ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຖ່ອມ

ຖ່ອມ

ພະ​ເຢໂຫວາ​ເບິ່ງ​ຄົນ​ຖ່ອມ​ແລະ​ຄົນ​ຍິ່ງ​ແນວ​ໃດ?

ພສ 138:6; ສພສ 15:25; 16:18, 19; 22:4; 1ປຕ 5:5

ເບິ່ງ ສພສ 29:23; ອຊຢ 2:11, 12 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 26:3-5, 16-21—ກະສັດ​ອຸດຊີຢາ​ກາຍ​ເປັນ​ຄົນ​ຍິ່ງ​ຈອງຫອງ ລາວ​ເຮັດ​ຜິດ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ລາວ​ໃຈ​ຮ້າຍ​ຫຼາຍ​ເມື່ອ​ພວກ​ປະໂລຫິດ​ບອກ​ລາວ​ວ່າ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ນັ້ນ​ຜິດ ດັ່ງນັ້ນ​ພະເຈົ້າ​ຈຶ່ງ​ລົງໂທດ​ລາວ​ດ້ວຍ​ພະຍາດ​ຂີ້ທູດ

    • ລກ 18:9-14—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເພື່ອ​ອະທິບາຍ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ຄຳ​ອະທິດຖານ​ຂອງ​ຄົນ​ຍິ່ງ​ຈອງຫອງ​ແລະ​ຄົນ​ຖ່ອມ

ພະ​ເຢໂຫວາ​ເຮັດ​ແນວ​ໃດ​ເມື່ອ​ເຮົາ​ກັບໃຈ​ຢ່າງ​ຈິງໃຈ​ແລະ​ຖ່ອມ​ໂຕ?

2ຂຄ 7:13, 14; ພສ 51:2-4, 17

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 12:5-7—ກະສັດ​ເຣໂຮໂບອາມ​ແລະ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ຍອມຮັບ​ການ​ຕັດສິນໃຈ​ຂອງ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຖ່ອມ​ໂຕ​ແລະ​ກັບໃຈ ດັ່ງນັ້ນ​ພະ​ເຢໂຫວາ​ຈຶ່ງ​ບໍ່​ໄດ້​ທຳລາຍ​ເຂົາເຈົ້າ

    • 2ຂຄ 32:24-26—ເຮເຊກີຢາ​ກະສັດ​ທີ່​ດີ​ກາຍ​ເປັນ​ຄົນ​ຍິ່ງ​ຈອງຫອງ ແຕ່​ພະ​ເຢໂຫວາ​ໃຫ້​ອະໄພ​ລາວ​ເມື່ອ​ລາວ​ຖ່ອມ​ໂຕ

ການ​ສະແດງ​ຄວາມ​ຖ່ອມ​ຊ່ວຍ​ໃຫ້​ເຮົາ​ປັບປຸງ​ສາຍສຳພັນ​ຂອງ​ເຮົາ​ກັບ​ຜູ້​ອື່ນ​ໄດ້​ແນວ​ໃດ?

ອຟຊ 4:1, 2; ຟລປ 2:3; ກລຊ 3:12, 13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 33:3, 4—ເອຊາວ​ໃຈ​ຮ້າຍ​ໃຫ້​ຢາໂຄບ​ແຕ່​ຢາໂຄບ​ໄດ້​ສະແດງ​ຄວາມ​ຖ່ອມ​ຫຼາຍ​ເມື່ອ​ລາວ​ໄດ້​ພົບ​ກັບ​ອ້າຍ​ຂອງ​ໂຕເອງ ແລະ​ຍ້ອນ​ແນວ​ນີ້ ຈຶ່ງ​ມີ​ຄວາມ​ສະຫງົບສຸກ​ລະຫວ່າງ​ເຂົາເຈົ້າ​ອີກ​ເທື່ອ​ໜຶ່ງ

    • ຜຕສ 8:1-3—ຜູ້​ຕັດສິນ​ກີເດໂອນ​ບອກ​ພວກ​ຜູ້​ຊາຍ​ໃນ​ຕະກູນ​ເອຟຣາຢິມ​ດ້ວຍ​ຄວາມ​ຖ່ອມ​ໂຕ​ວ່າ​ເຂົາເຈົ້າ​ເໜືອ​ກວ່າ​ລາວ ດັ່ງນັ້ນ​ເຂົາເຈົ້າ​ຈຶ່ງ​ໃຈ​ເຢັນ​ລົງ​ແລະ​ບໍ່​ໄດ້​ຕໍ່ສູ້​ກັບ​ລາວ​ອີກ​ຕໍ່​ໄປ

ພະ​ເຢຊູ​ຄລິດ​ໄດ້​ສອນ​ແນວ​ໃດ​ວ່າ​ການ​ຖ່ອມ​ໂຕ​ເປັນ​ສິ່ງ​ສຳຄັນ​ສຳລັບ​ເຮົາ?

ມທ 18:1-5; 23:11, 12; ມຣກ 10:41-45

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຊຢ 53:7; ຟລປ 2:7, 8—ຕາມ​ທີ່​ຜູ້​ພະຍາກອນ​ໄດ້​ບອກ​ໄວ້​ລ່ວງ​ໜ້າ ພະ​ເຢຊູ​ຖ່ອມ​ໂຕ ແລະ​ເພິ່ນ​ເຕັມໃຈ​ທີ່​ຈະ​ລົງ​ມາ​ໂລກ​ແລະ​ຕາຍ​ດ້ວຍ​ວິທີ​ທີ່​ໂຫດ​ຮ້າຍ​ແລະ​ໜ້າ​ອັບອາຍ

    • ລກ 14:7-11—ພະ​ເຢຊູ​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວກັບ​ການ​ນັ່ງ​ບ່ອນ​ທີ່​ມີ​ກຽດ​ທີ່​ສຸດ​ໃນ​ງານ​ລ້ຽງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຖ່ອມ​ໂຕ​ຈະ​ມີ​ປະໂຫຍດ​ຕໍ່​ຊີວິດ​ຂອງ​ເຮົາ​ແນວ​ໃດ

    • ຢຮ 13:3-17—ພະ​ເຢຊູ​ສອນ​ລູກສິດ​ໃຫ້​ອ່ອນນ້ອມ​ຖ່ອມ​ຕົນ​ຕອນ​ເພິ່ນ​ເຮັດ​ວຽກ​ຂອງ​ຄົນ​ຮັບໃຊ້​ແລະ​ລ້າງ​ຕີນ​ໃຫ້​ພວກ​ລູກສິດ

ຖ້າ​ເຮົາ​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ໂຕເອງ​ແລະ​ຄົນ​ອື່ນ​ໃນ​ແບບ​ທີ່​ພະ​ເຢໂຫວາ​ເບິ່ງ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ໃຈ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ການ​ທຳທ່າ​ເຮັດ​ໂຕ​ເປັນ​ຄື​ກັບ​ຄົນ​ຖ່ອມ​ຈຶ່ງ​ບໍ່​ມີ​ປະໂຫຍດ?