ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດທີ 58

ສັດຊື່​ພັກດີ​ຕໍ່​ພະເຢໂຫວາ​ສະເໝີ

ສັດຊື່​ພັກດີ​ຕໍ່​ພະເຢໂຫວາ​ສະເໝີ

ຄລິດສະຕຽນ​ແທ້​ຕັ້ງໃຈ​ຄັກ​ແນ່​ວ່າ​ຈະ​ບໍ່​ໃຫ້​ໃຜ​ຫຼື​ອັນ​ໃດ​ມາ​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ນະມັດສະການ​ພະເຢໂຫວາ. ເຈົ້າ​ເອງ​ກໍ​ຄື​ຊິ​ຕັ້ງໃຈ​ທີ່​ຈະ​ພັກດີ​ຕໍ່​ພະເຢໂຫວາ​ຄື​ກັນ. ແລະ​ເພິ່ນ​ກໍ​ເບິ່ງ​ວ່າ​ຄວາມ​ສັດຊື່​ພັກດີ​ຂອງ​ເຈົ້າ​ມີຄ່າ​ຫຼາຍ. (ອ່ານ 1 ຂ່າວຄາວ 28:9) ແຕ່​ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ຍາກ​ທີ່​ເຈົ້າ​ຈະ​ພັກດີ​ຕໍ່​ພະເຢໂຫວາ​ສະເໝີ ແລະ​ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮັບ​ມື​ໄດ້?

1. ຄົນອື່ນ​ອາດ​ເຮັດ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ພັກດີ​ຕໍ່​ພະເຢໂຫວາ?

ບາງຄົນ​ອາດ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະເຢໂຫວາ. ຄົນ​ພວກ​ນັ້ນ​ແມ່ນ​ໃຜ? ເຂົາເຈົ້າ​ແມ່ນ​ຄົນ​ທີ່​ທໍລະຍົດ​ພະເຈົ້າ. ເຂົາເຈົ້າ​ເຊົາ​ຮັບໃຊ້​ພະເຢໂຫວາ ແລະ​ຕອນນີ້​ກຳລັງ​ເວົ້າ​ຕົວະ​ກ່ຽວກັບ​ອົງການ​ຂອງ​ເພິ່ນ​ເພື່ອ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ອ່ອນແອ​ລົງ​ແລະ​ເຊົາ​ຮັບໃຊ້​ພະເຢໂຫວາ​ຄື​ກັບ​ເຂົາເຈົ້າ. ສ່ວນ​ຜູ້​ນຳ​ສາສະໜາ​ບາງຄົນ​ກໍ​ເຜີຍ​ແພ່​ຂໍ້​ມູນ​ທີ່​ບໍ່​ຖືກຕ້ອງ​ກ່ຽວກັບ​ພວກ​ເຮົາ ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ກໍ​ອາດ​ຫຼົງ​ເຊື່ອ​ເຂົາເຈົ້າ​ແລະ​ເຊົາ​ຮັບໃຊ້​ພະເຢໂຫວາ. ດັ່ງນັ້ນ ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ​ທີ່​ເຮົາ​ຈະ​ໄປ​ໂຕ້​ຕອບ​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ພັກດີ​ຕໍ່​ພະເຈົ້າ ເຮົາ​ບໍ່​ຄວນ​ອ່ານ​ໜັງສື ອ່ານ​ກະທູ້​ຫຼື​ບົດ​ຄວາມ​ເທິງ​ອິນເຕີເນັດ ເຂົ້າ​ເວັບໄຊ ຫຼື​ເບິ່ງ​ວິດີໂອ​ຂອງ​ເຂົາເຈົ້າ. ພະເຢຊູ​ເວົ້າ​ເຖິງ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ເຮົາ​ບໍ່​ພັກດີ​ຕໍ່​ພະເຢໂຫວາ ເພິ່ນ​ບອກ​ວ່າ “ປ່ອຍ​ພວກ​ເຂົາ​ໄປ​ໂລດ ພວກ​ເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາ​ບອດ ຖ້າ​ຄົນ​ຕາ​ບອດ​ນຳ​ທາງ​ຄົນ​ຕາ​ບອດ ທັງ​ສອງ​ຄົນ​ຈະ​ພາກັນ​ຕົກ​ຂຸມ.”ມັດທາຍ 15:14

ແຕ່​ຈະ​ເຮັດ​ແນວໃດ​ຖ້າ​ມີ​ພະຍານ​ພະເຢໂຫວາ​ບາງຄົນ​ທີ່​ເຮົາ​ຮູ້ຈັກ​ຕັດສິນໃຈ​ວ່າ​ລາວ​ບໍ່​ຢາກ​ຮັບໃຊ້​ພະເຢໂຫວາ​ອີກ​ຕໍ່ໄປ? ເຮົາ​ຄື​ຊິ​ເສຍໃຈ​ຫຼາຍ​ຖ້າ​ຄົນ​ໃກ້ຊິດ​ເຮົາ​ເຮັດ​ແບບນັ້ນ. ລາວ​ອາດ​ບີບ​ບັງຄັບ​ໃຫ້​ເຮົາ​ເລືອກ​ລະຫວ່າງ​ລາວ​ກັບ​ພະເຢໂຫວາ. ຖ້າ​ເປັນ​ແນວ​ນັ້ນ ເຮົາ​ຕ້ອງ​ພັກດີ​ຕໍ່​ພະເຢໂຫວາ​ສະເໝີ. (ມັດທາຍ 10:37) ດັ່ງນັ້ນ ເຮົາ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຢໂຫວາ​ທີ່​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ຄົນ​ແບບນັ້ນ.—ອ່ານ 1 ໂກຣິນໂທ 5:11

2. ເຮົາ​ຈະ​ຕັດສິນໃຈ​ແນວໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ພັກດີ​ຕໍ່​ພະເຢໂຫວາ?

ຍ້ອນ​ເຮົາ​ຮັກ​ພະເຢໂຫວາ ເຮົາ​ກໍ​ເລີຍ​ບໍ່​ຢາກ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ. ດັ່ງນັ້ນ ບໍ່​ວ່າ​ເຮົາ​ຈະ​ເຮັດ​ວຽກ​ຫຍັງ ຢູ່​ໃນ​ອົງກອນ​ໃດ ຫຼື​ເຮັດ​ກິດຈະກຳ​ຫຍັງ ເຮົາ​ກໍ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ. ພະເຢໂຫວາ​ເຕືອນ​ເຮົາ​ວ່າ: “ປະຊາຊົນ​ຂອງ​ເຮົາ ພວກເຈົ້າ​ຕ້ອງ​ອອກ​ຈາກ [ບາບີໂລນ​ໃຫຍ່].”ພະນິມິດ 18:2, 4

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຄົນອື່ນ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ພັກດີ​ຕໍ່​ພະເຢໂຫວາ​ໄດ້​ແນວໃດ. ແລະ​ການ​ອອກ​ຈາກ​ບາບີໂລນ​ໃຫຍ່​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ພັກດີ​ຕໍ່​ພະເຢໂຫວາ​ແນວໃດ.

3. ລະວັງ​ຄົນ​ທີ່​ສອນ​ຜິດໆ​

ເຮົາ​ຈະ​ເຮັດ​ແນວໃດ​ຖ້າ​ເຮົາ​ໄດ້​ຍິນ​ເລື່ອງ​ໃນ​ແງ່​ລົບ​ກ່ຽວກັບ​ອົງການ​ຂອງ​ພະເຢໂຫວາ? ອ່ານ​ສຸພາສິດ 14:15 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເປັນຫຍັງ​ເຮົາ​ບໍ່​ຄວນ​ເຊື່ອ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ທັນທີ?

ອ່ານ 2 ໂຢຮັນ 10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ນີ້ ເຮົາ​ຄວນ​ຫຍຸ້ງ​ກ່ຽວກັບ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ບໍ? ຍ້ອນຫຍັງ?

  • ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ລົມ​ກັບ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ໂດຍ​ກົງ ແຕ່​ເຮົາ​ອາດ​ເຮັດ​ຫຍັງ​ທີ່​ເປັນ​ຄື​ກັບ​ວ່າ​ເຮົາ​ກຳລັງ​ຟັງ​ຄຳ​ສອນ​ຂອງ​ເຂົາເຈົ້າ?

  • ເຈົ້າ​ຄິດ​ວ່າ​ພະເຢໂຫວາ​ຈະ​ຮູ້ສຶກ​ແນວໃດ​ຖ້າ​ເຮົາ​ຟັງ​ຄຳເວົ້າ​ໃນ​ແງ່​ລົບ​ກ່ຽວກັບ​ເພິ່ນ​ແລະ​ອົງການ​ຂອງ​ເພິ່ນ?

4. ເມື່ອ​ພີ່ນ້ອງ​ເຮັດ​ຜິດ​ເຮົາ​ຈະ​ພັກດີ​ຕໍ່​ພະເຢໂຫວາ​ໄດ້​ແນວໃດ?

ຖ້າ​ເຮົາ​ຮູ້​ວ່າ​ມີ​ພີ່ນ້ອງ​ບາງຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຕ້ອງ​ເຮັດ​ຫຍັງ? ໃຫ້​ເຮົາ​ມາ​ເບິ່ງ​ຫຼັກການ​ຈາກ​ກົດໝາຍ​ຂອງ​ພະເຈົ້າ​ທີ່​ໃຫ້​ກັບ​ຊາດ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ. ອ່ານ​ລະບຽບພວກເລວີ 5:1.

ຂໍ້​ຄຳພີ​ນີ້​ບອກ​ວ່າ ຖ້າ​ເຮົາ​ຮູ້​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຕ້ອງ​ໄປ​ບອກ​ຜູ້​ດູແລ. ແຕ່​ກ່ອນ​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຈະ​ສະແດງ​ວ່າ​ເຮົາ​ຮັກ​ລາວ​ໂດຍ​ຂໍ​ໃຫ້​ລາວ​ໄປ​ຫາ​ຜູ້​ດູແລ​ແລະ​ສາລະພາບ​ຄວາມ​ຜິດ​ນັ້ນ​ດ້ວຍ​ໂຕເອງ. ຖ້າ​ລາວ​ບໍ່​ຍອມ​ໄປ​ຫາ​ຜູ້​ດູແລ ເຮົາ​ຕ້ອງ​ສະແດງ​ຄວາມ​ພັກດີ​ຕໍ່​ພະເຢໂຫວາ​ໂດຍ​ໄປ​ບອກ​ເລື່ອງ​ນັ້ນ​ໃຫ້​ຜູ້​ດູແລ​ຮູ້. ເປັນຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ເປັນ​ການ​ສະແດງ​ຄວາມ​ຮັກ​ຕໍ່ . . .

  • ພະເຢໂຫວາ?

  • ຄົນ​ທີ່​ເຮັດ​ຜິດ?

  • ພີ່ນ້ອງ​ຄົນອື່ນ​ໃນ​ປະຊາຄົມ?

ຖ້າ​ພີ່ນ້ອງ​ຄລິດສະຕຽນ​ກຳລັງ​ມີ​ບັນຫາ ເຈົ້າ​ຕ້ອງ​ຊ່ວຍ​ລາວ!

5. ຢ່າ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ບາບີໂລນ​ໃຫຍ່

ອ່ານ​ລູກາ 4:8 ແລະ​ພະນິມິດ 18:4, 5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຈົ້າ​ຍັງ​ມີ​ສ່ວນ​ຮ່ວມ​ກັບ​ພິທີ​ກຳ​ຫຼື​ກິດຈະກຳ​ຂອງ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ຢູ່​ບໍ?

  • ເຈົ້າ​ຍັງ​ເປັນ​ສະມາຊິກ​ຂອງ​ອົງກອນ​ທີ່​ກ່ຽວຂ້ອງ​ກັບ​ສາສະໜາ​ເຫຼົ່າ​ນັ້ນ​ຢູ່​ບໍ?

  • ວຽກ​ທີ່​ເຈົ້າ​ເຮັດ​ມີ​ສ່ວນ​ສະໜັບສະໜູນ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ບໍ?

  • ແລ້ວ​ຍັງ​ມີ​ເລື່ອງ​ອື່ນໆ​ອີກ​ບໍ​ທີ່​ເຈົ້າ​ຕ້ອງ​ເຊົາ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

  • ຖ້າ​ມີ​ບາງ​ຂໍ້​ທີ່​ຄຳຕອບ​ຄື​ແມ່ນ ເຈົ້າ​ຄວນ​ຕັດສິນໃຈ​ເຮັດ​ຫຍັງ?

ຖ້າ​ເຈົ້າ​ມີ​ບາງ​ເລື່ອງ​ທີ່​ຕ້ອງ​ປ່ຽນແປງ ຂໍ​ໃຫ້​ເຈົ້າ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ແລະ​ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ ແລະ​ສະແດງ​ວ່າ​ເຈົ້າ​ພັກດີ​ຕໍ່​ພະເຢໂຫວາ.

ເຈົ້າ​ຈະ​ເຮັດ​ແນວໃດ​ຖ້າ​ຖືກ​ຂໍ​ໃຫ້​ບໍລິຈາກ​ເພື່ອ​ການ​ກຸສົນ​ທາງ​ສາສະໜາ?

ບາງຄົນ​ເວົ້າ​ວ່າ: “ເຮົາ​ກໍ​ຕ້ອງ​ຮູ້​ກ່ອນ​ຕົ໋ວ​ວ່າ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ເວົ້າ​ເຖິງ​ພະຍານ​ພະເຢໂຫວາ​ວ່າ​ແນວໃດ ເຮົາ​ຈະ​ໄດ້​ປົກປ້ອງ​ຄວາມເຊື່ອ​ໄດ້.”

  • ເຈົ້າ​ຄິດ​ວ່າ​ການ​ເຮັດ​ແບບນັ້ນ​ດີ​ບໍ? ເປັນຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບນັ້ນ?

ສະຫຼຸບ

ເພື່ອ​ຈະ​ພັກດີ​ຕໍ່​ພະເຢໂຫວາ ເຮົາ​ຕ້ອງ​ບໍ່​ຫຍຸ້ງ​ກ່ຽວກັບ​ຄົນ​ທີ່​ບໍ່​ພັກດີ​ຕໍ່​ເພິ່ນ. ແລະ​ເຮົາ​ຕ້ອງ​ອອກ​ມາ​ຈາກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ.

ຄຳຖາມ​ທົບ​ທວນ

  • ເປັນຫຍັງ​ເຮົາ​ບໍ່​ຄວນ​ເບິ່ງ ອ່ານ ຫຼື​ຟັງ​ເລື່ອງ​ທີ່​ຄົນ​ທໍລະຍົດ​ພະເຈົ້າ​ບອກ?

  • ເຮົາ​ຄວນ​ຫຍຸ້ງ​ກ່ຽວກັບ​ຄົນ​ທີ່​ເຊົາ​ເປັນ​ພະຍານ​ພະເຢໂຫວາ​ບໍ? ຍ້ອນຫຍັງ?

  • ເຮົາ​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ທີ່​ໃຫ້​ອອກ​ມາ​ຈາກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ໄດ້​ແນວໃດ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເຮັດ​ແນວໃດ​ເມື່ອ​ໄດ້​ຍິນ​ເລື່ອງ​ຕົວະ​ກ່ຽວກັບ​ພະຍານ​ພະເຢໂຫວາ.

“ເຈົ້າ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ບໍ?” (ຫໍສັງເກດການ ສິງຫາ 2018)

ເຈົ້າ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ອົງການ​ໃດ​ຫຼື​ກິດຈະກຳ​ຫຍັງ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ບາບີໂລນ​ໃຫຍ່?

“ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຕໍ່ໆ​ໄປ​ໃນ​ໄລຍະ​ທ້າຍໆ​ຂອງ ‘ສະໄໝ​ສຸດທ້າຍ’” (ຫໍສັງເກດການ ຕຸລາ 2019 ຂໍ້ 16-18)

ຄົນ​ທໍລະຍົດ​ພະເຈົ້າ​ເຮັດ​ຫຍັງ​ເພື່ອ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຮົາ​ອ່ອນແອ?

ລະວັງ​ຄຳ​ຫຼອກ​ລວງ (9:32)

ອ່ານ​ເລື່ອງ “ຂ້ອຍ​ສະແຫວງ​ຫາ​ພະເຈົ້າ​ຕັ້ງ​ແຕ່​ຍັງ​ນ້ອຍ” ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ເຮັດ​ໃຫ້​ນັກ​ບວດ​ຊິນໂຕ​ຄົນ​ໜຶ່ງ​ອອກ​ມາ​ຈາກ​ສາສະໜາ​ທີ່​ລາວ​ເຄີຍ​ນັບ​ຖື.

“ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ກໍລະກົດ 2011)