ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮັກ

ຮັກ

ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ແນວ​ໃດ?

ຢຣມ 31:3; ຢຮ 3:16; ຣມ 5:8; 1ຢຮ 4:8, 19

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 1:1, 26-31; 2:8, 9, 15, 16—ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ໂລກ​ດ້ວຍ​ຄວາມ​ຮັກ​ແລະ​ໃຫ້​ມະນຸດ​ຄູ່​ທຳອິດ​ມີ​ຫຼາຍ​ສິ່ງ​ທີ່​ເຂົາເຈົ້າ​ສາມາດ​ມີ​ຄວາມ​ສຸກ​ໄດ້​ຢູ່​ໃນ​ສວນ​ເອເດັນ

    • ພສ 104:27-30—ຜູ້​ຂຽນ​ເພງ​ສັນລະເສີນ​ສັນລະເສີນ​ພະ​ເຢໂຫວາ​ທີ່​ເພິ່ນ​ເອົາໃຈໃສ່​ສິ່ງ​ທີ່​ມີ​ຊີວິດ​ທັງໝົດ​ດ້ວຍ​ຄວາມ​ຮັກ

ເຮົາ​ຈະ​ສະແດງ​ຄວາມ​ຮັກ​ໄດ້​ແນວ​ໃດ?

ຢຮ 13:34, 35; 15:12, 13; 1ປຕ 4:8; 1ຢຮ 4:10, 11; 5:3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 22:36-39—ພະ​ເຢຊູ​ໄດ້​ບອກ​ວ່າ​ກົດໝາຍ​ຂໍ້​ສຳຄັນ​ທີ່​ສຸດ 2 ຂໍ້​ແມ່ນ​ການ​ຮັກ​ພະເຈົ້າ​ແລະ​ຮັກ​ຜູ້​ອື່ນ

    • 1ກຣ 13:1-8—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ຄວາມ​ຮັກ​ເປັນ​ສິ່ງ​ສຳຄັນ ລາວ​ຍັງ​ບອກ​ເຮົາ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ໄດ້​ແນວ​ໃດ