ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເປັນ​ໝູ່​ກັບ​ໂລກ

ເປັນ​ໝູ່​ກັບ​ໂລກ

ໃຜ​ປົກຄອງ​ໂລກ​ໃນ​ທຸກ​ມື້​ນີ້?

ອຟຊ 2:2; 1ຢຮ 5:19

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 4:5-8—ຊາຕານ​ສະເໜີ​ໃຫ້​ພະ​ເຢຊູ​ເປັນ​ຜູ້​ປົກຄອງ​ການ​ປົກຄອງ​ຂອງ​ໂລກ ແລະ​ພະ​ເຢຊູ​ບໍ່​ໄດ້​ປະຕິເສດ​ວ່າ​ຊາຕານ​ບໍ່​ມີ​ອຳນາດ​ທີ່​ຈະ​ເຮັດ​ແບບ​ນັ້ນ

ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ຖ້າ​ເຮົາ​ພະຍາຍາມ​ເປັນ​ໝູ່​ກັບ​ໂລກ?

ຢກບ 4:4; 1ຢຮ 2:15, 16

ເບິ່ງ ຢກບ 1:27 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 18:1-3; 19:1, 2—ພະ​ເຢໂຫວາ​ຕຳໜິ​ເຢໂຮຊາຟັດ​ກະສັດ​ທີ່​ດີ​ເພາະ​ລາວ​ເລືອກ​ທີ່​ຈະ​ເປັນ​ໝູ່​ກັບ​ກະສັດ​ອາຮາບ​ທີ່​ຊົ່ວ​ຮ້າຍ

ການ​ເຂົ້າ​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ເບິ່ງ​ໂລກ​ນີ້​ສົ່ງ​ຜົນ​ຕໍ່​ໝູ່​ທີ່​ເຮົາ​ເລືອກ​ແນວ​ໃດ

ເບິ່ງ “ຄົບຫາ

ເປັນ​ຫຍັງ​ເຮົາ​ຈຶ່ງ​ປະຕິເສດ​ວິທີ​ຄິດ​ຂອງ​ໂລກ​ກ່ຽວກັບ​ເງິນ​ແລະ​ສິ່ງ​ຂອງ

ເບິ່ງ “ນິຍົມ​ວັດຖຸ

ເປັນ​ຫຍັງ​ເຮົາ​ຈຶ່ງ​ປະຕິເສດ​ວິທີ​ຄິດ​ຂອງ​ໂລກ​ກ່ຽວກັບ​ຄວາມ​ຕ້ອງການ​ທາງ​ເພດ?

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຄວນ​ລະ​ມັດ​ລະວັງ​ທີ່​ຈະ​ບໍ່​ໃຫ້​ກຽດ​ຜູ້​ຊາຍ ຜູ້​ຍິງ ແລະ​ອົງກອນ​ຕ່າງ​ໆ​ຫຼາຍ​ເກີນ​ໄປ?

ມທ 4:10; ຣມ 1:25; 1ກຣ 10:14

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 12:21-23—ພະ​ເຢໂຫວາ​ປະຫານ​ເຮໂຣດ​ອັກກິບປາ​ເພາະ​ລາວ​ຍອມ​ໃຫ້​ປະຊາຊົນ​ນະມັດສະການ​ລາວ

    • ພນມ 22:8, 9—ໂຢຮັນ​ພະຍາຍາມ​ນະມັດສະການ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ມີ​ລິດເດດ ແຕ່​ທູດສະຫວັນ​ບອກ​ໃຫ້​ໂຢຮັນ​ຢຸດ​ແລະ​ບອກ​ວ່າ​ລາວ​ຄວນ​ນະມັດສະການ​ພະ​ເຢໂຫວາ​ເທົ່າ​ນັ້ນ

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຮັກສາ​ຄວາມ​ເປັນ​ກາງ​ກ່ຽວກັບ​ການເມືອງ​ແລະ​ຊາດ​ນິຍົມ?

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ປະຕິເສດ​ທີ່​ຈະ​ຫຍຸ້ງ​ກ່ຽວກັບ​ສາສະໜາ​ອື່ນ?

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ປະຕິເສດ​ທີ່​ຈະ​ຍອມຮັບ​ວິທີ​ຄິດ​ຂອງ​ໂລກ​ຕໍ່​ມາດຕະຖານ​ຂອງ​ພະ​ເຢໂຫວາ?

ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມັກ​ກຽດຊັງ​ແລະ​ຂົ່ມເຫງ​ຜູ້​ຕິດຕາມ​ພະຄລິດ?

ເປັນ​ຫຍັງ​ການ​ຮັກ​ສິ່ງ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້​ຈຶ່ງ​ເປັນ​ເລື່ອງ​ທີ່​ບໍ່​ສະຫຼາດ?

ຄລິດສະຕຽນ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ກະລຸນາ​ຕໍ່​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ແນວ​ໃດ?

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ຄວນ​ເຊື່ອຟັງ​ກົດໝາຍ ຜູ້​ປົກຄອງ ແລະ​ຜູ້​ມີ​ອຳນາດ?

ມທ 22:21; ຣມ 13:1-7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 25:8; 26:2, 25—ອັກຄະສາວົກ​ໂປໂລ​ເຊື່ອຟັງ​ກົດໝາຍ​ແລະ​ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ປົກຄອງ