ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂສກເສົ້າ

ໂສກເສົ້າ

ຕົວຢ່າງ​ອັນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ຜິດ​ທີ່​ຈະ​ໂສກເສົ້າ​ເສຍໃຈ​ເມື່ອ​ມີ​ຄົນ​ຕາຍ?

ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຕ້ອງການ​ປອບ​ໃຈ​ຄົນ​ທີ່​ໂສກເສົ້າ?

ການ​ຮູ້​ຄວາມ​ຈິງ​ກ່ຽວກັບ​ສິ່ງ​ທີ່​ເກີດຂຶ້ນ​ເມື່ອ​ຄົນ​ໆ​ໜຶ່ງ​ຕາຍ​ມັນ​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ​ແນວ​ໃດ?

ປຍຈ 9:5, 10; 1ທຊ 4:13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 20:37, 38—ພະ​ເຢຊູ​ບອກ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ເປັນ​ເລື່ອງ​ທີ່​ແນ່​ໃຈ​ໄດ້​ເຖິງ​ຂະໜາດ​ທີ່​ພະ​ເຢໂຫວາ​ຖື​ວ່າ​ເຂົາເຈົ້າ​ຍັງ​ມີ​ຊີວິດ​ຢູ່

    • ຢຮ 11:5, 6, 11-14—ຫຼັງ​ຈາກ​ທີ່​ລາຊະໂຣ​ໝູ່​ທີ່​ຮັກ​ຂອງ​ພະ​ເຢຊູ​ຕາຍ ເພິ່ນ​ປຽບທຽບ​ຄວາມ​ຕາຍ​ເປັນ​ຄື​ກັບ​ການ​ນອນ​ຫຼັບ

    • ຮຣ 2:14, 15—ໂປໂລ​ອະທິບາຍ​ວ່າ​ຫຼາຍ​ຄົນ​ຖືກ​ການ​ຢ້ານ​ຄວາມ​ຕາຍ​ຄວບຄຸມ ແຕ່​ເຮົາ​ບໍ່​ຈຳເປັນ​ຕ້ອງ​ຮູ້ສຶກ​ແບບ​ນີ້

ຄົນ​ໆ​ໜຶ່ງ​ຈະ​ມີ​ຄ່າ​ຫຼາຍ​ສຳລັບ​ພະ​ເຢໂຫວາ​ເມື່ອ​ລາວ​ຕາຍ​ໄປ​ຫຼາຍ​ກວ່າ​ຕອນ​ທີ່​ລາວ​ເກີດ​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຕາຍ​ແນວ​ໃດ ແລະ​ພະເຈົ້າ​ຈະ​ເຮັດ​ແນວ​ໃດ​ກ່ຽວກັບ​ຄວາມ​ຕາຍ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ​ໃນ​ອະນາຄົດ?

ອຊຢ 26:19; ຢຮ 5:28, 29; ກຈກ 24:15

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວກັບ 8 ຄົນ​ທີ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ຄັ້ງ​ຢູ່​ເທິງ​ໂລກ ແລະ​ຍັງ​ບອກ​ເຮົາ​ກ່ຽວກັບ​ການ​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ຄັ້ງ​ຂອງ​ພະ​ເຢຊູ​ຂຶ້ນ​ສູ່​ສະຫວັນ​ນຳ. ຖ້າ​ຄົນ​ທີ່​ເຈົ້າ​ຮັກ​ເສຍ​ຊີວິດ​ໄປ ເຈົ້າ​ສາມາດ​ໄດ້​ຮັບ​ການ​ປອບ​ໂຍນ​ແລະ​ຄວາມ​ຫວັງ​ສຳລັບ​ອະນາຄົດ​ໃນ​ແຕ່​ລະ​ເລື່ອງ​ລາວ

      • 1ກສ 17:17-24—ຜູ້​ພະຍາກອນ​ເອລີຢາ​ໄດ້​ເຮັດ​ໃຫ້​ລູກ​ຊາຍ​ຂອງ​ແມ່​ໝ້າຍ​ໃນ​ຊາເຣຟັດ ເມືອງ​ໜຶ່ງ​ໃນ​ຊີໂດນ ກັບ​ມາ​ມີ​ຊີວິດ​ອີກ

      • 2ກສ 4:32-37—ຜູ້​ພະຍາກອນ​ເອລີຊາ​ໄດ້​ປຸກ​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ເມືອງ​ຊູເນມ​ຄືນ​ມາ​ມີ​ຊີວິດ​ແລະ​ມອບ​ໃຫ້​ພໍ່​ແມ່​ຂອງ​ລາວ

      • 2ກສ 13:20, 21—ສົບ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຕາຍ​ແລ້ວ​ໄດ້​ຕົກ​ຖືກ​ກະດູກ​ຂອງ​ເອລີຊາ ແລະ​ຜູ້​ຊາຍ​ຄົນ​ນັ້ນ​ກໍ​ຟື້ນ​ຄືນ​ມາ​ຈາກ​ຕາຍ

      • ລກ 7:11-15—ພະ​ເຢຊູ​ໄດ້​ພົບ​ກັບ​ຄົນ​ບັກ​ຫຼາຍ​ໆ​ທີ່​ມາ​ກັບ​ແມ່​ໝ້າຍ​ຄົນ​ໜຶ່ງ​ເພື່ອ​ຝັງ​ສົບ​ລູກ​ຊາຍ​ຂອງ​ລາວ​ແລະ​ພະ​ເຢຊູ​ໄດ້​ປຸກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ຄືນ​ມາ​ຈາກ​ຕາຍ

      • ລກ 8:41, 42, 49-56—ພະ​ເຢຊູ​ປຸກ​ລູກ​ສາວ​ຂອງ​ຢາອີໂຣ ເຊິ່ງ​ເປັນ​ຫົວໜ້າ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ໃຫ້​ຄືນ​ມາ​ຈາກ​ຕາຍ

      • ຢຮ 11:38-44—ພະ​ເຢຊູ​ປຸກ​ລາຊະໂຣ​ໝູ່​ທີ່​ຮັກ​ຂອງ​ເພິ່ນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ໃຫ້​ລາວ​ໄດ້​ຢູ່​ກັບ​ມາທາ​ແລະ​ມາຣິອາ​ທີ່​ເປັນ​ເອື້ອຍ​ນ້ອງ​ຂອງ​ລາວ​ອີກ​ຄັ້ງ

      • ກຈກ 9:36-42—ເປໂຕ​ໄດ້​ປຸກ​ຜູ້​ຍິງ​ຄລິດສະຕຽນ​ຄົນ​ໜຶ່ງ ເຊິ່ງ​ຮູ້​ຈັກ​ກັນ​ດີ​ວ່າ​ໂດຣະກາ​ຜູ້​ໃຈ​ດີ​ແລະ​ເອື້ອເຟື້ອ​ເຜື່ອ​ແຜ່ ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ

      • ກຈກ 20:7-12—ອັກຄະສາວົກ​ໂປໂລ​ປຸກ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ ເຊິ່ງ​ຕາຍ​ຫຼັງ​ຈາກ​ຕົກ​ລົງ​ມາ​ຈາກ​ປ່ອງ​ຢ້ຽມ ໃຫ້​ຄືນ​ມາ​ຈາກ​ຕາຍ

    • ພະ​ເຢໂຫວາ​ປຸກ​ພະ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ​ອະມະຕະ​ໃນ​ສະຫວັນ​ເຊິ່ງ​ພິສູດ​ວ່າ​ຄຳ​ສັນຍາ​ທັງໝົດ​ຂອງ​ພະເຈົ້າ​ສຳລັບ​ອະນາຄົດ​ຈະ​ຕ້ອງ​ເກີດຂຶ້ນ​ແທ້​ແນ່ນອນ

    • ພະ​ເຢຊູ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ສູ່​ສະຫວັນ​ແລະ​ໄດ້​ຮັບ​ຄວາມ​ເປັນ​ອະມະຕະ​ແຕ່​ບໍ່​ແມ່ນ​ຄົນ​ສຸດທ້າຍ ລູກສິດ​ຜູ້​ທີ່​ຖືກເລືອກ​ໃຫ້​ໄປ​ສະຫວັນ 144.000 ຄົນ​ຂອງ​ເພິ່ນ​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ທີ່​ຄ້າຍຄື​ກັນ

ເຮົາ​ຈະ​ຊ່ວຍ​ຜູ້​ທີ່​ໂສກເສົ້າ​ຈາກ​ການ​ສູນ​ເສຍ​ຄົນ​ທີ່​ຮັກ​ໄດ້​ແນວ​ໃດ?