ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂ້ອຍ​ພ້ອມ​ບໍ?

ຂ້ອຍ​ພ້ອມ​ບໍ?

ຂ້ອຍ​ພ້ອມ​ທີ່​ຈະ​ໄປ​ປະກາດ​ນຳ​ກັນ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ບໍ?

ເຈົ້າ​ອາດ​ພ້ອມ​ທີ່​ຈະ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ​ຖ້າ​ເຈົ້າ . . .

  • ອ່ານ​ແລະ​ສຶກສາ​ຄຳພີໄບເບິນ ອະທິດຖານ ແລະ​ເຂົ້າຮ່ວມ​ປະຊຸມ​ເປັນ​ປະຈຳ.

  • ເຫັນ​ຄ່າ​ແລະ​ເຊື່ອ​ໃນ​ສິ່ງ​ທີ່​ໄດ້​ຮຽນ ແລະ​ຢາກ​ບອກ​ເລື່ອງ​ນັ້ນ​ໃຫ້​ຄົນ​ອື່ນ​ຮູ້.

  • ຮັກ​ພະເຢໂຫວາ​ແລະ​ເລືອກ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ຄົນ​ທີ່​ຮັກ​ເພິ່ນ.

  • ບໍ່​ຫຍຸ້ງ​ກ່ຽວ​ກັບ​ການເມືອງ​ທຸກ​ຮູບ​ແບບ​ແລະ​ລາ​ອອກ​ຈາກ​ການ​ເປັນ​ສະມາຊິກ​ຂອງ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ.

  • ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຢໂຫວາ​ແລະ​ຢາກ​ເປັນ​ພະຍານ​ພະເຢໂຫວາ.

ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ພ້ອມ​ທີ່​ຈະ​ໄປ​ປະກາດ​ຮ່ວມ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ກໍ​ໃຫ້​ບອກ​ກັບ​ຄົນ​ທີ່​ສອນ​ເຈົ້າ ແລະ​ລາວ​ຈະ​ໄປ​ຂໍ​ນັດ​ໝາຍ​ຜູ້​ດູ​ແລ​ເພື່ອ​ມາ​ລົມ​ກັບ​ເຈົ້າ​ວ່າ​ເຈົ້າ​ມີ​ຄຸນສົມບັດ​ຈະ​ເປັນ​ຜູ້​ປະກາດ​ບໍ.

ຂ້ອຍ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ບໍ?

ເຈົ້າ​ອາດ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ​ຖ້າ​ເຈົ້າ . . .

  • ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ.

  • ປະກາດ​ເປັນ​ປະຈຳ​ເທົ່າ​ທີ່​ເຈົ້າ​ຈະ​ເຮັດ​ໄດ້.

  • ສະໜັບສະໜູນ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ແລະ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ເຂົາ​ເຈົ້າ.—ມັດທາຍ 24:45-47

  • ໄດ້​ອຸທິດ​ຕົວ​ໃຫ້​ກັບ​ພະເຢໂຫວາ​ແລ້ວ​ໂດຍ​ອະທິດຖານ​ບອກ​ເພິ່ນ​ວ່າ​ເຈົ້າ​ຈະ​ເຊື່ອ​ຟັງ​ເພິ່ນ​ຕະຫຼອດໄປ.

ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ ກໍ​ໃຫ້​ບອກ​ກັບ​ຄົນ​ທີ່​ສອນ​ເຈົ້າ ແລະ​ລາວ​ຈະ​ໄປ​ຂໍ​ນັດ​ໝາຍ​ຜູ້​ດູ​ແລ​ເພື່ອ​ມາ​ລົມ​ກັບ​ເຈົ້າ​ວ່າ​ເຈົ້າ​ມີ​ຄຸນ​ສົບ​ບັດ​ຈະ​ຮັບ​ບັບເຕມາ​ບໍ.