ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄອບຄົວ

ຄອບຄົວ

ພະ​ເຢໂຫວາ​ເປັນ​ຜູ້​ກໍ່​ຕັ້ງ​ຄອບຄົວ

ພໍ່​ແມ່

ເບິ່ງ “ພໍ່​ແມ່

ພໍ່

ເບິ່ງ “ພໍ່

ແມ່

ເບິ່ງ “ແມ່

ຜົວ ເມຍ

ເບິ່ງ “ແຕ່ງດອງ

ລູກ​ຊາຍ​ລູກ​ສາວ

ພະ​ເຢໂຫວາ​ຄາດໝາຍ​ຫຍັງ​ຈາກ​ລູກ?

ເປັນ​ຫຍັງ​ລູກ​ຕ້ອງ​ເຊື່ອຟັງ​ພໍ່​ແມ່?

ອຟຊ 6:1-3; ກລຊ 3:20

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 78:1-8—ຄົນ​ອິດສະຣາເອນ​ບອກ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ວ່າ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ພະ​ບັນຍັດ​ຂອງ​ເພິ່ນ​ກັບ​ເຂົາເຈົ້າ​ເພື່ອ​ວ່າ​ລູກ​ຫຼານ​ຈະ​ໄວ້ໃຈ​ພະເຈົ້າ​ແລະ​ບໍ່​ກາຍ​ເປັນ​ກະບົດ

    • ລກ 2:51, 52—ເຖິງ​ວ່າ​ພະ​ເຢຊູ​ຈະ​ສົມບູນແບບ ແຕ່​ພະ​ເຢຊູ​ຍັງ​ເຊື່ອຟັງ​ພໍ່​ແມ່​ທີ່​ເປັນ​ມະນຸດ​ທີ່​ບໍ່​ສົມບູນແບບ​ຕະຫຼອດ​ຊີວິດ​ຂອງ​ເພິ່ນ

ເປັນ​ຫຍັງ​ລູກ​ຈຶ່ງ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຄົາລົບ​ນັບຖື​ພໍ່​ແມ່?

ພະ​ເຢໂຫວາ​ຄິດ​ແນວ​ໃດ​ກັບ​ລູກ​ທີ່​ບໍ່​ເຊື່ອຟັງ​ພໍ່​ແມ່?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 21:18-21—ຕາມ​ກົດໝາຍ​ຂອງ​ໂມເຊ ຖ້າ​ລູກ​ຊາຍ​ຄົນ​ໜຶ່ງ​ໃຫຍ່​ຂຶ້ນ​ມາ​ເປັນ​ຄົນ​ຫົວ​ແຂງ​ແລະ​ບໍ່​ຟັງ​ຄວາມ​ພໍ່​ແມ່ ລາວ​ຈະ​ຖືກ​ປະຫານ​ຊີວິດ

    • 2ກສ 2:23, 24—ຍ້ອນ​ວ່າ​ພວກ​ເດັກນ້ອຍ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ບໍ່​ເຄົາລົບ​ນັບຖື​ຜູ້​ພະຍາກອນ​ເອລີຊາ​ເຊິ່ງ​ເປັນ​ໂຕ​ແທນ​ຂອງ​ພະເຈົ້າ ເຂົາເຈົ້າ​ຈຶ່ງ​ຖືກ​ໝີ​ແມ່ 2 ໂຕ​ຂ້າ

ພໍ່​ແມ່​ຄວນ​ຮູ້ສຶກ​ແນວ​ໃດ​ກັບ​ການ​ລ້ຽງ​ລູກ?

ພສ 127:3; 128:3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລລວ 26:9—ເມື່ອ​ຄົນ​ອິດສະຣາເອນ​ມີ​ລູກ ເຂົາເຈົ້າ​ຖື​ວ່າ​ເປັນ​ພອນ​ຈາກ​ພະ​ເຢໂຫວາ

    • ໂຢບ 42:12, 13—ເນື່ອງ​ຈາກ​ໂຢບ​ຮັກສາ​ຄວາມ​ສັດຊື່​ແມ່ນ​ແຕ່​ຕອນ​ທີ່​ລາວ​ຕ້ອງ​ທົນທຸກ​ຫຼາຍ ພະ​ເຢໂຫວາ​ຈຶ່ງ​ໃຫ້​ລາວ​ແລະ​ເມຍ​ຂອງ​ລາວ​ມີ​ລູກ​ອີກ 10 ຄົນ

ພະ​ເຢໂຫວາ​ຕ້ອງການ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ແນວ​ໃດ

ພສ 34:14; ສພສ 15:23; 19:11

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 27:41; 33:1-11—ຫຼັງ​ຈາກ​ທີ່​ຢາໂຄບ​ໄດ້​ພະຍາຍາມ​ຫຼາຍ​ແທ້​ຫຼາຍ​ວ່າ​ທີ່​ຈະ​ສະແດງ​ຄວາມ​ເຄົາລົບ​ນັບຖື​ແລະ​ຄືນດີ​ກັບ​ອ້າຍ​ຂອງ​ລາວ ເອຊາວ​ກໍ​ປະຕິບັດ​ກັບ​ລາວ​ດ້ວຍ​ຄວາມ​ຮັກ

ລູກ​ຊາຍ​ລູກ​ສາວ​ທີ່​ໃຫຍ່​ແລ້ວ​ຄວນ​ເຮັດ​ແນວ​ໃດ​ກັບ​ພໍ່​ແມ່​ແລະ​ພໍ່​ຕູ້​ແມ່​ຕູ້​ພໍ່​ປູ່​ແມ່​ຍ່າ?

ສພສ 23:22; 1ຕມ 5:4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 11:31, 32—ເມື່ອ​ຍ້າຍ​ອອກ​ຈາກ​ເມືອງ​ອູເຣ ອັບຣາຮາມ​ກໍ​ພາ​ເຕຣາ​ຜູ້​ເປັນ​ພໍ່​ຂອງ​ລາວ​ໄປ​ນຳ​ແລະ​ເບິ່ງແຍງ​ລາວ​ຈົນ​ຕາຍ

    • ມທ 15:3-6—ພະ​ເຢຊູ​ໃຊ້​ກົດໝາຍ​ຂອງ​ໂມເຊ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລູກ​ທີ່​ໃຫຍ່​ແລ້ວ​ຄວນ​ຊ່ວຍ​ເຫຼືອ​ພໍ່​ແມ່​ທີ່​ຂັດສົນ

ພໍ່​ແມ່​ຂອງ​ຄູ່​ແຕ່ງດອງ

ພໍ່​ຕູ້​ແມ່​ຕູ້​ພໍ່​ປູ່​ແມ່​ຍ່າ