ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກັບໃຈ

ກັບໃຈ

ເປັນ​ຫຍັງ​ມະນຸດ​ທຸກ​ຄົນ​ຕ້ອງ​ກັບໃຈ​ຈາກ​ບາບ​ຂອງ​ເຂົາເຈົ້າ​ແລະ​ຂໍ​ການ​ໃຫ້​ອະໄພ​ຈາກ​ພະ​ເຢໂຫວາ?

ຣມ 3:23; 5:12; 1ຢຮ 1:8

ເບິ່ງ ກຈກ 26:20 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 18:9-14—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ​ເພື່ອ​ສອນ​ວ່າ​ເຮົາ​ຕ້ອງ​ສາລະພາບ​ບາບ​ຂອງ​ເຮົາ​ແລະ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ

    • ຣມ 7:15-25—ໂປໂລ​ເປັນ​ອັກຄະສາວົກ​ທີ່​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ ແຕ່​ລາວ​ຮູ້ສຶກ​ບໍ່​ດີ​ເພາະ​ລາວ​ຍັງ​ຕ້ອງ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ເກີດ​ຈາກ​ບາບ

ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ກັບໃຈ?

ອຊກ 33:11; ຣມ 2:4; 2ປຕ 3:9

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 15:1-10—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເພື່ອ​ສະແດງ​ວ່າ​ພະ​ເຢໂຫວາ​ແລະ​ພວກ​ທູດສະຫວັນ​ດີໃຈ​ເມື່ອ​ເຫັນ​ຄົນ​ທີ່​ເຮັດ​ຜິດ​ຄົນ​ໜຶ່ງ​ກັບໃຈ

    • ລກ 19:1-10—ພະ​ເຢຊູ​ຍົກໂທດ​ໃຫ້​ຊັກຂ່າຍ​ເມື່ອ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເສຍໃຈ​ທີ່​ໄດ້​ຂູດຮີດ​ເງິນ​ຈາກ​ຜູ້​ຄົນ​ໃນ​ຖານະ​ເປັນ​ຄົນ​ເກັບ​ພາສີ

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ກັບໃຈ​ແທ້​ໆ?

ຄວາມ​ຮູ້​ທີ່​ຖືກຕ້ອງ​ຊ່ວຍ​ຄົນ​ທີ່​ກັບໃຈ​ແທ້​ໆ​ໄດ້​ແນວ​ໃດ?

ຣມ 12:2; ກລຊ 3:9, 10; 2ຕມ 2:25

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 17:29-31—ອັກຄະສາວົກ​ໂປໂລ​ອະທິບາຍ​ໃຫ້​ຄົນ​ອາແຖນ​ຟັງ​ວ່າ​ການ​ທີ່ເຂົາເຈົ້ານະມັດສະການຮູບບູຊາເປັນຍ້ອນເຂົາເຈົ້າ​ບໍ່​ຮູ້​ແລະ​ກະຕຸ້ນ​ໃຫ້​ເຂົາເຈົ້າ​ກັບໃຈ

    • 1ຕມ 1:12-15—ກ່ອນ​ທີ່​ໂປໂລ​ຈະ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວກັບ​ພະຄລິດ​ເຢຊູ ລາວ​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ

ການ​ກັບໃຈ​ມີ​ຄວາມ​ສຳຄັນ​ແນວ​ໃດ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ເມື່ອ​ເຮົາ​ກັບໃຈ ພະ​ເຢໂຫວາ​ຈະ​ຍົກໂທດ​ໃຫ້​ເຮົາ​ເຖິງ​ແມ່ນ​ວ່າ​ເຮົາ​ເຮັດ​ຜິດ​ຫຼາຍ​ເທື່ອ?

ພະ​ເຢໂຫວາ​ປະຕິບັດ​ຕໍ່​ຄົນ​ທີ່​ສາລະພາບ​ຄວາມ​ຜິດ​ແລະ​ປ່ຽນແປງ​ຊີວິດ​ແນວ​ໃດ?

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ທີ່​ກັບໃຈ​ເຮັດ​ຫຼາຍ​ກວ່າ​ຮູ້ສຶກ​ໂສກເສົ້າ​ແລະ​ພຽງ​ແຕ່​ເວົ້າ​ວ່າ​ລາວ​ເສຍໃຈ?

2ຂຄ 7:14; ສພສ 28:13; ອຊກ 18:30, 31; 33:14-16; ມທ 3:8; ກຈກ 3:19; 26:20

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 33:1-6, 10-16—ເຖິງ​ແມ່ນ​ວ່າ​ກະສັດ​ມານາເຊ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ແທ້​ຊົ່ວ​ວ່າ​ມາ​ເປັນ​ເວລາ​ດົນ​ນານ ແຕ່​ລາວ​ກໍ​ສຳນຶກ​ຜິດ​ແທ້​ໆ​ໂດຍ​ການ​ຖ່ອມ​ໂຕ​ລົງ ໂດຍ​ການ​ອະທິດຖານ​ຕໍ່​ໆ​ໄປ ແລະ​ໂດຍ​ການ​ປ່ຽນແປງ​ຊີວິດ​ຂອງ​ລາວ

    • ພສ 32:1-6; 51:1-4, 17—ກະສັດ​ດາວິດ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ກັບໃຈ​ເມື່ອ​ລາວ​ສາລະພາບ​ຄວາມ​ຜິດ​ແລະ​ອະທິດຖານ​ເພື່ອ​ຂໍ​ການ​ໃຫ້​ອະໄພ​ຈາກ​ພະ​ເຢໂຫວາ​ແລະ​ເມື່ອ​ລາວ​ສະແດງ​ໃຫ້​ເຫັນ​ວ່າ​ທີ່​ລາວ​ຮູ້ສຶກ​ບໍ່​ດີ​ຫຼາຍ​ກໍ​ຍ້ອນ​ວ່າ​ລາວ​ໄດ້​ເຮັດ​ບາບ​ຕໍ່​ພະ​ເຢໂຫວາ

ໃນ​ເມື່ອ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຮົາ​ກັບໃຈ​ແລ້ວ ເປັນ​ຫຍັງ​ເຮົາ​ຕ້ອງ​ຍົກໂທດ​ໃຫ້​ເຂົາເຈົ້າ​ນຳ?