ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 51

ເຈົ້າ​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ໄດ້​ແນວ​ໃດ?

ເຈົ້າ​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ໄດ້​ແນວ​ໃດ?

ເມື່ອ​ພະເຢໂຫວາ​ສ້າງ​ເຮົາ ເພິ່ນ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສາມາດ​ທີ່​ຈະ​ເວົ້າ ນີ້​ເປັນ​ຂອງຂວັນ​ທີ່ສຸດ​ຍອດ​ຫຼາຍ. ແຕ່​ເພິ່ນ​ສົນ​ໃຈ​ບໍ​ວ່າ​ເຮົາ​ຈະ​ໃຊ້​ຂອງຂວັນ​ນີ້​ແນວ​ໃດ? ເພິ່ນ​ສົນ​ໃຈ​ແນ່ນອນ! (ອ່ານ​ຢາໂກໂບ 1:26) ຖ້າ​ເປັນ​ແນວ​ນັ້ນ ເຮົາ​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ໄດ້​ແນວ​ໃດ?

1. ເຮົາ​ຈະ​ໃຊ້​ຂອງຂວັນ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພະເຢໂຫວາ​ໃຫ້​ເປັນ​ປະໂຫຍດ​ໄດ້​ແນວ​ໃດ?

ຄຳພີໄບເບິນ​ບອກ​ໃຫ້​ເຮົາ “ໃຫ້​ກຳລັງໃຈ​ກັນ​ແລະ​ເສີມ​ສ້າງ​ກັນ​ໃຫ້​ເຂັ້ມແຂງ.” (1 ເທຊະໂລນິກ 5:11) ເຈົ້າ​ຮູ້ຈັກ​ໃຜ​ບໍ​ທີ່​ຕ້ອງການ​ກຳລັງໃຈ? ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ດີ​ຂຶ້ນ? ເຈົ້າ​ອາດຈະ​ບອກ​ວ່າ ເຈົ້າ​ເປັນ​ຫ່ວງ​ເຂົາເຈົ້າ​ຫຼາຍ. ຫຼື​ບອກ​ວ່າ​ເຈົ້າ​ເຫັນ​ຂໍ້​ດີ​ຫຍັງ​ໃນ​ໂຕ​ເຂົາເຈົ້າ​ແດ່. ນອກ​ຈາກ​ນັ້ນ ເຈົ້າ​ອາດຈະ​ຄິດເຖິງ​ຂໍ້​ຄຳພີ​ຈັກ​ຂໍ້​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ຄົນ​ທີ່​ເຈົ້າ​ຮູ້ຈັກ​ໄດ້​ຮັບ​ກຳລັງໃຈ. ມີ​ຂໍ້​ຄຳພີ​ຫຼາຍ​ຂໍ້​ທີ່​ຈະ​ໃຊ້​ເພື່ອ​ໃຫ້​ກຳລັງໃຈ​ເຂົາເຈົ້າ​ໄດ້. ແລະ​ຂໍ​ຈື່​ໄວ້​ວ່າ ວິທີ​ທີ່​ເຈົ້າ​ເວົ້າ​ຈະ​ໃຫ້​ກຳລັງໃຈ​ຄົນ​ອື່ນ​ໄດ້​ຫຼາຍ​ຄື​ກັນ. ດັ່ງນັ້ນ ຂໍ​ໃຫ້​ພະຍາຍາມ​ເວົ້າ​ດີ​ໆ​ແລະ​ເວົ້າ​ມ່ວນໆ​ກັບ​ຄົນ​ອື່ນ​ສະເໝີ.—ສຸພາສິດ 15:1

2. ຄຳເວົ້າ​ແບບ​ໃດ​ທີ່​ເຮົາ​ບໍ່​ຄວນ​ເວົ້າ?

ຄຳພີໄບເບິນ​ບອກ​ວ່າ: “ຢ່າ​ໃຫ້​ຄຳ​ຫຍາບ​ຄາຍ​ອອກ​ມາ​ຈາກ​ປາກ​ຂອງ​ພວກເຈົ້າ.” (ອ່ານ​ເອເຟໂຊ 4:29) ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ບໍ່​ເວົ້າ​ຄຳ​ຫຍາບ ບໍ່​ເວົ້າ​ສຽດ​ສີ ຫຼື​ບໍ່​ເວົ້າ​ຫຍັງ​ກໍ​ຕາມ​ທີ່​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ເສຍໃຈ. ແລະ​ເຮົາ​ກໍ​ຈະ​ບໍ່​ເວົ້າ​ຊຸບຊິບ​ນິນທາ​ຫຼື​ເວົ້າ​ໃສ່​ຮ້າຍ​ຄົນ​ອື່ນ​ນຳ.—ອ່ານ​ສຸພາສິດ 16:28

3. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເວົ້າ​ໃຫ້​ກຳລັງໃຈ​ຄົນ​ອື່ນ​ໄດ້?

ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ຄິດ​ຫຍັງ​ແລະ​ຮູ້ສຶກ​ແນວ​ໃດ​ແທ້ໆ. (ລູກາ 6:45) ດັ່ງນັ້ນ ເຮົາ​ຕ້ອງ​ຝຶກ​ໂຕເອງ​ໃຫ້​ຄິດ​ແຕ່​ເລື່ອງ​ດີ​ໆ​ຄື ເລື່ອງ​ທີ່​ຖືກຕ້ອງ ເລື່ອງ​ທີ່​ບໍລິສຸດ ເລື່ອງ​ທີ່​ໜ້າ​ຮັກ ແລະ​ເລື່ອງ​ທີ່​ໜ້າ​ຍົກຍ້ອງ. (ຟີລິບປອຍ 4:8) ເພື່ອ​ຈະ​ເຮັດ​ແບບນັ້ນ​ໄດ້ ເຮົາ​ຕ້ອງ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ແລະ​ເລືອກ​ໝູ່​ທີ່​ດີ. (ສຸພາສິດ 13:20) ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ຄິດ​ກ່ອນ​ວ່າ​ເຮົາ​ຈະ​ເວົ້າ​ຫຍັງ​ແລະ​ຈະ​ເວົ້າ​ແບບ​ໃດ. ແລະ​ຄິດ​ເບິ່ງ​ນຳ​ວ່າ​ສິ່ງ​ທີ່​ເຮົາ​ເວົ້າ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ແນວ​ໃດ. ຄຳພີໄບເບິນ​ບອກ​ວ່າ: “ຄຳເວົ້າ​ທີ່​ບໍ່​ຄິດ​ເປັນ​ຄື​ດາບ​ທີ່​ສຽບ​ແທງ ແຕ່​ຄຳເວົ້າ​ຂອງ​ຄົນ​ສະຫຼາດ​ຈະ​ຊ່ວຍ​ຢຽວ​ຢາ​ຮັກສາ.”ສຸພາສິດ 12:18, ລ.ມ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຮົາ​ຈະ​ເວົ້າ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍ​ໃຈ​ແລະ​ໃຫ້​ກຳລັງໃຈ​ຄົນ​ອື່ນ​ໄດ້​ແນວ​ໃດ.

4. ຄວບຄຸມ​ຄຳເວົ້າ​ຂອງ​ເຈົ້າ

ບາງ​ຄັ້ງ​ສິ່ງ​ທີ່​ເຮົາ​ເວົ້າ​ອອກ​ໄປ​ອາດ​ເຮັດ​ໃຫ້​ເຮົາ​ເສຍໃຈ​ພາຍ​ຫຼັງ. (ຢາໂກໂບ 3:2) ອ່ານ​ຄາລາເຕຍ 5:22, 23 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເພື່ອ​ເຈົ້າ​ຈະ​ຄວບຄຸມ​ຄຳເວົ້າ​ຂອງ​ໂຕເອງ ເຈົ້າ​ຈະ​ອະທິດຖານ​ຂໍ​ຄຸນ​ລັກສະນະ​ຫຍັງ​ຈາກ​ພະເຢໂຫວາ? ເຈົ້າ​ຄິດ​ວ່າ​ຄຸນ​ລັກສະນະ​ເຫຼົ່ານີ້​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

ອ່ານ 1 ໂກຣິນໂທ 15:33 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໝູ່​ຂອງ​ເຈົ້າ​ແລະ​ຄວາມ​ບັນເທີງ​ທີ່​ເຈົ້າ​ເລືອກ​ອາດ​ມີ​ຜົນ​ຕໍ່​ວິທີ​ທີ່​ເຈົ້າ​ເວົ້າ​ແນວ​ໃດ?

ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 3:1, 7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ຕອນ​ໃດ​ທີ່​ຄວນ​ງຽບ​ຫຼື​ຕອນ​ໃດ​ທີ່​ຄວນ​ລໍຖ້າ​ໃຫ້​ເຖິງ​ເວລາ​ທີ່​ເໝາະສົມ​ກ່ອນ​ຈຶ່ງ​ຄ່ອຍ​ເວົ້າ?

5. ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ດີ

ເຮົາ​ຈະ​ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ດີ​ຫຼື​ບໍ່​ວິພາກ​ວິຈານ​ເຂົາເຈົ້າ​ໄດ້​ແນວ​ໃດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ວິດີໂອ ເປັນຫຍັງ​ພີ່ນ້ອງ​ຊາຍ​ຈຶ່ງ​ຢາກ​ປ່ຽນ​ວິທີ​ທີ່​ລາວ​ເວົ້າ​ເຖິງ​ຄົນ​ອື່ນ?

  • ລາວ​ເຮັດ​ຫຍັງ​ເພື່ອ​ປ່ຽນແປງ​ໂຕເອງ?

ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ບາງ​ຄັ້ງ​ເຮົາ​ອາດ​ຮູ້ສຶກ​ຢາກ​ຈະ​ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ບໍ່​ດີ ແຕ່​ຄຳ​ແນະນຳ​ໃນ​ຂໍ້​ຄຳພີ​ນີ້​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ?

ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:21, 22 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ມີ​ບາງຄົນ​ເວົ້າ​ເຖິງ​ເຈົ້າ​ໃນ​ທາງ​ທີ່​ບໍ່​ດີ ຂໍ້​ຄຳພີ​ນີ້​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ໃຈຮ້າຍ​ໄດ້​ແນວ​ໃດ?

6. ເວົ້າ​ດີ​ໆ​ກັບ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ

ພະເຢໂຫວາ​ຢາກ​ໃຫ້​ເຮົາ​ເວົ້າ​ດີ​ໆ​ແລະ​ເວົ້າ​ມ່ວນໆ​ກັບ​ຄົນ​ໃນ​ຄອບຄົວ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ເວົ້າ​ດີ​ໆ​ແລະ​ເວົ້າ​ມ່ວນໆ​ກັບ​ຄົນ​ໃນ​ຄອບຄົວ?

ອ່ານ​ເອເຟໂຊ 4:31, 32 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ຄວນ​ເວົ້າ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ​ຮູ້ສຶກ​ວ່າ​ເຮົາ​ຮັກ​ເຂົາເຈົ້າ?

ພະເຢໂຫວາ​ບອກ​ວ່າ ເພິ່ນ​ຮັກ​ພະເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ຫຼາຍ. ອ່ານ​ມັດທາຍ 17:5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເມື່ອ​ເຈົ້າ​ລົມ​ກັບ​ຄົນ​ໃນ​ຄອບຄົວ ເຈົ້າ​ຈະ​ຮຽນແບບ​ພະເຢໂຫວາ​ໄດ້​ແນວ​ໃດ?

ຫາ​ໂອກາດ​ທີ່​ຈະ​ຊົມເຊີຍ​ຄົນ​ອື່ນ

ບາງຄົນ​ເວົ້າ​ວ່າ: “ຂ້ອຍ​ເປັນ​ຄົນ​ເວົ້າ​ກົງໆ. ຖ້າ​ບໍ່​ມັກ​ກໍ​ຊ່ວຍ​ບໍ່​ໄດ້.”

  • ເຈົ້າ​ເຫັນດີ​ນຳ​ບໍ? ຍ້ອນຫຍັງ?

ສະຫຼຸບ

ສິ່ງ​ທີ່​ເຮົາ​ເວົ້າ​ອາດ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ກຳລັງໃຈ​ຫຼື​ເສຍໃຈ​ກໍ​ໄດ້. ເຮົາ​ຕ້ອງ​ຄິດ​ໃຫ້​ດີ​ກ່ອນ​ວ່າ​ຈະ​ເວົ້າ​ຫຍັງ ຈະ​ເວົ້າ​ຕອນ​ໃດ ແລະ​ຈະ​ເວົ້າ​ແນວ​ໃດ.

ຄຳຖາມ​ທົບ​ທວນ

  • ເຈົ້າ​ຈະ​ເວົ້າ​ໃຫ້​ກຳລັງໃຈ​ຄົນ​ອື່ນ​ໄດ້​ແນວ​ໃດ?

  • ຄຳເວົ້າ​ແບບ​ໃດ​ທີ່​ເຈົ້າ​ບໍ່​ຄວນ​ເວົ້າ?

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເວົ້າ​ດີ​ໆ​ກັບ​ຄົນ​ອື່ນ​ສະເໝີ​ແລະ​ໃຫ້​ກຳລັງໃຈ​ເຂົາ​ເຈົ້າ​ໄດ້?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຮົາ​ເວົ້າ​ໃນ​ແບບ​ທີ່​ໃຫ້​ກຳລັງໃຈ​ຄົນ​ອື່ນ​ໄດ້?

ຝຶກ​ເວົ້າ​ແບບ​ຄົນ​ສະຫຼາດ (8:04)

ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ບໍ່​ເວົ້າ​ຄຳ​ຫຍາບ?

“ເວົ້າ​ຄຳ​ຫຍາບ​ບໍ່​ດີ​ບ່ອນ​ໃດ? (ບົດ​ຄວາມ​ໃນ​ເວັບໄຊ)

ເຈົ້າ​ຈະ​ບໍ່​ເວົ້າ​ຊຸບຊິບ​ນິນທາ​ຄົນ​ອື່ນ​ໄດ້​ແນວ​ໃດ?

ການ​ນິນທາ—ເຈົ້າ​ຢຸດ​ມັນ​ໄດ້! (2:36)

ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ຮຽນ​ຄຳພີໄບເບິນ​ແລະ​ຮູ້ຈັກ​ພະເຢໂຫວາ ລາວ​ເຊົາ​ເວົ້າ​ຫຍາບ​ຄາຍ​ໄດ້​ແນວ​ໃດ.

“ຂ້ອຍ​ເລີ່ມ​ຄິດເຖິງ​ເປົ້າໝາຍ​ຂອງ​ຊີວິດ​ຢ່າງ​ຈິງ​ຈັງ” (ຫໍສັງເກດການ 1 ສິງຫາ 2013)