ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 43

ຄຳພີໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເຄື່ອງ​ດື່ມ​ມຶນ​ເມົາ

ຄຳພີໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເຄື່ອງ​ດື່ມ​ມຶນ​ເມົາ

ເມື່ອ​ເວົ້າ​ເຖິງ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ ຜູ້ຄົນ​ທົ່ວ​ໂລກ​ມີ​ຄວາມຄິດ​ເຫັນ​ທີ່​ບໍ່​ຄື​ກັນ. ບາງຄົນ​ດື່ມ​ເປັນ​ບາງ​ຄັ້ງ​ຄາວ​ກັບ​ໝູ່​ຄູ່. ບາງຄົນ​ເລືອກ​ທີ່​ຈະ​ບໍ່​ດື່ມ​ເລີຍ. ສ່ວນ​ບາງຄົນ​ກໍ​ດື່ມ​ຈົນ​ເມົາ. ແລ້ວ​ຄຳພີໄບເບິນ​ບອກ​ຫຍັງ​ກ່ຽວກັບ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ?

1. ຜິດ​ບໍ​ທີ່​ຈະ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ?

ຄຳພີໄບເບິນ​ບໍ່​ໄດ້​ບອກ​ວ່າ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ​ເປັນ​ເລື່ອງ​ຜິດ. ເພາະ​ຕອນ​ທີ່​ເວົ້າ​ເຖິງ​ສິ່ງ​ດີໆ​ຫຼາຍ​ຢ່າງ​ທີ່​ມາ​ຈາກ​ພະເຈົ້າ ຄຳພີໄບເບິນ​ກໍ​ບອກ​ວ່າ “ເພິ່ນ​ໃຫ້​ມີ​ເຫຼົ້າແວງ​ທີ່​ເຮັດ​ໃຫ້​ໃຈ​ມະນຸດ​ເບີກບານ.” (ຄຳເພງ 104:14, 15, ລ.ມ.) ແທ້ໆ​ແລ້ວ​ໃນ​ສະໄໝ​ກ່ອນ​ຜູ້​ຮັບ​ໃຊ້​ທີ່​ສັດຊື່​ຫຼາຍ​ຄົນ​ຂອງ​ພະເຈົ້າ​ກໍ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ.—1 ຕີໂມທຽວ 5:23

2. ຄຳພີໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ສຳລັບ​ຄົນ​ທີ່​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ?

ພະເຢໂຫວາ​ຕຳໜິ​ການ​ດື່ມ​ຫຼາຍ​ເກີນ​ໄປ​ແລະ​ການ​ເມົາ​ເຫຼົ້າ. (ຄາລາເຕຍ 5:21) ຄຳພີໄບເບິນ​ບອກ​ວ່າ: “ຢ່າ​ດື່ມ​ເຫຼົ້າແວງ​ຫຼາຍ.” (ສຸພາສິດ 23:20, ລ.ມ.) ດັ່ງນັ້ນ ບໍ່​ວ່າ​ເຮົາ​ຈະ​ຢູ່​ຄົນ​ດຽວ​ຫຼື​ຢູ່​ກັບ​ຄົນ​ອື່ນ ເຮົາ​ຈະ​ບໍ່​ດື່ມ​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ສາມາດ​ຄວບຄຸມ​ຄວາມຄິດ ຄຳເວົ້າ ແລະ​ການ​ກະທຳ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ດື່ມ​ຫຼາຍ​ເກີນ​ໄປ​ຈົນ​ເຮັດ​ໃຫ້​ເສຍ​ສຸຂະພາບ. ຖ້າ​ເຮົາ​ຄວບຄຸມ​ໂຕເອງ​ບໍ່​ໄດ້​ວ່າ​ຈະ​ດື່ມ​ສ່ຳ​ໃດ ເຮົາ​ກໍ​ຄວນ​ເລືອກ​ທີ່​ຈະ​ບໍ່​ດື່ມ​ເລີຍ.

3. ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ໄດ້​ແນວ​ໃດ​ວ່າ​ເຮົາ​ນັບ​ຖື​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ?

ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ໂຕເອງ​ວ່າ​ຈະ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ​ບໍ. ເຊັ່ນ ຖ້າ​ເຮົາ​ບໍ່​ດື່ມ ເຮົາ​ກໍ​ບໍ່​ຄວນ​ໄປ​ຕຳໜິ​ຄົນ​ທີ່​ດື່ມ ແລະ​ຖ້າ​ເຮົາ​ດື່ມ ເຮົາ​ກໍ​ບໍ່​ຄວນ​ກົດ​ດັນ​ໃຫ້​ຄົນ​ອື່ນ​ດື່ມ. (ໂຣມ 14:10) ແລະ​ຖ້າ​ມີ​ໃຜ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ທີ່​ເຮົາ​ດື່ມ ເຮົາ​ກໍ​ໜ້າ​ຈະ​ບໍ່​ດື່ມ​ດີ​ກວ່າ. (ອ່ານ​ໂຣມ 14:21) ເຮົາ​ຈະ ‘ບໍ່​ຄິດເຖິງ​ປະໂຫຍດ​ຂອງ​ຕົວເອງ ແຕ່​ຄິດເຖິງ​ປະໂຫຍດ​ຂອງ​ຄົນ​ອື່ນ.’—ອ່ານ 1 ໂກຣິນໂທ 10:23, 24

ຮຽນ​ຮູ້​ຫຼາຍ​ຂຶ້ນ

ຫຼັກການ​ໃນ​ຄຳພີໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ວ່າ​ຈະ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ​ບໍ ຖ້າ​ດື່ມ ຈະ​ດື່ມ​ຫຼາຍ​ສ່ຳ​ໃດ. ແລະ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ດື່ມ​ຈົນ​ຕິດ.

4. ຕັດສິນ​ໃຈ​ວ່າ​ຈະ​ດື່ມ​ບໍ

ພະເຢຊູ​ຄິດ​ແນວ​ໃດ​ກັບ​ເຄື່ອງ​ດື່ມ​ມຶນ​ເມົາ? ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ນີ້​ນຳ​ກັນ​ຈາກ​ການອັດສະຈັນ​ເທື່ອ​ທຳອິດ​ທີ່​ເພິ່ນ​ເຮັດ. ອ່ານ​ໂຢຮັນ 2:1-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ການອັດສະຈັນ​ເທື່ອ​ທຳອິດ​ນີ້ ພະເຢຊູ​ຄິດ​ແນວ​ໃດ​ກັບ​ເຄື່ອງ​ດື່ມ​ມຶນ​ເມົາ​ແລະ​ເພິ່ນ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ດື່ມ?

  • ໃນ​ເມື່ອ​ພະເຢຊູ​ບໍ່​ໄດ້​ຕຳໜິ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ ແລ້ວ​ຄລິດສະຕຽນ​ຄວນ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ດື່ມ?

ເຖິງ​ວ່າ​ບໍ່​ຜິດ​ທີ່​ຄລິດສະຕຽນ​ຈະ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ ແຕ່​ກໍ​ມີ​ບາງ​ສະຖານະການ​ທີ່​ລາວ​ບໍ່​ຄວນ​ດື່ມ. ອ່ານ​ສຸພາສິດ 22:3 ແລ້ວ​ລົມ​ກັນ​ວ່າ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຈົ້າ​ບໍ່​ຄວນ​ດື່ມ.

  • ຖ້າ​ເຈົ້າ​ຕ້ອງ​ຂັບ​ລົດ​ຫຼື​ເຮັດ​ວຽກ​ກັບ​ເຄື່ອງ​ຈັກ.

  • ຖ້າ​ເຈົ້າ​ກຳລັງ​ຖື​ພາ.

  • ຖ້າ​ໝໍ​ແນະນຳ​ວ່າ​ເຈົ້າ​ບໍ່​ຄວນ​ດື່ມ.

  • ຖ້າ​ເຈົ້າ​ເປັນ​ຄົນ​ທີ່​ເລີ່ມ​ດື່ມ​ແລ້ວ​ຢຸດ​ບໍ່​ໄດ້.

  • ຖ້າ​ກົດໝາຍ​ບໍ່​ອະນຸຍາດ​ໃຫ້​ດື່ມ.

  • ຖ້າ​ມີ​ຄົນ​ທີ່​ເຄີຍ​ຕິດ​ເຫຼົ້າ​ຢູ່​ນຳ​ໃນ​ຕອນ​ນັ້ນ.

ເຈົ້າ​ຄວນ​ໃຫ້​ມີ​ເຄື່ອງ​ດື່ມ​ມຶນ​ເມົາ​ໃນ​ງານ​ແຕ່ງດອງ​ແລະ​ໃນ​ງານ​ລ້ຽງ​ບໍ? ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຕັດສິນ​ໃຈ​ໃນ​ເລື່ອງ​ນີ້​ໄດ້ ເປີດ​ວິດີໂອ.

ອ່ານ​ໂຣມ 13:13 ແລະ 1 ໂກຣິນໂທ 10:31, 32. ຫຼັງ​ຈາກ​ອ່ານ​ຂໍ້​ຄຳພີ​ຂໍ້​ໜຶ່ງ​ຈົບ​ແລ້ວ ໃຫ້​ຖາມ​ຄຳຖາມ​ທີ່​ຢູ່​ທາງ​ລຸ່ມ​ແລະ​ໃຫ້​ເຮັດ​ແບບ​ນີ້​ຈົນ​ຄົບ​ທຸກ​ຂໍ້.

  • ຫຼັກການ​ນີ້​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ?

ຄລິດສະຕຽນ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ຈະ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ​ບໍ. ເຖິງ​ເຈົ້າ​ຮູ້ສຶກ​ວ່າ​ດື່ມ​ໄດ້ ແຕ່​ກໍ​ອາດ​ມີ​ບາງ​ຄັ້ງ​ທີ່​ເຈົ້າ​ເລືອກ​ຈະ​ບໍ່​ດື່ມ

5. ຕັດສິນ​ໃຈ​ວ່າ​ຈະ​ດື່ມ​ຫຼາຍ​ສ່ຳ​ໃດ

ພະເຢໂຫວາ​ບອກ​ວ່າ​ບໍ່​ຜິດ​ຖ້າ​ເຮົາ​ຈະ​ດື່ມ ແຕ່​ເພິ່ນ​ຕຳໜິ​ຖ້າ​ເຮົາ​ດື່ມ​ຫຼາຍ​ເກີນ​ໄປ. ຍ້ອນຫຍັງ? ອ່ານ​ໂອເຊ 4:11, 18 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ດື່ມ​ຫຼາຍ​ເກີນ​ໄປ?

ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ດື່ມ​ຫຼາຍ​ເກີນ​ໄປ? ເຮົາ​ຕ້ອງ​ຮູ້​ວ່າ​ໂຕເອງ​ດື່ມ​ໄດ້​ຫຼາຍ​ສ່ຳ​ໃດ. ອ່ານ​ສຸພາສິດ 11:2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ຈຶ່ງ​ດີ​ທີ່​ຈະ​ກຳນົດ​ໄວ້​ລ່ວງ​ໜ້າ​ວ່າ​ຈະ​ດື່ມ​ຫຼາຍ​ສ່ຳ​ໃດ?

6. ອັນ​ໃດ​ຊ່ວຍ​ບາງຄົນ​ໃຫ້​ເຊົາ​ຕິດ​ເຫຼົ້າ​ໄດ້?

ອັນ​ໃດ​ຊ່ວຍ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຕິດ​ເຫຼົ້າ​ໃຫ້​ເຊົາ​ດື່ມ​ໄດ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ວິດີໂອ ຕອນ​ເມົາ​ເຫຼົ້າ​ດິມີທຣີ​ກາຍ​ເປັນ​ຄົນ​ແບບ​ໃດ?

  • ລາວ​ເຊົາ​ດື່ມ​ເຫຼົ້າ​ໄດ້​ທັນທີ​ບໍ?

  • ໃນ​ທີ່ສຸດ​ລາວ​ເຊົາ​ຕິດ​ເຫຼົ້າ​ໄດ້​ແນວ​ໃດ?

ອ່ານ 1 ໂກຣິນໂທ 6:10, 11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄຳພີໄບເບິນ​ບອກ​ຫຍັງ​ກ່ຽວກັບ​ການ​ເມົາ​ເຫຼົ້າ?

  • ຈາກ​ຂໍ້​ຄຳພີ​ນີ້ ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ທີ່​ເຄີຍ​ຕິດ​ເຫຼົ້າ​ກໍ​ເຊົາ​ໄດ້?

ອ່ານ​ມັດທາຍ 5:30 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຕອນ​ທີ່​ພະເຢຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ການ​ຕັດ​ມື ເພິ່ນ​ບໍ່​ໄດ້​ບອກ​ໃຫ້​ເຮົາ​ຕັດ​ມື​ແທ້ໆ ແຕ່​ເພິ່ນ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ລົງມື​ເຮັດ​ບາງ​ຢ່າງ. ສະນັ້ນ ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ຖ້າ​ຢາກ​ເຊົາ​ດື່ມ​ເຫຼົ້າ? a

ອ່ານ 1 ໂກຣິນໂທ 15:33 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ອາດ​ກາຍ​ເປັນ​ຄົນ​ແບບ​ໃດ​ຖ້າ​ເຈົ້າ​ຄົບຫາ​ກັບ​ຄົນ​ທີ່​ມັກ​ດື່ມ​ເຫຼົ້າ?

ບາງຄົນ​ອາດ​ຖາມ​ວ່າ: “ຄຳພີໄບເບິນ​ຫ້າມ​ກິນ​ເຫຼົ້າ​ຫວາ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະເຢໂຫວາ​ບອກ​ວ່າ​ບໍ່​ຜິດ​ທີ່​ຈະ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ ແຕ່​ເພິ່ນ​ຕຳໜິ​ການ​ດື່ມ​ຫຼາຍ​ເກີນ​ໄປ​ແລະ​ການ​ເມົາ​ເຫຼົ້າ.

ຄຳຖາມ​ທົບ​ທວນ

  • ຄຳພີໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເຄື່ອງ​ດື່ມ​ມຶນ​ເມົາ?

  • ມີ​ຜົນ​ເສຍ​ຫຍັງ​ແດ່​ຖ້າ​ເຮົາ​ດື່ມ​ຫຼາຍ​ເກີນ​ໄປ?

  • ເຮົາ​ຈະ​ນັບ​ຖື​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ​ເລື່ອງ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ​ໄດ້​ແນວ​ໃດ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ໄວ​ລຸ້ນ​ຄວນ​ຄິດ​ຈັ່ງ​ໃດ​ກັບ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ?

ຢຸດ​ຄິດ​ໜ້ອຍ​ໜຶ່ງ​ກ່ອນ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ (2:31)

ມີ​ວິທີ​ຫຍັງ​ແດ່​ທີ່​ຊ່ວຍ​ເຈົ້າ​ໃຫ້​ເຊົາ​ຕິດ​ເຫຼົ້າ​ໄດ້?

“ວິທີ​ຄວບຄຸມ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ” (ຫໍສັງເກດການ 1 ມັງກອນ 2010)

ຄລິດສະຕຽນ​ຄວນ​ຮ່ວມ​ໃນ​ການ​ດື່ມ​ອວຍພອນ​ບໍ?

“ຄຳຖາມ​ຈາກ​ຜູ້​ອ່ານ” (ຫໍສັງເກດການ 15 ກຸມພາ 2007)

ອ່ານ​ເລື່ອງ “ຂ້ອຍ​ເປັນ​ຖັງ​ກົ້ນ​ຮົ່ວ” ເພື່ອ​ຈະ​ເບິ່ງ​ວ່າ​ອັນ​ໃດ​ຊ່ວຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ເຊົາ​ຕິດ​ເຫຼົ້າ​ໄດ້.

“ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ພຶດສະພາ 2012)

a ຄົນ​ທີ່​ຕິດ​ເຫຼົ້າ​ອາດ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ຊ່ຽວຊານ​ເພື່ອ​ຈະ​ເຊົາ​ດື່ມ​ເຫຼົ້າ​ໄດ້​ສຳເລັດ. ແພດ​ຫຼາຍ​ຄົນ​ແນະນຳ​ວ່າ​ຄົນ​ຕິດ​ເຫຼົ້າ​ບໍ່​ຄວນ​ດື່ມ​ເລີຍ.