ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສັດຊື່​ພັກດີ​ຕໍ່​ພະເຈົ້າ

ສັດຊື່​ພັກດີ​ຕໍ່​ພະເຈົ້າ

ຄວາມ​ສັດຊື່​ພັກດີ​ຕໍ່​ພະເຈົ້າ​ແມ່ນ​ຫຍັງ?

ພສ 18:23-25; 26:1, 2; 101:2-7; 119:1-3, 80

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລລວ 22:17-22—ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ສັດ​ທີ່​ຈະ​ເປັນ​ເຄື່ອງ​ບູຊາ​ຕ້ອງ “ຕຸ້ຍ​ພີ​ດີ​ງາມ” ຫຼື​ແຂງແຮງ​ສົມບູນ ບໍ່​ມີ​ຂໍ້​ບົກ​ພ່ອງ​ທີ່​ສຳຄັນ ຄຳ​ວ່າ “ຕຸ້ຍ​ພີ​ດີ​ງາມ” ມີ​ຄວາມ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃກ້ຊິດ​ກັບ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ຄວາມ​ສັດຊື່” ເຊິ່ງ​ຊີ້​ໃຫ້​ເຫັນ​ວ່າ​ຄວາມ​ສັດຊື່​ກ່ຽວ​ຂ້ອງ​ກັບ​ການ​ອຸທິດ​ໂຕ​ຂອງ​ເຮົາ​ໝົດ​ທັງ​ກາຍ​ແລະ​ໃຈ ຫຼື​ຢ່າງ​ເຕັມທີ​ຕໍ່​ພະ​ເຢໂຫວາ

    • ໂຢບ 1:1, 4, 5, 8; 2:3—ແນວ​ທາງ​ຊີວິດ​ຂອງ​ໂຢບ​ສະແດງ​ໃຫ້​ເຫັນ​ວ່າ​ເພື່ອ​ຈະ​ມີ​ຄວາມ​ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ ຄົນ​ໃດ​ຄົນ​ໜຶ່ງ​ຕ້ອງ​ນັບຖື​ເພິ່ນ​ຈາກ​ໃຈ ນະມັດສະການ​ເພິ່ນ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ ແລະ​ຫຼີກລ່ຽງ​ສິ່ງ​ທີ່​ບໍ່​ດີ​ໃນ​ສາຍ​ຕາ​ຂອງ​ເພິ່ນ

ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ສັດຊື່​ພັກດີ​ຕໍ່​ພະເຈົ້າ?

ອັນ​ໃດ​ສາມາດ​ກະຕຸ້ນ​ເຮົາ​ໃຫ້​ຮັກສາ​ຄວາມ​ສັດຊື່​ພັກດີ​ຕໍ່​ພະເຈົ້າ​ໄດ້?

ເຮົາ​ຈະ​ພັດທະນາ​ແລະ​ຮັກສາ​ຄວາມ​ສັດຊື່​ພັກດີ​ຕໍ່​ພະເຈົ້າ​ໄດ້​ແນວ​ໃດ?

ຢຊ 24:14, 15; ພສ 101:2-4

ເບິ່ງ ພບຍ 5:29; ອຊຢ 48:17, 18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 31:1-11, 16-33—ໂຢບ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ຢ່າງ​ເຕັມທີ​ໃນ​ຊີວິດ​ປະຈຳ​ວັນ​ໂດຍ​ການ​ຫຼີກລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ແລະ​ປະຕິບັດ​ຕໍ່​ຜູ້​ອື່ນ​ດ້ວຍ​ຄວາມ​ເມດຕາ​ແລະ​ໃຫ້​ກຽດ. ລາວ​ນະມັດສະການ​ພະ​ເຢໂຫວາ​ເທົ່າ​ນັ້ນ ບໍ່​ແມ່ນ​ຮູບ​ບູຊາ ແລະ​ລາວ​ໃຫ້​ຄວາມ​ສຳຄັນ​ກັບ​ສາຍສຳພັນ​ຂອງ​ລາວ​ກັບ​ເພິ່ນ​ຫຼາຍ​ກວ່າ​ຊັບສິນ​ຂອງ​ລາວ

    • ດນອ 1:6-21—ດານີເອນ​ແລະ​ໝູ່ 3 ຄົນ​ຂອງ​ລາວ​ເຊື່ອຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ ລວມ​ທັງ​ກົດໝາຍ​ກ່ຽວກັບ​ອາຫານ ເຖິງ​ວ່າ​ເຂົາເຈົ້າ​ຈະ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ກໍ​ຕາມ

ຖ້າ​ຄົນ​ໆ​ໜຶ່ງ​ເຮັດ​ຜິດ​ພາດ​ຫຼາຍ​ຄັ້ງ ລາວ​ຈະ​ກັບ​ມາ​ມີ​ຄວາມ​ສັດຊື່​ພັກດີ​ຕໍ່​ພະເຈົ້າ​ຄື​ເກົ່າ​ໄດ້​ບໍ?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 9:2-5; ພສ 78:70-72—ເນື່ອງ​ຈາກ​ກະສັດ​ດາວິດ​ກັບໃຈ ພະ​ເຢໂຫວາ​ຈຶ່ງ​ໃຫ້​ອະໄພ​ລາວ​ແລະ​ຖື​ວ່າ​ລາວ​ເປັນ​ຄົນ​ສັດຊື່

    • ອຊຢ 1:11-18—ພະ​ເຢໂຫວາ​ບອກ​ປະຊາຊົນ​ຂອງ​ເພິ່ນ​ວ່າ​ເຂົາເຈົ້າ​ເຮັດ​ຜິດ​ຫຼາຍ​ແຕ່​ເພິ່ນ​ຈະ​ຍົກໂທດ​ໃຫ້​ເຂົາເຈົ້າ​ຖ້າ​ເຂົາເຈົ້າ​ກັບໃຈ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ຊົ່ວ