ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ແມ່

ແມ່

ຄວາມ​ຮັບ​ຜິດ​ຊອບ​ຂອງ​ແມ່​ແມ່ນ​ຫຍັງ?

ສພສ 31:17, 21, 26, 27; ຕຕ 2:4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 21:8-12—ເມື່ອ​ຊາຣາ​ສັງເກດ​ເຫັນ​ວ່າ​ອິດຊະມາເອນ​ຂົ່ມເຫງ​ອີຊາກ​ລູກ​ຊາຍ​ຂອງ​ລາວ ລາວ​ຈຶ່ງ​ຂໍຮ້ອງ​ໃຫ້​ອັບຣາຮາມ​ປົກປ້ອງ​ລູກ​ຊາຍ​ຂອງ​ລາວ

    • 1ກສ 1:11-21—ເມື່ອ​ອາໂດນີຢາ​ພະຍາຍາມ​ຕັ້ງ​ໂຕເອງ​ເປັນ​ກະສັດ ບັດເຊບາ​ໄດ້​ຂໍຮ້ອງ​ໃຫ້​ກະສັດ​ດາວິດ​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ເປັນ​ກະສັດ​ແລະ​ປົກປ້ອງ​ໂຊໂລໂມນ

ເປັນ​ຫຍັງ​ເຮົາ​ຕ້ອງ​ເຊື່ອຟັງ​ແລະ​ນັບຖື​ແມ່​ຂອງ​ເຮົາ?

ອພຍ 20:12; ພບຍ 5:16; 27:16; ສພສ 1:8; 6:20-22; 23:22

ເບິ່ງ 1ຕມ 5:9, 10 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ປຕ 3:5, 6—ອັກຄະສາວົກ​ເປໂຕ​ອະທິບາຍ​ວ່າ​ຊາຣາ​ໄດ້​ກາຍ​ເປັນ​ຄື​ແມ່​ຂອງ​ລູກ​ສາວ​ຫຼາຍ​ຄົນ​ຍ້ອນ​ຊາຣາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ

    • ສພສ 31:1, 15, 21, 28—ແມ່​ຂອງ​ກະສັດ​ເລມູເອນ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ມີ​ຄ່າ​ກັບ​ລາວ​ກ່ຽວກັບ​ການ​ແຕ່ງດອງ​ແລະ​ບົດບາດ​ສຳຄັນ​ຂອງ​ເມຍ​ແລະ​ແມ່

    • 2ຕມ 1:5; 3:15—ໂປໂລ​ໄດ້​ຍົກຍ້ອງ​ຢູນິເກ​ແມ່​ຂອງ​ຕີໂມທຽວ ເພາະ​ຢູນິເກ​ໄດ້​ສອນ​ລູກ​ຊາຍ​ຂອງ​ລາວ​ກ່ຽວກັບ​ພະຄຳພີ​ເຖິງ​ແມ່ນ​ວ່າ​ຜົວ​ຂອງ​ລາວ​ຈະ​ບໍ່​ມີ​ຄວາມ​ເຊື່ອ​ກໍ​ຕາມ