ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕຳແໜ່ງ​ໃນ​ສັງຄົມ

ຕຳແໜ່ງ​ໃນ​ສັງຄົມ

ຄລິດສະຕຽນ​ຄວນ​ຍ້ອງຍໍ​ມະນຸດ​ໂດຍ​ໃຊ້​ຕຳແໜ່ງ​ທາງ​ສາສະໜາ​ບໍ?

ຢຮ 5:41

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 18:18, 19—ເຖິງ​ວ່າ​ພະ​ເຢຊູ​ຈະ​ເປັນ​ຄົນ​ດີ ແຕ່​ເພິ່ນ​ປະຕິເສດ​ທີ່​ຈະ​ຮັບ​ຕຳແໜ່ງ ‘ອາຈານ​ທີ່​ດີ’ ໂດຍ​ບອກ​ວ່າ​ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ດີ

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ໃຊ້​ຕຳແໜ່ງ​ທາງ​ສາສະໜາ​ເຊັ່ນ “ພໍ່” ຫຼື “ຜູ້​ນຳ”?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 23:9-12—ພະ​ເຢຊູ​ບໍ່​ໃຫ້​ໃຊ້​ຕຳແໜ່ງ​ທີ່​ມີ​ກຽດ ເຊັ່ນ “ພໍ່” ຫຼື “ຜູ້​ນຳ”

    • 1ກຣ 4:14-17—ເຖິງ​ວ່າ​ອັກຄະສາວົກ​ໂປໂລ​ເປັນ​ຄື​ກັບ​ພໍ່​ຂອງ​ຫຼາຍ​ໆ​ຄົນ ແຕ່​ເຂົາເຈົ້າ​ບໍ່​ໄດ້​ເອີ້ນ​ລາວ​ວ່າ​ພໍ່​ໂປໂລ

ເປັນ​ຫຍັງ​ຈຶ່ງ​ເໝາະ​ສົມ​ທີ່​ຄລິດສະຕຽນ​ຈະ​ເຮັດ​ໂຕ​ຄື​ເປັນ​ພີ່ນ້ອງ​ກັນ​ແລະ​ເອີ້ນ​ກັນ​ແລະ​ກັນ​ວ່າ​ພີ່ນ້ອງ?

ມທ 23:8

ເບິ່ງ ກຈກ 12:17; 18:18; ຣມ 16:1 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 12:46-50—ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ​ເພິ່ນ​ເບິ່ງ​ວ່າ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ເປັນ​ພີ່ນ້ອງ​ຂອງ​ເພິ່ນ

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ສາມາດ​ໃຊ້​ຕຳແໜ່ງ​ສຳລັບ​ຜູ້​ປົກຄອງ ຜູ້​ພິພາກສາ ແລະ​ເຈົ້າ​ໜ້າທີ່​ອື່ນ​ໆ?

ຣມ 13:1, 7; 1ປຕ 2:17

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 26:1, 2, 25—ເມື່ອ​ໂປໂລ​ເວົ້າ​ກັບ​ເຈົ້າ​ໜ້າທີ່​ຂອງ​ການ​ປົກຄອງ​ເຊັ່ນ​ອັກກິບປາ​ແລະ​ເຟຊະໂຕ ລາວ​ໃຊ້​ຕຳແໜ່ງ​ທີ່​ເປັນ​ທາງ​ການ