ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳນຳ

ຄຳນຳ

ປຶ້ມ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ ຈະ​ຊ່ວຍ​ໃຫ້​ເຈົ້າ​ພົບ​ຂໍ້​ຄຳພີ​ແລະ​ເລື່ອງ​ລາວ​ທີ່​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຈັດການ​ກັບ​ບັນຫາ​ທີ່​ເຈົ້າ​ເຈິ​ໄດ້​ຢ່າງ​ງ່າຍ​ດາຍ. ນອກ​ຈາກ​ນີ້​ຍັງ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ຊອກ​ຫາ​ຂໍ້​ຄຳພີ​ທີ່​ຖືກຕ້ອງ​ເພື່ອ​ໃຫ້​ກຳລັງ​ໃຈ​ຜູ້​ອື່ນ​ແລະ​ຊ່ວຍ​ເຂົາເຈົ້າ​ໃນ​ການ​ຕັດສິນ​ໃຈ​ໃນ​ແບບ​ທີ່​ໃຫ້​ກຽດ​ພະ​ເຢໂຫວາ. ເລືອກ​ຫົວຂໍ້​ທີ່​ເຈົ້າ​ສົນໃຈ. ແຕ່​ລະ​ຫົວຂໍ້​ມີ​ຄຳ​ຖາມ​ທີ່​ເປັນ​ປະໂຫຍດ​ແລະ​ຄຳ​ອະທິບາຍ​ສັ້ນ​ໆ​ກ່ຽວກັບ​ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ. (ເບິ່ງ ຂອບ “ ວິທີ​ໃຊ້​ປຶ້ມ​ນີ້.”) ບໍ່​ດົນ​ເຈົ້າ​ຈະ​ພົບ​ຂໍ້​ຄຳພີ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ແລະ​ກຳລັງ​ໃຈ​ທີ່​ເຈົ້າ​ຕ້ອງການ. ແລະ​ເຈົ້າ​ຍັງ​ຈະ​ພົບ​ຫຼັກການ​ທີ່​ເປັນ​ປະໂຫຍດ​ຈາກ​ຄຳພີ​ໄບເບິນ​ທີ່​ເຈົ້າ​ສາມາດ​ໃຊ້​ເພື່ອ​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ຜູ້​ອື່ນ​ໄດ້.

ແນ່ນອນ ສຳລັບ​ເລື່ອງ​ໃດ​ກໍ​ຕາມ​ມີ​ຂໍ້​ຄຳພີ​ຫຼາຍ​ກວ່າ​ທີ່​ບອກ​ໄວ້​ໃນ​ປຶ້ມ​ນີ້. ປຶ້ມ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ພົບ​ຂໍ້​ຄຳພີ​ທີ່​ມີ​ປະໂຫຍດ​ຫຼາຍ​ທີ່​ສຸດ ແລະ​ຫຼັງ​ຈາກນັ້ນ​ເຈົ້າ​ສາມາດ​ນຳ​ໃຊ້​ເຄື່ອງມື​ອື່ນ​ໆ​ເພື່ອ​ຮຽນ​ຮູ້​ເພີ່ມເຕີມ​ໄດ້​ຖ້າ​ຈຳເປັນ. (ສພສ 2:1-6) ຖ້າ​ຕ້ອງການ​ຮຽນ​ຮູ້​ຫຼາຍ​ຂຶ້ນ ໃຫ້​ໃຊ້​ຂໍ້​ອ້າງ​ໂຍງ​ແລະ​ຂໍ້ມູນ​ສຳລັບ​ສຶກສາ​ໃນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ໃນ​ພາສາ​ທີ່​ເຈົ້າ​ເຂົ້າໃຈ. ຖ້າ​ຕ້ອງການ​ຮຽນ​ຮູ້​ເພີ່ມເຕີມ​ກ່ຽວກັບ​ຂໍ້​ຄຳພີ​ບາງ​ຂໍ້ ໃຫ້​ເບິ່ງ​ໃນ​ສ່ວນ “ອະທິບາຍ​ຂໍ້​ຄຳພີ” ຂອງ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະ​ເຢໂຫວາ ຫຼື​ໃນ​ດັດຊະນີ​ສັບພະ​ໜັງສື​ຂອງ​ວັອດສ໌ທາວເວີ້ (ພາສາ​ອັງກິດ). ເຄື່ອງມື​ເຫຼົ່າ​ນັ້ນ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ເຮົາ​ໄດ້​ຈັດພິມ​ຫຍັງໄປ​ແດ່​ແລ້ວ​ທີ່​ອະທິບາຍ​ກ່ຽວກັບ​ຂໍ້​ຄຳພີ​ນັ້ນ. ແຫຼ່ງ​ອ້າງອີງ​ຫຼ້າ​ສຸດ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມ​ເຂົ້າໃຈ​ໃນ​ປັດຈຸບັນ​ຂອງ​ເຮົາ​ກ່ຽວກັບ​ຂໍ້​ຄຳພີ​ນັ້ນ.

ຂໍ​ໃຫ້​ປຶ້ມ​ຂໍ້​ຄຳພີ​ສຳລັບ​ການ​ໃຊ້​ຊີວິດ​ຂອງ​ຄລິດສະຕຽນ ຊ່ວຍ​ໃຫ້​ເຈົ້າ​ຄົ້ນພົບ​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ເຂົ້າໃຈ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ເມື່ອ​ເຈົ້າ​ໃຊ້​ປຶ້ມ​ນີ້ ເຈົ້າ​ຈະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ “ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ.”—ຮຣ 4:12