ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ປະຕິບັດ​ບໍ່​ດີ

ປະຕິບັດ​ບໍ່​ດີ

ເຮົາ​ອາດຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ຖືກ​ຜູ້​ອື່ນ​ປະຕິບັດ​ແບບ​ບໍ່​ດີ?

ພສ 69:20; ສພສ 18:14; ປຍຈ 4:1-3; ມລກ 2:13-16; ກລຊ 3:21

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຊມ 10:1-5—ດາວິດ​ມີ​ເມດຕາ​ຫຼາຍ​ເປັນ​ພິເສດ​ຕໍ່​ພວກ​ທະຫານ​ຂອງ​ລາວ​ທີ່​ຖືກ​ສັດຕູ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ອາຍ​ຫຼາຍ

    • 2ຊມ 13:6-19—ຫຼັງ​ຈາກ​ທີ່​ອຳໂນນ​ໄດ້​ຂົ່ມຂືນ​ແລະ​ເຮັດ​ໃຫ້​ຕາມາ​ອາຍ​ແລ້ວ​ໄລ່​ຕາມາ​ເມືອ​ເຮືອນ ຕາມາ​ກໍ​ໄດ້​ຮ້ອງໄຫ້​ສຽງ​ດັງ​ແລະ​ຈີກ​ເຄື່ອງນຸ່ງ​ຂອງ​ໂຕເອງ

ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮູ້​ດີ​ເມື່ອ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ຖືກ​ຂົ່ມເຫງ ແລະ​ເພິ່ນ​ຈະ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້?

ໂຢບ 34:21, 22; ພສ 37:8, 9; ອຊຢ 29:15, 19-21; ຣມ 12:17-21

ເບິ່ງ ພສ 63:6, 7 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 25:3, 14-17, 21, 32-38—ນາບານ​ຫຍາບ​ຄາຍ​ຕໍ່​ກະສັດ​ດາວິດ​ຫຼາຍ​ແລະ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ເຮືອນ​ຂອງ​ໂຕເອງ​ສ່ຽງ​ຕາຍ. ຕໍ່​ມາ​ພະ​ເຢໂຫວາ​ໄດ້​ລົງໂທດ​ນາບານ​ແລະ​ລາວ​ກໍ​ຕາຍ

    • ຢຣມ 20:1-6, 9, 11-13—ເຢເຣມີຢາ​ຮູ້ສຶກ​ທໍ້ຖອຍ​ໃຈ​ໃນ​ຕອນ​ທຳອິດ​ເມື່ອ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ປັດຊູ​ຕີ​ລາວ​ແລະ​ຈັບ​ລາວ​ໃສ່​ຂື່ ຈາກນັ້ນ​ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຜູ້​ພະຍາກອນ​ຂອງ​ເພິ່ນ​ໃຫ້​ລອດ