ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈັດ​ການ​ກັບ​ຄວາມ​ຂັດ​ແຍ່ງ​ສ່ວນ​ໂຕ

ຈັດ​ການ​ກັບ​ຄວາມ​ຂັດ​ແຍ່ງ​ສ່ວນ​ໂຕ

ເມື່ອ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ເຮັດ​ໃຫ້​ເຮົາ​ຄຽດແຄ້ນ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ຫຼີກລ່ຽງ​ການ​ໃຈ​ຮ້າຍ​ຫຼື​ການ​ແກ້ແຄ້ນ?

ສພສ 20:22; 24:29; ຣມ 12:17, 18; ຢກບ 1:19, 20; 1ປຕ 3:8, 9

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 25:9-13, 23-35—ເມື່ອ​ນາບານ​ດູຖູກ​ດາວິດ​ແລະ​ຄົນ​ຂອງ​ລາວ​ແລະ​ປະຕິເສດ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ດາວິດ​ຈຶ່ງ​ຕັດສິນໃຈ​ຢ່າງ​ກະທັນຫັນ​ທີ່​ຈະ​ຂ້າ​ນາບານ​ແລະ​ຄົນ​ຂອງ​ນາບານ ແຕ່​ຄຳ​ແນະນຳ​ທີ່​ສະຫຼາດ​ຂອງ​ອາບີກາຍ​ຊ່ວຍ​ໃຫ້​ດາວິດ​ຫຼີກລ່ຽງ​ການ​ແກ້ແຄ້ນ

    • ສພສ 24:17-20—ພາຍ​ໃຕ້​ການ​ດົນໃຈ ກະສັດ​ໂຊໂລໂມນ​ເຕືອນ​ປະຊາຊົນ​ຂອງ​ພະເຈົ້າ​ວ່າ​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ເມື່ອ​ສັດຕູ​ຂອງ​ເຮົາ​ຕ້ອງ​ທົນທຸກ ແລະ​ເຮົາ​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ພິພາກສາ​ຄົນ​ຊົ່ວ

ຖ້າ​ຄລິດສະຕຽນ​ມີ​ເລື່ອງ​ຜິດ​ຖຽງ​ກັບ​ຄົນ​ໃດ ລາວ​ຄວນ​ຫຼີກລ່ຽງ​ການ​ເວົ້າ​ລົມ​ກັບ​ຄົນ​ນັ້ນ​ຫຼື​ເຊົາ​ເປັນ​ໝູ່​ກັບ​ຄົນ​ນັ້ນ​ບໍ?

ລລວ 19:17, 18; 1ກຣ 13:4, 5; ອຟຊ 4:26

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 5:23, 24—ພະ​ເຢຊູ​ອະທິບາຍ​ວ່າ​ເຮົາ​ຄວນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຄືນດີ​ກັບ​ພີ່ນ້ອງ​ທີ່​ຄຽດ​ໃຫ້​ເຮົາ

ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ມີ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ເສຍໃຈ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຈະ​ຍົກໂທດ​ຄົນ​ອື່ນ​ຕໍ່​ໆ​ໄປ​ຖ້າ​ເຂົາເຈົ້າ​ກັບໃຈ​ຢ່າງ​ຈິງໃຈ?

ຖ້າ​ໝູ່​ຮ່ວມ​ຄວາມ​ເຊື່ອ​ເຮັດ​ຜິດ​ຕໍ່​ເຮົາ​ແລະ​ເຮົາ​ບໍ່​ສາມາດ​ລະເລີຍ​ມັນ​ໄດ້ ຕົວຢ່າງ​ເຊັ່ນ ຖ້າ​ລາວ​ໃສ່​ຮ້າຍ​ປ້າຍ​ສີ​ຫຼື​ສໍ້​ໂກງ​ເຮົາ ໃຜ​ຄວນ​ຈະ​ລົມ​ກັບ​ລາວ ແລະ​ຍ້ອນຫຍັງ?

ມທ 18:15

ເບິ່ງ ຢກບ 5:20 ນຳ

ຖ້າ​ຄົນ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ຫຼື​ສໍ້​ໂກງ​ເຮົາ​ບໍ່​ຟັງ​ເມື່ອ​ເຮົາ​ລົມ​ກັບ​ລາວ​ຕາມ​ລຳພັງ ເຮົາ​ຄວນ​ເຮັດ​ແນວ​ໃດ?