ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນິຍົມ​ວັດຖຸ

ນິຍົມ​ວັດຖຸ

ຄຳພີ​ໄບເບິນ​ສອນ​ວ່າ​ການ​ມີ​ເງິນ​ຫຼື​ວັດຖຸ​ສິ່ງ​ຂອງ​ເປັນ​ເລື່ອງ​ຜິດ​ບໍ?

ປຍຈ 7:12

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 3:11-14—ພະ​ເຢໂຫວາ​ອວຍພອນ​ກະສັດ​ໂຊໂລໂມນ​ໃຫ້​ຮັ່ງ​ໃຫ້​ມີ​ເພາະ​ລາວ​ຖ່ອມ​ໂຕ

    • ໂຢບ 1:1-3, 8-10—ເຖິງ​ວ່າ​ໂຢບ​ຈະ​ລວຍ​ຫຼາຍ ແຕ່​ສາຍສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ກໍ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ລາວ

ເປັນ​ຫຍັງ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ຈຶ່ງ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແທ້​ໆ?

ເມື່ອ​ໃດ​ທີ່​ຄວາມ​ລວຍ​ບໍ່​ມີ​ປະໂຫຍດ​ສຳລັບ​ເຮົາ?

ອັນ​ໃດ​ແມ່ນ​ອັນຕະລາຍ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ລວຍ?

ຄວາມ​ລວຍ​ສາມາດ​ຫຼອກລວງ​ເຮົາ​ໄດ້​ແນວ​ໃດ?

ສພສ 11:4, 18, 28; 18:11; ມທ 13:22

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 8:18-24—ຊີໂມນ​ເປັນ​ຄົນ​ໂງ່​ແລະ​ພະຍາຍາມ​ຊື້​ຕຳແໜ່ງ​ໃນ​ປະຊາຄົມ

ເຮົາ​ຈະ​ສູນ​ເສຍ​ຫຍັງ​ໄປ​ຖ້າ​ເຮົາ​ຮັກ​ເງິນ?

ມທ 6:19-21; ລກ 17:31, 32

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມຣກ 10:17-23—ຍ້ອນ​ເສດຖີ​ໜຸ່ມ​ຮັກ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ເກີນ​ໄປ ລາວ​ຈຶ່ງ​ບໍ່​ເລືອກ​ທີ່​ຈະ​ຕິດຕາມ​ພະ​ເຢຊູ

    • 1ຕມ 6:17-19—ໂປໂລ​ບອກ​ຄລິດສະຕຽນ​ທີ່​ຮັ່ງ​ວ່າ​ຢ່າ​ເປັນ​ຄົນ​ຖື​ໂຕ ເພາະ​ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍໃຈ

ການ​ນິຍົມ​ວັດຖຸ​ສິ່ງ​ຂອງ​ເຮັດ​ໃຫ້​ຄວາມ​ເຊື່ອ​ອ່ອນແອ​ແລະ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍໃຈ​ເຮົາ​ໄດ້​ແນວ​ໃດ?

ພບຍ 8:10-14; ສພສ 28:20; 1ຢຮ 2:15-17

ເບິ່ງ ພສ 52:6, 7; ອມ 3:12, 15; 6:4-8 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 31:24, 25, 28—ໂຢບ​ເຂົ້າ​ໃຈ​ວ່າ​ເປັນ​ເລື່ອງ​ຜິດ​ທີ່​ຈະ​ໝັ້ນໃຈ​ໃນ​ຄວາມ​ລວຍ ເພາະ​ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ບໍ່​ໄດ້​ໝັ້ນໃຈ​ໃນ​ພະເຈົ້າ

    • ລກ 12:15-21—ພະ​ເຢຊູ​ເຕືອນ​ໃຫ້​ລະວັງ​ການ​ນິຍົມ​ວັດຖຸ​ສິ່ງ​ຂອງ​ໂດຍ​ເວົ້າ​ເຖິງ​ເສດຖີ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ເປັນ​ຄົນ​ຮັ່ງ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ

ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຮົາ​ມີ​ໄດ້​ແນວ​ໃດ?

ຊັບ​ສົມບັດ​ແບບ​ໃດ​ທີ່​ມີ​ຄ່າ​ກວ່າ​ຊັບສິນ​ທາງ​ດ້ານ​ວັດຖຸ ແລະ​ຍ້ອນຫຍັງ?

ສພສ 3:11, 13-18; 10:22; ມທ 6:19-21

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຮກ 1:3-11—ພະ​ເຢໂຫວາ​ໃຊ້​ຜູ້​ພະຍາກອນ​ຮັກກາຍ​ເພື່ອ​ບອກ​ປະຊາຊົນ​ຂອງ​ເພິ່ນ​ວ່າ​ເຂົາເຈົ້າ​ບໍ່​ໄດ້​ຮັບ​ການ​ອວຍພອນ​ຈາກ​ເພິ່ນ​ຍ້ອນ​ເຂົາເຈົ້າ​ຫຍຸ້ງ​ຢູ່​ກັບ​ການ​ເບິ່ງແຍງ​ເຮືອນ​ຊານ​ຂອງ​ໂຕເອງ​ແລະ​ຢູ່​ແບບ​ສະດວກ​ສະບາຍ​ແຕ່​ເຂົາເຈົ້າ​ບໍ່​ສະໜັບສະໜູນ​ການ​ນະມັດສະການ​ແທ້

    • ພນມ 3:14-19—ພະ​ເຢຊູ​ໃຫ້​ຄຳ​ແນະນຳ​ທີ່​ໜັກແໜ້ນ​ກັບ​ຄລິດສະຕຽນ​ໃນ​ເມືອງ​ລາວດີເກອາ​ເພາະ​ວັດຖຸ​ສິ່ງ​ຂອງ​ສຳຄັນ​ສຳລັບ​ເຂົາເຈົ້າ​ຫຼາຍ​ກວ່າ​ການ​ຮັບໃຊ້​ພະເຈົ້າ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ໃນ​ການ​ໃຊ້​ຊີວິດ?