ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຍົກໂທດ

ຍົກໂທດ

ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຍົກໂທດ​ແທ້​ໆ​ບໍ?

ພສ 86:5; ດນອ 9:9; ມກ 7:18

ເບິ່ງ 2ປຕ 3:9 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 78:40, 41; 106:36-46—ເຖິງ​ແມ່ນ​ວ່າ​ຄົນ​ອິດສະຣາເອນ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ເຈັບ​ປວດ​ໃຈ​ເລື້ອຍ​ໆ​ແຕ່​ເພິ່ນ​ກໍ​ຍົກໂທດ​ໃຫ້​ເຂົາເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ

    • ລກ 15:11-32—ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ຍົກໂທດ​ຂອງ​ພະ​ເຢໂຫວາ​ໂດຍ​ການ​ເວົ້າ​ເຖິງ​ພໍ່​ທີ່​ມີ​ຄວາມ​ເມດຕາ​ແລະ​ວິທີ​ທີ່​ລາວ​ຍົກໂທດ​ໃຫ້​ລູກ​ຊາຍ​ທີ່​ເຮັດ​ຜິດ​ແຕ່​ໄດ້​ກັບໃຈ​ໃນ​ພາຍ​ຫຼັງ

ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ການ​ຍົກໂທດ​ບາບ?

ຢຮ 1:29; ອຟຊ 1:7; 1ຢຮ 2:1, 2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຮຣ 9:22-28—ໂປໂລ​ອະທິບາຍ​ວ່າ​ພະ​ເຢໂຫວາ​ສາມາດ​ຍົກໂທດ​ຄວາມ​ຜິດ​ຂອງ​ເຮົາ​ໄດ້​ເພາະ​ພະ​ເຢຊູ​ເສຍ​ສະລະ​ຊີວິດ​ເພື່ອ​ເຮົາ

    • ພນມ 7:9, 10, 14, 15—ໂຢຮັນ​ຂຽນ​ວ່າ​ພະເຈົ້າ​ຍົກໂທດ​ບາບ​ຂອງ “ຄົນ​ກຸ່ມ​ໃຫຍ່” ເພາະ​ວ່າ​ເຂົາເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ການ​ເສຍ​ສະລະ​ຂອງ​ພະ​ເຢຊູ

ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ເຮັດ​ຜິດ​ຕໍ່​ເຮົາ?

ມທ 6:14, 15; ມຣກ 11:25; ລກ 17:3, 4; ຢກບ 2:13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 42:7-10—ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ຮັກສາ​ປິ່ນປົວ​ໂຢບ​ແລະ​ອວຍພອນ​ໃຫ້​ລາວ ພະ​ເຢໂຫວາ​ຂໍ​ໃຫ້​ລາວ​ອະທິດຖານ​ເພື່ອ​ຊາຍ 3 ຄົນ​ທີ່​ເວົ້າ​ໃຫ້​ລາວ

    • ມທ 18:21-35—ພະ​ເຢຊູ​ເລົ່າ​ເລື່ອງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ຍົກໂທດ​ໃຫ້​ຄົນ​ອື່ນ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ

ການ​ສາລະພາບ​ບາບ​ຂອງ​ເຮົາ​ແລະ​ກັບໃຈ​ມີ​ຄວາມ​ສຳຄັນ​ແນວ​ໃດ?

ກຈກ 3:19; 26:20; 1ຢຮ 1:8-10

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 32:1-5; 51:1, 2, 16, 17—ຍ້ອນ​ກະສັດ​ດາວິດ​ເຮັດ​ບາບ​ຮ້າຍ​ແຮງ ລາວ​ຈຶ່ງ​ຮູ້ສຶກ​ເຈັບ​ປວດ​ໃຈ​ແລະ​ເສຍໃຈ ແລະ​ລາວ​ຈຶ່ງ​ກັບໃຈ​ແທ້​ໆ​

    • ຢກບ 5:14-16—ຢາໂກໂບ​ອະທິບາຍ​ວ່າ​ຖ້າ​ເຮົາ​ເຮັດ​ບາບ​ຮ້າຍ​ແຮງ ເຮົາ​ຄວນ​ໄປ​ຫາ​ພວກ​ຜູ້​ເບິ່ງແຍງ

ເຮົາ​ຕ້ອງ​ປ່ຽນແປງ​ຫຍັງ​ແດ່​ຖ້າ​ຢາກ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ?

ສພສ 28:13; ອຊຢ 55:7; ອຟຊ 4:28

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 21:27-29; 2ຂຄ 18:18-22, 33, 34; 19:1, 2—ກະສັດ​ອາຮາບ​ເສຍໃຈ​ເມື່ອ​ໄດ້​ຍິນ​ວ່າ​ພະ​ເຢໂຫວາ​ຈະ​ລົງໂທດ​ລາວ ແຕ່​ລາວ​ພັດ​ບໍ່​ໄດ້​ສຳນຶກ​ຜິດ​ແທ້​ໆ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ລົງ​ໄປ ດັ່ງນັ້ນ​ພະ​ເຢໂຫວາ​ຈຶ່ງ​ບໍ່​ຍົກໂທດ​ໃຫ້​ລາວ​ແລະ​ໃຫ້​ປະຫານ​ຊີວິດ​ລາວ

    • 2ຂຄ 33:1-16—ກະສັດ​ມານາເຊ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ແທ້​ຊົ່ວ​ວ່າ ແຕ່​ພະ​ເຢໂຫວາ​ຍົກໂທດ​ໃຫ້​ລາວ​ຍ້ອນ​ລາວ​ສຳນຶກ​ຜິດ​ແທ້​ໆ. ຫຼັງ​ຈາກນັ້ນ ມານາເຊ​ພະຍາຍາມ​ຫ້າມ​ພວກ​ອິດສະຣາເອນ​ບໍ່​ໃຫ້​ນະມັດສະການ​ຮູບ​ບູຊາ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ນະມັດສະການ​ພະ​ເຢໂຫວາ

ພະ​ເຢໂຫວາ​ເຕັມໃຈ​ທີ່​ຈະ​ຍົກໂທດ​ຫຼາຍ​ສ່ຳ​ໃດ​ຖ້າ​ເຮົາ​ກັບໃຈ​ແທ້​ໆ?

ພສ 103:10-14; ອຊຢ 1:18; 38:17; ຢຣມ 31:34; ມກ 7:19

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຊມ 12:13; 24:1; 1ກສ 9:4, 5—ດາວິດ​ໄດ້​ເຮັດ​ຜິດ​ຫຼາຍ ແຕ່​ພະ​ເຢໂຫວາ​ຍົກໂທດ​ໃຫ້​ລາວ​ຍ້ອນ​ລາວ​ສຳນຶກ​ຜິດ ແລະ​ຕໍ່​ມາ​ພະ​ເຢໂຫວາ​ບອກ​ວ່າ​ດາວິດ​ເປັນ​ຄົນ​ສັດຊື່

ພະ​ເຢຊູ​ຮຽນ​ແບບ​ວິທີ​ທີ່​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຍົກໂທດ​ໃຫ້​ຄົນ​ອື່ນ​ແນວ​ໃດ?

ພສ 86:5; ລກ 23:33, 34

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 26:36, 40, 41—ລູກສິດ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ພະ​ເຢຊູ​ເຜີ​ຫຼັບ​ໄປ​ເມື່ອ​ເພິ່ນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຂົາເຈົ້າ​ຫຼາຍ​ທີ່​ສຸດ ແຕ່​ພະ​ເຢຊູ​ເຂົ້າໃຈ​ວ່າ​ເຖິງ​ແມ່ນ​ເຂົາເຈົ້າ​ຕ້ອງການ​ຊ່ວຍ​ເຫຼືອ​ເພິ່ນ ແຕ່​ເຂົາເຈົ້າ​ກໍ​ເມື່ອຍ​ຫຼາຍ

    • ມທ 26:69-75; ລກ 24:33, 34; ກຈກ 2:37-41—ເປໂຕ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ພະ​ເຢຊູ ແຕ່​ລາວ​ກັບໃຈ​ແລະ​ພະ​ເຢຊູ​ໄດ້​ຍົກໂທດ​ໃຫ້​ລາວ. ຫຼັງ​ຈາກ​ພະ​ເຢຊູ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ​ເພິ່ນ​ໄດ້​ໄປ​ຢາມ​ເປໂຕ​ແລະ​ຕໍ່​ມາ​ໄດ້​ໃຊ້​ລາວ​ໃນ​ວິທີ​ທີ່​ສຳຄັນ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຄົມ​ຕ່າງ​ໆ​

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ຍົກໂທດ​ໃຫ້​ທຸກ​ຄົນ?

ມທ 12:31; ຮຣ 10:26, 27; 1ຢຮ 5:16, 17

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 23:29-33—ພະ​ເຢຊູ​ເຕືອນ​ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາຍ​ວ່າ​ເຂົາເຈົ້າ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ໃນ​ເກເຮັນນາ ຫຼື​ຄວາມ​ພິນາດ​ຢ່າງ​ຖາວອນ

    • ຢຮ 17:12; ມຣກ 14:21—ພະ​ເຢຊູ​ເອີ້ນ​ຢູດາອິສະກາຣີອົດ​ວ່າ​ເປັນ “ຄົນ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ” ແລະ​ບອກ​ວ່າ​ຄື​ຊິ​ດີ​ກວ່າ​ນີ້​ຖ້າ​ຄົນ​ທໍລະຍົດ​ຄົນ​ນີ້​ບໍ່​ໄດ້​ເກີດ​ມາ

ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຮົາ​ຍົກໂທດ​ໃຫ້​ຄົນ​ອື່ນ?