ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຫົວໃຈ

ຫົວໃຈ

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເມື່ອ​ຄຳພີ​ໄບເບິນ​ໃຊ້​ຄຳ​ວ່າ “ຫົວໃຈ” ໂດຍ​ປົກກະຕິ​ມັກ​ໝາຍເຖິງ​ຕົວ​ຕົນ​ພາຍ​ໃນ​ຂອງ​ເຮົາ ເຊິ່ງ​ລວມ​ເຖິງ​ຄວາມ​ຄິດ ຄວາມ​ຕັ້ງໃຈ ຄຸນລັກສະນະ ແລະ​ອາລົມ?

ພສ 49:3; ສພສ 16:9; ລກ 5:22; ກຈກ 2:26

ເບິ່ງ ພບຍ 15:7; ພສ 19:8 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 9:46-48—ພະ​ເຢຊູ​ໄດ້​ແກ້ໄຂ​ພວກ​ລູກສິດ​ຂອງ​ເພິ່ນ​ຍ້ອນ​ເພິ່ນ​ຮູ້​ວ່າ​ໃນ​ໃຈ​ເຂົາເຈົ້າ​ຢາກ​ເປັນ​ໃຫຍ່

ເປັນ​ຫຍັງ​ການ​ປົກປ້ອງ​ຫົວໃຈ​ຂອງ​ເຮົາ​ຈຶ່ງ​ສຳຄັນ?

1ຂຄ 28:9; ສພສ 4:23; ຢຣມ 17:9

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 6:5-7—ຄວາມ​ຊົ່ວ​ໃນ​ໃຈ​ຂອງ​ມະນຸດ​ເຮັດ​ໃຫ້​ເກີດ​ຄວາມ​ຮຸນແຮງ​ແລະ​ເຮັດ​ໃຫ້​ພະເຈົ້າ​ເຮັດ​ໃຫ້​ນ້ຳ​ມາ​ຖ້ວມ​ໂລກ

    • 1ກສ 11:1-10—ກະສັດ​ໂຊໂລໂມນ​ບໍ່​ໄດ້​ປົກປ້ອງ​ຫົວໃຈ​ຂອງ​ໂຕເອງ ໂດຍ​ແຕ່ງດອງ​ກັບ​ເມຍ​ຕ່າງ​ຊາດ​ເຊິ່ງ​ເຮັດ​ໃຫ້​ໃຈ​ຂອງ​ລາວ​ເອນ​ອຽງ​ໄປ​ຈາກ​ພະ​ເຢໂຫວາ

    • ມຣກ 7:18-23—ພະ​ເຢຊູ​ອະທິບາຍ​ວ່າ​ສິ່ງ​ຊົ່ວ​ທັງໝົດ​ອອກ​ມາ​ຈາກ​ໃຈ​ແລະ​ສາມາດ​ກະຕຸ້ນ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ພະເຈົ້າ​ກຽດຊັງ

ເຮົາ​ສາມາດ​ປົກປ້ອງ​ຫົວໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ?

ພສ 19:14; ສພສ 3:3-6; ລກ 21:34; ຟລປ 4:8

ເບິ່ງ ອຊຣ 7:8-10; ພສ 119:11 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຟຊ 6:14-18; 1ທຊ 5:8—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ຄວາມ​ຖືກຕ້ອງ ຄວາມ​ເຊື່ອ ແລະ​ຄວາມ​ຮັກ​ສາມາດ​ປົກປ້ອງ​ຫົວໃຈ​ໂດຍ​ໄນ​ໄດ້​ຄື​ກັນ​ກັບ​ທີ່​ເສື້ອ​ເກາະ​ປ້ອງກັນ​ເອິກ​ປົກປ້ອງ​ຫົວໃຈ​ແທ້​ໆ​

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ມີ​ບັນຫາ​ກັບ​ຫົວໃຈ​ໂດຍ​ໄນ ຫຼື​ບຸກຄົນ​ພາຍ​ໃນ​ຂອງ​ເຮົາ?

ສພສ 21:2-4; ຮຣ 3:12

ເບິ່ງ ສພສ 6:12-14 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 25:1, 2, 17-27—ກະສັດ​ອາມາຊີຢາ​ເຮັດ​ສິ່ງ​ທີ່​ພະເຈົ້າ​ເບິ່ງ​ວ່າ​ຖືກຕ້ອງ​ຢູ່​ໄລຍະ​ໜຶ່ງ ແຕ່​ລາວ​ບໍ່​ໄດ້​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ແລະ​ລາວ​ກໍ​ຍິ່ງ​ຈອງຫອງ ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ທົນທຸກ​ກັບ​ຜົນ​ທີ່​ຕາມ​ມາ

    • ມທ 7:17-20—ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ຖ້າ​ເຮົາ​ມີ​ໃຈ​ບໍ່​ດີ ເຮົາ​ກໍ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ດີ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ປູກ​ຝັງ​ຫົວ​ໃຈ​ທີ່​ດີ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ສພສ 10:8; 15:28; ລກ 6:45

ເບິ່ງ ພສ 119:97, 104; ຣມ 12:9-16; 1ຕມ 1:5 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 20:1-6—ກະສັດ​ເຮເຊກີຢາ​ສັດຊື່​ແລະ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ ດັ່ງນັ້ນ​ຕອນ​ທີ່​ລາວ​ບໍ່​ສະບາຍ​ແຮງ​ແລະ​ໃກ້​ຊິ​ຕາຍ ລາວ​ຈຶ່ງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ

    • ມທ 21:28-32—ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ສະພາບ​ຫົວໃຈ​ຂອງ​ຄົນ​ໆ​ໜຶ່ງ​ຖືກ​ເປີດເຜີຍ​ໂດຍ​ສິ່ງ​ທີ່​ລາວ​ເຮັດ ຫຼາຍ​ກວ່າ​ສິ່ງ​ທີ່​ລາວ​ເວົ້າ​ວ່າ​ຈະ​ເຮັດ

ເປັນ​ຫຍັງ​ຈຶ່ງ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຫົວ​ໃຈ​ຂອງ​ເຮົາ?

1ຂຄ 28:9; ຢຣມ 17:10

ເບິ່ງ 1ຊມ 2:3 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 16:1-13—ຜູ້​ພະຍາກອນ​ຊາມູເອນ​ໄດ້​ຮູ້​ວ່າ​ສຳລັບ​ພະ​ເຢໂຫວາ​ແລ້ວ​ບໍ່​ສຳຄັນ​ວ່າ​ເຮົາ​ຈະ​ມີ​ຮູບ​ຮ່າງ​ໜ້າ​ຕາ​ເປັນ​ແນວ​ໃດ ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເພິ່ນ​ເບິ່ງ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຮົາ

    • 2ຂຄ 6:28-31—ຄຳ​ອະທິດຖານ​ຂອງ​ກະສັດ​ໂຊໂລໂມນ​ໃນ​ການ​ອຸທິດ​ວິຫານ​ຂອງ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ຮູ້​ຈັກ​ໃຈ​ຂອງ​ເຮົາ​ແທ້​ໆ​ແລະ​ໃຊ້​ຄວາມ​ຮູ້​ນັ້ນ​ເພື່ອ​ເບິ່ງແຍງ​ເຮົາ