ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ແນະນຳ

ຄຳ​ແນະນຳ

ເມື່ອ​ມີ​ໃຜ​ຄົນ​ໜຶ່ງ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຊອກ​ຫາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ?

ເປັນ​ຫຍັງ​ການ​ຍອມຮັບ​ຄຳ​ແນະນຳ​ຈຶ່ງ​ດີ​ກວ່າ​ການ​ແກ້​ໂຕ?

ສພສ 12:15; 29:1

ເບິ່ງ ສພສ 1:23-31; 15:31 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 15:3, 9-23—ເມື່ອ​ຜູ້​ພະຍາກອນ​ຊາມູເອນ​ແກ້ໄຂ​ກະສັດ​ຊາອູນ ລາວ​ກໍ​ແກ້​ໂຕ​ແລະ​ປະຕິເສດ​ຄຳ​ແນະນຳ​ນັ້ນ ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ປະຕິເສດ​ລາວ

    • 2ຂຄ 25:14-16, 27—ເມື່ອ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ກັບ​ກະສັດ​ອາມາຊີຢາ​ໃຫ້​ແກ້ໄຂ​ບາບ​ຂອງ​ລາວ ລາວ​ກໍ​ບໍ່​ຍອມ​ຟັງ ດັ່ງນັ້ນ​ພະ​ເຢໂຫວາ​ຈຶ່ງ​ບໍ່​ພໍໃຈ​ແລະ​ບໍ່​ປົກປ້ອງ​ລາວ

ເປັນ​ຫຍັງ​ຈຶ່ງ​ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ເບິ່ງແຍງ​ທີ່​ໃຫ້​ຄຳ​ແນະນຳ?

1ທຊ 5:12; 1ຕມ 5:17; ຮຣ 13:7, 17

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 3ຢຮ 9, 10—ອັກຄະສາວົກ​ໂຢຮັນ​ທີ່​ເຖົ້າ​ແລ້ວ​ຕຳໜິ​ດີໂອເທເຟ​ທີ່​ບໍ່​ນັບຖື​ຜູ້​ທີ່​ນຳໜ້າ​ໃນ​ປະຊາຄົມ​ຄລິດສະຕຽນ

ເປັນ​ຫຍັງ​ຈຶ່ງ​ຟັງ​ຜູ້​ເຖົ້າ?

ລລວ 19:32; ສພສ 16:31

ເບິ່ງ ໂຢບ 12:12; 32:7; ຕຕ 2:3-5 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 23:16-18—ກະສັດ​ດາວິດ​ຟັງ​ຄຳ​ແນະນຳ​ຈາກ​ໂຢນາທານ ເຊິ່ງ​ມີ​ອາຍຸ​ຫຼາຍ​ກວ່າ​ລາວ 30 ປີ ແລະ​ລາວ​ເຂັ້ມແຂງ​ຂຶ້ນ​ຈາກ​ຄຳ​ແນະນຳ​ນັ້ນ

    • 1ກສ 12:1-17—ກະສັດ​ເຣໂຮໂບອາມ​ປະຕິເສດ​ຄຳ​ແນະນຳ​ທີ່​ດີ​ແລະ​ສົມເຫດສົມຜົນ​ຂອງ​ພວກ​ຜູ້​ເຖົ້າ​ແລະ​ເຊື່ອຟັງ​ຄຳ​ແນະນຳ​ທີ່​ໂຫດ​ຮ້າຍ​ຂອງ​ພວກ​ຄົນ​ໜຸ່ມ​ແທນ ເຊິ່ງ​ເຮັດ​ໃຫ້​ເກີດ​ຫາຍະນະ

ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ຍິງ​ທີ່​ສັດຊື່​ແລະ​ຜູ້​ຮັບໃຊ້​ທີ່​ອາຍຸ​ນ້ອຍ​ຂອງ​ພະ​ເຢໂຫວາ​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ມີ​ຄ່າ​ໄດ້?

ໂຢບ 32:6, 9, 10; ສພສ 31:1, 10, 26; ປຍຈ 4:13

ເບິ່ງ ພສ 119:100 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 25:14-35—ອາບີກາຍ​ສະເໜີ​ຄຳ​ແນະນຳ​ໃຫ້​ກະສັດ​ດາວິດ​ເພື່ອ​ຊ່ວຍ​ລາວ​ບໍ່​ໃຫ້​ເຮັດ​ຜິດ​ຍ້ອນ​ຂ້າ​ຄົນ​ຕາຍ

    • 2ຊມ 20:15-22—ຜູ້​ຍິງ​ທີ່​ສະຫຼາດ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ອາເບັນ​ໄດ້​ຊ່ວຍ​ຊີວິດ​ຄົນ​ທັງ​ເມືອງ​ໃຫ້​ລອດ​ດ້ວຍ​ຄຳ​ແນະນຳ​ຂອງ​ລາວ

    • 2ກສ 5:1-14—ເດັກນ້ອຍ​ຜູ້​ຍິງ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ບອກ​ທະຫານ​ທີ່​ເກັ່ງ​ຫຼາຍ​ວ່າ​ລາວ​ຈະ​ເຊົາ​ເປັນ​ຂີ້ທູດ​ໄດ້​ແນວ​ໃດ

ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ຄຳ​ແນະນຳ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພະ​ເຢໂຫວາ​ຫຼື​ຄຳສອນ​ຂອງ​ເພິ່ນ?

ພສ 1:1; ສພສ 4:14

ເບິ່ງ ລກ 6:39 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຂຄ 10:13, 14—ກະສັດ​ຊາອູນ​ຂໍ​ໃຫ້​ໝໍ​ຜີ​ຊ່ວຍ​ແທນ​ທີ່​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ແລະ​ລາວ​ຕາຍ​ຍ້ອນ​ບໍ່​ໄດ້​ເຊື່ອຟັງ​ພະ​ເຢໂຫວາ

    • 2ຂຄ 22:2-5, 9—ອາຮາຊີຢາ​ຕາຍ​ຍ້ອນ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ບໍ່​ດີ

    • ໂຢບ 21:7, 14-16—ໂຢບ​ປະຕິເສດ​ທີ່​ຈະ​ຄິດ​ຄື​ກັບ​ຄົນ​ທີ່​ບໍ່​ນັບຖື​ພະ​ເຢໂຫວາ

ການ​ໃຫ້​ຄຳ​ແນະນຳ

ເປັນ​ຫຍັງ​ຈຶ່ງ​ເປັນ​ການ​ດີ​ທີ່​ສຸດ​ທີ່​ຈະ​ຟັງ​ທຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ແລະ​ຊອກ​ຫາ​ຄວາມ​ຈິງ​ທັງໝົດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ກ່ຽວກັບ​ສະຖານະການ​ນັ້ນ​ໆ​ກ່ອນ​ທີ່​ຈະ​ໃຫ້​ຄຳ​ແນະນຳ?

ສພສ 18:13, 17

ເບິ່ງ ສພສ 25:8 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 1:9-16—ປະໂລຫິດ​ໃຫຍ່​ເອລີ​ໃຫ້​ຄຳ​ແນະນຳ​ທີ່​ຮຸນແຮງ​ກັບ​ຮັນນາ​ກ່ອນ​ທີ່​ລາວ​ຈະ​ເຂົ້າໃຈ​ສະຖານະການ​ຂອງ​ຮັນນາ ໂດຍ​ຄິດ​ວ່າ​ຜູ້​ຍິງ​ທີ່​ສັດຊື່​ຄົນ​ນີ້​ເມົາ​ເຫຼົ້າ

    • ມທ 16:21-23—ຍ້ອນ​ວ່າ​ອັກຄະສາວົກ​ເປໂຕ​ບໍ່​ຮູ້​ຄວາມ​ຈິງ​ທັງໝົດ ລາວ​ຈຶ່ງ​ແນະນຳ​ພະ​ເຢຊູ​ໃຫ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ຊາຕານ​ຕ້ອງການ ແທນ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ

ເປັນ​ຫຍັງ​ຈຶ່ງ​ອະທິດຖານ​ຂໍ​ການ​ຊີ້ນຳ​ຈາກ​ພະ​ເຢໂຫວາ​ກ່ອນ​ໃຫ້​ຄຳ​ແນະນຳ?

ພສ 32:8; 73:23, 24; ສພສ 3:5, 6

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອພຍ 3:13-18—ໂມເຊ​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຮູ້​ວິທີ​ແກ້​ບັນຫາ​ຂອງ​ຄົນ​ອິດສະຣາເອນ

    • 1ກສ 3:5-12—ໂຊໂລໂມນ​ກະສັດ​ທີ່​ຍັງ​ນ້ອຍ​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ແທນ​ທີ່​ຈະ​ວາງໃຈ​ໃນ​ໂຕເອງ ແລະ​ພະ​ເຢໂຫວາ​ກໍ​ອວຍພອນ​ລາວ​ໃນ​ເລື່ອງ​ນີ້

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຄຳ​ແນະນຳ​ຂອງ​ເຮົາ​ມາ​ຈາກ​ຄຳພີ​ໄບເບິນ​ສະເໝີ?

ພສ 119:24, 105; ສພສ 19:21; 2ຕມ 3:16, 17

ເບິ່ງ ພບຍ 17:18-20 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 4:1-11—ພະ​ເຢຊູ​ຕອບ​ການ​ລໍ້ໃຈ​ຂອງ​ຊາຕານ ບໍ່​ແມ່ນ​ຈາກ​ສະຕິ​ປັນຍາ​ຂອງ​ເພິ່ນ​ເອງ ແຕ່​ມາ​ຈາກ​ພະຄຳພີ

    • ຢຮ 12:49, 50—ເຮົາ​ຄວນ​ຮຽນ​ແບບ​ພະ​ເຢຊູ ເຊິ່ງ​ສອນ​ຜູ້​ຄົນ​ສະເໝີ​ກ່ຽວກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສອນ​ເພິ່ນ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ພະຍາຍາມ​ທີ່​ຈະ​ອ່ອນໂຍນ​ເມື່ອ​ໃຫ້​ຄຳ​ແນະນຳ​ແລະ​ພະຍາຍາມ​ຊອກ​ຫາ​ບາງ​ສິ່ງ​ທີ່​ເຮົາ​ສາມາດ​ຊົມເຊີຍ​ບຸກຄົນ​ນັ້ນ​ໄດ້?

ຄລຕ 6:1; ກລຊ 3:12

ເບິ່ງ ອຊຢ 9:6; 42:1-3; ມທ 11:28, 29 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 19:2, 3—ໂດຍ​ຜ່ານ​ທາງ​ຜູ້​ພະຍາກອນ ພະ​ເຢໂຫວາ​ແກ້ໄຂ​ກະສັດ​ເຢໂຮຊາຟັດ​ແຕ່​ແລ້ວ​ກໍ​ຊົມເຊີຍ​ລາວ​ສຳລັບ​ສິ່ງ​ທີ່​ດີ​ທີ່​ລາວ​ໄດ້​ເຮັດ

    • ພນມ 2:1-4, 8, 9, 12-14, 18-20—ພະ​ເຢຊູ​ຊົມເຊີຍ​ປະຊາຄົມ​ຕ່າງ​ໆ​ກ່ອນ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ເຂົາເຈົ້າ

ເມື່ອ​ພີ່ນ້ອງ​ຄົນ​ໜຶ່ງ​ຈົ່ມ​ວ່າ​ພີ່ນ້ອງ​ອີກ​ຄົນ​ໜຶ່ງ​ໂກງ​ລາວ​ຫຼື​ໃສ່​ຮ້າຍ​ລາວ ເປັນ​ຫຍັງ​ເຮົາ​ຕ້ອງ​ບອກ​ໃຫ້​ລາວ​ລົມ​ກັບ​ພີ່ນ້ອງ​ຄົນ​ນັ້ນ​ເປັນ​ການ​ສ່ວນ​ໂຕ?

ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ທີ່​ຮູ້ສຶກ​ວ່າ​ຖືກ​ຂົ່ມເຫງ​ໃຫ້​ມີ​ຄວາມ​ເມດຕາ ຄວາມ​ອົດທົນ ແລະ​ຍົກໂທດ​ໄດ້​ແນວ​ໃດ?

ມທ 18:21, 22; ມຣກ 11:25; ລກ 6:36; ອຟຊ 4:32; ກລຊ 3:13

ເບິ່ງ ມທ 6:14; 1ກຣ 6:1-8; 1ປຕ 3:8, 9 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 18:23-35—ພະ​ເຢຊູ​ໃຫ້​ຕົວຢ່າງ​ປຽບທຽບ​ທີ່​ມີ​ພະລັງ​ເພື່ອ​ອະທິບາຍ​ວ່າ​ເປັນ​ຫຍັງ​ການ​ຍົກໂທດ​ຈຶ່ງ​ສຳຄັນ​ຫຼາຍ​ສຳລັບ​ເຮົາ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ຮັກສາ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເມື່ອ​ໃຫ້​ຄຳ​ແນະນຳ?

ພສ 141:5; ສພສ 17:10; 2ກຣ 7:8-11

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 15:23-29—ຜູ້​ພະຍາກອນ​ຊາມູເອນ​ບໍ່​ຢ້ານ​ກະສັດ​ຊາອູນ​ແລະ​ໃຫ້​ຄຳ​ແນະນຳ​ກັບ​ລາວ

    • 1ກສ 22:19-28—ຜູ້​ພະຍາກອນ​ມີກາຢາ​ປະຕິເສດ​ທີ່​ຈະ​ປ່ຽນ​ຂໍ້​ຄວາມ​ເຕືອນ​ຂອງ​ລາວ​ເຖິງ​ກະສັດ​ອາຮາບ ເຖິງ​ແມ່ນ​ວ່າ​ລາວ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ​ແລະ​ຖືກ​ປະຕິບັດ​ຢ່າງ​ຮຸນແຮງ​ກໍ​ຕາມ

ເຮົາ​ຈະ​ໃຫ້​ຄຳ​ແນະນຳ​ຜູ້​ໃດ​ຜູ້​ໜຶ່ງ​ໂດຍ​ບໍ່​ເຮັດ​ໃຫ້​ເກີດ​ອັນຕະລາຍ​ທາງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ?

ຮຣ 12:11-13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 22:31-34—ເຖິງ​ແມ່ນ​ວ່າ​ອັກຄະສາວົກ​ເປໂຕ​ເຮັດ​ຜິດ ແຕ່​ພະ​ເຢຊູ​ກໍ​ໝັ້ນໃຈ​ວ່າ​ເປໂຕ​ຈະ​ແກ້ໄຂ​ສິ່ງ​ເຫຼົ່າ​ນີ້​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ​ແລະ​ຍັງ​ຊ່ວຍ​ຄົນ​ອື່ນ​ໆ​ນຳ

    • ຟລມ 21—ອັກຄະສາວົກ​ໂປໂລ​ສະແດງ​ຄວາມ​ໝັ້ນໃຈ​ວ່າ​ຟີເລໂມນ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ລາວ​ເຊິ່ງ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ

ເຮົາ​ຈະ​ສະແດງ​ຄວາມ​ກະລຸນາ​ໄດ້​ແນວ​ໃດ​ເມື່ອ​ໃຫ້​ຄຳ​ແນະນຳ​ກັບ​ຜູ້​ທີ່​ມີ​ບັນຫາ​ຫຼື​ຮູ້ສຶກ​ທໍ້​ແທ້​ໃຈ?

ເຮົາ​ຈະ​ສະແດງ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ເຫັນ​ໄດ້​ແນວ​ໃດ​ວ່າ​ເຮົາ​ຢາກ​ຊ່ວຍ​ໃຫ້​ລາວ​ມີ​ສາຍສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ​ຄັ້ງ?

ເຮົາ​ຈະ​ສະແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້​ທີ່​ເຮົາ​ໃຫ້​ຄຳ​ແນະນຳ ໂດຍ​ບໍ່​ຄຳນຶງ​ເຖິງ​ອາຍຸ​ຫຼື​ເພດ​ໄດ້​ແນວ​ໃດ?

ເມື່ອ​ມີ​ບາງ​ຄົນ​ປະຕິເສດ​ທີ່​ຈະ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ຊ້ຳ​ແລ້ວ​ຊ້ຳ​ອີກ ເປັນ​ຫຍັງ​ຜູ້​ເບິ່ງແຍງ​ຈຶ່ງ​ຕ້ອງ​ວ່າ​ກ່າວ​ແກ້ໄຂ​ລາວ​ຢ່າງ​ໜັກແໜ້ນ?