ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 57

ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ເຮັດ​ຜິດ​ຮ້າຍແຮງ?

ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ເຮັດ​ຜິດ​ຮ້າຍແຮງ?

ເຖິງ​ເຈົ້າ​ຈະ​ຮັກ​ພະເຢໂຫວາ​ຫຼາຍ​ແລະ​ຕັ້ງໃຈ​ຈະ​ບໍ່​ເຮັດ​ໃຫ້​ເພິ່ນ​ເສຍໃຈ ແຕ່​ບາງ​ຄັ້ງ​ເຈົ້າ​ກໍ​ອາດ​ເຮັດ​ຜິດ​ພາດ. ຄວາມ​ຜິດ​ບາງ​ຢ່າງ​ກໍ​ເປັນ​ພຽງ​ເລື່ອງ​ເລັກໆ​ນ້ອຍໆ ແຕ່​ບາງ​ຢ່າງ​ກໍ​ເປັນ​ຄວາມ​ຜິດ​ຮ້າຍແຮງ. (1 ໂກຣິນໂທ 6:9, 10) ເຖິງ​ວ່າ​ເຈົ້າ​ຈະ​ເຮັດ​ຜິດ​ຮ້າຍແຮງ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ກໍ​ຍັງ​ຮັກ​ເຈົ້າ ເພິ່ນ​ພ້ອມ​ຈະ​ໃຫ້​ອະໄພ​ແລະ​ຊ່ວຍ​ເຈົ້າ.

1. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ?

ຄົນ​ທີ່​ຮັກ​ພະເຢໂຫວາ​ຄື​ຊິ​ຮູ້ສຶກ​ເສຍໃຈ​ຫຼາຍ​ເມື່ອ​ເຂົາເຈົ້າ​ໄດ້​ເຮັດ​ຜິດ​ຮ້າຍແຮງ. ແຕ່​ເຂົາເຈົ້າ​ຈະ​ໄດ້​ກຳລັງໃຈ​ຈາກ​ຄຳ​ສັນຍາ​ຂອງ​ພະເຢໂຫວາ​ທີ່​ໃຫ້​ໄວ້​ກັບ​ຄົນ​ຂອງ​ເພິ່ນ ທີ່​ບອກ​ວ່າ: “ເຖິງ​ບາບ​ຂອງ​ພວກເຈົ້າ​ຈະ​ແດງ​ກ່ຳ ເຮົາ​ຈະ​ເຮັດ​ໃຫ້​ຂາວ​ຄື​ກັບ​ຫິມະ.” (ເອຊາອີ 1:18, ລ.ມ.) ຖ້າ​ເຮົາ​ກັບໃຈ​ແທ້ໆ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ​ແນ່ນອນ. ເຮົາ​ຕ້ອງ​ເຮັດ​ແນວໃດ​ແດ່​ເພື່ອ​ສະແດງ​ວ່າ​ເຮົາ​ກັບໃຈ? ເຮົາ​ຕ້ອງ​ຮູ້ສຶກ​ເສຍໃຈ​ແທ້ໆ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລະ​ເຊົາ​ເຮັດ​ສິ່ງ​ນັ້ນ ແລະ​ຂໍ​ໃຫ້​ພະເຢໂຫວາ​ຍົກ​ໂທດ​ໃຫ້​ເຮົາ. ຈາກ​ນັ້ນ ເຮົາ​ຕ້ອງ​ພະຍາຍາມ​ປ່ຽນ​ຄວາມຄິດ​ຫຼື​ນິດໄສ​ທີ່​ບໍ່​ດີ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ກັບ​ໄປ​ເຮັດ​ຜິດ​ອີກ ແລະ​ເຮົາ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ.—ອ່ານ​ເອຊາອີ 55:6, 7

2. ພະເຢໂຫວາ​ໃຫ້​ຜູ້​ດູແລ​ຊ່ວຍ​ເຮົາ​ແນວໃດ​ເມື່ອ​ເຮົາ​ເຮັດ​ຜິດ?

ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ພະເຢໂຫວາ​ບອກ​ເຮົາ​ໃຫ້ “ເຊີນ​ພວກ​ຜູ້​ດູແລ​ໃນ​ປະຊາຄົມ​ມາ​ຫາ.” (ອ່ານ​ຢາໂກໂບ 5:14, 15) ຜູ້​ດູແລ​ເຫຼົ່ານີ້​ຮັກ​ພະເຢໂຫວາ​ແລະ​ຮັກ​ຄົນ​ທີ່​ຮັບໃຊ້​ເພິ່ນ. ເຂົາເຈົ້າ​ໄດ້​ຮັບ​ການ​ຝຶກ​ຢ່າງ​ດີ​ເພື່ອ​ຈະ​ຮູ້​ວິທີ​ຊ່ວຍ​ເຮົາ​ໃຫ້​ກັບ​ມາ​ສະໜິດ​ກັບ​ພະເຢໂຫວາ​ອີກ​ຄັ້ງ.—ຄາລາເຕຍ 6:1

ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ຜູ້​ດູແລ​ຈະ​ຊ່ວຍ​ເຮົາ​ແນວໃດ? ອາດ​ມີການ​ມອບໝາຍ​ຜູ້​ດູແລ​ສອງ​ຫຼື​ສາມ​ຄົນ​ໃຫ້​ຊ່ວຍ​ເຮົາ. ເຂົາເຈົ້າ​ຈະ​ໃຫ້​ຄຳແນະນຳ​ຈາກ​ຄຳພີໄບເບິນ​ແລະ​ກະຕຸ້ນ​ໃຫ້​ເຮົາ​ປ່ຽນແປງ​ໂຕເອງ​ເພື່ອ​ເຮົາ​ຈະ​ບໍ່​ກັບ​ໄປ​ເຮັດ​ຜິດ​ຊ້ຳ​ອີກ. ແລະ​ຜູ້​ດູແລ​ອາດ​ຕັດສິນ​ບໍ່​ໃຫ້​ເຮົາ​ເຮັດ​ກິດຈະກຳ​ບາງ​ຢ່າງ​ໃນ​ປະຊາຄົມ​ຄລິດສະຕຽນ​ໄລຍະ​ໜຶ່ງ​ຈົນ​ກວ່າ​ເຮົາ​ຈະ​ມີ​ຄວາມເຊື່ອ​ເຂັ້ມແຂງ​ອີກ​ເທື່ອ​ໜຶ່ງ. ຖ້າ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍແຮງ​ແລະ​ບໍ່​ກັບໃຈ ຜູ້​ດູແລ​ຈະ​ຕ້ອງ​ຕັດ​ສຳພັນ​ລາວ ເພື່ອ​ບໍ່​ໃຫ້​ຄົນ​ນັ້ນ​ມີ​ອິດທິພົນ​ທີ່​ບໍ່​ດີ​ຕໍ່​ພີ່ນ້ອງ​ຄົນອື່ນໆ​ໃນ​ປະຊາຄົມ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເມື່ອ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຈະ​ເຂົ້າໃຈ​ແລະ​ເຫັນຄ່າ​ການ​ຊ່ວຍເຫຼືອ​ຂອງ​ພະເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວໃດ.

3. ເຮົາ​ຈະ​ກັບ​ມາ​ສະໜິດ​ກັບ​ພະເຢໂຫວາ​ໄດ້​ອີກ​ຄັ້ງ​ຖ້າ​ເຮົາ​ສາລະພາບ​ຄວາມ​ຜິດ

ຖ້າ​ເຮົາ​ເຮັດ​ຜິດ ເຮົາ​ກໍ​ກຳລັງ​ເຮັດ​ໃຫ້​ພະເຢໂຫວາ​ເສຍໃຈ ດັ່ງນັ້ນ ເຮົາ​ຕ້ອງ​ຂ້ຽວ​ສາລະພາບ​ຄວາມ​ຜິດ​ຕໍ່​ເພິ່ນ​ທັນທີ. ອ່ານ​ຄຳເພງ 32:1-5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ແທນ​ທີ່​ຈະ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ຂອງ​ເຮົາ ເປັນຫຍັງ​ຈຶ່ງ​ເປັນ​ເລື່ອງ​ດີ​ທີ່​ເຮົາ​ຈະ​ຂ້ຽວ​ສາລະພາບ​ຄວາມ​ຜິດ​ຕໍ່​ພະເຢໂຫວາ?

ນອກ​ຈາກ​ການ​ສາລະພາບ​ຄວາມ​ຜິດ​ຕໍ່​ພະເຢໂຫວາ​ແລ້ວ ອີກ​ສິ່ງ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ດີ​ຂຶ້ນ ກໍ​ຄື​ການ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຜູ້​ດູແລ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ວິດີໂອ ຜູ້​ດູແລ​ຊ່ວຍ​ເຄັນນ໋ອນ​ແນວໃດ​ໃຫ້​ກັບ​ມາ​ຫາ​ພະເຢໂຫວາ?

ຜູ້​ດູແລ​ພ້ອມ​ຈະ​ຊ່ວຍ​ເຮົາ ດັ່ງນັ້ນ ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ໃຫ້​ເຮົາ​ບອກ​ຄວາມ​ຈິງ​ທັງໝົດ​ກັບ​ຜູ້​ດູແລ. ອ່ານ​ຢາໂກໂບ 5:16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ຜູ້​ດູແລ​ຈະ​ຊ່ວຍ​ເຮົາ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ບອກ​ຄວາມ​ຈິງ​ທັງໝົດ​ກັບ​ເຂົາເຈົ້າ?

ສາລະພາບ​ຄວາມ​ຜິດ​ຂອງ​ເຈົ້າ ເລົ່າ​ຄວາມ​ຈິງ​ທັງໝົດ​ໃຫ້​ຜູ້​ດູແລ​ຟັງ ແລະ​ຍອມ​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ​ເພາະ​ເພິ່ນ​ຮັກ​ເຈົ້າ

4. ການ​ຕັດ​ສຳພັນ​ມີ​ປະໂຫຍດ​ແນວໃດ?

ຖ້າ​ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ບໍ່​ຍອມ​ກັບໃຈ​ແລະ​ບໍ່​ຍອມ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ ລາວ​ຈະ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ອີກ​ຕໍ່ໄປ. ລາວ​ຈະ​ຖືກ​ຕັດ​ສຳພັນ​ແລະ​ເຮົາ​ຈະ​ບໍ່​ຫຍຸ້ງ​ກ່ຽວ​ຫຼື​ເວົ້າ​ລົມ​ກັບ​ລາວ. ອ່ານ 1 ໂກຣິນໂທ 5:6, 11 ແລະ 2 ໂຢຮັນ 9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄື​ກັບ​ເຊື້ອ​ເຂົ້າຈີ່​ທີ່​ເຮັດ​ໃຫ້​ແປ້ງ​ຟູ​ຂຶ້ນ ການ​ຫຍຸ້ງ​ກ່ຽວ​ຫຼື​ເວົ້າ​ລົມ​ກັບ​ຄົນ​ທີ່​ເຮັດ​ຜິດ​ແຕ່​ບໍ່​ຍອມ​ກັບໃຈ ຈະ​ມີ​ຜົນ​ແນວໃດ​ຕໍ່​ປະຊາຄົມ?

ຫຼາຍ​ຄົນ​ທີ່​ເຄີຍ​ຖືກ​ຕັດ​ສຳພັນ​ໄດ້​ກັບ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ອີກ​ຄັ້ງ ເຖິງ​ວ່າ​ການ​ຕັດ​ສຳພັນ​ຈະ​ເຮັດ​ໃຫ້​ຮູ້ສຶກ​ເຈັບ​ປວດ ແຕ່​ກໍ​ຊ່ວຍ​ໃຫ້​ເຂົາເຈົ້າ​ສຳນຶກ​ຜິດ. (ຄຳເພງ 141:5) ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ວິດີໂອ ການ​ຕັດ​ສຳພັນ​ຊ່ວຍ​ຊອນ​ຢາ​ແນວໃດ?

ເປັນຫຍັງ​ການ​ຕັດ​ສຳພັນ​ຈຶ່ງ . . .

  • ເຮັດ​ໃຫ້​ຊື່​ຂອງ​ພະເຢໂຫວາ​ໄດ້​ຮັບ​ກຽດ?

  • ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ​ແລະ​ເພິ່ນ​ຮັກ​ເຮົາ?

5. ພະເຢໂຫວາ​ຈະ​ໃຫ້​ອະໄພ​ຖ້າ​ເຮົາ​ກັບໃຈ

ພະເຢຊູ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ຮູ້ສຶກ​ແນວໃດ​ເມື່ອ​ຄົນ​ໜຶ່ງ​ກັບໃຈ. ອ່ານ​ລູກາ 15:1-7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະເຢໂຫວາ?

ອ່ານ​ເອເຊກຽນ 33:11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສະແດງ​ວ່າ​ເຮົາ​ກັບໃຈ​ແທ້ໆ?

ພະເຢໂຫວາ​ເປັນ​ຄື​ຜູ້​ລ້ຽງ​ແກະ ເພິ່ນ​ຫ່ວງໃຍ​ແກະ​ຂອງ​ເພິ່ນ​ຫຼາຍ

ບາງຄົນ​ເວົ້າ​ວ່າ: “ຂ້ອຍ​ບໍ່​ກ້າ​ບອກ​ຜູ້​ດູແລ​ດອກ​ວ່າ​ຂ້ອຍ​ເຮັດ​ຫຍັງ​ຜິດ ດຽວ​ຊິ​ຖືກ​ຕັດ​ສຳພັນ.”

  • ຖ້າ​ມີ​ຄົນ​ຄິດ​ແບບ​ນີ້ ເຈົ້າ​ຈະ​ເວົ້າ​ກັບ​ລາວ​ແນວໃດ?

ສະຫຼຸບ

ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ແຕ່​ເຮົາ​ຮູ້ສຶກ​ເສຍໃຈ​ແທ້ໆ​ແລະ​ຕັ້ງໃຈ​ທີ່​ຈະ​ບໍ່​ເຮັດ​ຜິດ​ອີກ ພະເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ.

ຄຳຖາມ​ທົບ​ທວນ

  • ເປັນຫຍັງ​ຈຶ່ງ​ດີ​ທີ່​ເຮົາ​ຈະ​ສາລະພາບ​ຄວາມ​ຜິດ​ຕໍ່​ພະເຢໂຫວາ?

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ?

  • ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເປັນຫຍັງ​ເຮົາ​ຄວນ​ຂໍ​ໃຫ້​ຜູ້​ດູແລ​ຊ່ວຍ​ເຮົາ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ພະເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຊາຍ​ຄົນ​ໜຶ່ງ​ແນວໃດ​ຄື​ກັບ​ທີ່​ບອກ​ໄວ້​ໃນ​ເອຊາອີ 1:18.

ໝັ້ນໃຈ​ໃນ​ຄວາມ​ເມດຕາ​ຂອງ​ພະເຢໂຫວາ (5:02)

ເຈົ້າ​ຈະ​ອະທິບາຍ​ເລື່ອງ​ການ​ຕັດ​ສຳພັນ​ແນວໃດ​ໃຫ້​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະເຢໂຫວາ​ເຂົ້າໃຈ.

“ພະຍານ​ພະເຢໂຫວາ​ເຊົາ​ຄົບຫາ​ກັບ​ຄົນ​ທີ່​ເຄີຍ​ຢູ່​ໃນ​ສາສະໜາ​ຂອງ​ເຂົາເຈົ້າ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ອ່ານ​ເລື່ອງ “ຂ້ອຍ​ຕ້ອງ​ກັບ​ໄປ​ຫາ​ພະເຢໂຫວາ” ເພື່ອ​ເບິ່ງ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ອອກ​ໄປ​ຈາກ​ຄວາມ​ຈິງ​ຮູ້ສຶກ​ແນວໃດ​ເມື່ອ​ພະເຢໂຫວາ​ຊ່ວຍ​ລາວ​ໃຫ້​ກັບຄືນມາ​ຫາ​ເພິ່ນ.

“ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ເມສາ 2012)