢໂຫວາ​ຄິດ​ແນວ​ໃດ​ເລື່ອງ​ການ​ແຕ່ງດອງ?

ຕອນ​ທີ່​ພະເຢໂຫວາ​ໃຫ້​ມີການ​ແຕ່ງດອງ​ເທື່ອ​ທຳອິດ ເພິ່ນ​ບອກ​ວ່າ: “ຜູ້​ຊາຍ​ຈະ​ຈາກ​ພໍ່​ແມ່​ໄປ​ຢູ່​ກັບ​ເມຍ.” (ປະຖົມມະການ 2:24, ລ.ມ.) ພະເຢໂຫວາ​ຢາກ​ໃຫ້​ຜົວ​ແລະ​ເມຍ​ຮັກ​ກັນ​ແລະ​ຢູ່​ນຳ​ກັນ​ໄປ​ຕະຫຼອດ​ຊີວິດ. ມີ​ເລື່ອງ​ດຽວ​ເທົ່າ​ນັ້ນ​ທີ່​ພະເຢໂຫວາ​ຍອມ​ໃຫ້​ຢ່າ​ຮ້າງ​ໄດ້​ນັ້ນ​ຄື​ເມື່ອ​ອີກ​ຝ່າຍ​ໜຶ່ງ​ນອກ​ໃຈ​ໄປ​ມີ​ຊູ້. ຖ້າ​ເປັນ​ແບບນັ້ນ ຝ່າຍ​ທີ່​ບໍ່​ໄດ້​ເຮັດ​ຜິດ​ກໍ​ມີ​ສິດ​ເລືອກ​ວ່າ​ຈະ​ຢ່າ​ຮ້າງ​ຫຼື​ຈະ​ຢູ່​ນຳ​ກັນ​ຕໍ່ໄປ. a (ມັດທາຍ 19:9) ພະເຢໂຫວາ​ບໍ່​ອະນຸຍາດ​ໃຫ້​ຄລິດສະຕຽນ​ມີ​ຜົວ​ຫຼື​ເມຍ​ຫຼາຍ​ຄົນ.—1 ຕີໂມທຽວ 3:2

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຮັດ​ແນວ​ໃດ​ເຈົ້າ​ຈຶ່ງ​ຈະ​ມີ​ຄວາມສຸກ​ແລະ​ເຮັດ​ໃຫ້​ພະເຢໂຫວາ​ມີ​ຄວາມສຸກ​ບໍ່​ວ່າ​ເຈົ້າ​ເປັນ​ຄົນ​ໂສດ​ຫຼື​ແຕ່ງດອງ​ແລ້ວ.

4. ໃຊ້​ການ​ເປັນ​ໂສດ​ທີ່​ເປັນ​ຄື​ຂອງຂວັນ​ໃຫ້​ເປັນ​ປະໂຫຍດ

ພະເຢຊູ​ເບິ່ງ​ວ່າ​ການ​ເປັນ​ໂສດ​ເປັນ​ຄື​ຂອງຂວັນ. (ມັດທາຍ 19:11, 12) ອ່ານ​ມັດທາຍ 4:23 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ພະເຢຊູ​ໃຊ້​ການ​ເປັນ​ໂສດ​ທີ່​ເປັນ​ຄື​ຂອງຂວັນ​ເພື່ອ​ຮັບ​ໃຊ້​ພະເຢໂຫວາ​ແລະ​ຊ່ວຍເຫຼືອ​ຄົນ​ອື່ນໆ​ແນວ​ໃດ?

ຄລິດສະຕຽນ​ທີ່​ເປັນ​ໂສດ​ມີ​ຄວາມສຸກ​ໄດ້​ໂດຍ​ຮຽນແບບ​ຕົວຢ່າງ​ຂອງ​ພະເຢຊູ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄລິດສະຕຽນ​ທີ່​ເປັນ​ໂສດ​ຈະ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມສຸກ​ໂດຍ​ເຮັດ​ສິ່ງ​ດີໆ​ຫຍັງ​ໄດ້​ແດ່?

ເຈົ້າ​ຮູ້​ບໍ?

ຄຳພີໄບເບິນ​ບໍ່​ໄດ້​ກຳນົດ​ວ່າ​ຕ້ອງ​ອາຍຸ​ເທົ່າ​ໃດ​ຈຶ່ງ​ຈະ​ແຕ່ງດອງ​ໄດ້. ແຕ່​ແນະນຳ​ໃຫ້​ຖ້າ​ຈົນ “ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ” ເພາະ​ຊ່ວງ​ໜຸ່ມ​ສາວ​ເປັນ​ຊ່ວງ​ເວລາ​ທີ່​ຄວາມ​ຕ້ອງການ​ທາງ​ເພດ​ສູງ ດັ່ງນັ້ນ ໜ້າ​ຈະ​ດີ​ກວ່າ​ທີ່​ຈະ​ແຕ່ງດອງ​ຫຼັງ​ຈາກ​ຊ່ວງ​ນັ້ນ​ເພາະ​ຄົນ​ເຮົາ​ຈະ​ຄິດ​ຮອບຄອບ​ຫຼາຍ​ຂຶ້ນ.—1 ໂກຣິນໂທ 7:36

5. ຄິດ​ດີໆ​ວ່າ​ຈະ​ແຕ່ງດອງ​ກັບ​ໃຜ

ການ​ຕັດສິນ​ໃຈ​ວ່າ​ຈະ​ແຕ່ງດອງ​ກັບ​ໃຜ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ. ອ່ານ​ມັດທາຍ 19:4-6, 9 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ຄົນ​ທີ່​ເປັນ​ຄລິດສະຕຽນ​ບໍ່​ຄວນ​ຟ້າວ​ແຕ່ງດອງ ແຕ່​ຄວນ​ຄິດ​ດີໆ​ກ່ອນ?

ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຄົນ​ທີ່​ເຮົາ​ຈະ​ແຕ່ງດອງ​ນຳ​ຄວນ​ເປັນ​ຄົນ​ແບບ​ໃດ. ສິ່ງ​ສຳຄັນ​ທີ່ສຸດ​ກໍ​ຄື ຄົນ​ນັ້ນ​ຕ້ອງ​ຮັກ​ພະເຢໂຫວາ. b ອ່ານ 1 ໂກຣິນໂທ 7:39 ແລະ 2 ໂກຣິນໂທ 6:14. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ເຮົາ​ຄວນ​ແຕ່ງດອງ​ກັບ​ຄົນ​ທີ່​ເປັນ​ຄລິດສະຕຽນ​ເທົ່າ​ນັ້ນ?

  • ເຈົ້າ​ຄິດ​ວ່າ​ພະເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ແຕ່ງດອງ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັກ​ເພິ່ນ?

ຖ້າ​ສັດ​ສອງ​ໂຕ​ທີ່​ແຕກຕ່າງ​ກັນ​ຫຼາຍ​ມາ​ເຂົ້າ​ທຽມ​ແອກ​ກັນ ທັງ​ສອງ​ໂຕ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຄ້າຍ​ຄື​ກັນ ຄລິດສະຕຽນ​ທີ່​ແຕ່ງດອງ​ກັບ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ບໍ່​ຄື​ກັນ​ກໍ​ຈະ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ

6. ເບິ່ງ​ການ​ແຕ່ງດອງ​ຄື​ທີ່​ພະເຢໂຫວາ​ເບິ່ງ

ໃນ​ສະໄໝ​ກ່ອນ ຜູ້​ຊາຍ​ຄົນ​ອິດສະຣາເອນ​ບາງຄົນ​ຢ່າ​ຮ້າງ​ກັບ​ເມຍ​ດ້ວຍ​ເຫດຜົນ​ທີ່​ເຫັນ​ແກ່​ໂຕ. ອ່ານ​ມາລາກີ 2:13, 14, 16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເມື່ອ​ມີການ​ຢ່າ​ຮ້າງ​ໂດຍ​ທີ່​ອີກ​ຝ່າຍ​ໜຶ່ງ​ບໍ່​ໄດ້​ມີ​ຊູ້ ພະເຢໂຫວາ​ຮູ້ສຶກ​ແນວ​ໃດ?

ການ​ມີ​ຊູ້​ແລະ​ການ​ຢ່າ​ຮ້າງ​ເຮັດ​ໃຫ້​ຝ່າຍ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ແລະ​ລູກ​ຕ້ອງ​ເຈັບ​ປວດ

ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ຄູ່​ຂອງ​ເຈົ້າ​ບໍ່​ໄດ້​ຮັກ​ພະເຢໂຫວາ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊີວິດ​ຄູ່​ຂອງ​ເຈົ້າ​ຈະ​ມີ​ຄວາມສຸກ?

7. ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ​ເລື່ອງ​ການ​ແຕ່ງດອງ

ການ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ​ເລື່ອງ​ການ​ແຕ່ງດອງ​ອາດຈະ​ບໍ່​ແມ່ນ​ເລື່ອງ​ງ່າຍ. c ແຕ່​ຖ້າ​ເຮົາ​ພະຍາຍາມ​ເຮັດ​ຕາມ ພະເຢໂຫວາ​ກໍ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມສຸກ. ເປີດ​ວິດີໂອ.

ອ່ານ​ເຮັບເຣີ 13:4 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ເຮົາ​ສາມາດ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ​ເລື່ອງ​ການ​ແຕ່ງດອງ​ໄດ້​ບໍ? ຍ້ອນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

ພະເຢໂຫວາ​ຢາກ​ໃຫ້​ຄລິດສະຕຽນ​ຈົດ​ທະບຽນ​ແຕ່ງດອງ​ຫຼື​ຈົດ​ທະບຽນ​ຢ່າ​ຮ້າງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ. ອ່ານ​ຕີໂຕ 3:1 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ເຈົ້າ​ແຕ່ງດອງ​ແລ້ວ ເຈົ້າ​ຈົດ​ທະບຽນ​ແຕ່ງດອງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ​ແລ້ວ​ບໍ?

ບາງຄົນ​ອາດ​ຖາມ​ວ່າ: “ຢູ່​ນຳ​ກັນ​ຊື່ໆ​ບໍ່​ໄດ້​ຫວາ? ເປັນຫຍັງ​ຕ້ອງ​ຈົດ​ທະບຽນ​ແຕ່ງດອງ​ນຳ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ທັງ​ການ​ເປັນ​ໂສດ​ແລະ​ການ​ແຕ່ງດອງ​ເປັນ​ຂອງຂວັນ​ທີ່​ມາ​ຈາກ​ພະເຢໂຫວາ. ບໍ່​ວ່າ​ເຮົາ​ຈະ​ເປັນ​ຄົນ​ໂສດ​ຫຼື​ແຕ່ງດອງ​ແລ້ວ​ເຮົາ​ກໍ​ມີ​ຄວາມສຸກ​ໄດ້​ຖ້າ​ເຮັດ​ຕາມ​ທີ່​ພະເຢໂຫວາ​ບອກ.

ຄຳຖາມ​ທົບ​ທວນ

  • ຄົນ​ໂສດ​ຈະ​ເຮັດ​ສິ່ງ​ດີໆ​ຫຍັງ​ໄດ້​ແດ່?

  • ເປັນຫຍັງ​ຄຳພີໄບເບິນ​ບອກ​ໃຫ້​ແຕ່ງດອງ​ກັບ​ຄົນ​ທີ່​ເປັນ​ຄລິດສະຕຽນ​ເທົ່າ​ນັ້ນ?

  • ເຫດຜົນ​ດຽວ​ທີ່​ຄຳພີໄບເບິນ​ບອກ​ວ່າ​ຢ່າ​ຮ້າງ​ໄດ້​ແມ່ນ​ຫຍັງ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ການ​ແຕ່ງດອງ​ກັບ​ຄົນ​ທີ່ “ເຊື່ອ​ໃນ​ຜູ້​ເປັນ​ນາຍ” ໝາຍ​ຄວາມ​ວ່າ​ຫຍັງ?

“ຄຳຖາມ​ຈາກ​ຜູ້​ອ່ານ” (ຫໍສັງເກດການ 1 ກໍລະກົດ 2004)

ວິດີໂອ 2 ຕອນ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຕັດສິນ​ໃຈ​ໄດ້​ດີ​ເລື່ອງ​ການ​ມີ​ແຟນ​ແລະ​ການ​ແຕ່ງດອງ.

ກຽມ​ພ້ອມ​ກ່ອນ​ແຕ່ງດອງ (11:53)

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ວ່າ​ສິ່ງ​ທີ່​ພະເຢໂຫວາ​ໃຫ້​ກັບ​ລາວ​ມີ​ຄ່າ​ຫຼາຍ​ກວ່າ​ສິ່ງ​ທີ່​ລາວ​ຖິ້ມ​ໄປ.

ຂ້ອຍ​ຫວັງ​ວ່າ​ລາວ​ຈະ​ຮຽນ​ຄວາມ​ຈິງ (1:56)

ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ຢ່າ​ຮ້າງ​ຫຼື​ແຍກ​ກັນ​ຢູ່​ຄວນ​ຄິດເຖິງ​ເລື່ອງ​ຫຍັງ​ແດ່?

“ໃຫ້​ນັບ​ຖື​ຊີວິດ​ແຕ່ງດອງ​ທີ່​ພະເຈົ້າ​ຈັດ​ກຽມ​ໄວ້” (ຫໍສັງເກດການ ທັນວາ 2018)

a ເບິ່ງຄຳ​ອະທິບາຍ​ເພີ່ມເຕີມ 4 ກ່ຽວກັບ​ການ​ແຍກ​ກັນ​ຢູ່​ເມື່ອ​ອີກ​ຝ່າຍ​ໜຶ່ງ​ບໍ່​ໄດ້​ມີ​ຊູ້.

b ໃນ​ບາງ​ວັດທະນະທຳ ພໍ່​ແມ່​ຈະ​ເລືອກ​ຄູ່​ໃຫ້​ລູກ. ຖ້າ​ເປັນ​ແບບ​ນັ້ນ ພໍ່ແມ່​ທີ່​ຮັກ​ລູກ​ຈະ​ຊອກ​ຫາ​ຄົນ​ທີ່​ຮັກ​ພະເຢໂຫວາ ແລະ​ຈະ​ບໍ່​ເບິ່ງ​ທີ່​ຄວາມ​ຮັ່ງມີ​ຫຼື​ຖານະ​ທາງ​ສັງຄົມ.

c ຖ້າ​ເຈົ້າ​ຢູ່​ກິນ​ກັບ​ຄົນ​ທີ່​ເຈົ້າ​ຍັງ​ບໍ່​ໄດ້​ແຕ່ງດອງ​ນຳ ເຈົ້າ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ​ວ່າ​ເຈົ້າ​ຈະ​ແຕ່ງດອງ​ກັນ​ຫຼື​ເຈົ້າ​ຈະ​ເຊົາ​ຢູ່​ນຳ​ກັນ.