ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພໍ່​ແມ່

ພໍ່​ແມ່

ມີ​ເຫດຜົນ​ອັນ​ໃດ​ແດ່​ທີ່​ພະ​ເຢໂຫວາ​ໃຫ້​ມີ​ການ​ແຕ່ງດອງ?

ພໍ່​ແມ່​ຄວນ​ຮູ້ສຶກ​ແນວ​ໃດ​ກັບ​ລູກ?

ພສ 127:3-5; 128:3

ເບິ່ງ “ລູກ ເດັກນ້ອຍ” ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 33:4, 5—ຢາໂຄບ​ເບິ່ງ​ວ່າ​ລູກ​ຂອງ​ລາວ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ

    • ອພຍ 1:15, 16, 22; 2:1-4; 6:20—ອຳຣາມ​ແລະ​ໂຢເກເບັດ​ກາຍ​ເປັນ​ພໍ່​ແມ່​ຂອງ​ໂມເຊ ແລະ​ເຂົາເຈົ້າ​ພ້ອມ​ທີ່​ຈະ​ຕາຍ​ເພື່ອ​ປົກປ້ອງ​ລາວ

ພໍ່​ແມ່​ຄວນ​ເຮັດ​ຫຍັງ​ເພື່ອ​ລູກ?

ພບຍ 6:6, 7; 11:18, 19; ສພສ 22:6; 2ກຣ 12:14; 1ຕມ 5:8

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 1:1-4—ເອນການາ​ພາ​ຄອບຄົວ​ຂອງ​ລາວ​ໄປ​ຮ່ວມ​ເທດສະການ​ຢູ່​ເມືອງ​ຊີໂລ​ແລະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ລູກ​ຂອງ​ລາວ​ແຕ່​ລະ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ນະມັດສະການ​ພະ​ເຢໂຫວາ​ກັບ​ລາວ

    • ລກ 2:39, 41—ໂຢເຊັບ​ກັບ​ມາຣິອາ​ໄດ້​ເດີນທາງ​ກັບ​ລູກ​ເປັນ​ປະຈຳ​ຈາກ​ເມືອງ​ນາຊາເຣັດ​ໄປ​ເມືອງ​ເຢຣູຊາເລັມ​ເພື່ອ​ຮ່ວມ​ເທດສະການ​ປັດສະຄາ

ເປັນ​ຫຍັງ​ການ​ຝຶກ​ລູກ​ໃຫ້​ເຊື່ອຟັງ​ພະ​ເຢໂຫວາ​ຈຶ່ງ​ດີ?

ສພສ 1:8, 9; 22:6

ເບິ່ງ 2ຕມ 3:14, 15 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 2:18-21, 26; 3:19—ພໍ່​ແມ່​ຂອງ​ຊາມູເອນ​ສະເໜີ​ໃຫ້​ລູກ​ຊາຍ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ ແຕ່​ເຂົາເຈົ້າ​ໄປ​ຢາມ​ລູກ​ຊາຍ​ເປັນ​ປະຈຳ​ແລະ​ຊ່ວຍ​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ລາວ ລາວ​ເຕີບໃຫຍ່​ຂຶ້ນ​ເປັນ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່

    • ລກ 2:51, 52—ພະ​ເຢຊູ​ເຊື່ອຟັງ​ພໍ່​ແມ່​ເຖິງ​ວ່າ​ເຂົາເຈົ້າ​ບໍ່​ສົມບູນແບບ

ພໍ່​ແມ່​ຈະ​ຊອກ​ຫາ​ຄຳ​ແນະນຳ​ເພື່ອ​ຊ່ວຍ​ເຂົາເຈົ້າ​ສອນ​ລູກ​ໄດ້​ຈາກ​ບ່ອນ​ໃດ?

ພບຍ 6:4-9; ອຟຊ 6:4; 2ຕມ 3:14-17

ເບິ່ງ ພສ 127:1; ສພສ 16:3 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຜຕສ 13:2-8—ຫຼັງ​ຈາກ​ທູດສະຫວັນ​ບອກ​ມາໂນອາ​ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ລາວ​ແລະ​ເມຍ​ຂອງ​ລາວ​ໃຫ້​ມີ​ລູກ​ຊາຍ​ຄົນ​ໜຶ່ງ ລາວ​ກໍ​ໄດ້​ຖາມ​ພະ​ເຢໂຫວາ​ວ່າ​ຈະ​ລ້ຽງ​ລູກ​ແນວ​ໃດ

    • ພສ 78:3-8—ພະ​ເຢໂຫວາ​ຢາກ​ໃຫ້​ພໍ່​ແມ່​ສອນ​ລູກ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ

ເຖິງ​ແມ່ນ​ວ່າ​ເດັກນ້ອຍ​ຈະ​ເຕີບໃຫຍ່​ໃນ​ຄອບຄົວ​ທີ່​ຮັກ​ພະເຈົ້າ ແຕ່​ເປັນ​ຫຍັງ​ລາວ​ອາດ​ເລືອກ​ທີ່​ຈະ​ບໍ່​ຮັບໃຊ້​ພະ​ເຢໂຫວາ?

ອຊກ 18:1-13, 20

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 6:1-5; ຢດ 6—ເຖິງ​ແມ່ນ​ວ່າ​ພວກ​ທູດສະຫວັນ​ຢູ່​ກັບ​ພະ​ເຢໂຫວາ​ໃນ​ສະຫວັນ​ເປັນ​ເວລາ​ຫຼາຍ​ລ້ານ​ປີ ແຕ່​ທູດສະຫວັນ​ທີ່​ເປັນ​ລູກ​ຂອງ​ພະເຈົ້າ​ຈຳນວນ​ຫຼາຍ​ກໍ​ເລືອກ​ທີ່​ຈະ​ກະບົດ

    • 1ຊມ 8:1-3—ເຖິງ​ແມ່ນ​ວ່າ​ຊາມູເອນ​ຈະ​ເປັນ​ຜູ້​ພະຍາກອນ​ທີ່​ສັດຊື່​ແລະ​ຊອບທຳ ແຕ່​ພວກ​ລູກ​ຊາຍ​ຂອງ​ລາວ​ພັດ​ກາຍ​ເປັນ​ຄົນ​ໂລບ​ມາກ​ໂລພາ​ແລະ​ມັກ​ຮັບ​ເອົາ​ເງິນ​ແບບ​ບໍ່​ສັດຊື່

ເມື່ອ​ໃດ​ທີ່​ພໍ່​ແມ່​ຄວນ​ເລີ່ມ​ສອນ​ລູກ​ກ່ຽວ​ກັບ​ສິ່ງ​ທີ່​ພະເຈົ້າ​ຕ້ອງ​ການ

2ຕມ 3:15

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 29:10-12, 29; 31:12; ອຊຣ 10:1—ເມື່ອ​ຄົນ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ​ເພື່ອ​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ ເຂົາເຈົ້າ​ໄດ້​ພາ​ລູກ​ມາ​ນຳ​ເພື່ອ​ລູກ​ຈະ​ໄດ້​ຮຽນ​ນຳ

    • ລກ 2:41-52—ໃນ​ແຕ່ລະປີ ໂຢເຊັບ​ແລະ​ມາຣິອາ​ໄດ້​ພາ​ລູກ​ຂອງ​ເຂົາເຈົ້າ​ລວມ​ທັງ​ພະ​ເຢຊູ​ໄປ​ສະຫຼອງ​ເທດສະການ​ປັດສະຄາ​ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ

ພໍ່​ແມ່​ຄວນ​ປະຕິບັດ​ຕາມ​ຕົວຢ່າງ​ອັນ​ໃດ​ເມື່ອ​ຕ້ອງ​ປົກປ້ອງ​ລູກ​ຈາກ​ຜູ້​ທີ່​ອາດຈະ​ທຳຮ້າຍ​ລູກ?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອພຍ 19:4; ພບຍ 32:11, 12—ພະ​ເຢໂຫວາ​ປຽບທຽບ​ໂຕ​ເພິ່ນ​ເອງ​ກັບ​ນົກ​ອິນຊີ​ທີ່​ລ້ຽງ ປົກປ້ອງ ແລະ​ເບິ່ງແຍງ​ລູກ​ອ່ອນ​ຂອງ​ມັນ

    • ອຊຢ 49:15—ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເອົາໃຈໃສ່​ແລະ​ປົກປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ວິທີ​ທີ່​ຍິ່ງໃຫຍ່​ກວ່າ​ແມ່​ທີ່​ໃຫ້​ນົມ​ລູກ​ອີ່ຕົນ​ລູກ​ນ້ອຍ

    • ມທ 2:1-16—ຊາຕານ​ພະຍາຍາມ​ຂ້າ​ເດັກນ້ອຍ​ເຢຊູ​ໂດຍ​ຊັກ​ນຳ​ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ໄປ​ຫາ​ກະສັດ​ເຮໂຣດ​ຜູ້​ທີ່​ຊົ່ວ​ຮ້າຍ ແຕ່​ພະ​ເຢໂຫວາ​ປົກປ້ອງ​ລູກ​ຊາຍ​ຂອງ​ເພິ່ນ​ໂດຍ​ບອກ​ໃຫ້​ໂຢເຊັບ​ຍ້າຍ​ຄອບຄົວ​ໄປ​ເອຢິບ

    • ມທ 23:37—ພະ​ເຢຊູ​ປຽບທຽບ​ຄວາມ​ຕ້ອງການ​ທີ່​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ກັບ​ວິທີ​ທີ່​ໄກ່​ແມ່​ລູກ​ອ່ອນ​ລວບລວມ​ລູກ​ຂອງ​ມັນ​ໃຫ້​ມາ​ຢູ່​ກ້ອງ​ປີກ​ແລະ​ປົກປ້ອງ​ລູກ

ເປັນ​ຫຍັງ​ພໍ່​ແມ່​ຄວນ​ສອນ​ລູກ​ກ່ຽວກັບ​ເລື່ອງ​ເພດ?

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລລວ 15:2, 3, 16, 18, 19; ພບຍ 31:10-13—ກົດໝາຍ​ຂອງ​ໂມເຊ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ທັດສະນະ​ຂອງ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ເພດ ແລະ​ເພິ່ນ​ເນັ້ນ​ວ່າ​ເດັກນ້ອຍ​ຕ້ອງ​ຟັງ​ເມື່ອ​ອ່ານ​ອອກ​ສຽງ

    • ພສ 139:13-16—ດາວິດ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ວິທີ​ທີ່​ພະ​ເຢໂຫວາ​ສ້າງ​ຮ່າງກາຍ​ຂອງ​ມະນຸດ​ແລະ​ສຳລັບ​ຄວາມ​ສາມາດ​ໃນ​ການ​ມີ​ລູກ

    • ສພສ 2:10-15—ຄວາມ​ຮູ້​ແລະ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ສາມາດ​ປົກປ້ອງ​ເຮົາ​ໄວ້​ຈາກ​ຄົນ​ທີ່​ເຮັດ​ຊົ່ວ​ແລະ​ໄວ້ໃຈ​ບໍ່​ໄດ້

ເປັນ​ຫຍັງ​ພໍ່​ແມ່​ຄວນ​ສອນ​ລູກ​ດ້ວຍ​ຄວາມ​ຮັກ?

ສພສ 13:24; 29:17; ຢຣມ 30:11; ອຟຊ 6:4

ເບິ່ງ ພສ 25:8; 145:9; ກລຊ 3:21 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພສ 32:1-5—ພະ​ເຢໂຫວາ​ລົງໂທດ​ດາວິດ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ​ແຕ່​ດາວິດ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ອະໄພ​ຄົນ​ທີ່​ກັບໃຈ​ຈາກ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ແທ້​ໆ​

    • ຢນ 4:1-11—ພະ​ເຢໂຫວາ​ເວົ້າ​ກັບ​ໂຢນາ​ຢ່າງ​ກະລຸນາ​ແລະ​ອົດທົນ ເຊິ່ງ​ສອນ​ໂຢນາ​ກ່ຽວກັບ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ

ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ການ​ສັ່ງ​ສອນ​ເປັນ​ວິທີ​ທີ່​ພໍ່​ແມ່​ສະແດງ​ຄວາມ​ຮັກ​ຕໍ່​ລູກ?