ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໝົດ​ກຳລັງ​ໃຈ

ໝົດ​ກຳລັງ​ໃຈ

ຄວາມ​ໝົດ​ກຳລັງ​ໃຈ​ຈະ​ທຳຮ້າຍ​ເຮົາ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຜ່າ​ຄວາມ​ໝົດ​ກຳລັງ​ໃຈ?

ພສ 23:1-6; 113:6-8; ອຊຢ 40:11; 41:10, 13; 2ກຣ 1:3, 4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 11:28-30—ພະ​ເຢຊູ ເຊິ່ງ​ສະທ້ອນ​ເຖິງ​ນິດໄສ​ໃຈ​ຄໍ​ຂອງ​ພໍ່​ເພິ່ນ​ໄດ້​ຢ່າງ​ສົມບູນແບບ ເປັນ​ຄົນ​ອ່ອນໂຍນ​ແລະ​ເຮັດ​ໃຫ້​ພວກ​ເຮົາ​ສົດ​ຊື່ນ

    • ມທ 12:15-21—ພະ​ເຢຊູ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ບັນທຶກ​ໄວ້​ໃນ​ເອຊາຢາ 42:1-4 ເກີດຂຶ້ນ​ແທ້ ໂດຍ​ປະຕິບັດ​ຕໍ່​ຜູ້​ທີ່​ທໍ້​ແທ້​ໃຈ​ດ້ວຍ​ຄວາມ​ເມດຕາ

ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຕໍ່ສູ້​ກັບ​ຄວາມ​ໝົດ​ກຳລັງ​ໃຈ

ເບິ່ງ “ກຳລັງ​ໃຈ

ເປັນ​ຫຍັງ​ເຮົາ​ຄວນ​ພະຍາຍາມ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

ມທ 18:6; ອຟຊ 4:29

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຈຊບ 32:6-15—ຜູ້​ສອດແນມ​ທີ່​ຄວາມ​ເຊື່ອ​ບໍ່​ເຂັ້ມແຂງ 10 ຄົນ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ໝົດ​ກຳລັງ​ໃຈ ແລະ​ທັງ​ຊາດ​ກໍ​ຕ້ອງ​ທົນທຸກ

    • 2ຂຄ 15:1-8—ຄຳເວົ້າ​ຈາກ​ພະ​ເຢໂຫວາ​ຊ່ວຍ​ໃຫ້​ກະສັດ​ອາຊາ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ​ແລະ​ໄປ​ທຳລາຍ​ຮູບ​ບູຊາ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ