ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ກຳລັງ​ໃຈ

ໃຫ້​ກຳລັງ​ໃຈ

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃຫ້​ກຳລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ?

ອຊຢ 35:3, 4; ກລຊ 3:16; 1ທຊ 5:11; ຮຣ 3:13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 32:2-8—ກະສັດ​ເຮເຊກີຢາ​ເວົ້າ​ໃຫ້​ກຳລັງ​ໃຈ​ປະຊາຊົນ​ເມື່ອ​ພວກ​ອັດຊີເຣຍ​ມາ​ໂຈມຕີ​ເຂົາເຈົ້າ

    • ດນອ 10:2, 8-11, 18, 19—ທູດສະຫວັນ​ອົງ​ໜຶ່ງ​ໃຫ້​ກຳລັງ​ໃຈ​ດານີເອນ​ເມື່ອ​ລາວ​ເຖົ້າ​ແລະ​ທຸກໃຈ​ຫຼາຍ

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຄາດໝາຍ​ໃຫ້​ຜູ້​ເບິ່ງແຍງ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

ອຊຢ 32:1, 2; 1ປຕ 5:1-3

ເບິ່ງ ມທ 11:28-30 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 3:28; 31:7, 8—ດັ່ງ​ທີ່​ພະ​ເຢໂຫວາ​ຊີ້ນຳ ຜູ້​ພະຍາກອນ​ໂມເຊ​ໃຫ້​ກຳລັງ​ໃຈ​ໂຢຊວຍ​ແລະ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ ເພາະ​ລາວ​ກຳລັງ​ຈະ​ເປັນ​ຜູ້​ນຳ​ຂອງ​ຊາດ

    • ກຈກ 11:22-26; 14:22—ໃນ​ຊ່ວງ​ເວລາ​ແຫ່ງ​ການ​ຂົ່ມເຫງ ອັກຄະສາວົກ​ໂປໂລ​ແລະ​ບາຣະນາບາ​ໄດ້​ໃຫ້​ກຳລັງ​ໃຈ​ຄລິດສະຕຽນ​ໃນ​ເມືອງ​ອັນຕີໂອເຂຍ

ເປັນ​ຫຍັງ​ການ​ຊົມເຊີຍ​ຄົນ​ອື່ນ​ສຳລັບ​ຄວາມ​ພະຍາຍາມ​ຂອງ​ເຂົາເຈົ້າ​ຈຶ່ງ​ຈຳເປັນ​ເມື່ອ​ເຮົາ​ພະຍາຍາມ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ?

ສພສ 31:28, 29; 1ກຣ 11:2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຜຕສ 11:37-40—ທຸກ​ໆ​ປີ​ພວກ​ຜູ້​ສາວ​ອິດສະຣາເອນ​ຈະ​ພາກັນ​ໄປ​ຫາ​ລູກ​ສາວ​ຂອງ​ເຢັບທາ​ເພື່ອ​ຊົມເຊີຍ​ລາວ​ທີ່​ໄດ້​ອອກ​ຈາກ​ບ້ານ​ໄປ​ຮັບໃຊ້​ຢູ່​ທີ່​ເຕັ້ນ​ສັກສິດ

    • ພນມ 2:1-4—ເຖິງ​ແມ່ນ​ວ່າ​ພະ​ເຢຊູ​ຈຳເປັນ​ຕ້ອງ​ຕັກ​ເຕືອນ​ຄລິດສະຕຽນ​ໃນ​ເມືອງ​ເອເຟໂຊ ແຕ່​ເພິ່ນ​ຍັງ​ບອກ​ເຂົາເຈົ້າ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ໄດ້​ດີ

ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຂອງ​ເຮົາ​ໄດ້​ແນວ​ໃດ?

ສພສ 15:23; ອຟຊ 4:29; ຟລປ 1:13, 14; ກລຊ 4:6; 1ທຊ 5:14

ເບິ່ງ 2ກຣ 7:13, 15, 16 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 23:16-18—ໂຢນາທານ​ຮູ້​ວ່າ​ດາວິດ​ໝູ່​ຂອງ​ລາວ​ຕ້ອງການ​ກຳລັງ​ໃຈ ລາວ​ຈຶ່ງ​ອອກ​ໄປ​ຫາ​ດາວິດ​ເພື່ອ​ໃຫ້​ກຳລັງ​ໃຈ​ດາວິດ

    • ຢຮ 16:33—ພະ​ເຢຊູ​ເຮັດ​ໃຫ້​ພວກ​ລູກສິດ​ກ້າຫານ​ໂດຍ​ການ​ບອກ​ເຂົາເຈົ້າ​ວ່າ​ເພິ່ນ​ຊະນະ​ໂລກ​ແລ້ວ​ແລະ​ເຂົາເຈົ້າ​ກໍ​ເຮັດ​ໄດ້​ຄື​ກັນ ຖ້າ​ເຂົາເຈົ້າ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເພິ່ນ

    • ກຈກ 28:14-16—ໂປໂລ​ມີ​ກຳລັງ​ໃຈ​ຂຶ້ນ​ເມື່ອ​ພີ່ນ້ອງ​ມາ​ໃຫ້​ກຳລັງ​ໃຈ​ລາວ​ຕອນ​ທີ່​ລາວ​ກຳລັງ​ຈະ​ໄປ​ເມືອງ​ໂຣມ​ເພື່ອ​ຮັບ​ການ​ພິຈາລະນາ​ຄະດີ

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຕ້ອງ​ສະແດງ​ວ່າ​ເຮົາ​ເຄົາລົບ​ນັບຖື​ຜູ້​ອື່ນ​ແລະ​ຫຼີກລ່ຽງ​ການ​ຄິດ​ລົບ?

ຟລປ 2:14-16; ຢດ 16-19

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຈຊບ 11:10-15—ຜູ້​ພະຍາກອນ​ໂມເຊ​ຮູ້ສຶກ​ໃຈ​ຮ້າຍ​ຫຼາຍ​ຍ້ອນ​ປະຊາຊົນ​ພາກັນ​ຈົ່ມ​ແລະ​ບໍ່​ເຊື່ອຟັງ

    • ຈຊບ 13:31, 32; 14:2-6—ພວກ​ຄົນ​ສອດແນມ 10 ຄົນ​ທີ່​ເວົ້າ​ແນວ​ບໍ່​ດີ ເຮັດ​ໃຫ້​ປະຊາຊົນ​ທໍ້ໃຈ​ແລະ​ບໍ່​ດົນ​ຫຼັງ​ຈາກນັ້ນ​ປະຊາຊົນ​ກໍ​ກະບົດ

ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ​ເມື່ອ​ເຮົາ​ໃຊ້​ເວລາ​ຢູ່​ກັບ​ພີ່ນ້ອງ?

ສພສ 27:17; ຣມ 1:11, 12; ຮຣ 10:24, 25; 12:12

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 20:1-19—ເມື່ອ​ກອງທັບ​ໃຫຍ່​ມາ​ໂຈມຕີ​ຢູດາ ກະສັດ​ເຢໂຮຊາຟັດ​ກໍ​ອະທິດຖານ​ກັບ​ປະຊາຊົນ

    • ກຈກ 12:1-5, 12-17—ຫຼັງ​ຈາກ​ທີ່​ຢາໂກໂບ​ຖືກ​ປະຫານ​ຊີວິດ​ແລະ​ເປໂຕ​ຖືກ​ຂັງ​ໄວ້​ໃນ​ຄຸກ​ແລ້ວ ພີ່ນ້ອງ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ອະທິດຖານ

ການ​ຄິດ​ກ່ຽວກັບ​ຄວາມ​ຫວັງ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມແຂງ​ທີ່​ຈະ​ຮັບໃຊ້​ຕໍ່​ໄປ​ເມື່ອ​ເຮົາ​ຖືກ​ທົດ​ສອບ​ແນວ​ໃດ?

ກຈກ 5:40, 41; ຣມ 8:35-39; 1ກຣ 4:11-13; 2ກຣ 4:16-18; 1ປຕ 1:6, 7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 39:19-23; 40:1-8—ເຖິງ​ແມ່ນ​ວ່າ​ໂຢເຊັບ​ຖືກ​ຈັບ​ເຂົ້າ​ຄຸກ​ຍ້ອນ​ບາງ​ສິ່ງ​ທີ່​ລາວ​ບໍ່​ໄດ້​ເຮັດ ແຕ່​ລາວ​ຍັງ​ເພິ່ງ​ພະເຈົ້າ​ແລະ​ຢາກ​ຊ່ວຍ​ຜູ້​ອື່ນ

    • 2ກສ 6:15-17—ເອລີຊາ​ບໍ່​ຢ້ານ​ເມື່ອ​ມີ​ກອງທັບ​ມາ​ຕໍ່ສູ້​ກັບ​ລາວ ແລະ​ລາວ​ໄດ້​ອະທິດຖານ​ເພື່ອ​ໃຫ້​ຄົນ​ຮັບໃຊ້​ຂອງ​ລາວ​ບໍ່​ຕ້ອງ​ຢ້ານ

ຄຳພີ​ໄບເບິນ​ສາມາດ​ໃຫ້​ກຳລັງ​ໃຈ​ເຮົາ​ໄດ້

ພະ​ເຢໂຫວາ​ສັນຍາ​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ເຮົາ​ນຶກ​ເຖິງ​ຄວາມ​ອົດທົນ​ແລະ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ?

ພະ​ເຢໂຫວາ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ຄົນ​ທີ່​ຮູ້ສຶກ​ອ່ອນແອ?

ພສ 46:1; ອຊຢ 12:2; 40:29-31; ຟລປ 4:13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 1:10, 11, 17, 18—ເມື່ອ​ຮັນນາ​ທຸກໃຈ​ແລະ​ຮ້ອງໄຫ້ ລາວ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ເພິ່ນ​ຊ່ວຍ​ໃຫ້​ລາວ​ມີ​ຄວາມ​ສະຫງົບສຸກ

    • 1ກສ 19:1-19—ເມື່ອ​ຜູ້​ພະຍາກອນ​ເອລີຢາ​ທໍ້ໃຈ ພະ​ເຢໂຫວາ​ເອົາ​ເຂົ້າຈີ່​ແລະ​ນ້ຳ​ໃຫ້​ລາວ. ເພິ່ນ​ໃຫ້​ກຳລັງ​ໃຈ​ແລະ​ປອບ​ໂຍນ​ລາວ​ໂດຍ​ໃຫ້​ຄວາມ​ຫວັງ​ກັບ​ລາວ​ໃນ​ອະນາຄົດ

ເປັນ​ຫຍັງ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ບໍ່​ທໍ້ໃຈ?

2ຂຄ 15:7; ພສ 27:13, 14; ຮຣ 6:17-19; 12:2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 14:1, 2, 7-9, 13-15—ເຖິງ​ແມ່ນ​ວ່າ​ໂຢບ​ຮູ້ສຶກ​ທໍ້ໃຈ​ຫຼາຍ ລາວ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ ແລະ​ສິ່ງ​ນີ້​ເຮັດ​ໃຫ້​ລາວ​ສະບາຍ​ໃຈ

    • ດນອ 12:13—ຜູ້​ພະຍາກອນ​ດານີເອນ ເຊິ່ງ​ມີ​ອາຍຸ​ປະມານ 100 ປີ ໄດ້​ຮັບ​ກຳລັງ​ໃຈ​ຈາກ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ບອກ​ລາວ​ກ່ຽວກັບ​ລາງວັນ​ໃນ​ອະນາຄົດ

ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ​ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຕຶກຕອງ​ສິ່ງ​ທີ່​ເຮົາ​ຮູ້​ກ່ຽວກັບ​ເພິ່ນ?

ພສ 18:6; 56:4, 11; ຮຣ 13:6

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 30:1-9—ເມື່ອ​ດາວິດ​ມີ​ບັນຫາ ລາວ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ມີ​ກຳລັງ​ຂຶ້ນ

    • ລກ 22:39-43—ເມື່ອ​ຖືກ​ທົດສອບ​ໜັກ​ໜ່ວງ​ທີ່​ສຸດ ພະ​ເຢຊູ​ໄດ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເພິ່ນ ແລະ​ພະ​ເຢໂຫວາ​ກໍ​ໄດ້​ສົ່ງ​ທູດສະຫວັນ​ອົງ​ໜຶ່ງ​ລົງ​ມາ​ໃຫ້​ກຳລັງ​ໃຈ​ເພິ່ນ

ລາຍງານ​ທີ່​ດີ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ແບ່ງ​ປັນ​ກັບ​ຜູ້​ອື່ນ​ຈຶ່ງ​ເປັນ​ເລື່ອງ​ດີ?

ສພສ 15:30; 25:25; ອຊຢ 52:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 15:2-4—ອັກຄະສາວົກ​ໂປໂລ​ແລະ​ບາຣະນາບາ​ເຮັດ​ໃຫ້​ພີ່ນ້ອງ​ຊາຍ​ຍິງ​ໃນ​ປະຊາຄົມ​ທີ່​ເຂົາເຈົ້າ​ໄປ​ຢາມ​ດີໃຈ​ຫຼາຍ​ແທ້​ໆ​

    • 3ຢຮ 1-4—ເມື່ອ​ໂຢຮັນ​ອາຍຸ​ຫຼາຍ ລາວ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ລາວ​ໄດ້​ຍິນ​ວ່າ​ຄົນ​ທີ່​ລາວ​ສອນ​ເລື່ອງ​ຂ່າວດີ​ໃຫ້​ຍັງ​ໃຊ້​ຊີວິດ​ຕາມ​ຄວາມ​ຈິງ