ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 48

ເລືອກ​ຄົບ​ໝູ່​ຢ່າງ​ສະຫຼາດ

ເລືອກ​ຄົບ​ໝູ່​ຢ່າງ​ສະຫຼາດ

ເຮົາ​ມີ​ຄວາມສຸກ​ທີ່​ໄດ້​ມີ​ໝູ່​ສະໜິດ ເພາະ​ບໍ່​ວ່າ​ເຮົາ​ຈະ​ສຸກ​ຫຼື​ທຸກ​ໝູ່​ທີ່​ດີ​ຈະ​ຄອຍ​ຊ່ວຍເຫຼືອ​ແລະ​ຢູ່​ຄຽງ​ຂ້າງ​ເຮົາ​ສະເໝີ. ແຕ່​ຄຳພີໄບເບິນ​ກໍ​ເຕືອນ​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ຈະ​ເປັນ​ໝູ່​ທີ່​ດີ​ໄດ້. ແລ້ວ​ເຈົ້າ​ຈະ​ເລືອກ​ໝູ່​ທີ່​ດີ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ລົມ​ກ່ຽວກັບ​ເລື່ອງ​ນີ້​ນຳ​ກັນ.

1. ໝູ່​ທີ່​ເຈົ້າ​ເລືອກ​ຄົບ​ຈະ​ມີ​ຜົນ​ແນວ​ໃດ​ກັບ​ເຈົ້າ?

ຖ້າ​ເຮົາ​ໃຊ້​ເວລາ​ກັບ​ໃຜ​ຫຼາຍໆ ແມ່ນ​ແຕ່​ຄົນ​ທີ່​ເຮົາ​ໃຊ້​ເວລາ​ນຳ​ທາງ​ອິນເຕີເນັດ ເຮົາ​ກໍ​ຈະ​ເລີ່ມ​ຄິດ​ແລະ​ເຮັດ​ສິ່ງ​ຕ່າງໆ​ຄື​ເຂົາເຈົ້າ. ຄື​ກັບ​ທີ່​ຄຳພີໄບເບິນ​ບອກ​ວ່າ “ຄົນ​ທີ່​ຄົບ​ກັບ​ຄົນ​ສະຫຼາດ​ຈະ​ສະຫຼາດ ແຕ່​ຄົນ​ທີ່​ຄົບ​ກັບ​ຄົນ​ໂງ່ [ຄົນ​ທີ່​ບໍ່​ຮັກ​ພະເຢໂຫວາ] ຈະ​ເດືອດຮ້ອນ.” (ສຸພາສິດ 13:20, ລ.ມ.) ໝູ່​ທີ່​ຮັກ​ແລະ​ນະມັດສະການ​ພະເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ເພິ່ນ​ແລະ​ສະໜັບສະໜູນ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ດີ. ແຕ່​ຖ້າ​ເຈົ້າ​ສະໜິດ​ກັບ​ຄົນ​ທີ່​ບໍ່​ຮັກ​ພະເຢໂຫວາ​ເຂົາເຈົ້າ​ກໍ​ອາດ​ເຮັດ​ໃຫ້​ເຈົ້າ​ບໍ່​ໄດ້​ເປັນ​ໝູ່​ກັບ​ເພິ່ນ​ອີກ​ຕໍ່ໄປ. ນີ້​ເປັນ​ເຫດຜົນ​ທີ່​ຄຳພີໄບເບິນ​ບອກ​ໃຫ້​ເຮົາ​ເລືອກ​ໝູ່​ຢ່າງ​ສະຫຼາດ! ຖ້າ​ເຮົາ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັກ​ພະເຢໂຫວາ ກໍ​ຈະ​ມີ​ຜົນ​ດີ​ທັງ​ຕໍ່​ໂຕ​ເຮົາ​ແລະ​ໝູ່​ຂອງ​ເຮົາ. ເພາະ​ເຮົາ​ຈະ “ໃຫ້​ກຳລັງໃຈ​ກັນ​ແລະ​ເສີມ​ສ້າງ​ກັນ​ໃຫ້​ເຂັ້ມແຂງ.”—1 ເທຊະໂລນິກ 5:11

2. ການ​ເລືອກ​ໝູ່​ຂອງ​ເຈົ້າ​ອາດ​ເຮັດ​ໃຫ້​ພະເຢໂຫວາ​ຮູ້ສຶກ​ແນວ​ໃດ?

ພະເຢໂຫວາ​ເລືອກ​ຢ່າງ​ດີ​ວ່າ​ຈະ​ເປັນ​ໝູ່​ກັບ​ໃຜ. “ເພິ່ນ​ເປັນ​ໝູ່​ສະໜິດ​ກັບ​ຄົນ​ສັດຊື່.” (ສຸພາສິດ 3:32, ລ.ມ.) ພະເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ເລືອກ​ເປັນ​ໝູ່​ກັບ​ຄົນ​ທີ່​ບໍ່​ໄດ້​ຮັກ​ເພິ່ນ? ເພິ່ນ​ຄື​ຊິ​ເສຍໃຈ​ຫຼາຍ​ແທ້ໆ. (ອ່ານ​ຢາໂກໂບ 4:4) ຖ້າ​ເຮົາ​ພະຍາຍາມ​ສະໜິດ​ກັບ​ພະເຢໂຫວາ​ແລະ​ສະໜິດ​ກັບ​ຄົນ​ທີ່​ຮັກ​ເພິ່ນ​ແລະ​ເຊົາ​ເປັນ​ໝູ່​ກັບ​ຄົນ​ບໍ່​ດີ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ມີ​ຄວາມສຸກ​ແລະ​ເພິ່ນ​ກໍ​ຈະ​ເປັນ​ໝູ່​ກັບ​ເຮົາ.—ຄຳເພງ 15:1-4

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເປັນຫຍັງ​ການ​ເລືອກ​ໝູ່​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ ການເປັນໝູ່​ທີ່​ດີ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ມີ​ຄວາມສຸກ ແຕ່​ເຮົາ​ເອງ​ຈະ​ເປັນ​ໝູ່​ທີ່​ດີ​ໄດ້​ແນວ​ໃດ.

3. ລະວັງ​ການ​ຄົບ​ໝູ່​ທີ່​ບໍ່​ດີ

ຖ້າ​ເຮົາ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັກ​ພະເຈົ້າ​ແລະ​ມາດຕະຖານ​ຂອງ​ເພິ່ນ​ເຮົາ​ກໍ​ກຳລັງ​ຄົບ​ກັບ​ໝູ່​ທີ່​ບໍ່​ດີ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ອາດ​ເລີ່ມ​ຄົບ​ໝູ່​ທີ່​ບໍ່​ດີ​ໄດ້​ແນວ​ໃດ​ໂດຍ​ທີ່​ເຮົາ​ບໍ່​ຮູ້​ໂຕ?

ອ່ານ 1 ໂກຣິນໂທ 15:33 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ຄົນ​ແບບ​ໃດ​ອາດ​ເປັນ​ໝູ່​ທີ່​ບໍ່​ດີ​ສຳລັບ​ເຈົ້າ? ຍ້ອນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

ອ່ານ​ຄຳເພງ 119:63 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ນີ້ ໝູ່​ທີ່​ດີ​ຕ້ອງ​ເປັນ​ຄົນ​ແບບ​ໃດ?

ໝາກ​ແອັບເປິ້ນ​ເນົ່າ​ພຽງ​ໜ່ວຍ​ດຽວ​ອາດ​ເຮັດ​ໃຫ້​ໝາກ​ແອັບເປິ້ນ​ໜ່ວຍ​ອື່ນ​ເນົ່າ​ເສຍ​ໄປ​ນຳ. ການ​ຄົບ​ໝູ່​ທີ່​ບໍ່​ດີ​ອາດ​ມີ​ຜົນ​ກັບ​ເຈົ້າ​ແນວ​ໃດ?

4. ຄົນ​ທີ່​ແຕກຕ່າງ​ຈາກ​ເຮົາ​ກໍ​ເປັນ​ໝູ່​ທີ່​ດີ​ຂອງ​ເຮົາ​ໄດ້

ຄຳພີໄບເບິນ​ເວົ້າ​ເຖິງ​ຄົນ​ອິດສະຣາເອນ​ສອງ​ຄົນ​ທີ່​ຊື່​ດາວິດ​ແລະ​ໂຢນາທານ. ເຂົາເຈົ້າ​ແຕກຕ່າງ​ກັນ​ຫຼາຍ ໂຢນາທານ​ອາຍຸ​ຫຼາຍ​ກວ່າ​ດາວິດ​ແຖມ​ຍັງ​ເປັນ​ລູກ​ຊາຍ​ຂອງ​ກະສັດ​ນຳ ແຕ່​ເຂົາເຈົ້າ​ກໍ​ເປັນ​ໝູ່​ທີ່​ສະໜິດ​ກັນ​ຫຼາຍ. ອ່ານ 1 ຊາມູເອນ 18:1 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄົນ​ທີ່​ຈະ​ເປັນ​ໝູ່​ກັບ​ເຮົາ​ຕ້ອງ​ມີ​ອາຍຸ​ເທົ່າ​ກັນ​ຫຼື​ຕ້ອງ​ມີ​ຫຍັງ​ຄື​ກັນ​ກັບ​ເຮົາ​ບໍ? ຍ້ອນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

ອ່ານ​ໂຣມ 1:11, 12 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໝູ່​ທີ່​ຮັກ​ພະເຢໂຫວາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ກຳລັງໃຈ​ກັນ?

ໃນ​ວິດີໂອ ໄວ​ລຸ້ນ​ຄົນ​ໜຶ່ງ​ໄດ້​ໝູ່​ແບບ​ບໍ່​ຄາດ​ຄິດ​ໄດ້​ແນວ​ໃດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ວິດີໂອ ເປັນຫຍັງ​ພໍ່​ແມ່​ຈຶ່ງ​ເປັນ​ຫ່ວງ​ອາ​ຄິວ​ເລື່ອງ​ການ​ຄົບ​ໝູ່​ຢູ່​ໂຮງ​ຮຽນ?

  • ຕອນ​ທຳອິດ​ເປັນຫຍັງ​ລາວ​ຈຶ່ງ​ຮູ້ສຶກ​ວ່າ​ໝູ່​ຢູ່​ໂຮງ​ຮຽນ​ໜ້າ​ຄົບ?

  • ແລ້ວ​ລາວ​ເຮັດ​ແນວ​ໃດ​ຈຶ່ງ​ໄດ້​ມີ​ໝູ່​ທີ່​ດີ?

5. ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ?

ເຈົ້າ​ຈະ​ມີ​ໝູ່​ແທ້​ໄດ້​ແນວ​ໃດ ແລ້ວ​ໂຕ​ເຈົ້າ​ເອງ​ຕ້ອງ​ເຮັດ​ແນວ​ໃດ​ແດ່​ເພື່ອ​ຈະ​ເປັນ​ໝູ່​ທີ່​ດີ. ເປີດ​ວິດີໂອ.

ອ່ານ​ສຸພາສິດ 18:24 ແລະ 27:17 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໝູ່​ແທ້​ຈະ​ຊ່ວຍ​ກັນ​ແນວ​ໃດ​ແດ່?

  • ແລ້ວ​ເຈົ້າ​ເດ ເຈົ້າ​ມີ​ໝູ່​ແທ້​ບໍ? ຖ້າ​ຍັງ​ບໍ່​ມີ ເຈົ້າ​ຄິດ​ວ່າ​ເຈົ້າ​ຕ້ອງ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ໝູ່​ແບບນັ້ນ?

ອ່ານ​ຟີລິບປອຍ 2:4 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເພື່ອ​ຈະ​ມີ​ໝູ່​ທີ່​ດີ ເຈົ້າ​ກໍ​ຕ້ອງ​ເປັນ​ໝູ່​ທີ່​ດີ​ນຳ. ແລ້ວ​ເຈົ້າ​ຈະ​ເປັນ​ໝູ່​ທີ່​ດີ​ໄດ້​ແນວ​ໃດ?

ເພື່ອ​ຈະ​ມີ​ໝູ່​ທີ່​ດີ ເຈົ້າ​ກໍ​ຕ້ອງ​ເປັນ​ໝູ່​ທີ່​ດີ​ນຳ

ບາງຄົນ​ເວົ້າ​ວ່າ: “ບໍ່​ຕ້ອງ​ສົນ​ໃຈ​ດອກ​ວ່າ​ເຂົາເຈົ້າ​ຈະ​ນັບ​ຖື​ສາສະໜາ​ຫຍັງ ພຽງ​ແຕ່​ເຂົາເຈົ້າ​ເຮັດ​ດີ​ກັບ​ເຮົາ ເຮົາ​ກໍ​ເປັນ​ໝູ່​ສະໜິດ​ກັນ​ໄດ້.”

  • ເຈົ້າ​ຄິດ​ແນວ​ໃດ?

ສະຫຼຸບ

ຖ້າ​ເຮົາ​ເລືອກ​ໝູ່​ຢ່າງ​ສະຫຼາດ​ຈະ​ມີ​ຜົນ​ດີ​ກັບ​ເຮົາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ມີ​ຄວາມສຸກ.

ຄຳຖາມ​ທົບ​ທວນ

  • ເປັນຫຍັງ​ການ​ເລືອກ​ໝູ່​ຂອງ​ເຮົາ​ຈຶ່ງ​ສຳຄັນ​ກັບ​ພະເຢໂຫວາ?

  • ຄົນ​ແບບ​ໃດ​ທີ່​ເຮົາ​ບໍ່​ຄວນ​ເລືອກ​ຄົບ​ເປັນ​ໝູ່?

  • ຖ້າ​ເຈົ້າ​ມີ​ໝູ່​ທີ່​ດີ​ຢູ່​ແລ້ວ ເຈົ້າ​ຕ້ອງ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສະໜິດ​ກັນ​ຫຼາຍ​ຂຶ້ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ໝູ່​ແທ້​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ​ໃນ​ເວລາ​ທີ່​ຍາກ​ລຳບາກ.

“ໃຫ້​ສະໜິດ​ກັນ​ຫຼາຍ​ຂຶ້ນ​ກ່ອນ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ” (ຫໍສັງເກດການ ພະຈິກ 2019)

ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຫາ​ໝູ່​ທີ່​ດີ​ແລະ​ເປັນ​ໝູ່​ທີ່​ດີ​ຕໍ່​ກັນ.

“ຂ້ອຍ​ຈະ​ມີ​ໝູ່​ທີ່​ດີ​ໄດ້​ແນວ​ໃດ?” (ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ—ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ​ທີ 1 ບົດທີ 8)

ເຈົ້າ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວກັບ​ການ​ຫາ​ໝູ່​ທາງ​ອິນເຕີເນັດ?

ໃຊ້​ໂຊຊຽວ​ເນັດເວີກ​ຢ່າງ​ສະຫຼາດ (4:12)

ອ່ານ​ເລື່ອງ “ຂ້ອຍ​ຢາກ​ມີ​ພໍ່​ເຫຼືອ​ເກີນ” ເພື່ອ​ເບິ່ງ​ວ່າ​ການ​ເລືອກ​ໝູ່​ທີ່​ດີ​ເຮັດ​ໃຫ້​ຊີວິດ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ປ່ຽນ​ໄປ​ແນວ​ໃດ.

“ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ເມສາ 2012)