ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄວາມ​ເຊື່ອ

ຄວາມ​ເຊື່ອ

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ຄວາມ​ເຊື່ອ​ຫຼາຍ?

ຢຮ 3:16, 18; ຄລຕ 3:8, 9, 11; ອຟຊ 6:16; ຮຣ 11:6

ເບິ່ງ 2ກຣ 5:7 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຮຣ 11:1–12:3—ອັກຄະສາວົກ​ໂປໂລ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄວາມ​ເຊື່ອ​ແລະ​ເລົ່າ​ເຖິງ​ຕົວຢ່າງ​ຂອງ​ຫຼາຍຄົນ​ທີ່​ມີ​ຄວາມ​ເຊື່ອ ເຊັ່ນ​ອາເບັນ​ແລະ​ພະ​ເຢຊູ​ຄລິດ

    • ຢກບ 2:18-24—ຢາໂກໂບ​ໄດ້​ອະທິບາຍ​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ພິສູດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ ຄື​ກັບ​ອັບຣາຮາມ

ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ?

ຣມ 10:9, 10, 17; 1ກຣ 16:13; ຢກບ 2:17

ເບິ່ງ ຮຣ 3:12-14 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 20:1-6, 12, 13, 20-23—ເມື່ອ​ສັດຕູ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ກະສັດ​ເຢໂຮຊາຟັດ​ບອກ​ເຂົາເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຜູ້​ພະຍາກອນ​ຂອງ​ເພິ່ນ ແລ້ວ​ຈາກນັ້ນ​ເຂົາເຈົ້າ​ກໍ​ຈະ​ປະສົບ​ຄວາມ​ສຳເລັດ

    • 1ກສ 18:41-46—ຜູ້​ພະຍາກອນ​ເອລີຢາ​ສະແດງ​ຄວາມ​ເຊື່ອ​ໂດຍ​ການ​ລໍ​ຖ້າ​ຢ່າງ​ອົດທົນ​ເພື່ອ​ໃຫ້​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ທີ່​ຈະ​ຢຸດ​ຄວາມ​ແຫ້ງ​ແລ້ງ​ທີ່​ຍາວ​ນານ