ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບາບ

ບາບ

ບາບ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ມັນ​ຈຶ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ເຮົາ​ທຸກ​ຄົນ?

ຄຳພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ແນວ​ໃດ​ວ່າ​ເຮົາ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຊົ່ວ​ຂອງ​ເຮົາ​ໄດ້?

ຣມ 6:12-14

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຊມ 11:2-5, 14, 15, 26, 27; 12:1-13—ກະສັດ​ດາວິດ​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ຫຼາຍ ໄດ້​ຮັບ​ການ​ຕີ​ສອນ​ຢ່າງ​ຮຸນແຮງ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ສຳນຶກ​ຜິດ​ແລ້ວ

    • ຣມ 7:15-24—ໂປໂລ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ອຸທິດ​ໂຕ​ຕໍ່​ພະເຈົ້າ ແຕ່​ລາວ​ຍັງ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ເອົາ​ຊະນະ​ຄວາມ​ຄິດ​ແລະ​ຄວາມ​ຕ້ອງການ​ທີ່​ຜິດ​ໆ​

ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ເຮັດ​ບາບ?

ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ເລື່ອງ​ຮ້າຍ​ແຮງ​ຫຼາຍ​ຖ້າ​ເຮົາ​ຕັ້ງໃຈ​ບໍ່​ເຊົາ​ເຮັດ​ຜິດ?

ຊາຕານ​ອາດ​ໃຊ້​ອັນ​ໃດ​ເພື່ອ​ລໍ້ລວງ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃຫ້​ເຮັດ​ບາບ?

ສພສ 1:10, 11, 15; ມທ 5:28; ຢກບ 1:14, 15

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 3:1-6—ຊາຕານ​ໃຊ້​ງູ​ເພື່ອ​ລໍ້ລວງ​ໃຈ​ເອວາ​ໃຫ້​ເຫັນ​ແກ່​ໂຕ​ແລະ​ໂລບ​ແລະ​ນີ້​ເຮັດ​ໃຫ້​ຄວາມ​ວາງໃຈ​ຂອງ​ລາວ​ໃນ​ພະ​ເຢໂຫວາ​ອ່ອນແອ​ລົງ

    • ສພສ 7:6-10, 21-23—ກະສັດ​ໂຊໂລໂມນ​ອະທິບາຍ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຂາດ​ປະສົບການ​ບໍ່​ຕ້ານ​ທານ​ຜູ້​ຍິງ​ທີ່​ຜິດ​ສິນລະທຳ​ແນວ​ໃດ

ເຮົາ​ຈະ​ຕ້ານ​ທານ​ການ​ລໍ້ລວງ​ໃຈ​ຂອງ​ຊາຕານ​ໄດ້​ແນວ​ໃດ?

ອຟຊ 4:27; 6:10-18; ຢກບ 4:7, 8

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 5:1-14—ກະສັດ​ໂຊໂລໂມນ​ໃຫ້​ຄຳ​ແນະນຳ​ທີ່​ດີ​ຈາກ​ພະ​ເຢໂຫວາ​ຄື​ກັບ​ພໍ່​ເວົ້າ​ກັບ​ລູກ​ຊາຍ​ວ່າ​ເປັນ​ຫຍັງ​ຄວນ​ຫຼີກລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຈະ​ເຮັດ​ແບບ​ນັ້ນ​ແນວ​ໃດ

    • ມທ 4:1-11—ພະ​ເຢຊູ​ໃຊ້​ພະຄຳພີ​ເພື່ອ​ຕ້ານ​ທານ​ການ​ລໍ້ໃຈ​ຈາກ​ຊາຕານ

ມີ​ຕົວຢ່າງ​ຂອງ​ບາບ​ທີ່​ຮ້າຍ​ແຮງ​ອັນ​ໃດ​ແດ່​ທີ່​ຄລິດສະຕຽນ​ຕ້ອງ​ຫຼີກລ່ຽງ?

ການ​ສາລະພາບ​ບາບ

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ພະຍາຍາມ​ປົກ​ປິດ​ບາບ​ຂອງ​ເຮົາ?

ເຮົາ​ຕ້ອງ​ສາລະພາບ​ບາບ​ທັງໝົດ​ໃຫ້​ໃຜ​ຟັງ?

ໃຜ​ເຮັດ​ໜ້າທີ່​ເປັນ “ຜູ້​ຊ່ວຍ” ໂດຍ​ການ​ອ້ອນວອນ​ເພື່ອ​ເຮົາ​ຕໍ່​ໜ້າ​ພະ​ເຢໂຫວາ?

ຄົນ​ໜຶ່ງ​ຈະ​ສະແດງ​ໃຫ້​ເຫັນ​ໄດ້​ແນວ​ໃດ​ວ່າ​ລາວ​ກັບໃຈ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ໄປ?

ກຈກ 26:20; ຢກບ 4:8-10

ເບິ່ງ “ກັບໃຈ” ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອພຍ 22:1-12—ພາຍ​ໃຕ້​ກົດໝາຍ​ຂອງ​ໂມເຊ ຂີ້​ລັກ​ຕ້ອງ​ໄດ້​ຊົດໄຊ້​ເຫຍື່ອ​ສຳລັບ​ສິ່ງ​ທີ່​ລາວ​ໄດ້​ລັກ​ເອົາ

    • ລກ 19:8, 9—ຊັກ​ຂ່າຍ​ຫົວໜ້າ​ຄົນ​ເກັບ​ພາສີ​ສະແດງ​ການ​ກັບໃຈ​ໂດຍ​ການ​ປ່ຽນແປງ​ຊີວິດ​ຂອງ​ລາວ​ແລະ​ສົ່ງ​ເງິນ​ຄືນ​ໃຫ້​ຜູ້​ທີ່​ລາວ​ໄດ້​ຂູດຮີດ

ເປັນ​ຫຍັງ​ເຮົາ​ຈຶ່ງ​ວາງໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຍົກໂທດ​ໃຫ້​ເຮົາ?

ເບິ່ງ “ຍົກໂທດ

ພະ​ເຢໂຫວາ​ບອກ​ວ່າ​ໃຜ​ເປັນ​ຜູ້​ຮັບ​ຜິດ​ຊອບ​ທີ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແລະ​ປົກປ້ອງ​ປະຊາຄົມ​ເມື່ອ​ຄົນ​ໜຶ່ງ​ເຮັດ​ບາບ​ຮ້າຍ​ແຮງ?

ບາບ​ຮ້າຍ​ແຮງ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ຄົນ​ອື່ນ​ໆ​ໃນ​ຄອບຄົວ​ຫຼື​ໃນ​ປະຊາຄົມ​ຂອງ​ເຮົາ​ແນວ​ໃດ?

ຮຣ 12:15, 16

ເບິ່ງ ພບຍ 29:18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຊ 7:1-13, 20-26—ອາຄານ​ນຳ​ເອົາ​ຄວາມ​ຫາຍະນະ​ມາ​ສູ່​ພວກ​ອິດສະຣາເອນ​ທັງໝົດ​ໂດຍ​ການ​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ແລະ​ພະຍາຍາມ​ປົກ​ປິດ​ມັນ

    • ຢນ 1:1-16—ຍ້ອນ​ໂຢນາ​ບໍ່​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ ລາວ​ຈຶ່ງ​ເຮັດ​ໃຫ້​ພວກ​ລູກ​ເຮືອ​ທີ່​ຢູ່​ກັບ​ລາວ​ເຈິ​ພາຍຸ​ແຮງ​ໆ​

    • 1ກຣ 5:1-7—ອັກຄະສາວົກ​ໂປໂລ​ໄດ້​ເປີດເຜີຍ​ບາບ​ທີ່​ຮ້າຍ​ແຮງ​ໃນ​ເມືອງ​ໂກຣິນໂທ​ເຊິ່ງ​ກຳລັງ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ໝົດ​ທັງ​ປະຊາຄົມ

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ຢ້ານ​ທີ່​ຈະ​ຖືກ​ສັ່ງ​ສອນ​ແລະ​ຢ້ານ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ມີ​ຄວາມ​ໝັ້ນໃຈ​ວ່າ​ພະເຈົ້າ​ໄດ້​ຍົກໂທດ​ໃຫ້​ເຮົາ​ແລ້ວ​ແທນ​ທີ່​ຈະ​ມາ​ນັ່ງ​ເສຍໃຈ​ກັບ​ບາບ​ທີ່​ເຮົາ​ເຄີຍ​ເຮັດ​ໃນ​ອະດີດ?

ເບິ່ງ “ຍົກໂທດ

ຖ້າ​ເຮົາ​ຮູ້​ວ່າ​ຜູ້​ໜຶ່ງ​ເຮັດ​ບາບ​ຮ້າຍ​ແຮງ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຜູ້​ທີ່​ເຮັດ​ບາບ​ຮ້າຍ​ແຮງ​ນັ້ນ​ບອກ​ຜູ້​ເບິ່ງແຍງ?

ລລວ 5:1

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 13:6-9; 21:18-20—ກົດໝາຍ​ຂອງ​ໂມເຊ​ກຳນົດ​ວ່າ​ໃຫ້​ບຸກຄົນ​ໃດ​ໜຶ່ງ​ລາຍງານ​ເມື່ອ​ມີ​ຄົນ​ເຮັດ​ບາບ​ຮ້າຍ​ແຮງ​ແມ່ນ​ແຕ່​ຄົນ​ນັ້ນ​ເປັນ​ສະມາຊິກ​ໃນ​ຄອບຄົວ​ຫຼື​ຄົນ​ທີ່​ລາວ​ຮັກ