ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຊື່ອຟັງ

ເຊື່ອຟັງ

ການ​ເຊື່ອຟັງ​ມີ​ຄວາມ​ສຳຄັນ​ແນວ​ໃດ?

ອພຍ 19:5; ພບຍ 10:12, 13; ປຍຈ 12:13; ຢກບ 1:22

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 15:17-23—ຜູ້​ພະຍາກອນ​ຊາມູເອນ​ຕີ​ສອນ​ກະສັດ​ຊາອູນ​ຢ່າງ​ຮຸນແຮງ​ຍ້ອນ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ຈາກນັ້ນ​ຊາມູເອນ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຊື່ອຟັງ

    • ຮຣ 5:7-10—ເຖິງ​ວ່າ​ພະ​ເຢຊູ​ຈະ​ເຊື່ອຟັງ​ພໍ່​ສະເໝີ ແຕ່​ຕອນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ເພິ່ນ​ໄດ້​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ພໍ່​ເມື່ອ​ຜູ້​ອື່ນ​ເຮັດ​ໃຫ້​ເພິ່ນ​ຕ້ອງ​ທົນທຸກ​ທໍລະມານ

ຄລິດສະຕຽນ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຜູ້​ມີ​ອຳນາດ​ຂໍ​ໃຫ້​ລາວ​ບໍ່​ເຊື່ອຟັງ​ພະເຈົ້າ?

ກຈກ 5:29

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ດນອ 3:13-18—ເຖິງ​ແມ່ນ​ວ່າ​ຄົນ​ເຮັບເຣີ​ທີ່​ສັດຊື່ 3 ຄົນ​ອາດ​ຖືກ​ຂ້າ​ຕາຍ​ໄດ້ ແຕ່​ເຂົາເຈົ້າ​ບໍ່​ຍອມ​ກົ້ມ​ກາບ​ຮູບ​ປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ເຮັດ​ຂຶ້ນ​ມາ

    • ມທ 22:15-22—ພະ​ເຢຊູ​ອະທິບາຍ​ວ່າ​ພວກ​ລູກສິດ​ຂອງ​ເພິ່ນ​ເຊື່ອຟັງ​ການ​ປົກຄອງ ເວັ້ນ​ແຕ່​ວ່າ​ເຈົ້າ​ໜ້າທີ່​ເຫຼົ່າ​ນັ້ນ​ຂໍ​ໃຫ້​ເຂົາເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ

    • ກຈກ 4:18-31—ແມ່ນ​ແຕ່​ເມື່ອ​ເຈົ້າ​ໜ້າທີ່​ສັ່ງ​ໃຫ້​ເຊົາ​ປະກາດ ພວກ​ອັກຄະສາວົກ​ຍັງ​ປະກາດ​ຕໍ່​ໆ​ໄປ​ຢ່າງ​ກ້າຫານ

ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ເຮົາ​ຢາກ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ສະເໝີ?

ພບຍ 6:1-5; ພສ 112:1; 1ຢຮ 5:2, 3

ເບິ່ງ ພສ 119:11, 112; ຣມ 6:17 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຊຣ 7:7-10—ເອັດຊະຣາ​ປະໂລຫິດ​ທີ່​ສັດຊື່​ກຽມ​ໂຕ​ເພື່ອ​ຈະ​ວາງ​ຕົວຢ່າງ​ທີ່​ດີ​ໃນ​ການ​ເຊື່ອຟັງ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ໃນ​ການ​ສອນ​ພວກ​ອິດສະຣາເອນ

    • ຢຮ 14:31—ພະ​ເຢຊູ​ເປີດເຜີຍ​ເຫດຜົນ​ທີ່​ເພິ່ນ​ເຮັດ​ຕາມ​ທີ່​ພໍ່​ສັ່ງ​ໄວ້

ອັນ​ໃດ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ?

ການ​ເຊື່ອຟັງ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ຂອງ​ເຮົາ​ແນວ​ໃດ?

ຣມ 1:5; 10:16, 17; ຢກບ 2:20-23

ເບິ່ງ ພບຍ 9:23 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 6:9-22; ຮຣ 11:7—ໂນອາ​ສະແດງ​ຄວາມ​ເຊື່ອ​ໂດຍ​ການ​ເຮັດ​ເຮືອ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ ລາວ “ເຮັດ​ຕາມ​ທຸກ​ຢ່າງ”

    • ຮຣ 11:8, 9, 17—ອັບຣາຮາມ​ສະແດງ​ຄວາມ​ເຊື່ອ​ໂດຍ​ການ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ອອກ​ຈາກ​ເມືອງ​ອູເຣ​ແລະ​ຖວາຍ​ລູກ​ຊາຍ​ຂອງ​ໂຕ​ລາວ​ເອງ

ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ຄົນ​ທີ່​ເຊື່ອຟັງ​ເພິ່ນ?

ຢຣມ 7:23; ມທ 7:21; 1ຢຮ 3:22

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລລວ 26:3-6—ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ອວຍພອນ​ແລະ​ເບິ່ງແຍງ​ຜູ້​ທີ່​ເຊື່ອຟັງ​ເພິ່ນ

    • ຈຊບ 13:30, 31; 14:22-24—ຍ້ອນ​ກາເລັບ​ເຊື່ອຟັງ ພະ​ເຢໂຫວາ​ຈຶ່ງ​ອວຍພອນ​ລາວ

ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ບໍ່​ເຊື່ອຟັງ?

ຣມ 5:19; 2ທຊ 1:8, 9

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 2:16, 17; 3:17-19—ເນື່ອງ​ຈາກ​ອາດາມ​ກັບ​ເອວາ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ ເຂົາເຈົ້າ​ຈຶ່ງ​ສູນ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ໃນ​ອຸທິຍານ ຄວາມ​ສົມບູນແບບ ແລະ​ຊີວິດ​ຕະຫຼອດ​ໄປ

    • ພບຍ 18:18, 19; ກຈກ 3:12, 18, 22, 23—ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ຜູ້​ພະຍາກອນ​ທີ່​ໃຫຍ່​ກວ່າ​ໂມເຊ​ແລະ​ຜູ້​ທີ່​ບໍ່​ເຊື່ອຟັງ​ເພິ່ນ​ຈະ​ຖືກ​ລົງໂທດ

    • ຢດ 6, 7—ພວກ​ທູດສະຫວັນ​ທີ່​ກະບົດ​ແລະ​ຄົນ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ​ຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເຊື່ອຟັງ​ພະ​ເຢຊູ​ຄລິດ?

ປຖກ 49:10; ມທ 28:18

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຮ 12:46-48; 14:24—ພະ​ເຢຊູ​ອະທິບາຍ​ວ່າ​ການ​ບໍ່​ເຊື່ອຟັງ​ຄຳສອນ​ຂອງ​ເພິ່ນ​ນຳ​ໄປ​ສູ່​ການ​ຖືກ​ຕັດສິນ

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ເຊື່ອຟັງ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ?

ເປັນ​ຫຍັງ​ເມຍ​ຄລິດສະຕຽນ​ຄວນ​ຍອມ​ຢູ່​ໃຕ້​ອຳນາດ​ຜົວ?

ເປັນ​ຫຍັງ​ລູກ​ຈຶ່ງ​ເຊື່ອຟັງ​ພໍ່​ແມ່?

ສພສ 23:22; ອຟຊ 6:1; ກລຊ 3:20

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 37:3, 4, 8, 11-13, 18—ເມື່ອ​ໂຢເຊັບ​ຍັງ​ເປັນ​ໜຸ່ມ ລາວ​ເຊື່ອຟັງ​ພໍ່​ແລະ​ເດີນທາງ​ໄປ​ພົບ​ພວກ​ອ້າຍ​ຂອງ​ລາວ​ເຖິງ​ວ່າ​ເຂົາເຈົ້າ​ຈະ​ຊັງ​ລາວ​ກໍ​ຕາມ

    • ລກ 2:51—ພະ​ເຢຊູ​ຍັງ​ຄົງ​ເຊື່ອຟັງ​ໂຢເຊັບ​ແລະ​ມາຣິອາ​ເຖິງ​ວ່າ​ເພິ່ນ​ຈະ​ສົມບູນແບບ​ແລະ​ພໍ່​ແມ່​ທີ່​ເປັນ​ມະນຸດ​ຂອງ​ເພິ່ນ​ບໍ່​ເປັນ​ແບບ​ນັ້ນ

ເປັນ​ຫຍັງ​ຈຶ່ງ​ເປັນ​ການ​ສະຫຼາດ​ທີ່​ຈະ​ເຊື່ອຟັງ​ນາຍຈ້າງ​ທີ່​ເປັນ​ມະນຸດ​ເຖິງ​ແມ່ນ​ວ່າ​ຄົນ​ອື່ນ​ຈະ​ບໍ່​ໄດ້​ເຝົ້າ​ເບິ່ງ​ເຮົາ?

ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ເຊື່ອຟັງ​ການ​ປົກຄອງ?