ບົດທີ 44
ພະເຈົ້າພໍໃຈການສະຫຼອງທຸກຢ່າງບໍ?
ພະເຢໂຫວາຢາກໃຫ້ເຮົາມີຄວາມສຸກແລະກໍຢາກໃຫ້ເຮົາລ້ຽງສະຫຼອງກັນເປັນບາງເທື່ອ. ແຕ່ເພິ່ນພໍໃຈການສະຫຼອງທຸກຢ່າງບໍ? ແລະເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຮັກເພິ່ນເມື່ອຕ້ອງຕັດສິນໃຈກ່ຽວກັບການສະຫຼອງຕ່າງໆ?
1. ເປັນຫຍັງຈຶ່ງມີການສະຫຼອງຫຼາຍຢ່າງທີ່ເຮັດໃຫ້ພະເຢໂຫວາບໍ່ພໍໃຈ?
ເຈົ້າອາດຈະແປກໃຈກໍໄດ້ຖ້າຮູ້ວ່າການສະຫຼອງຫຼາຍຢ່າງມາຈາກຄຳສອນທີ່ຂັດແຍ່ງກັບຄຳພີໄບເບິນ ແລະມາຈາກສາສະໜາທີ່ສອນຜິດໆ. ການສະຫຼອງເຫຼົ່ານັ້ນອາດກ່ຽວຂ້ອງກັບເລື່ອງໄສຍະສາດຫຼືເລື່ອງວິນຍານຄົນຕາຍ. ແລະທີ່ມາຂອງການສະຫຼອງບາງຢ່າງກໍກ່ຽວຂ້ອງກັບຄວາມເຊື່ອເລື່ອງໂຊກລາບ. (ເອຊາອີ 65:11) ພະເຢໂຫວາເຕືອນຄົນທີ່ນະມັດສະການເພິ່ນໃຫ້ ‘ແຍກຢູ່ຕ່າງຫາກ ແລະເຊົາແຕະຕ້ອງສິ່ງທີ່ບໍ່ສະອາດ.’—2 ໂກຣິນໂທ 6:17 a
2. ພະເຢໂຫວາຮູ້ສຶກແນວໃດກັບການສະຫຼອງທີ່ຍົກຍ້ອງມະນຸດ?
ພະເຢໂຫວາເຕືອນເຮົາບໍ່ໃຫ້ “ໄວ້ໃຈມະນຸດ.” (ອ່ານເຢເຣມີ 17:5, ລ.ມ.) ການສະຫຼອງບາງຢ່າງກ່ຽວຂ້ອງກັບການຍົກຍ້ອງຜູ້ນຳ ບຸກຄົນສຳຄັນ ສັນຍະລັກຂອງຊາດ ຫຼືສະຫຼອງມື້ທີ່ໄດ້ຮັບເອກະລາດ. (1 ໂຢຮັນ 5:21) ສ່ວນການສະຫຼອງບາງຢ່າງກໍກ່ຽວຂ້ອງກັບເຫດການສຳຄັນທາງການເມືອງຫຼືທາງສັງຄົມ. ລອງຄິດເບິ່ງວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາຍົກຍ້ອງບຸກຄົນຫຼືອົງກອນຕ່າງໆຫຼາຍເກີນໄປ ໂດຍສະເພາະຖ້າເຂົາເຈົ້າສົ່ງເສີມໃຫ້ເຮັດສິ່ງທີ່ພະເຢໂຫວາບໍ່ມັກ.
3. ພະເຈົ້າບໍ່ຍອມຮັບການສະຫຼອງທີ່ມີການເຮັດສິ່ງທີ່ບໍ່ດີຫຍັງແດ່?
ຄຳພີໄບເບິນບອກວ່າຜິດທີ່ຈະ “ດື່ມເຫຼົ້າຫຼາຍເກີນໄປ ກິນລ້ຽງເຮຮາຈົນສຸດຂີດ [ແລະ] ແຂ່ງຂັນກັນດື່ມເຫຼົ້າ.” (1 ເປໂຕ 4:3) ໃນການສະຫຼອງບາງຢ່າງຜູ້ຄົນບໍ່ຄວບຄຸມໂຕເອງແລະເຮັດຜິດສິນລະທຳ. ຖ້າເຮົາຢາກເປັນໝູ່ກັບພະເຢໂຫວາ ເຮົາຕ້ອງບໍ່ເຂົ້າໄປຫຍຸ້ງກັບການກະທຳທີ່ບໍ່ສະອາດທາງດ້ານສິນລະທຳ.
ຮຽນຮູ້ຫຼາຍຂຶ້ນ
ຖ້າເຈົ້າຕ້ອງຕັດສິນໃຈກ່ຽວກັບເທດສະການແລະການສະຫຼອງຕ່າງໆ ເຈົ້າຈະຕັດສິນໃຈໃນແບບທີ່ພະເຢໂຫວາພໍໃຈໄດ້ແນວໃດ.
4. ບໍ່ເຂົ້າຮ່ວມການສະຫຼອງທີ່ພະເຢໂຫວາບໍ່ພໍໃຈ
ອ່ານເອເຟໂຊ 5:10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຖ້າເຮົາກຳລັງຕັດສິນໃຈວ່າຈະເຂົ້າຮ່ວມການສະຫຼອງບາງຢ່າງຫຼືບໍ່ ເຮົາຕ້ອງແນ່ໃຈເລື່ອງຫຍັງ?
-
ໃນປະເທດທີ່ເຮົາຢູ່ມີເທດສະການແລະການສະຫຼອງຫຍັງແດ່?
-
ເຈົ້າຄິດວ່າພະເຢໂຫວາພໍໃຈເທດສະການແລະການສະຫຼອງເຫຼົ່ານັ້ນບໍ?
ໃຫ້ເຮົາມາເບິ່ງນຳກັນວ່າພະເຢໂຫວາຄິດແນວໃດກັບການສະຫຼອງວັນເກີດ. ໃນຄຳພີໄບເບິນບໍ່ໄດ້ບອກເລີຍວ່າຄົນທີ່ນະມັດສະການພະເຢໂຫວາຈັດງານວັນເກີດ ແຕ່ເວົ້າເຖິງງານວັນເກີດຂອງ 2 ຄົນທີ່ບໍ່ໄດ້ນະມັດສະການເພິ່ນ. ອ່ານປະຖົມມະການ 40:20-22 ແລະມັດທາຍ 14:6-10. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ມີເລື່ອງບໍ່ດີຫຍັງທີ່ເກີດຂຶ້ນໃນງານວັນເກີດທັງ 2 ງານ?
-
ຈາກ 2 ເລື່ອງທີ່ຄຳພີໄບເບິນບອກ ເຈົ້າຄິດວ່າພະເຢໂຫວາຮູ້ສຶກແນວໃດກັບການສະຫຼອງວັນເກີດ?
ເຈົ້າອາດຈະຍັງສົງໄສວ່າ ‘ພະເຢໂຫວາຈະສົນໃຈແທ້ໆບໍວ່າຂ້ອຍຈະເຂົ້າຮ່ວມຫຼືບໍ່ເຂົ້າຮ່ວມງານສະຫຼອງວັນເກີດ ຫຼືງານສະຫຼອງຕ່າງໆທີ່ຂັດກັບສິ່ງທີ່ຄຳພີໄບເບິນບອກ?’ ອ່ານອົບພະຍົບ 32:1-8. ແລ້ວ ເປີດວິດີໂອແລະລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ເຮົາຕ້ອງແນ່ໃຈວ່າພະເຢໂຫວາພໍໃຈໃນສິ່ງທີ່ເຮົາເຮັດ ເຈົ້າຄິດວ່ານີ້ເປັນເລື່ອງສຳຄັນບໍ? ຍ້ອນຫຍັງເຈົ້າຈຶ່ງຄິດແບບນັ້ນ?
-
ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
ຄຳຖາມທີ່ຊ່ວຍໃຫ້ຮູ້ວ່າການສະຫຼອງແບບໃດທີ່ພະເຈົ້າບໍ່ພໍໃຈ
-
ການສະຫຼອງນີ້ກ່ຽວຂ້ອງກັບຄວາມເຊື່ອທີ່ຂັດແຍ່ງກັບຄຳສອນໃນຄຳພີໄບເບິນບໍ? ເຮົາຈະຮູ້ໄດ້ ຖ້າເຮົາເບິ່ງວ່າການສະຫຼອງນັ້ນມີທີ່ມາແນວໃດ.
-
ເປັນການສະຫຼອງທີ່ຍົກຍ້ອງບຸກຄົນ ອົງກອນ ຫຼືສັນຍະລັກຂອງຊາດບໍ? ເຮົາຍົກຍ້ອງພະເຢໂຫວາຜູ້ດຽວແລະໄວ້ໃຈວ່າເພິ່ນເທົ່ານັ້ນທີ່ຈະມາແກ້ໄຂບັນຫາທຸກຢ່າງຂອງໂລກໃຫ້ໝົດໄປ.
-
ການສະຫຼອງນີ້ມີທຳນຽມແລະການກະທຳທີ່ຂັດກັບສິ່ງທີ່ຄຳພີໄບເບິນສອນບໍ? ເຮົາຕ້ອງສະອາດທາງດ້ານສິນລະທຳຢູ່ສະເໝີ.
5. ຊ່ວຍຄົນອື່ນໃຫ້ເຂົ້າໃຈໃນສິ່ງທີ່ເຈົ້າເຊື່ອ
ອາດບໍ່ແມ່ນເລື່ອງງ່າຍຖ້າເຈົ້າຖືກກົດດັນໃຫ້ເຂົ້າຮ່ວມການສະຫຼອງທີ່ພະເຢໂຫວາບໍ່ພໍໃຈ. ແຕ່ເຈົ້າຈະອະທິບາຍໄດ້ວ່າເປັນຫຍັງເຈົ້າຈຶ່ງບໍ່ເຂົ້າຮ່ວມ ໃຫ້ຄິດດີໆວ່າຈະເວົ້າຕອນໃດ ຈະເວົ້າແນວໃດ ແລະໃຫ້ຄ່ອຍໆອະທິບາຍ. ແຕ່ເຈົ້າຈະເຮັດແບບນັ້ນໄດ້ແນວໃດ ໃຫ້ເຮົາມາເບິ່ງຕົວຢ່າງນຳກັນ ເປີດວິດີໂອ.
ອ່ານມັດທາຍ 7:12 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຈາກຂໍ້ຄຳພີທີ່ອ່ານໄປ ຖ້າຄົນໃນຄອບຄົວຂອງເຈົ້າບໍ່ໄດ້ນະມັດສະການພະເຢໂຫວາ ເຈົ້າຄວນຫ້າມບໍ່ໃຫ້ເຂົາເຈົ້າສະຫຼອງເທດສະການຕ່າງໆບໍ?
-
ເຖິງເຈົ້າຈະບໍ່ໄດ້ເຂົ້າຮ່ວມການສະຫຼອງບາງຢ່າງກັບຄົນໃນຄອບຄົວ ແຕ່ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອໃຫ້ເຂົາເຈົ້າໝັ້ນໃຈວ່າເຈົ້າຍັງຮັກແລະຫ່ວງໃຍເຂົາເຈົ້າ?
6. ພະເຢໂຫວາຢາກໃຫ້ເຮົາມີຄວາມສຸກ
ພະເຢໂຫວາຢາກໃຫ້ເຮົາໃຊ້ເວລາກັບຄອບຄົວແລະໝູ່ຄູ່ ແລະເພິ່ນຢາກໃຫ້ເຮົາມີຄວາມສຸກກັບເຂົາເຈົ້າ. ອ່ານຜູ້ເທສະໜາປ່າວປະກາດ 8:15 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຈາກຂໍ້ຄຳພີນີ້ ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາມີຄວາມສຸກ?
ຕອນທີ່ຄົນຂອງພະເຢໂຫວາຢູ່ນຳກັນ ເພິ່ນກໍຢາກໃຫ້ເຂົາເຈົ້າມີຄວາມສຸກ. ເປີດວິດີໂອເພື່ອເບິ່ງວ່າເລື່ອງນີ້ເປັນຈິງແນວໃດໃນການປະຊຸມນານາຊາດຂອງພະຍານພະເຢໂຫວາ.
ອ່ານຄາລາເຕຍ 6:10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
-
ຖ້າເຮົາບໍ່ໄປເຂົ້າຮ່ວມສະຫຼອງເທດສະການກັບຄົນອື່ນ ສະແດງວ່າເຮົາບໍ່ໄດ້ “ເຮັດດີ” ກັບເຂົາເຈົ້າບໍ?
-
ລະຫວ່າງການໃຫ້ຂອງຂວັນໃນຊ່ວງເທດສະການເທົ່ານັ້ນກັບການໃຫ້ຂອງຂວັນຕອນໃດກໍໄດ້ທີ່ເຮົາຢາກໃຫ້ ແບບໃດຈະເຮັດໃຫ້ເຮົາມີຄວາມສຸກຫຼາຍກວ່າ?
-
ບາງເທື່ອພະຍານພະເຢໂຫວາກໍເຮັດບາງຢ່າງທີ່ພິເສດໃຫ້ລູກແລະໃຫ້ຂອງຂວັນລູກ. ຖ້າເຈົ້າມີລູກ ເຈົ້າຈະເຮັດຫຍັງທີ່ພິເສດໃຫ້ເຂົາເຈົ້າໄດ້ແດ່?
ບາງຄົນເວົ້າວ່າ: “ບໍ່ຕ້ອງໄປສົນໃຈດອກວ່າທີ່ໄປທີ່ມາຂອງເທດສະການເປັນແນວໃດ. ໄດ້ຢູ່ກັບຄອບຄົວແລະໝູ່ຄູ່ກໍດີແລ້ວ.”
-
ເຈົ້າຈະຕອບແນວໃດ?
ສະຫຼຸບ
ພະເຢໂຫວາຢາກໃຫ້ເຮົາໃຊ້ເວລາກັບຄອບຄົວແລະໝູ່ຄູ່ ແລະເພິ່ນຢາກໃຫ້ເຮົາມີຄວາມສຸກກັບເຂົາເຈົ້າ. ແຕ່ເພິ່ນບໍ່ຢາກໃຫ້ເຮົາໄປເຂົ້າຮ່ວມການສະຫຼອງຕ່າງໆທີ່ເພິ່ນບໍ່ພໍໃຈ.
ຄຳຖາມທົບທວນ
-
ມີຄຳຖາມຫຍັງແດ່ທີ່ຈະຊ່ວຍໃຫ້ຮູ້ວ່າການສະຫຼອງແບບໃດທີ່ພະເຈົ້າບໍ່ພໍໃຈ?
-
ເຈົ້າຈະຊ່ວຍຄອບຄົວແລະໝູ່ຄູ່ໃຫ້ເຂົ້າໃຈການຕັດສິນໃຈຂອງເຈົ້າກ່ຽວກັບການສະຫຼອງຕ່າງໆໄດ້ແນວໃດ?
-
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາມີຄວາມສຸກ?
ເບິ່ງເພີ່ມເຕີມ
ເບິ່ງວ່າເທດສະການຫຼືການສະຫຼອງຫຍັງແດ່ທີ່ຄລິດສະຕຽນບໍ່ເຂົ້າຮ່ວມ.
“ເປັນຫຍັງພະຍານພະເຢໂຫວາບໍ່ສະຫຼອງເທດສະການວັນພັກບາງຢ່າງ?” (ບົດຄວາມໃນເວັບໄຊ)
ເຫດຜົນ 4 ຢ່າງທີ່ເຮັດໃຫ້ເຂົ້າໃຈວ່າການສະຫຼອງວັນເກີດເປັນການສະຫຼອງທີ່ພະເຈົ້າບໍ່ພໍໃຈ.
“ເປັນຫຍັງພະຍານພະເຢໂຫວາບໍ່ສະຫຼອງວັນເກີດ?” (ບົດຄວາມໃນເວັບໄຊ)
ເດັກນ້ອຍທີ່ຮັກພະເຢໂຫວາຈະເຮັດໃຫ້ເພິ່ນພໍໃຈໄດ້ແນວໃດໃນຊ່ວງທີ່ມີການສະຫຼອງເທດສະການຕ່າງໆ
ຄລິດສະຕຽນຫຼາຍລ້ານຄົນບໍ່ສະຫຼອງຄລິດສະມາດ. ເຂົາເຈົ້າຮູ້ສຶກແນວໃດທີ່ຕັດສິນໃຈແບບນັ້ນ?
a ເບິ່ງຄຳອະທິບາຍເພີ່ມເຕີມ 5 ເພື່ອເບິ່ງວ່າຈະເຮັດຫຍັງໄດ້ແດ່ເພື່ອຮັບມືກັບສະຖານະການທີ່ເຮົາອາດເຈິໃນຍາມສະຫຼອງບຸນຕ່າງໆ.