ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຜູ້​ເຖົ້າ ຄົນ​ທີ່​ມີ​ອາຍຸ​ຫຼາຍ​ກວ່າ

ຜູ້​ເຖົ້າ ຄົນ​ທີ່​ມີ​ອາຍຸ​ຫຼາຍ​ກວ່າ

ຈະ​ເປັນ​ແນວ​ໃດ​ເມື່ອ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ?

ພສ 71:9; 90:10

ເບິ່ງ “ກຳລັງ​ໃຈ—ບາງ​ຄົນ​ເຮັດ​ຫຍັງ​ບໍ່​ໄດ້​ຫຼາຍ​ເທົ່າ​ທີ່​ເຂົາເຈົ້າ​ຕ້ອງການ​ເພາະ​ເຂົາເຈົ້າ​ເຈັບ​ປ່ວຍ​ຫຼື​ເຖົ້າ” ນຳ

ຜູ້​ສູງ​ອາຍຸ​ສາມາດ​ຮັກສາ​ຄວາມ​ຍິນດີ​ຂອງ​ໂຕເອງ​ໄວ້​ໄດ້​ບໍ​ເຖິງ​ວ່າ​ມີ​ການ​ທົດລອງ​ແລະ​ຂໍ້​ຈຳກັດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ມີ​ຍ້ອນ​ເຂົາເຈົ້າ​ອາຍຸ​ຫຼາຍ​ຂຶ້ນ?

2ກຣ 4:16-18; ຢກບ 1:2-4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 12:2, 23—ຜູ້​ພະຍາກອນ​ຊາມູເອນ​ທີ່​ເຖົ້າ​ຫຼາຍ​ແລ້ວ​ຮູ້​ວ່າ​ການ​ອະທິດຖານ​ເພື່ອ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕໍ່​ໄປ​ນັ້ນ​ສຳຄັນ​ຫຼາຍ​ສ່ຳ​ໃດ

    • 2ຊມ 19:31-39—ກະສັດ​ດາວິດ​ຢາກ​ຕອບ​ແທນ​ບາຊິລາຍ​ທີ່​ເຖົ້າ​ຫຼາຍ​ແລ້ວ​ສຳລັບ​ການ​ສະໜັບສະໜູນ​ຢ່າງ​ສັດຊື່​ພັກດີ​ຂອງ​ລາວ ແລະ​ບາຊິລາຍ​ກໍ​ຖ່ອມ​ໂຕ​ແລະ​ບອກ​ກະສັດ​ດາວິດ​ວ່າ​ລາວ​ບໍ່​ສາມາດ​ຮັບໃຊ້​ກະສັດ​ໃນ​ເມືອງ​ເຢຣູຊາເລັມ​ໄດ້

    • ພສ 71:9, 18—ເມື່ອ​ກະສັດ​ດາວິດ​ຢ້ານ​ວ່າ​ລາວ​ຈະ​ບໍ່​ມີ​ປະໂຫຍດ​ຕໍ່​ພະ​ເຢໂຫວາ​ອີກ​ຕໍ່​ໄປ​ເພາະ​ລາວ​ເຖົ້າ​ແລ້ວ ລາວ​ຈຶ່ງ​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ຢ່າ​ຢຸດ​ໃຊ້​ລາວ​ແຕ່​ໃຫ້​ລາວ​ມີ​ເຫື່ອ​ມີ​ແຮງ​ເພື່ອ​ທີ່​ລາວ​ຈະ​ໄດ້​ສອນ​ຄົນ​ລຸ້ນ​ຕໍ່​ໄປ​ກ່ຽວກັບ​ເພິ່ນ

    • ລກ 2:36-38—ຜູ້​ພະຍາກອນ​ຍິງ​ອານາ ແມ່​ໝ້າຍ​ທີ່​ເຖົ້າ​ຫຼາຍ​ແລ້ວ ໄດ້​ຮັບ​ພອນ​ສຳລັບ​ການ​ອຸທິດ​ໂຕ​ແລະ​ການ​ຮັບໃຊ້​ທີ່​ສັດຊື່​ຂອງ​ລາວ

ພະ​ເຢໂຫວາ​ສະແດງ​ໃຫ້​ຜູ້​ທີ່​ເຖົ້າ​ແລ້ວ​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເຫັນ​ຄຸນຄ່າ​ເຂົາເຈົ້າ?

ພສ 92:12-14; ສພສ 16:31; 20:29; ອຊຢ 46:4; ຕຕ 2:2-5

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 12:1-4—ເມື່ອ​ອັບຣາຮາມ​ມີ​ອາຍຸ​ໄດ້ 75 ປີ ພະ​ເຢໂຫວາ​ໄດ້​ມອບໝາຍ​ວຽກ​ໃຫ້​ລາວ​ເຊິ່ງ​ກຳນົດ​ໃຫ້​ລາວ​ຕ້ອງ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ໄປ​ຕະຫຼອດ​ຊີວິດ

    • ດນອ 10:11, 19; 12:13—ທູດສະຫວັນ​ອົງ​ໜຶ່ງ​ມາ​ຢາມ​ຜູ້​ພະຍາກອນ​ດານີເອນ ເຊິ່ງ​ມີ​ອາຍຸ​ປະມານ 90 ປາຍ​ປີ ເພື່ອ​ບອກ​ລາວ​ວ່າ​ລາວ​ມີ​ຄ່າ​ຫຼາຍ​ສຳລັບ​ພະ​ເຢໂຫວາ​ແລະ​ລາວ​ຈະ​ໄດ້​ຮັບ​ລາງວັນ​ສຳລັບ​ຄວາມ​ສັດຊື່​ຂອງ​ລາວ

    • ລກ 1:5-13—ພະ​ເຢໂຫວາ​ອວຍພອນ​ເຊຄາຣີຢາ​ແລະ​ເອລີຊາເບັດ​ທີ່​ເຖົ້າ​ຫຼາຍ​ແລ້ວ​ໂດຍ​ການ​ໃຫ້​ເຂົາເຈົ້າ​ມີ​ລູກ​ຊາຍ​ຄົນ​ໜຶ່ງ​ຊື່​ໂຢຮັນ​ຢ່າງ​ອັດສະຈັນ

    • ລກ 2:25-35—ພະ​ເຢໂຫວາ​ໃຫ້​ຊີເມໂອນ​ຜູ້​ສູງ​ອາຍຸ​ມີ​ຄວາມ​ຍິນດີ​ທີ່​ໄດ້​ເຫັນ​ແອນ້ອຍ​ຜູ້​ທີ່​ຈະ​ກາຍ​ເປັນ​ເມຊີອາ​ແລ້ວ​ລາວ​ກໍ​ພະຍາກອນ​ເຖິງ​ເພິ່ນ

    • ກຈກ 7:23, 30-36—ຜູ້​ພະຍາກອນ​ໂມເຊ​ມີ​ອາຍຸ 80 ປີ​ເມື່ອ​ພະ​ເຢໂຫວາ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ​ຂອງ​ຊາດ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ

ຜູ້​ເຖົ້າ​ທີ່​ສັດຊື່​ຄວນ​ໄດ້​ຮັບ​ການ​ປະຕິບັດ​ແນວ​ໃດ?

ລລວ 19:32; 1ຕມ 5:1

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 45:9-11; 47:12—ໂຢເຊັບ​ສົ່ງ​ຄົນ​ໄປ​ຮັບ​ຢາໂຄບ​ພໍ່​ທີ່​ເຖົ້າ​ແລ້ວ​ມາ​ຫາ​ລາວ ແລະ​ເບິ່ງແຍງ​ຢາໂຄບ​ຈົນ​ເຖິງ​ເສຍ​ຊີວິດ

    • ນຣ 1:14-17; 2:2, 17, 18, 23—ຣຸດ​ສະໜັບສະໜູນ​ນາໂອມີ​ທີ່​ເຖົ້າ​ແລ້ວ​ດ້ວຍ​ຄຳເວົ້າ​ແລະ​ການ​ກະທຳ

    • ຢຮ 19:26, 27—ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ເສຍ​ຊີວິດ ເພິ່ນ​ຂໍ​ໃຫ້​ໂຢຮັນ​ເບິ່ງແຍງ​ແມ່​ທີ່​ເຖົ້າ​ແລ້ວ​ຂອງ​ເພິ່ນ

ເຮົາ​ສາມາດ​ຊ່ວຍ​ຜູ້​ສູງ​ອາຍຸ​ໃນ​ປະຊາຄົມ​ໄດ້​ແນວ​ໃດ?