ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກຳລັງ​ໃຈ

ກຳລັງ​ໃຈ

ກຳລັງ​ໃຈ​ຈາກ​ຄຳພີ​ໄບເບິນ​ເມື່ອ​ເຮົາ​ທໍ້​ຖອຍ​ໃຈ

ການ​ຂົ່ມເຫງ

ເບິ່ງ “ຂົ່ມເຫງ

ຄວາມ​ຂົມຂື່ນ ຄວາມ​ໃຈ​ຮ້າຍ ຄວາມ​ຄຽດແຄ້ນ

ບາງ​ຄົນ​ໝົດ​ຄວາມ​ຍິນດີ​ຍ້ອນ​ເຈິ​ກັບ​ບັນຫາ​ຫຼື​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ຢ່າງ

ປຍຈ 9:11, 12

ເບິ່ງ ພສ 142:4; ປຍຈ 4:1; 7:7 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ນຣ 1:11-13, 20—ຫຼັງ​ຈາກ​ຜົວ​ຂອງ​ນາໂອມີ​ແລະ​ລູກ​ຊາຍ​ສອງ​ຄົນ​ເສຍ​ຊີວິດ ລາວ​ທຸກໃຈ​ຫຼາຍ​ແລະ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ພໍໃຈ​ລາວ

    • ໂຢບ 3:1, 11, 25, 26; 10:1—ໂຢບ​ບໍ່​ມີ​ຄວາມ​ສຸກ​ເລີຍ​ຍ້ອນ​ລາວ​ສູນ​ເສຍ​ຊັບ​ສົມບັດ ລູກ 10 ຄົນ ແລະ​ສຸຂະພາບ​ຂອງ​ລາວ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • ນຣ 1:6, 7, 16-18; 2:2, 19, 20; 3:1; 4:14-16—ນາໂອມີ​ມີ​ຄວາມ​ສຸກ​ອີກ​ຄັ້ງ​ຫຼັງ​ຈາກ​ທີ່​ລາວ​ກັບ​ຄືນ​ໄປ​ຫາ​ປະຊາຊົນ​ຂອງ​ພະເຈົ້າ ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ ແລະ​ຊ່ວຍ​ເຫຼືອ​ຜູ້​ອື່ນ

    • ໂຢບ 42:7-16; ຢກບ 5:11—ໂຢບ​ອົດທົນ​ດ້ວຍ​ຄວາມ​ເຊື່ອ ແລະ​ພະ​ເຢໂຫວາ​ໄດ້​ອວຍພອນ​ໃຫ້​ລາວ​ຢ່າງ​ຫຼວງ​ຫຼາຍ

ບາງ​ຄົນ​ໝົດ​ຄວາມ​ຍິນດີ​ຍ້ອນ​ສິ່ງ​ທີ່​ໂຫດ​ຮ້າຍ​ທີ່​ຄົນ​ອື່ນ​ເຮັດ

ປຍຈ 4:1, 2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 1:6, 7, 10, 13-16—ຮັນນາ​ທຸກໃຈ​ຫຼາຍ​ຍ້ອນ​ເປນິນນາ​ເວົ້າ​ໃສ່​ລາວ​ຕະຫຼອດ​ແລະ​ຍ້ອນ​ປະໂລຫິດ​ໃຫຍ່​ເອລີ​ຄິດ​ວ່າ​ລາວ​ເມົາ​ເຫຼົ້າ

    • ໂຢບ 8:3-6; 16:1-5; 19:2, 3—ໝູ່ 3 ຄົນ​ຂອງ​ໂຢບ​ຕຳໜິ​ລາວ​ຢ່າງ​ບໍ່​ຍຸຕິທຳ ເຮັດ​ໃຫ້​ໂຢບ​ຮູ້ສຶກ​ບໍ່​ດີ​ກວ່າ​ເກົ່າ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • 1ຊມ 1:9-11, 18—ຮັນນາ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ​ຫຼັງ​ຈາກ​ທີ່​ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ

    • ໂຢບ 42:7, 8, 10, 17—ພະ​ເຢໂຫວາ​ອວຍພອນ​ໂຢບ​ຫຼັງ​ຈາກ​ລາວ​ຍົກໂທດ​ໃຫ້​ໝູ່ 3 ຄົນ

ຄວາມ​ເຈັບ​ປວດ​ທາງ​ດ້ານ​ອາລົມ​ທີ່​ຍັງ​ຝັງ​ໃຈ​ຈາກ​ການ​ທີ່​ຜູ້​ອື່ນ​ປະຕິບັດ​ບໍ່​ດີ

ຄວາມ​ສົງໄສ​ກ່ຽວກັບ​ຄຸນຄ່າ​ຂອງ​ໂຕ​ເຮົາ​ເອງ

ເບິ່ງ “ສົງໄສ

ຄວາມ​ຜິດ​ຫວັງ​ຕໍ່​ຄວາມ​ອ່ອນແອ​ແລະ​ຄວາມ​ບາບ​ຂອງ​ເຮົາ​ເອງ

ເບິ່ງ “ຜິດ​ຫວັງ

ຄວາມ​ຜິດ​ຫວັງ​ເມື່ອ​ຜູ້​ອື່ນ​ເຮັດ​ໃຫ້​ເຮົາ​ເສຍໃຈ ເຮັດ​ໃຫ້​ເຮົາ​ເຈັບ​ປວດ ຫຼື​ແມ່ນ​ແຕ່​ທໍລະຍົດ​ເຮົາ

ເບິ່ງ “ຜິດ​ຫວັງ

ຄວາມ​ຢ້ານ

ເບິ່ງ “ຢ້ານ

ຄວາມ​ອຸກໃຈ

ເບິ່ງ “ອຸກໃຈ

ຄວາມ​ອິດສາ

ເບິ່ງ “ອິດສາ

ຄວາມ​ຮູ້ສຶກ​ຜິດ​ທີ່​ຮຸນແຮງ

ອຊຣ 9:6; ພສ 38:3, 4, 8; 40:12

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 22:8-13; 23:1-3—ເມື່ອ​ກະສັດ​ໂຢຊີຢາ​ແລະ​ປະຊາຊົນ​ໄດ້​ຍິນ​ກົດໝາຍ​ຂອງ​ໂມເຊ ເຂົາເຈົ້າ​ຈຶ່ງ​ເຂົ້າໃຈ​ວ່າ​ເຂົາເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ

    • ອຊຣ 9:10-15; 10:1-4—ເອັດຊະຣາ​ແລະ​ປະຊາຊົນ​ຮູ້ສຶກ​ບໍ່​ດີ​ຫຼາຍ​ຍ້ອນ​ບາງ​ຄົນ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ແຕ່ງດອງ​ກັບ​ຜູ້​ຍິງ​ຕ່າງ​ຊາດ

    • ລກ 22:54-62—ເປໂຕ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ຫຼັງ​ຈາກ​ທີ່​ລາວ​ໄດ້​ປະຕິເສດ​ພະ​ເຢຊູ​ຮອດ 3 ເທື່ອ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • 2ຂຄ 33:9-13, 15, 16—ມານາເຊ​ເປັນ​ໜຶ່ງ​ໃນ​ບັນດາ​ກະສັດ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ຂອງ​ຢູດາ ແຕ່​ລາວ​ກັບໃຈ​ແລະ​ໄດ້​ຮັບ​ຄວາມ​ເມດຕາ

    • ລກ 15:11-32—ພະ​ເຢຊູ​ເລົ່າ​ຕົວຢ່າງ​ປຽບທຽບ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ​ໄປ​ເພື່ອ​ສະແດງ​ວ່າ​ພະ​ເຢໂຫວາ​ເຕັມໃຈ​ຈະ​ໃຫ້​ອະໄພ​ຢ່າງ​ເຕັມທີ

ບາງ​ຄົນ​ເຮັດ​ຫຍັງ​ບໍ່​ໄດ້​ຫຼາຍ​ເທົ່າ​ທີ່​ເຂົາເຈົ້າ​ຕ້ອງການ​ເພາະ​ເຂົາເຈົ້າ​ເຈັບ​ປ່ວຍ​ຫຼື​ເຖົ້າ

ພສ 71:9, 18; ປຍຈ 12:1-7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 20:1-3—ເຮເຊກີຢາ​ໄຫ້​ແທ້​ໄຫ້​ວ່າ​ຕອນ​ທີ່​ລາວ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ

    • ຟລປ 2:25-30—ເອປາໂຟດີໂຕ​ທຸກໃຈ​ທີ່​ພີ່ນ້ອງ​ໃນ​ເມືອງ​ຟີລິບປອຍ​ໄດ້​ຍິນ​ວ່າ​ລາວ​ບໍ່​ສະບາຍ​ແລະ​ລາວ​ຢ້ານ​ວ່າ​ເຂົາເຈົ້າ​ຈະ​ຄິດ​ວ່າ​ລາວ​ເຮັດ​ວຽກ​ມອບໝາຍ​ບໍ່​ສຳເລັດ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • 2ຊມ 17:27-29; 19:31-38—ກະສັດ​ນັບຖື​ບາຊິລາຍ​ທີ່​ເຖົ້າ​ແລ້ວ​ແລະ​ໄດ້​ເຊີນ​ລາວ​ໃຫ້​ໄປ​ເມືອງ​ເຢຣູຊາເລັມ ແຕ່​ບາຊິລາຍ​ພັດ​ຖ່ອມ​ໂຕ​ແລະ​ປະຕິເສດ​ຄຳ​ເຊີນ​ເພາະ​ຮູ້​ໂຕ​ວ່າ​ລາວ​ເຖົ້າ​ເກີນ​ໄປ​ແລ້ວ​ທີ່​ຈະ​ເຮັດ​ແບບ​ນັ້ນ

    • ພສ 41:1-3, 12—ຕອນ​ທີ່​ກະສັດ​ດາວິດ​ບໍ່​ສະບາຍ​ແຮງ ລາວ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ລາວ

    • ມຣກ 12:41-44—ພະ​ເຢຊູ​ຊົມເຊີຍ​ແມ່​ໝ້າຍ​ທີ່​ທຸກຍາກ​ຄົນ​ໜຶ່ງ​ທີ່​ໄດ້​ບໍລິຈາກ​ເງິນ​ເພາະ​ລາວ​ໃຫ້​ທັງໝົດ​ທີ່​ລາວ​ມີ

ເຮົາ​ອາດ​ຮູ້ສຶກ​ວ່າ​ເຮົາ​ບໍ່​ສາມາດ​ແກ້ໄຂ​ບັນຫາ​ຫຼື​ເຮັດ​ວຽກ​ທີ່​ໄດ້​ຮັບ​ມອບໝາຍ​ໄດ້

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອພຍ 3:11; 4:10—ໂມເຊ​ບໍ່​ຄິດ​ວ່າ​ລາວ​ຊິ​ໄປ​ຫາ​ຟາໂຣ​ແລະ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ອອກ​ຈາກ​ເອຢິບ​ໄດ້

    • ຢຣມ 1:4-6—ເຢເຣມີຢາ​ຮູ້ສຶກ​ວ່າ​ລາວ​ຍັງ​ເປັນ​ເດັກນ້ອຍ​ຢູ່​ແລະ​ບໍ່​ມີ​ປະສົບການ​ທີ່​ຈະ​ບອກ​ຂ່າວ​ຂອງ​ພະ​ເຢໂຫວາ​ໃຫ້​ຄົນ​ທີ່​ບໍ່​ຢາກ​ຟັງ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • ອພຍ 3:12; 4:11, 12—ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ພະຍາກອນ​ໂມເຊ​ໝັ້ນໃຈ​ຫຼາຍ​ເທື່ອ​ວ່າ​ເພິ່ນ​ຈະ​ຊ່ວຍ​ລາວ​ໃນ​ວຽກ​ມອບໝາຍ

    • ຢຣມ 1:7-10—ພະ​ເຢໂຫວາ​ບອກ​ເຢເຣມີຢາ​ວ່າ​ບໍ່​ຕ້ອງ​ຢ້ານ​ຍ້ອນ​ເພິ່ນ​ຈະ​ຊ່ວຍ​ລາວ​ໃນ​ວຽກ​ມອບໝາຍ​ທີ່​ຍາກ​ລຳບາກ