ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເມດຕາ

ເມດຕາ

ມີ​ຄຸນລັກສະນະ​ໃດ​ອີກ​ແດ່​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ເມດຕາ?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 51:1, 2—ເມື່ອ​ກະສັດ​ດາວິດ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ ລາວ​ຂໍ​ໃຫ້​ພະ​ເຢໂຫວາ​ໃຫ້​ອະໄພ​ລາວ​ແລະ​ເອົາ​ບາບ​ອອກ​ຈາກ​ລາວ

    • ລກ 10:29-37—ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ເຂົາ​ໃຈ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ໄດ້​ແນວ​ໃດ​ໂດຍ​ການ​ເລົ່າ​ເລື່ອງ​ຄົນ​ຊາມາເຣຍ​ຜູ້​ໜຶ່ງ​ທີ່​ສະແດງ​ຄວາມ​ເມດຕາ​ກະລຸນາ​ແລະ​ຊ່ວຍ​ເຫຼືອ​ຄົນ​ຢິວ

ເປັນ​ຫຍັງ​ມະນຸດ​ທຸກ​ຄົນ​ຈຶ່ງ​ຕ້ອງ​ໄດ້​ຮັບ​ຄວາມ​ເມດຕາ?

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ?

ອພຍ 34:6; ນຮຢ 9:17; ພສ 103:8; 2ກຣ 1:3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 42:1, 2, 6-10; ຢກບ 5:11—ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ກັບ​ໂຢບ​ແລະ​ສອນ​ລາວ​ໃຫ້​ມີ​ຄວາມ​ເມດຕາ​ຄື​ກັນ

    • ລກ 15:11-32—ພະ​ເຢຊູ​ເວົ້າ​ເຖິງ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ໂດຍ​ການ​ພັນລະນາ​ວ່າ​ພໍ່​ປະຕິບັດ​ຕໍ່​ລູກ​ຊາຍ​ທີ່​ບໍ່​ເຊື່ອຟັງ​ເຊິ່ງ​ກັບໃຈ​ແນວ​ໃດ

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ?

ການ​ເສຍ​ສະລະ​ຂອງ​ພະຄລິດ​ຊ່ວຍ​ໃຫ້​ເຮົາ​ໄດ້​ຮັບ​ການ​ຍົກໂທດ​ຄວາມ​ຜິດ​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຂໍ​ຄວາມ​ເມດຕາ​ແລະ​ຂອບໃຈ​ສະເໝີ?

ລກ 11:2-4; ຮຣ 4:16

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 51:1-4—ກະສັດ​ດາວິດ​ເສຍໃຈ​ຫຼາຍ​ສຳລັບ​ບາບ​ຂອງ​ລາວ ແລະ​ລາວ​ຖ່ອມ​ໂຕ​ແລະ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຈາກ​ພະ​ເຢໂຫວາ

    • ລກ 18:9-14—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເພື່ອ​ສອນ​ໃຫ້​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທີ່​ຖ່ອມ​ໂຕ​ແລະ​ຍອມຮັບ​ຄວາມ​ຜິດ​ບາບ​ຂອງ​ເຂົາເຈົ້າ

ແມ່ນ​ແຕ່​ຄົນ​ທີ່​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ໄດ້​ແນວ​ໃດ?

ພບຍ 4:29-31; ອຊຢ 55:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 33:9-13, 15—ມານາເຊ​ເປັນ​ກະສັດ​ທີ່​ຊົ່ວ​ຫຼາຍ ແຕ່​ລາວ​ກັບໃຈ​ແລະ​ອ້ອນວອນ​ຂໍ​ຄວາມ​ເມດຕາ​ຈາກ​ພະເຈົ້າ. ລາວ​ໄດ້​ກັບ​ມາ​ເປັນ​ກະສັດ​ຄື​ເກົ່າ​ແລະ​ຈາກ​ສິ່ງ​ທີ່​ລາວ​ເຮັດ​ລາວ​ໄດ້​ພິສູດ​ວ່າ​ລາວ​ໄດ້​ປ່ຽນແປງ​ໄປ​ແລ້ວ​ແທ້​ໆ​

    • ຢນ 3:4-10—ຄົນ​ໃນ​ເມືອງ​ນີເນເວ​ມັກ​ທຳຮ້າຍ​ຄົນ​ອື່ນ​ແລະ​ໄດ້​ຂ້າ​ຄົນ​ໄປ​ຈຳນວນ​ຫຼາຍ ແຕ່​ເຂົາເຈົ້າ​ປ່ຽນແປງ​ໂຕເອງ​ແລະ​ພະເຈົ້າ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຂົາເຈົ້າ

ເປັນ​ຫຍັງ​ການ​ສາລະພາບ​ຄວາມ​ຜິດ​ຂອງ​ເຮົາ​ໃຫ້​ພະ​ເຢໂຫວາ​ຟັງ​ແລະ​ປ່ຽນແປງ​ຊີວິດ​ຂອງ​ເຮົາ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ເມດຕາ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ?

ແມ່ນ​ແຕ່​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ ເຮົາ​ອາດ​ຍັງ​ຖືກ​ລົງໂທດ​ແລະ​ປະສົບ​ກັບ​ບັນຫາ​ບາງ​ຢ່າງ​ທີ່​ເປັນ​ຜົນ​ມາ​ຈາກ​ການ​ເຮັດ​ຜິດ​ພາດ​ຂອງ​ເຮົາ

ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ?

ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ສາຍສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ຖ້າ​ເຮົາ​ບໍ່​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ອື່ນ?

ມທ 9:13; 23:23; ຢກບ 2:13

ເບິ່ງ ສພສ 21:13 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 18:23-35—ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ຖ້າ​ເຮົາ​ບໍ່​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ​ພະ​ເຢໂຫວາ​ກໍ​ຈະ​ບໍ່​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ

    • ລກ 10:29-37—ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບທຽບ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ທັງ​ເພິ່ນ​ແລະ​ພະ​ເຢໂຫວາ​ບໍ່​ພໍໃຈ​ກັບ​ຄົນ​ທີ່​ບໍ່​ສະແດງ​ຄວາມ​ເມດຕາ ແຕ່​ພໍໃຈ​ກັບ​ຄົນ​ທີ່​ເປັນ​ຄື​ກັບ​ຄົນ​ຊາມາເຣຍ​ທີ່​ມີ​ຄວາມ​ເມດຕາ

ພະ​ເຢໂຫວາ​ປະຕິບັດ​ຕໍ່​ຜູ້​ທີ່​ມີ​ຄວາມ​ເມດຕາ​ແນວ​ໃດ?