ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອົດທົນ

ອົດທົນ

ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈຳເປັນ​ຕ້ອງ​ອົດທົນ​ບໍ?

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ບາງ​ຄົນ​ຈະ​ຊັງ​ເຮົາ​ຫຼື​ຈະ​ຂົ່ມເຫງ​ເຮົາ​ເມື່ອ​ເຮົາ​ປະກາດ​ກັບ​ເຂົາເຈົ້າ?

ມທ 10:22; ຢຮ 15:18, 19; 2ກຣ 6:4, 5

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ປຕ 2:5; ປຖກ 7:23; ມທ 24:37-39—ຜູ້​ຄົນ​ບໍ່​ໄດ້​ຟັງ​ຕອນ​ທີ່​ໂນອາ​ປະກາດ​ກັບ​ເຂົາເຈົ້າ ແລະ​ມີ​ແຕ່​ລາວ​ກັບ​ຄອບຄົວ​ຂອງ​ລາວ​ເທົ່າ​ນັ້ນ​ທີ່​ລອດ​ຊີວິດ​ຈາກ​ນ້ຳຖ້ວມ​ໂລກ

    • 2ຕມ 3:10-14—ໂປໂລ​ບອກ​ຕີໂມທຽວ​ວ່າ​ລາວ​ທົນ​ກັບ​ຄວາມ​ເຈັບ​ປວດ​ແລະ​ທົນທຸກ​ມາ​ເປັນ​ເວລາ​ດົນ​ນານ​ແລະ​ລາວ​ໃຫ້​ກຳລັງ​ໃຈ​ຕີໂມທຽວ​ໃຫ້​ອົດທົນ​ຄື​ກັນ

ເປັນ​ຫຍັງ​ຈຶ່ງ​ບໍ່​ແປກໃຈ​ທີ່​ຄອບຄົວ​ຫຼື​ຍາດ​ພີ່ນ້ອງ​ຂອງ​ເຮົາ​ພະຍາຍາມ​ຫ້າມ​ບໍ່​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ?

ມທ 10:22, 36-38; ລກ 21:16-19

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 4:3-11; 1ຢຮ 3:11, 12—ຍ້ອນ​ກາອິນ​ເປັນ​ຄົນ​ຊົ່ວ​ຮ້າຍ ລາວ​ຈຶ່ງ​ຂ້າ​ນ້ອງ​ຊາຍ​ຂອງ​ລາວ​ທີ່​ຊື່​ອາເບັນ​ຜູ້​ທີ່​ສັດຊື່

    • ປຖກ 37:5-8, 18-28—ເມື່ອ​ໂຢເຊັບ​ບອກ​ພວກ​ອ້າຍ​ວ່າ​ພະ​ເຢໂຫວາ​ໃຫ້​ຄວາມ​ຝັນ​ພິເສດ​ກັບ​ລາວ ເຂົາເຈົ້າ​ຈຶ່ງ​ໂຍນ​ລາວ​ລົງ​ໃນ​ຂຸມ​ແລ້ວ​ຂາຍ​ລາວ​ໄປ​ເປັນ​ທາດ

ເມື່ອ​ຖືກ​ຂົ່ມເຫງ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ຄວາມ​ຕາຍ?

ມທ 10:28; 2ຕມ 4:6, 7

ເບິ່ງ ພນມ 2:10 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 3:1-6, 13-18—ຊາດຣາກ ເມຊາກ ແລະ​ອາເບດເນໂກ​ຈະ​ບໍ່​ໝູບ​ໜ້າ​ລົງ​ກາບ​ຮູບ​ປັ້ນ​ຄຳ​ເຖິງ​ວ່າ​ກະສັດ​ຈະ​ບອກ​ວ່າ​ລາວ​ຈະ​ຂ້າ​ເຂົາເຈົ້າ​ຖ້າ​ເຂົາເຈົ້າ​ບໍ່​ເຮັດ​ແບບ​ນັ້ນ

    • ກຈກ 5:27-29, 33, 40-42—ພວກ​ອັກຄະສາວົກ​ຍັງ​ປະກາດ​ຕໍ່​ໆ​ໄປ​ເຖິງ​ວ່າ​ບາງ​ຄົນ​ຂູ່​ວ່າ​ຈະ​ຂ້າ​ເຂົາເຈົ້າ​ຖ້າ​ເຂົາເຈົ້າ​ຍັງ​ປະກາດ​ຕໍ່​ໄປ

ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສັດຊື່​ຕໍ່​ພະ​ເຢໂຫວາ​ຕໍ່​ໄປ​ເຖິງ​ແມ່ນ​ວ່າ​ເຮົາ​ຖືກ​ສັ່ງ​ສອນ?

ສພສ 3:11, 12; ຮຣ 12:5-7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຈຊບ 20:9-12; ພບຍ 3:23-28; 31:7, 8—ເຖິງ​ແມ່ນ​ວ່າ​ໂມເຊ​ຮູ້ສຶກ​ຜິດ​ຫວັງ​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ສັ່ງ​ສອນ​ລາວ ແຕ່​ລາວ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ

    • 2ກສ 20:12-18; 2ຂຄ 32:24-26—ເມື່ອ​ກະສັດ​ເຮເຊກີຢາ​ເຮັດ​ຜິດ​ພາດ ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ແກ້ໄຂ​ລາວ ແລະ​ລາວ​ຍອມຮັບ​ການ​ສັ່ງ​ສອນ​ຢ່າງ​ຖ່ອມ​ໃຈ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ

ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ອົດທົນ​ໄດ້​ເມື່ອ​ຄົນ​ອື່ນ​ໆ​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

ຢຣມ 1:16-19; ຮບກ 1:2-4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 73:2-24—ເມື່ອ​ຜູ້​ຂຽນ​ເພງ​ສັນລະເສີນ​ເຫັນ​ວ່າ​ຄົນ​ຊົ່ວ​ມີ​ຊີວິດ​ທີ່​ບໍ່​ຕ້ອງ​ເຈິ​ກັບ​ຄວາມ​ລຳບາກ ລາວ​ສົງໄສ​ວ່າ​ດີ​ແທ້​ໆ​ບໍ​ທີ່​ລາວ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໆ​ໄປ

    • ຢຮ 6:60-62, 66-68—ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ເຊົາ​ຕິດຕາມ​ພະ​ເຢຊູ ແຕ່​ຄວາມ​ເຊື່ອ​ຂອງ​ເປໂຕ​ກະຕຸ້ນ​ລາວ​ໃຫ້​ຕິດຕາມ​ພະ​ເຢຊູ​ຕໍ່​ໄປ

ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ?

ຖ້າ​ເຮົາ​ຢູ່​ໃກ້ຊິດ​ກັບ​ພະ​ເຢໂຫວາ ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ

ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວກັບ​ສິ່ງ​ທີ່​ເຮົາ​ອ່ານ ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ອົດທົນ

ເມື່ອ​ເຮົາ​ອະທິດຖານ​ເລື້ອຍ​ໆ​ແລະ​ບອກ​ພະ​ເຢໂຫວາ​ໃນ​ສິ່ງ​ທີ່​ເຮົາ​ຄິດ​ແລະ​ຮູ້ສຶກ ນັ້ນ​ຈະ​ຊ່ວຍ​ໃຫ້​ເຮົາ​ອົດທົນ

ຣມ 12:12; ກລຊ 4:2; 1ປຕ 4:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 6:4-11—ດານີເອນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຕໍ່​ໆ​ໄປ​ເຖິງ​ວ່າ​ນັ້ນ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ລາວ​ຕົກ​ຢູ່​ໃນ​ອັນຕະລາຍ​ກໍ​ຕາມ

    • ມທ 26:36-46; ຮຣ 5:7—ໃນ​ຄືນ​ສຸດທ້າຍ​ທີ່​ຈະ​ມີ​ຊີວິດ​ເທິງ​ໂລກ ພະ​ເຢຊູ​ອະທິດຖານ​ຢ່າງ​ຈິງ​ຈັງ​ແລະ​ກະຕຸ້ນ​ໃຫ້​ຜູ້​ອື່ນ​ເຮັດ​ແບບ​ດຽວ​ກັນ

ເມື່ອ​ເຮົາ​ຮ່ວມ​ນະມັດສະການ​ກັບ​ພີ່ນ້ອງ​ຂອງ​ເຮົາ ມັນ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ອົດທົນ

ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ໃຫ້​ກັບ​ເຮົາ​ໃນ​ອະນາຄົດ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ

ເມື່ອ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ຂອງ​ເຮົາ​ໃຫ້​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ

ວິທີ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ

ຖ້າ​ເຮົາ​ນຶກ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ເມື່ອ​ເຮົາ​ເຊື່ອຟັງ​ເພິ່ນ ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຄວາມ​ທຸກ​ໄດ້

ການ​ອົດທົນ​ດ້ວຍ​ຄວາມ​ສັດຊື່​ມີ​ປະໂຫຍດ​ຫຍັງ​ແດ່?

ເຮົາ​ໃຫ້​ກຽດ​ພະ​ເຢໂຫວາ​ພະເຈົ້າ

ສພສ 27:11; ຢຮ 15:7, 8; 1ປຕ 1:6, 7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 1:6-12; 2:3-5—ຊາຕານ​ກ່າວຫາ​ວ່າ​ພະ​ເຢໂຫວາ​ອວຍພອນ​ຫຼື​ປົກປ້ອງ​ຜູ້​ຄົນ​ເພື່ອ​ເຂົາເຈົ້າ​ຈະ​ຮັບໃຊ້​ເພິ່ນ. ໂຢບ​ຕ້ອງ​ອົດທົນ​ເພື່ອ​ພິສູດ​ວ່າ​ຊາຕານ​ຄິດ​ຜິດ

    • ຣມ 5:19; 1ປຕ 1:20, 21—ບໍ່​ຄື​ກັບ​ອາດາມ​ຜູ້​ທີ່​ບໍ່​ເຊື່ອຟັງ​ພະເຈົ້າ ພະ​ເຢຊູ​ອົດທົນ​ຢ່າງ​ສັດຊື່​ຈົນ​ເຖິງ​ເສຍ​ຊີວິດ​ແລະ​ເພິ່ນ​ຕອບ​ຄຳ​ຖາມ​ນີ້​ທີ່​ວ່າ: ມະນຸດ​ທີ່​ສົມບູນ​ສາມາດ​ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ເມື່ອ​ຖືກ​ທົດສອບ​ສຸດ​ຂີດ​ໄດ້​ບໍ?

ເຮົາ​ສະໜັບສະໜູນ​ໃຫ້​ຜູ້​ອື່ນ​ອົດທົນ

ຄວາມ​ອົດທົນ​ຊ່ວຍ​ໃຫ້​ເຮົາ​ປະສົບ​ຄວາມ​ສຳເລັດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ

ຖ້າ​ເຮົາ​ອົດທົນ ພະ​ເຢໂຫວາ​ຈະ​ພໍໃຈ​ເຮົາ​ແລະ​ໃຫ້​ລາງວັນ​ເຮົາ