ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ທົບ​ທວນ​ຕອນ 4

ຄຳຖາມ​ທົບ​ທວນ​ຕອນ 4

ລົມ​ກັນ​ກ່ຽວກັບ​ຄຳຖາມ​ຕໍ່ໄປ​ນີ້:

  1. ອ່ານ​ສຸພາສິດ 13:20

    • ເປັນຫຍັງ​ການ​ເລືອກ​ໝູ່​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ?

      (ເບິ່ງ ບົດທີ 48.)

  2. ຄຳພີໄບເບິນ​ໃຫ້​ຄຳແນະນຳ​ຫຍັງ​ກັບ . . .

    • ຜົວ​ແລະ​ເມຍ?

    • ພໍ່​ແມ່​ແລະ​ລູກ?

      (ເບິ່ງ ບົດທີ 49 ແລະ 50.)

  3. ຄຳເວົ້າ​ແບບ​ໃດ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ? ແລະ​ຄຳເວົ້າ​ແບບ​ໃດ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ບໍ່​ພໍໃຈ?

    (ເບິ່ງ ບົດທີ 51.)

  4. ມີ​ຫຼັກການ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໄດ້​ກ່ຽວກັບ​ການ​ເລືອກ​ເຄື່ອງນຸ່ງ​ແລະ​ການ​ແຕ່ງ​ໂຕ?

    (ເບິ່ງ ບົດທີ 52.)

  5. ເຈົ້າ​ຈະ​ເລືອກ​ຄວາມ​ບັນເທີງ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ​ໄດ້​ແນວໃດ?

    (ເບິ່ງ ບົດທີ 53.)

  6. ອ່ານ​ມັດທາຍ 24:45-47

    • “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແມ່ນ​ໃຜ?

      (ເບິ່ງ ບົດທີ 54.)

  7. ເຮົາ​ຈະ​ໃຊ້​ເວລາ ກຳລັງ ແລະ​ຊັບສິນ​ເງິນ​ຄຳ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ໄດ້​ແນວໃດ?

    (ເບິ່ງ ບົດທີ 55.)

  8. ອ່ານ​ຄຳເພງ 133:1

    • ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ຊ່ວຍ​ໃຫ້​ປະຊາຄົມ​ເປັນ​ໜຶ່ງ​ດຽວ​ກັນ​ຫຼາຍ​ຂຶ້ນ?

      (ເບິ່ງ ບົດທີ 56.)

  9. ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພະເຢໂຫວາ?

    (ເບິ່ງ ບົດທີ 57.)

  10. ອ່ານ 1 ຂ່າວຄາວ 28:9 ແລະ​ໄຂ​ເງື່ອນ

    • ຖ້າ​ເຈົ້າ​ເຈິ​ຄົນ​ຕໍ່ຕ້ານ​ຫຼື​ພີ່ນ້ອງ​ທີ່​ເຈົ້າ​ຮູ້ຈັກ​ເຊົາ​ຮັບໃຊ້​ພະເຢໂຫວາ ເຈົ້າ​ຈະ​ຍັງ​ຮັບໃຊ້​ພະເຢໂຫວາ “ສຸດ​ຫົວ​ໃຈ” ຕໍ່​ໄປ​ໄດ້​ແນວ​ໃດ?

    • ເພື່ອ​ເຈົ້າ​ຈະ​ພັກດີ​ຕໍ່​ພະເຢໂຫວາ​ແລະ​ອອກ​ມາ​ຈາກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ ມີ​ບາງ​ເລື່ອງ​ບໍ​ທີ່​ເຈົ້າ​ຕ້ອງ​ປ່ຽນແປງ?

      (ເບິ່ງ ບົດທີ 58.)

  11. ເຈົ້າ​ຈະ​ກຽມ​ໂຕ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ການ​ຂົ່ມເຫງ​ໄດ້​ແນວໃດ?

    (ເບິ່ງ ບົດທີ 59.)

  12. ເຈົ້າ​ມີ​ເປົ້າໝາຍ​ຈະ​ເຮັດ​ຫຍັງ​ເພື່ອ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ?

    (ເບິ່ງ ບົດທີ 60.)