ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຂົ່ມເຫງ

ຂົ່ມເຫງ

ເປັນ​ຫຍັງ​ຄລິດສະຕຽນ​ຄວນ​ຄາດ​ຫວັງ​ວ່າ​ຈະ​ຖືກ​ຂົ່ມເຫງ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຂໍ​ໃຫ້​ພະ​ເຢໂຫວາ​ເສີມ​ກຳລັງ​ເຮົາ​ເມື່ອ​ເຮົາ​ຖືກ​ຂົ່ມເຫງ?

ພສ 55:22; 2ກຣ 12:9, 10; 2ຕມ 4:16-18; ຮຣ 13:6

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 19:1-18—ເມື່ອ​ຖືກ​ຂົ່ມເຫງ ຜູ້​ພະຍາກອນ​ເອລີຢາ​ໄດ້​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ລາວ​ກັບ​ພະ​ເຢໂຫວາ ແລະ​ເພິ່ນ​ກໍ​ໄດ້​ໃຫ້​ກຳລັງ​ໃຈ​ລາວ​ແລະ​ປອບ​ໂຍນ​ລາວ

    • ກຈກ 7:9-15—ໂຢເຊັບ​ຖືກ​ພວກ​ອ້າຍ​ຂົ່ມເຫງ ແຕ່​ພະ​ເຢໂຫວາ​ຍັງ​ພັກດີ​ຕໍ່​ລາວ ຊ່ວຍ​ລາວ​ໃຫ້​ລອດ ແລະ​ໃຊ້​ລາວ​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ລາວ​ໃຫ້​ລອດ

ການ​ຂົ່ມເຫງ​ມີ​ຮູບແບບ​ໃດ​ແດ່?

ເມື່ອ​ມີ​ຄົນ​ດູຖູກ​ເຮົາ

2ຂຄ 36:16; ມທ 5:11; ກຈກ 19:9; 1ປຕ 4:4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 18:17-35—ຣັບຊາເຄ ໂຄສົກ​ຂອງ​ກະສັດ​ອັດຊີເຣຍ ດູຖູກ​ພະ​ເຢໂຫວາ​ແລະ​ເຍາະເຍີ້ຍ​ຄົນ​ໃນ​ເມືອງ​ເຢຣູຊາເລັມ

    • ລກ 22:63-65; 23:35-37—ຜູ້​ທີ່​ຂົ່ມເຫງ​ພະ​ເຢຊູ​ເວົ້າ​ໝິ່ນ​ປະໝາດ​ແລະ​ເຍາະເຍີ້ຍ​ພະ​ເຢຊູ​ໃນ​ຂະນະ​ທີ່​ເພິ່ນ​ຖືກ​ຄຸມ​ຂັງ​ແລະ​ໃນ​ຂະນະ​ທີ່​ເພິ່ນ​ຢູ່​ເທິງ​ເສົາ​ທໍລະມານ

ເມື່ອ​ສະມາຊິກ​ໃນ​ຄອບຄົວ​ຕໍ່ຕ້ານ​ເຮົາ

ເມື່ອ​ເຮົາ​ຖືກ​ຈັບ​ແລະ​ກໍ​ຕ້ອງ​ໄປ​ຢູ່​ຕໍ່​ໜ້າ​ເຈົ້າ​ໜ້າທີ່

ທຳຮ້າຍ​ຮ່າງກາຍ

ເມື່ອ​ເຮົາ​ຖືກ​ໂຈມຕີ​ໂດຍ​ກຸ່ມ​ຄົນ

ຖືກ​ຂ້າ

ຄລິດສະຕຽນ​ຄວນ​ເຮັດ​ແນວ​ໃດ​ເມື່ອ​ເຂົາເຈົ້າ​ຖືກ​ຂົ່ມເຫງ?

ມທ 5:44; ກຈກ 16:25; 1ກຣ 4:12, 13; 1ປຕ 2:23

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 7:57–8:1—ຕອນ​ທີ່​ຊະເຕຟາໂນ​ຖືກ​ກຸ່ມ​ຄົນ​ຮ້າຍ​ເຊິ່ງ​ລວມ​ເຖິງ​ໂຊໂລ​ແຫ່ງ​ເມືອງ​ຕາໂຊ​ຂ້າ ຊະເຕຟາໂນ​ໄດ້​ຂໍ​ພະ​ເຢໂຫວາ​ໃຫ້​ຍົກໂທດ​ໃຫ້​ຜູ້​ທີ່​ຂ້າ​ລາວ

    • ກຈກ 16:22-34—ເຖິງ​ແມ່ນ​ວ່າ​ອັກຄະສາວົກ​ໂປໂລ​ຈະ​ຖືກ​ທຸບ​ຕີ​ແລະ​ຖືກ​ຈັບ​ເຂົ້າ​ຄຸກ ແຕ່​ລາວ​ກໍ​ມີ​ຄວາມ​ເມດຕາ​ຕໍ່​ຜູ້​ຄຸມ​ຄຸກ​ຫຼາຍ​ຈົນ​ວ່າ​ຜູ້​ຄຸມ​ຄຸກ​ແລະ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ຜູ້​ຄຸມ​ຄຸກ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ

ເກີດ​ຫຍັງ​ຂຶ້ນ​ກັບ​ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ?

ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ເມື່ອ​ຖືກ​ຂົ່ມເຫງ?

ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ເຂັ້ມແຂງ​ຂຶ້ນ​ແນວ​ໃດ​ເມື່ອ​ເຮົາ​ຖືກ​ຂົ່ມເຫງ?

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ຜູ້​ຂົ່ມເຫງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອັບອາຍ ຢ້ານ ຫຼື​ທໍ້ໃຈ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຍອມ​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

ພສ 56:1-4; ກຈກ 4:18-20; 2ຕມ 1:8, 12

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 32:1-22—ເມື່ອ​ກະສັດ​ເຊນນາເກຣິບ​ໄດ້​ນຳ​ເອົາ​ກອງທັບ​ໃຫຍ່​ມາ​ບຸກ​ໂຈມຕີ​ເມືອງ​ເຢຣູຊາເລັມ ກະສັດ​ເຮເຊກີຢາ​ຜູ້​ສັດຊື່​ໄດ້​ເພິ່ງ​ພະ​ເຢໂຫວາ​ແລະ​ໃຫ້​ກຳລັງ​ໃຈ​ປະຊາຊົນ ລາວ​ໄດ້​ຮັບ​ລາງວັນ​ຢ່າງ​ຫຼວງ​ຫຼາຍ

    • ຮຣ 12:1-3—ຜູ້​ຂົ່ມເຫງ​ພະຍາຍາມ​ເຮັດ​ໃຫ້​ພະ​ເຢຊູ​ຮູ້ສຶກ​ອັບອາຍ ແຕ່​ເພິ່ນ​ບໍ່​ໄດ້​ປ່ອຍ​ໃຫ້​ການ​ຂົ່ມເຫງ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ເພິ່ນ​ທໍ້ໃຈ

ອາດ​ມີ​ສິ່ງ​ທີ່​ດີ​ຫຍັງ​ເກີດຂຶ້ນ​ຖ້າ​ເຮົາ​ຖືກ​ຂົ່ມເຫງ?

ເມື່ອ​ເຮົາ​ອົດທົນ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ແລະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ກຽດ

1ປຕ 2:19, 20; 4:12-16

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 1:6-22; 2:1-10—ໂຢບ​ບໍ່​ຮູ້​ວ່າ​ຊາຕານ​ຂົ່ມເຫງ​ລາວ ແຕ່​ລາວ​ຍັງ​ຮັກສາ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ. ສິ່ງ​ນີ້​ພິສູດ​ໃຫ້​ເຫັນ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ​ແລະ​ຍັງ​ເປັນ​ການ​ໃຫ້​ກຽດ​ພະ​ເຢໂຫວາ​ນຳ

    • ດນອ 1:6, 7; 3:8-30—ຍ້ອນ​ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ (ຊາດຣາກ ເມຊາກ ແລະ​ອາເບດເນໂກ) ເຕັມໃຈ​ທີ່​ຈະ​ຕາຍ​ແທນ​ທີ່​ຈະ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ ກະສັດ​ເນບູກາດເນັດຊາ​ຈຶ່ງ​ຍອມຮັບ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ

ຍ້ອນ​ເຮົາ​ຖືກ​ຂົ່ມເຫງ ຜູ້​ຄົນ​ອາດ​ມີ​ໂອກາດ​ທີ່​ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະ​ເຢໂຫວາ

ລກ 21:12, 13; ກຈກ 8:1, 4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 11:19-21—ຄລິດສະຕຽນ​ທີ່​ກະຈັດກະຈາຍ​ໄປ​ເນື່ອງ​ຈາກ​ການ​ຂົ່ມເຫງ​ຍັງ​ສືບ​ຕໍ່​ປະກາດ​ຂ່າວດີ​ໄປ​ໃນ​ບ່ອນ​ຕ່າງ​ໆ​

    • ຟລປ 1:12, 13—ອັກຄະສາວົກ​ໂປໂລ​ດີໃຈ​ທີ່​ຫຼາຍ​ຄົນ​ໄດ້​ຮຽນ​ຮູ້​ເລື່ອງ​ຂ່າວດີ​ຍ້ອນ​ເລື່ອງ​ທີ່​ລາວ​ຖືກ​ຂັງ

ເມື່ອ​ເຮົາ​ອົດທົນ​ກັບ​ການ​ຂົ່ມເຫງ ເຮົາ​ສາມາດ​ຊ່ວຍ​ໃຫ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ໄດ້

ປົກກະຕິ​ແລ້ວ​ໃຜ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຂົ່ມເຫງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ?

ຢຣມ 26:11; ມຣກ 3:6; ຢຮ 11:47, 48, 53; ກຈກ 25:1-3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 19:24-29—ໃນ​ເມືອງ​ເອເຟໂຊ ບາງ​ຄົນ​ທີ່​ເຮັດ​ຮູບ​ບູຊາ​ຄິດ​ວ່າ​ຂ່າວ​ສານ​ທີ່​ຄລິດສະຕຽນ​ປະກາດ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ສູນ​ເສຍ​ຜົນ​ປະໂຫຍດ ດັ່ງນັ້ນ​ເຂົາເຈົ້າ​ຈຶ່ງ​ຂົ່ມເຫງ​ຄລິດສະຕຽນ

    • ຄລຕ 1:13, 14—ກ່ອນ​ທີ່​ໂປໂລ (ໂຊໂລ) ຈະ​ກາຍ​ມາ​ເປັນ​ຄລິດສະຕຽນ ລາວ​ຄັ່ງ​ໄຄ້​ສາສະໜາ​ຢິວ​ຫຼາຍ​ຈົນ​ລາວ​ໄດ້​ຂົ່ມເຫງ​ຄລິດສະຕຽນ

ໃຜ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ຂົ່ມເຫງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ?