ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 54

“ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ?

“ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ?

ພະເຢຊູ​ເປັນ​ຜູ້​ນຳ​ປະຊາຄົມ​ຄລິດສະຕຽນ. (ເອເຟໂຊ 5:23) ເຖິງ​ວ່າ​ເພິ່ນ​ຈະ​ຢູ່​ໃນ​ສະຫວັນ ແຕ່​ເພິ່ນ​ກໍ​ຊີ້ນຳ​ປະຊາຄົມ​ໂດຍ​ແຕ່ງຕັ້ງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ໃຫ້​ເບິ່ງ​ແຍງ​ຄລິດສະຕຽນ​ທີ່​ຢູ່​ເທິງ​ໂລກ. (ອ່ານ​ມັດທາຍ 24:45) ພະເຢຊູ​ໃຫ້​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ມີ​ອຳນາດ​ທີ່​ຈະ​ຕັດສິນໃຈ​ບາງ​ເລື່ອງ​ໄດ້ ເຖິງ​ຈະ​ເປັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ຕ້ອງ​ເຊື່ອ​ຟັງ​ເພິ່ນ​ແລະ​ຮັບໃຊ້​ພີ່ນ້ອງ​ຂອງ​ເພິ່ນ. ແລ້ວ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ແມ່ນ​ໃຜ? ແລະ​ເຂົາເຈົ້າ​ເບິ່ງ​ແຍງ​ເຮົາ​ແນວໃດ?

1. “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແມ່ນ​ໃຜ?

ທີ່​ຜ່ານ​ມາ ບາງ​ຄັ້ງ​ພະເຢໂຫວາ​ແຕ່ງຕັ້ງ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ຊີ້ນຳ​ຄົນ​ຂອງ​ເພິ່ນ ແລະ​ບາງ​ຄັ້ງ​ເພິ່ນ​ກໍ​ແຕ່ງຕັ້ງ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ໃຫ້​ເຮັດ​ໜ້າທີ່​ນີ້. (ມາລາກີ 2:7; ເຮັບເຣີ 1:1) ເຊັ່ນ ຫຼັງ​ຈາກ​ທີ່​ພະເຢຊູ​ເສຍ​ຊີວິດ ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ດູແລ​ໃນ​ເມືອງ​ເຢຣູຊາເລັມ​ກໍ​ໄດ້​ເຮັດ​ໜ້າທີ່​ຊີ້ນຳ​ຄົນ​ຂອງ​ພະເຈົ້າ. (ກິດຈະການ 15:2) ໃນ​ທຸກ​ມື້​ນີ້​ກໍ​ມີ​ຜູ້​ດູແລ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະເຢໂຫວາ ທີ່​ຄອຍ​ຊີ້ນຳ​ຄົນ​ຂອງ​ພະເຈົ້າ ເຂົາເຈົ້າ​ຈັດ​ໃຫ້​ມີ​ຄວາມ​ຮູ້​ຈາກ​ພະເຈົ້າ​ທີ່​ເປັນ​ຄື​ອາຫານ​ທີ່​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຂັ້ມແຂງ​ແລະ​ຄອຍ​ເບິ່ງ​ແຍງ​ວຽກ​ປະກາດ. ຄົນ​ກຸ່ມ​ນີ້​ແມ່ນ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ທີ່ [ພະເຢຊູ] ແຕ່ງຕັ້ງ​ໄວ້.” (ມັດທາຍ 24:45​ກ) ສະມາຊິກ​ທຸກ​ຄົນ​ຂອງ​ຄະນະ​ກຳມະການ​ປົກຄອງ​ເປັນ​ຜູ້​ຖືກ​ເຈີມ ເຊິ່ງ​ກໍ​ຄື​ຄົນ​ທີ່​ຖືກ​ເລືອກ​ໃຫ້​ໄປ​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.

2. ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ຈັດ​ໃຫ້​ມີ​ຫຍັງ​ແດ່​ທີ່​ເປັນ​ຄື​ອາຫານ​ທີ່​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ເຂັ້ມແຂງ?

ພະເຢຊູ​ບອກ​ວ່າ​ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ຈະ “ແຈກ​ຢາຍ​ອາຫານ​ໃຫ້ [ພີ່ນ້ອງ​ຄລິດສະຕຽນ] ຕາມ​ເວລາ​ທີ່​ເໝາະສົມ.” (ມັດທາຍ 24:45​ຂ) ອາຫານ​ທີ່​ເຮົາ​ກິນ​ຈະ​ເຮັດ​ໃຫ້​ເຮົາ​ແຂງແຮງ​ແລະ​ມີ​ສຸຂະພາບ​ທີ່​ດີ ຄວາມ​ຮູ້​ທີ່​ມາ​ຈາກ​ພະເຈົ້າ​ກໍ​ເປັນ​ຄື​ອາຫານ​ທີ່​ຈະ​ເຮັດ​ໃຫ້​ຄວາມເຊື່ອ​ເຂັ້ມແຂງ ເພື່ອ​ເຮົາ​ຈະ​ພັກດີ​ຕໍ່​ພະເຢໂຫວາ​ໄດ້​ແລະ​ພ້ອມ​ຈະ​ເຮັດ​ວຽກ​ມອບໝາຍ​ທີ່​ພະເຢຊູ​ໃຫ້​ເຮົາ​ເຮັດ. (1 ຕີໂມທຽວ 4:6) ເຮົາ​ໄດ້​ຮັບ​ຄວາມ​ຮູ້​ເຫຼົ່ານີ້​ຈາກ​ການ​ປະຊຸມ​ປະຊາຄົມ ການ​ປະຊຸມ​ໝວດ ການ​ປະຊຸມ​ພາກ ແລະ​ຜ່ານ​ທາງ​ໜັງສື ວິດີໂອ ແລະ​ສື່​ຕ່າງໆ ຄວາມ​ຮູ້​ທັງໝົດ​ນີ້​ຊ່ວຍ​ໃຫ້​ເຮົາ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ໃຫ້​ຮູ້​ວ່າ​ເພິ່ນ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ເຫດຜົນ​ວ່າ​ເປັນຫຍັງ​ຕ້ອງ​ມີ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ຫຼື​ຄະນະ​ກຳມະການ​ປົກຄອງ.

ຄະນະ​ກຳມະການ​ປົກຄອງ​ຈັດ​ກຽມ​ຄວາມ​ຮູ້​ທີ່​ມາ​ຈາກ​ພະເຈົ້າ ໃຫ້​ການ​ຊີ້ນຳ ແລະ​ຄອຍ​ຊ່ວຍເຫຼືອ​ພະຍານ​ພະເຢໂຫວາ​ຕະຫຼອດ​ທົ່ວ​ໂລກ

3. ຄົນ​ຂອງ​ພະເຢໂຫວາ​ຕ້ອງ​ມີ​ອົງການ​ທີ່​ເປັນ​ລະບຽບ

ພະເຢຊູ​ຊີ້ນຳ​ຄະນະ​ກຳມະການ​ປົກຄອງ​ໃຫ້​ເບິ່ງ​ແຍງ​ວຽກ​ຕ່າງໆ​ຂອງ​ພະຍານ​ພະເຢໂຫວາ. ແລະ​ເພິ່ນ​ກໍ​ໃຊ້​ວິທີ​ຄ້າຍ​ຄື​ກັນ​ນີ້​ເພື່ອ​ຊີ້ນຳ​ຄລິດສະຕຽນ​ລຸ້ນ​ທຳອິດ​ນຳ. ເປີດ​ວິດີໂອ.

ອ່ານ 1 ໂກຣິນໂທ 14:33, 40 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ທີ່​ອ່ານ​ໄປ ເປັນຫຍັງ​ເຮົາ​ຈຶ່ງ​ຮູ້​ວ່າ​ພະເຢໂຫວາ​ຢາກ​ໃຫ້​ພະຍານ​ຂອງ​ເພິ່ນ​ມີ​ອົງການ​ທີ່​ເປັນ​ລະບຽບ?

4. ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ເບິ່ງ​ແຍງ​ວຽກ​ປະກາດ​ໃຫ້​ເປັນ​ລະບຽບ

ວຽກ​ສຳຄັນ​ທີ່ສຸດ​ທີ່​ຄລິດສະຕຽນ​ລຸ້ນ​ທຳອິດ​ເຮັດ​ກໍ​ຄື​ວຽກ​ປະກາດ. ອ່ານ​ກິດຈະການ 8:14, 25 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ສະໄໝ​ຄລິດສະຕຽນ​ລຸ້ນ​ທຳອິດ ໃຜ​ມີ​ໜ້າທີ່​ເບິ່ງ​ແຍງ​ວຽກ​ປະກາດ?

  • ເປໂຕ​ແລະ​ໂຢຮັນ​ເຮັດ​ແນວໃດ​ເມື່ອ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ອັກຄະສາວົກ​ຄົນ​ອື່ນໆ?

ວຽກ​ສຳຄັນ​ທີ່ສຸດ​ທີ່​ຄະນະ​ກຳມະການ​ປົກຄອງ​ເບິ່ງ​ແຍງ​ໃຫ້​ເປັນ​ລະບຽບ​ກໍ​ຄື​ວຽກ​ປະກາດ. ເປີດ​ວິດີໂອ.

ພະເຢຊູ​ບອກ​ວ່າ​ວຽກ​ປະກາດ​ເປັນ​ວຽກ​ທີ່​ສຳຄັນ​ຫຼາຍ. ອ່ານ​ມາຣະໂກ 13:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ກັບ​ວຽກ​ປະກາດ?

  • ເປັນຫຍັງ​ວຽກ​ປະກາດ​ທົ່ວ​ໂລກ​ຕ້ອງ​ມີ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ຄອຍ​ເບິ່ງ​ແຍງ​ໃຫ້​ເປັນ​ລະບຽບ?

5. ທາດ​ທີ່​ສັດຊື່​ແລະ​ສຸຂຸມ​ຄອຍ​ໃຫ້​ການ​ຊີ້ນຳ

ຄະນະ​ກຳມະການ​ປົກຄອງ​ໃຫ້​ການ​ຊີ້ນຳ​ຄລິດສະຕຽນ​ທົ່ວ​ໂລກ. ແຕ່​ເຂົາເຈົ້າ​ຮູ້​ໄດ້​ແນວໃດ​ວ່າ​ຈະ​ຊີ້ນຳ​ແບບ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄະນະ​ກຳມະການ​ປົກຄອງ​ໃນ​ສະໄໝ​ຄລິດສະຕຽນ​ລຸ້ນ​ທຳອິດ​ເຮັດ​ແນວໃດ. ອ່ານ​ກິດຈະການ 15:1, 2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄລິດສະຕຽນ​ລຸ້ນ​ທຳອິດ​ໂຕ້​ຖຽງ​ກັນ​ເລື່ອງ​ຫຍັງ?

  • ແລ້ວ​ໂປໂລ ບາຣະນາບາ ແລະ​ພີ່ນ້ອງ​ຄົນອື່ນໆ​ໄປ​ຂໍ​ການ​ຊີ້ນຳ​ຈາກ​ໃຜ?

ອ່ານ​ກິດຈະການ 15:12-18, 23-29 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ກ່ອນ​ທີ່​ຄະນະ​ກຳມະການ​ປົກຄອງ​ຈະ​ຕັດສິນໃຈ ເຂົາເຈົ້າ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະເຈົ້າ?—ເບິ່ງ​ຂໍ້ 12, 15 ແລະ 28

ອ່ານ​ກິດຈະການ 15:30, 31 ແລະ 16:4, 5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເມື່ອ​ຄລິດສະຕຽນ​ລຸ້ນ​ທຳອິດ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ຄະນະ​ກຳມະການ​ປົກຄອງ ເຂົາເຈົ້າ​ຮູ້ສຶກ​ແນວໃດ? ແລະ​ເຂົາເຈົ້າ​ເຮັດ​ຫຍັງ?

  • ເມື່ອ​ເຂົາເຈົ້າ​ເຮັດ​ຕາມ​ການ​ຊີ້ນຳ ພະເຢໂຫວາ​ອວຍພອນ​ເຂົາເຈົ້າ​ແນວໃດ?

ອ່ານ 2 ຕີໂມທຽວ 3:16 ແລະ​ຢາໂກໂບ 1:5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເມື່ອ​ຄະນະ​ກຳມະການ​ປົກຄອງ​ໃນ​ທຸກ​ມື້​ນີ້​ມີ​ເລື່ອງ​ທີ່​ຕ້ອງ​ຕັດສິນໃຈ ເຂົາເຈົ້າ​ເພິ່ງ​ການ​ຊີ້ນຳ​ຈາກ​ໃສ?

ບາງຄົນ​ເວົ້າ​ວ່າ: “ບໍ່​ຕ້ອງ​ໄປ​ເຊື່ອ​ຄະນະ​ກຳມະການ​ປົກຄອງ​ດອກ ເຂົາເຈົ້າ​ກໍ​ເປັນ​ຄົນ​ທຳມະດາ​ຄື​ເຮົານີ້ແຫຼະ.”

  • ເປັນຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ພະເຢຊູ​ຊີ້ນຳ​ຄະນະ​ກຳມະການ​ປົກຄອງ?

ສະຫຼຸບ

ຄະນະ​ກຳມະການ​ປົກຄອງ​ແມ່ນ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ພະຄລິດ. ເຂົາເຈົ້າ​ຄອຍ​ໃຫ້​ການ​ຊີ້ນຳ​ແລະ​ຈັດ​ກຽມ​ຄວາມ​ຮູ້​ທີ່​ມາ​ຈາກ​ພະເຈົ້າ​ໃຫ້​ກັບ​ຄລິດສະຕຽນ​ທີ່​ຢູ່​ທົ່ວ​ໂລກ.

ຄຳຖາມ​ທົບ​ທວນ

  • ໃຜ​ແຕ່ງຕັ້ງ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ”?

  • ຄະນະ​ກຳມະການ​ປົກຄອງ​ເບິ່ງ​ແຍງ​ເຮົາ​ແນວໃດ?

  • ເຈົ້າ​ເຊື່ອ​ບໍ​ວ່າ​ຄະນະ​ກຳມະການ​ປົກຄອງ​ແມ່ນ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ”?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ຄະນະ​ກຳມະການ​ປົກຄອງ​ເຮັດ​ວຽກ​ແນວໃດ.

“ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະເຢໂຫວາ​ແມ່ນ​ໃຜ?” (ບົດ​ຄວາມ​ໃນ​ເວັບໄຊ)

ຄະນະ​ກຳມະການ​ປົກຄອງ​ເຮັດ​ແນວໃດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮູ້​ທີ່​ຖືກຕ້ອງ.

ຜະລິດ​ຄວາມ​ຮູ້​ທີ່​ຖືກຕ້ອງ (17:18)

ຄະນະ​ກຳມະການ​ປົກຄອງ​ຮູ້ສຶກ​ແນວໃດ​ກັບ​ວຽກ​ທີ່​ພະເຢຊູ​ມອບໝາຍ​ໃຫ້​ເຂົາເຈົ້າ​ເຮັດ?

ສິດທິພິເສດ​ທີ່​ມີຄ່າ​ຫຼາຍ (7:04)

ເປັນຫຍັງ​ການ​ປະຊຸມ​ປະຊາຄົມ​ແລະ​ການ​ປະຊຸມ​ໃຫຍ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະເຢໂຫວາ​ຊີ້ນຳ​ຄະນະ​ກຳມະການ​ປົກຄອງ?

ພະເຢໂຫວາ​ສອນ​ປະຊາຊົນ​ຂອງ​ເພິ່ນ (9:39)