ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜິດ​ຫວັງ

ຜິດ​ຫວັງ

ຄວາມ​ຜິດ​ຫວັງ​ເມື່ອ​ຜູ້​ອື່ນ​ເຮັດ​ໃຫ້​ເຮົາ​ເສຍໃຈ ເຮັດ​ໃຫ້​ເຮົາ​ເຈັບ​ປວດ ຫຼື​ແມ່ນ​ແຕ່​ທໍລະຍົດ​ເຮົາ

ພສ 55:12-14; ລກ 22:21, 48

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 8:1-6—ຜູ້​ພະຍາກອນ​ຊາມູເອນ​ບໍ່​ພໍໃຈ​ຫຼາຍ​ແລະ​ຜິດ​ຫວັງ​ເມື່ອ​ຄົນ​ອິດສະຣາເອນ​ຂໍ​ໃຫ້​ລາວ​ຕັ້ງ​ກະສັດ​ປົກຄອງ​ເຂົາເຈົ້າ

    • 1ຊມ 20:30-34—ໂຢນາທານ​ຮູ້ສຶກ​ອຸກໃຈ​ແລະ​ຂາຍ​ໜ້າ​ເມື່ອ​ກະສັດ​ຊາອູນ​ພໍ່​ຂອງ​ລາວ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • ພສ 55:12-14, 16-18, 22—ເມື່ອ​ອາຮີໂທເຟັນ​ໝູ່​ຂອງ​ດາວິດ​ທໍລະຍົດ​ລາວ ດາວິດ​ໄດ້​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ໄດ້​ຮັບ​ກຳລັງ​ໃຈ

    • 2ຕມ 4:16-18—ຕອນ​ທີ່​ແກ້​ຄະດີ​ເທື່ອ​ທຳອິດ ເຂົາເຈົ້າ​ພາກັນ​ຖິ້ມ​ອັກຄະສາວົກ​ໂປໂລ​ໄປ​ໝົດ ແຕ່​ລາວ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພະ​ເຢໂຫວາ​ແລະ​ຈາກ​ຄວາມ​ຫວັງ​ທີ່​ເພິ່ນ​ໃຫ້

ຄວາມ​ຜິດ​ຫວັງ​ຕໍ່​ຄວາມ​ອ່ອນແອ​ແລະ​ຄວາມ​ບາບ​ຂອງ​ເຮົາ​ເອງ

ໂຢບ 14:4; ຣມ 3:23; 5:12

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 51:1-5—ກະສັດ​ດາວິດ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ຍ້ອນ​ລາວ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ

    • ຣມ 7:19-24—ອັກຄະສາວົກ​ໂປໂລ​ຮູ້ສຶກ​ທໍ້ໃຈ​ຫຼາຍ​ເພາະ​ລາວ​ຕ້ອງ​ຕໍ່ສູ້​ກັບ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ບາບ​ຂອງ​ໂຕເອງ​ຢູ່​ສະເໝີ

  • ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ:

  • ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ກຳລັງ​ໃຈ:

    • 1ກສ 9:2-5—ເຖິງ​ແມ່ນ​ວ່າ​ກະສັດ​ດາວິດ​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ບາງ​ຢ່າງ ແຕ່​ພະ​ເຢໂຫວາ​ຈື່​ລາວ​ໃນ​ຖານະ​ເປັນ​ຄົນ​ສັດຊື່

    • 1ຕມ 1:12-16—ເຖິງ​ວ່າ​ອັກຄະສາວົກ​ໂປໂລ​ຈະ​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ໃນ​ອະດີດ ແຕ່​ລາວ​ໝັ້ນໃຈ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ເມດຕາ