ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂສດ​ຫຼື​ບໍ່​ມີ​ຄູ່

ໂສດ​ຫຼື​ບໍ່​ມີ​ຄູ່

ເປັນ​ຫຍັງ​ການ​ເປັນ​ໂສດ​ຈຶ່ງ​ດີ?

ເປັນ​ຫຍັງ​ຈຶ່ງ​ຜິດ​ທີ່​ຈະ​ກົດ​ດັນ​ຄລິດສະຕຽນ​ທີ່​ເປັນ​ໂສດ​ໃຫ້​ແຕ່ງດອງ?

1ກຣ 7:28, 32-35; 1ທຊ 4:11

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຣມ 14:10-12—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ເປັນ​ຫຍັງ​ຈຶ່ງ​ຜິດ​ທີ່​ຈະ​ຕັດສິນ​ພີ່ນ້ອງ​ຄລິດສະຕຽນ

    • 1ກຣ 9:3-5—ອັກຄະສາວົກ​ໂປໂລ​ມີ​ສິດ​ທີ່​ຈະ​ແຕ່ງດອງ ແຕ່​ຍ້ອນ​ວ່າ​ລາວ​ຍັງ​ບໍ່​ໄດ້​ແຕ່ງດອງ​ລາວ​ຈຶ່ງ​ເຮັດ​ເພື່ອ​ພະ​ເຢໂຫວາ​ໄດ້​ຫຼາຍ​ຂຶ້ນ

ຄົນ​ໂສດ​ຄວນ​ຮູ້ສຶກ​ວ່າ​ຕ້ອງ​ແຕ່ງດອງ​ແລ້ວ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ໃນ​ຊີວິດ​ບໍ?

1ກຣ 7:8

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຜຕສ 11:30-40—ລູກ​ສາວ​ຂອງ​ເຢັບທາ​ຍັງ​ບໍ່​ໄດ້​ແຕ່ງດອງ​ແລະ​ສາມາດ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ​ໄດ້​ຕະຫຼອດ​ຊີວິດ

    • ກຈກ 20:35—ພະ​ເຢຊູ​ບໍ່​ເຄີຍ​ແຕ່ງດອງ ແຕ່​ຄຳເວົ້າ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ຄວາມ​ສຸກ​ຍ້ອນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຄົນ​ອື່ນ

    • 1ທຊ 1:2-9; 2:12—ອັກຄະສາວົກ​ໂປໂລ ຜູ້​ຊາຍ​ໂສດ ອະທິບາຍ​ວ່າ​ວຽກ​ຮັບໃຊ້​ຂອງ​ລາວ​ເຮັດ​ໃຫ້​ລາວ​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເພາະ​ລາວ​ສາມາດ​ຊ່ວຍ​ໃຫ້​ຫຼາຍ​ໆ​ຄົນ​ຮູ້​ຈັກ​ພະ​ເຢໂຫວາ​ໄດ້

ເປັນ​ຫຍັງ​ຄົນ​ໂສດ​ຈຶ່ງ​ຕ້ອງ​ຮັກສາ​ການ​ປະພຶດ​ທາງ​ສິນລະທຳ​ທີ່​ສະອາດ​ຄື​ກັນ​ກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທຸກ​ຄົນ?

1ກຣ 6:18; ຄລຕ 5:19-21; ອຟຊ 5:3, 4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 7:7-23—ກະສັດ​ໂຊໂລໂມນ​ພັນລະນາ​ເຖິງ​ຜົນ​ທີ່​ບໍ່​ດີ​ຂອງ​ຊາຍ​ໜຸ່ມ​ທີ່​ຖືກ​ຜູ້​ຍິງ​ຜິດ​ສິນລະທຳ​ລໍ້ລວງ

    • ພຊມ 4:12; 8:8-10—ເນື່ອງ​ຈາກ​ສາວ​ເມືອງ​ຊູເລມ​ຈະ​ບໍ່​ປະນີປະນອມ​ຕໍ່​ມາດຕະຖານ​ໃນ​ເລື່ອງ​ການ​ແຕ່ງດອງ​ຂອງ​ພະ​ເຢໂຫວາ ລາວ​ຈຶ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ

ເມື່ອ​ໃດ​ທີ່​ເປັນ​ເລື່ອງ​ສະຫຼາດ​ທີ່​ຄົນ​ໂສດ​ຈະ​ແຕ່ງດອງ?

1ກຣ 7:9, 36

ເບິ່ງ 1ທຊ 4:4, 5 ນຳ