ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ງານ​ສະຫຼອງ

ງານ​ສະຫຼອງ

ງານ​ສະຫຼອງ​ທີ່​ຄລິດສະຕຽນ​ເຂົ້າ​ຮ່ວມ

ງານ​ສະຫຼອງ​ດຽວ​ທີ່​ຄລິດສະຕຽນ​ຕ້ອງ​ເຂົ້າ​ຮ່ວມ​ແມ່ນ​ຫຍັງ?

ປະຊາຊົນ​ຂອງ​ພະເຈົ້າ​ມັກ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ

ພບຍ 31:12; ຮຣ 10:24, 25

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 30:1, 6, 13, 14, 18-27—ກະສັດ​ເຮເຊກີຢາ​ສະຫຼອງ​ປັດສະຄາ​ຢ່າງ​ຍິ່ງໃຫຍ່

ງານ​ສະຫຼອງ​ທີ່​ຄລິດສະຕຽນ​ຫຼີກລ່ຽງ

ເປັນ​ຫຍັງ​ຈຶ່ງ​ຜິດ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ສະຫຼອງ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ?

1ກຣ 10:21; 2ກຣ 6:14-18; ອຟຊ 5:10, 11

ເບິ່ງ “ລວມ​ຄວາມ​ເຊື່ອ” ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອພຍ 32:1-10—ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ​ເມື່ອ​ຄົນ​ອິດສະຣາເອນ​ນະມັດສະການ​ຮູບ​ບູຊາ​ແລະ​ບອກ​ວ່າ​ມັນ​ເປັນ​ຮູບ​ບູຊາ​ສຳລັບ​ເພິ່ນ

    • ຈຊບ 25:1-9—ພະ​ເຢໂຫວາ​ລົງໂທດ​ປະຊາຊົນ​ຂອງ​ເພິ່ນ​ຍ້ອນ​ເຂົາເຈົ້າ​ເຂົ້າ​ຮ່ວມ​ງານ​ສະຫຼອງ​ຂອງ​ສາສະໜາ​ນອກ​ຮີດ​ແລະ​ເຮັດ​ຜິດ​ສິນລະທຳ

ວັນ​ຄລິດສະມາດ​ເປັນ​ງານ​ສະຫຼອງ​ຂອງ​ຄລິດສະຕຽນ​ບໍ?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 2:1-5—ພະ​ເຢຊູ​ເກີດ​ໃນ​ເວລາ​ທີ່​ຄົນ​ໂຣມ​ກຳລັງ​ຈົດ​ທະບຽນ​ສຳມະໂນຄົວ​ປະຊາຊົນ​ທຸກ​ຄົນ ແລະ​ເຂົາເຈົ້າ​ຄື​ຊິ​ບໍ່​ບັງຄັບ​ຄົນ​ຢິວ​ທີ່​ກະບົດ​ໃຫ້​ເດີນທາງ​ໃນ​ຊ່ວງ​ລະດູ​ໜາວ

    • ລກ 2:8, 12—ເມື່ອ​ພະ​ເຢຊູ​ເກີດ ຄົນ​ລ້ຽງ​ແກະ​ເຝົ້າ​ຝູງ​ແກະ​ຢູ່​ທາງ​ນອກ​ໃນ​ຕອນ​ກາງຄືນ ເຊິ່ງ​ເຂົາເຈົ້າ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ຖ້າ​ເປັນ​ລະດູ​ໜາວ

ຄລິດສະຕຽນ​ຄວນ​ສະຫຼອງ​ວັນ​ເກີດ​ບໍ?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 40:20-22—ກະສັດ​ນອກ​ຮີດ​ສະຫຼອງ​ວັນ​ເກີດ​ຂອງ​ລາວ ເຊິ່ງ​ໃນ​ງານ​ນັ້ນ​ມີ​ການ​ປະຫານ​ຊີວິດ​ຄົນ

    • ມທ 14:6-11—ໃນ​ງານ​ວັນ​ເກີດ ກະສັດ​ເຮໂຣດ​ຜູ້​ທີ່​ກຽດຊັງ​ຄົນ​ທີ່​ຕິດຕາມ​ພະຄລິດ​ໄດ້​ຂ້າ​ໂຢຮັນ​ຜູ້​ໃຫ້​ບັບເຕມາ

ງານ​ສະຫຼອງ​ຕາມ​ກົດໝາຍ​ຂອງ​ໂມເຊ

ຂໍ້​ກຳນົດ​ຂອງ​ກົດໝາຍ​ໂມເຊ​ເຊິ່ງ​ລວມ​ເຖິງ​ງານ​ສະຫຼອງ​ຕ່າງ​ໆ​ມີ​ຜົນ​ກັບ​ຄລິດສະຕຽນ​ບໍ?

ຄລິດສະຕຽນ​ຄວນ​ເຮັດ​ຕາມ​ກົດໝາຍ​ກ່ຽວກັບ​ວັນ​ຊະບາໂຕ​ປະຈຳ​ອາທິດ​ບໍ?

ກລຊ 2:16, 17

ເບິ່ງ ອພຍ 31:16, 17 ນຳ

ງານ​ສະຫຼອງ​ທີ່​ກ່ຽວ​ກັບ​ຊາດ

ຄລິດສະຕຽນ​ຄວນ​ສະຫຼອງ​ສິ່ງ​ທີ່​ການ​ປົກຄອງ​ຫຼື​ປະເທດ​ຊາດ​ໄດ້​ເຮັດ​ສຳເລັດ​ບໍ?

ຄລິດສະຕຽນ​ຄວນ​ມີ​ສ່ວນ​ຮ່ວມ​ໃນ​ການ​ລະນຶກ​ເຖິງ​ສົງຄາມ​ຂອງ​ຊາດ​ຕ່າງ​ໆ​ບໍ?

ຄລິດສະຕຽນ​ຄວນ​ເຂົ້າ​ຮ່ວມ​ໃນ​ພິທີ​ທີ່​ໃຫ້​ກຽດ​ມະນຸດ​ບໍ ເຊິ່ງ​ການ​ໃຫ້​ກຽດ​ແບບ​ນັ້ນ​ເປັນ​ແບບ​ທີ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ຄວນ​ໄດ້​ຮັບ?

ອພຍ 20:5; ຣມ 1:25

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 12:21-23—ພະເຈົ້າ​ລົງໂທດ​ກະສັດ​ເຮໂຣດ​ທີ່​ຍອມຮັບ​ການ​ນະມັດສະການ​ຈາກ​ຜູ້​ຄົນ

    • ກຈກ 14:11-15—ອັກຄະສາວົກ​ບາຣະນາບາ​ແລະ​ໂປໂລ​ປະຕິເສດ​ທີ່​ຈະ​ໄດ້​ຮັບ​ການ​ນະມັດສະການ

    • ພນມ 22:8, 9—ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບໍ່​ຍອມ​ທີ່​ຈະ​ໄດ້​ຮັບ​ການ​ນະມັດສະການ