ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 50

ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 2

ເຮັດ​ແນວ​ໃດ​ຄອບຄົວ​ຈຶ່ງ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ?—ຕອນ​ທີ 2

ລູກ​ເປັນ​ຄື​ຂອງຂວັນ​ທີ່​ມາ​ຈາກ​ພະເຢໂຫວາ. ແລະ​ເພິ່ນ​ກໍ​ຢາກ​ໃຫ້​ພໍ່​ແມ່​ເບິ່ງ​ແຍງ​ຂອງຂວັນ​ນີ້​ຢ່າງ​ດີ. ເພິ່ນ​ເລີຍ​ໃຫ້​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີໄບເບິນ​ເພື່ອ​ຊ່ວຍ​ພໍ່​ແມ່​ໃຫ້​ເຮັດ​ແບບນັ້ນ​ໄດ້. ແລະ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຄຳພີໄບເບິນ​ກໍ​ຈະ​ຊ່ວຍ​ໃຫ້​ລູກ​ຮູ້​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ.

1. ພະເຢໂຫວາ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ພໍ່​ແມ່?

ພະເຢໂຫວາ​ຢາກ​ໃຫ້​ພໍ່​ແມ່​ຮັກ​ລູກ​ແລະ​ໃຊ້​ເວລາ​ກັບ​ລູກ​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ປົກ​ປ້ອງ​ລູກ​ແລະ​ສອນ​ລູກ​ໂດຍ​ໃຊ້​ຄຳ​ແນະນຳ​ທີ່​ມາ​ຈາກ​ຄຳພີໄບເບິນ. (ສຸພາສິດ 1:8) ພະເຢໂຫວາ​ບອກ​ຄົນ​ທີ່​ເປັນ​ພໍ່​ວ່າ: “ໃຫ້​ລ້ຽງ​ດູ [ລູກ] ດ້ວຍ . . . ຄຳ​ຕັກ​ເຕືອນ​ຈາກ​ພະເຢໂຫວາ.” (ອ່ານ​ເອເຟໂຊ 6:4) ພະເຢໂຫວາ​ຈະ​ມີ​ຄວາມສຸກ​ຫຼາຍ​ຖ້າ​ພໍ່​ແມ່​ລ້ຽງ​ລູກ​ໂດຍ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ​ໄວ້​ໃນ​ຄຳພີໄບເບິນ​ແລະ​ບໍ່​ປ່ອຍ​ໃຫ້​ຄົນ​ອື່ນ​ມາ​ເຮັດ​ໜ້າ​ທີ່​ພໍ່​ແມ່​ແທນ​ເຂົາເຈົ້າ.

2. ພະເຢໂຫວາ​ໃຫ້​ຄຳ​ແນະນຳ​ຫຍັງ​ກັບ​ຄົນ​ທີ່​ເປັນ​ລູກ?

ພະເຢໂຫວາ​ບອກ​ຄົນ​ທີ່​ເປັນ​ລູກ​ວ່າ: “ໃຫ້​ເຊື່ອ​ຟັງ​ພໍ່​ແມ່.” (ອ່ານ​ໂກໂລຊາຍ 3:20) ເມື່ອ​ລູກ​ນັບ​ຖື​ແລະ​ເຊື່ອ​ຟັງ​ພໍ່​ແມ່ ເຂົາເຈົ້າ​ກໍ​ເຮັດ​ໃຫ້​ພະເຢໂຫວາ​ແລະ​ພໍ່​ແມ່​ມີ​ຄວາມສຸກ. (ສຸພາສິດ 23:22-25) ຕອນ​ທີ່​ພະເຢຊູ​ຍັງ​ເປັນ​ເດັກ​ນ້ອຍ​ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີຫຼາຍ. ເຖິງ​ວ່າ​ເພິ່ນ​ຈະ​ເປັນ​ມະນຸດ​ທີ່​ສົມບູນແບບ ແຕ່​ເພິ່ນ​ກໍ​ເຊື່ອ​ຟັງ​ແລະ​ນັບ​ຖື​ພໍ່​ແມ່​ຂອງ​ເພິ່ນ.—ລູກາ 2:51, 52

3. ເຈົ້າ​ຈະ​ຊ່ວຍ​ຄອບຄົວ​ໃຫ້​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ຄື​ຊິ​ຢາກ​ໃຫ້​ລູກ​ຮັກ​ພະເຢໂຫວາ​ຄື​ທີ່​ເຈົ້າ​ຮັກ​ເພິ່ນ. ແຕ່​ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວ​ໃດ? ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ໂດຍ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີໄບເບິນ​ທີ່​ບອກ​ວ່າ: “ເຈົ້າ​ຕ້ອງ​ໝັ່ນ​ສອນ​ລູກ​ຂອງ​ເຈົ້າ [ດ້ວຍ​ຄຳ​ສອນ​ຂອງ​ພະເຢໂຫວາ] ຕອນ​ທີ່​ເຈົ້າ​ນັ່ງ​ຢູ່​ເຮືອນ​ແລະ​ຍ່າງ​ຢູ່​ຫົນ​ທາງ ຕອນ​ທີ່​ເຈົ້າ​ນອນ​ແລະ​ລຸກ​ແຕ່​ນອນ.” (ພະບັນຍັດ 6:7, ລ.ມ.) ຄຳ​ວ່າ “ໝັ່ນ​ສອນ” ໝາຍ​ເຖິງ​ສອນ​ບາງ​ເລື່ອງ​ເລື້ອຍໆ. ຖ້າ​ເຈົ້າ​ຢາກ​ຈະ​ຊ່ວຍ​ໃຫ້​ລູກ​ຈື່​ບາງ​ເລື່ອງ​ໄດ້ ເຈົ້າ​ກໍ​ຕ້ອງ​ເວົ້າ​ເລື່ອງ​ນັ້ນ​ກັບ​ເຂົາເຈົ້າ​ເລື້ອຍໆ. ດັ່ງນັ້ນ ຂໍ້​ຄຳພີ​ນີ້​ກຳລັງ​ບອກ​ວ່າ​ພໍ່​ແມ່​ຄວນ​ຫາ​ໂອກາດ​ລົມ​ກັບ​ລູກ​ເລື່ອງ​ພະເຢໂຫວາ​ເປັນ​ປະຈຳ. ນອກ​ຈາກ​ນັ້ນ ເຈົ້າ​ຄວນ​ຈັດ​ໃຫ້​ມີການ​ນະມັດສະການ​ພະເຢໂຫວາ​ນຳ​ກັນ​ເປັນ​ຄອບຄົວ​ທຸກ​ອາທິດ. ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ມີ​ລູກ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ເຈົ້າ​ຈັດ​ເວລາ​ໄວ້ທຸກ​ອາທິດ​ເພື່ອ​ສຶກສາ​ບາງ​ເລື່ອງ​ຈາກ​ຄຳພີໄບເບິນ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ໃນ​ຄຳພີໄບເບິນ​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ມີ​ຄວາມສຸກ​ແລະ​ຮູ້ສຶກ​ປອດໄພ.

4. ສອນ​ລູກ​ດ້ວຍ​ຄວາມ​ຮັກ

ການສອນ​ລູກ​ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ. ແຕ່​ຄຳພີໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ກ່ຽວກັບ​ເລື່ອງ​ນີ້? ອ່ານ​ຢາໂກໂບ 1:19, 20 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ພໍ່​ແມ່​ທີ່​ຮັກ​ລູກ​ຄວນ​ຈະ​ລົມ​ກັບ​ລູກ​ແບບ​ໃດ?

  • ເປັນຫຍັງ​ຕອນ​ທີ່​ພໍ່​ແມ່​ກຳລັງ​ໃຈຮ້າຍ ເຂົາເຈົ້າ​ບໍ່ຄວນ​ອົບຮົມ​ສັ່ງ​ສອນ​ລູກ? a

5. ປົກ​ປ້ອງ​ລູກ​ຂອງ​ເຈົ້າ

ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ພໍ່​ແມ່​ຈະ​ລົມ​ກັບ​ລູກ​ກ່ຽວກັບ​ເລື່ອງ​ເພດ​ເພື່ອ​ຈະ​ປົກ​ປ້ອງ​ເຂົາເຈົ້າ. ແຕ່​ເຈົ້າ​ອາດ​ຮູ້ສຶກ​ອາຍ​ທີ່​ຈະ​ລົມ​ກັບ​ລູກ​ກ່ຽວກັບ​ເລື່ອງ​ນີ້. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ພໍ່​ແມ່​ບາງຄົນ​ທີ່​ຈະ​ລົມ​ກັບ​ລູກ​ເລື່ອງ​ເພດ?

  • ພໍ່​ແມ່​ບາງຄົນ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ລົມ​ກັບ​ລູກ​ເລື່ອງ​ເພດ?

ຄຳພີໄບເບິນ​ບອກ​ວ່າ​ໂລກ​ຂອງ​ຊາຕານ​ຈະ​ຊົ່ວ​ຮ້າຍ​ຫຼາຍ​ຂຶ້ນ​ເລື້ອຍໆ. ອ່ານ 2 ຕີໂມທຽວ 3:1, 13 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ຂໍ້ 13 ບອກ​ວ່າ​ຄົນ​ຊົ່ວ​ຈະ​ແຮ່ງ​ຊົ່ວ​ຮ້າຍ​ຂຶ້ນ ຄົນ​ຊົ່ວ​ບາງຄົນ​ມັກ​ທຳ​ຮ້າຍ​ເດັກ​ນ້ອຍ​ທາງ​ເພດ. ດັ່ງນັ້ນ ເປັນຫຍັງ​ຈຶ່ງ​ສຳຄັນ​ທີ່​ພໍ່​ແມ່​ຈະ​ສອນ​ລູກ​ກ່ຽວກັບ​ເລື່ອງ​ເພດ​ແລະ​ສອນ​ວິທີ​ປ້ອງກັນ​ໂຕ​ຈາກ​ຄົນ​ທີ່​ທຳ​ຮ້າຍ​ເດັກ​ນ້ອຍ​ທາງ​ເພດ?

ເຈົ້າ​ຮູ້​ບໍ?

ພະຍານ​ພະເຢໂຫວາ​ມີ​ໜັງສື​ແລະ​ວິດີໂອ​ຫຼາຍ​ເລື່ອງ​ທີ່​ຊ່ວຍ​ໃຫ້​ພໍ່​ແມ່​ສອນ​ລູກ​ກ່ຽວກັບ​ເລື່ອງ​ເພດ ແລະ​ຈະ​ຊ່ວຍ​ໃຫ້​ພໍ່​ແມ່​ຮູ້​ວິທີ​ປົກ​ປ້ອງ​ລູກ​ຈາກ​ການ​ຖືກ​ທຳ​ຮ້າຍ​ທາງ​ເພດ. ຕົວຢ່າງ​ເຊັ່ນ:

6. ນັບ​ຖື​ພໍ່​ແມ່​ຂອງ​ເຈົ້າ

ຕອນ​ທີ່​ລົມ​ກັບ​ພໍ່​ແມ່ ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ນັບ​ຖື​ພໍ່​ແມ່. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ຈຶ່ງ​ສຳຄັນ​ທີ່​ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ຈະ​ລົມ​ກັບ​ພໍ່​ແມ່​ດ້ວຍ​ຄວາມ​ນັບ​ຖື?

  • ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ລົມ​ກັບ​ພໍ່​ແມ່​ດ້ວຍ​ຄວາມ​ນັບ​ຖື?

ອ່ານ​ສຸພາສິດ 1:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເດັກ​ນ້ອຍ​ແລະ​ໄວ​ລຸ້ນ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ພໍ່​ແມ່?

7. ນະມັດສະການ​ພະເຢໂຫວາ​ນຳ​ກັນ​ເປັນ​ຄອບຄົວ

ທຸກ​ອາທິດ​ພະຍານ​ພະເຢໂຫວາ​ແຕ່​ລະ​ຄອບຄົວ​ຈະ​ຈັດ​ເວລາ​ໄວ້​ສະເພາະ​ເພື່ອ​ນະມັດສະການ​ປະຈຳ​ຄອບຄົວ. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີການ​ນະມັດສະການ​ປະຈຳ​ຄອບຄົວ​ໄດ້​ທຸກ​ອາທິດ?

  • ພໍ່​ແມ່​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ໃຫ້​ການ​ນະມັດສະການ​ປະຈຳ​ຄອບຄົວ​ມ່ວນ​ແລະ​ມີ​ປະໂຫຍດ?—ເບິ່ງ​ຮູບ​ທຳອິດ​ຂອງ​ບົດ​ນີ້

  • ອັນ​ໃດ​ອາດ​ເຮັດ​ໃຫ້​ບໍ່​ງ່າຍ​ສຳລັບ​ຄອບຄົວ​ຂອງ​ເຈົ້າ​ທີ່​ຈະ​ມີການ​ນະມັດສະການ​ປະຈຳ​ຄອບຄົວ​ນຳ​ກັນ?

ໃນ​ສະໄໝ​ກ່ອນ ພະເຢໂຫວາ​ຢາກ​ໃຫ້​ຄົນ​ອິດສະຣາເອນ​ທຸກ​ຄອບຄົວ​ລົມ​ກັນ​ກ່ຽວກັບ​ຄຳ​ສອນ​ຂອງ​ເພິ່ນ​ເປັນ​ປະຈຳ. ອ່ານ​ພະບັນຍັດ 6:6, 7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ໄດ້​ແນວ​ໃດ?

ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ?

  • ກຽມ​ການ​ປະຊຸມ​ນຳ​ກັນ.

  • ອ່ານ​ແລະ​ລົມ​ກັນ​ກ່ຽວກັບ​ເລື່ອງ​ລາວ​ທີ່​ໜ້າສົນໃຈ​ໃນ​ຄຳພີໄບເບິນ.

  • ຖ້າ​ລູກ​ຂອງ​ເຈົ້າ​ຍັງ​ນ້ອຍ​ຢູ່ ໃຫ້​ດາວໂຫຼດ​ຫຼື​ພິມ​ກິດຈະກຳ​ສຳລັບ​ເດັກ​ນ້ອຍ​ຈາກ​ເວັບໄຊ jw.org.

  • ຖ້າ​ເຈົ້າ​ມີ​ລູກ​ທີ່​ເປັນ​ໄວ​ລຸ້ນ ໃຫ້​ລົມ​ກັນ​ກ່ຽວກັບ​ບົດ​ຄວາມ​ສຳລັບ​ໄວ​ລຸ້ນ​ທີ່​ຢູ່​ໃນ​ເວັບໄຊ jw.org.

  • ຫຼິ້ນ​ລະຄອນ​ກ່ຽວກັບ​ເລື່ອງ​ລາວ​ທີ່​ຢູ່​ໃນ​ຄຳພີໄບເບິນ​ກັບ​ລູກ.

  • ເບິ່ງ​ແລະ​ລົມ​ກັນ​ກ່ຽວກັບ​ວິດີໂອ​ທີ່​ຢູ່​ໃນ​ເວັບໄຊ jw.org.

ບາງຄົນ​ເວົ້າ​ວ່າ: “ຄຳພີໄບເບິນ​ຍາກ​ເກີນ​ໄປ​ສຳລັບ​ເດັກ​ນ້ອຍ.”

  • ຖ້າ​ມີ​ຄົນ​ເວົ້າ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະເຢໂຫວາ​ຢາກ​ໃຫ້​ພໍ່​ແມ່​ຮັກ​ລູກ ສອນ​ລູກ ແລະ​ປົກ​ປ້ອງ​ເຂົາເຈົ້າ ເພິ່ນ​ຢາກ​ໃຫ້​ລູກ​ນັບ​ຖື​ແລະ​ເຊື່ອ​ຟັງ​ພໍ່​ແມ່​ນຳ ແລະ​ຢາກ​ໃຫ້​ທັງ​ຄອບຄົວ​ນະມັດສະການ​ເພິ່ນ​ນຳ​ກັນ.

ຄຳຖາມ​ທົບ​ທວນ

  • ພໍ່​ແມ່​ຈະ​ສອນ​ແລະ​ປົກ​ປ້ອງ​ລູກ​ໄດ້​ແນວ​ໃດ?

  • ລູກ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາເຈົ້າ​ນັບ​ຖື​ພໍ່​ແມ່?

  • ຖ້າ​ຈັດ​ເວລາ​ໄວ້​ສະເພາະ​ໃນ​ແຕ່​ລະ​ອາທິດ​ເພື່ອ​ນະມັດສະການ​ປະຈຳ​ຄອບຄົວ​ນຳ​ກັນ ທັງ​ຄອບຄົວ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມີ​ເລື່ອງ​ສຳຄັນ​ຫຍັງ​ແດ່​ທີ່​ເຈົ້າ​ຕ້ອງ​ສອນ​ລູກ​ເພື່ອ​ຈະ​ຊ່ວຍ​ກຽມ​ເຂົາເຈົ້າ​ໃຫ້​ເປັນ​ຜູ້​ໃຫຍ່​ທີ່​ດີ?

“6 ເລື່ອງ​ທີ່​ພໍ່​ແມ່​ຕ້ອງ​ສອນ​ລູກ” (ຕື່ນເຖີດ! ສະບັບທີ 2, 2019)

ຄຳພີໄບເບິນ​ມີ​ຄຳ​ແນະນຳ​ຫຍັງ​ສຳລັບ​ຄົນ​ທີ່​ເບິ່ງ​ແຍງ​ພໍ່​ແມ່​ສູງ​ອາຍຸ.

“ຄຳພີໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ການ​ເບິ່ງ​ແຍງ​ພໍ່​ແມ່​ທີ່​ສູງ​ອາຍຸ?” (ບົດ​ຄວາມ​ໃນ​ເວັບໄຊ)

ແຕ່​ກ່ອນ​ຜູ້​ຊາຍ​ຄົນ​ໜຶ່ງ​ບໍ່​ຮູ້​ວ່າ​ຈະ​ລ້ຽງ​ລູກ​ແນວ​ໃດ​ແຕ່​ອັນ​ໃດ​ຊ່ວຍ​ລາວ​ໃຫ້​ເປັນ​ພໍ່​ທີ່​ດີໄດ້.

ພະເຢໂຫວາ​ສອນ​ເຮົາ​ວ່າ​ຈະ​ລ້ຽງ​ລູກ​ແນວ​ໃດ (5:58)

a ໃນ​ຄຳພີໄບເບິນ​ຄຳ​ວ່າ “ອົບຮົມ​ສັ່ງ​ສອນ” ໝາຍ​ເຖິງ​ການສອນ ການ​ແນະນຳ ແລະ​ການ​ແກ້ໄຂ​ຄວາມຄິດ​ແລະ​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ. ຄຳ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ການ​ທຳ​ຮ້າຍ​ຫຼື​ການໃຊ້​ຄວາມ​ຮຸນແຮງ.—ສຸພາສິດ 4:1