ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສະຕິ​ປັນຍາ

ສະຕິ​ປັນຍາ

ເຮົາ​ຄວນ​ມີ​ນິດໄສ​ແນວ​ໃດ​ຈຶ່ງ​ຈະ​ມີ​ສະຕິ​ປັນຍາ​ແທ້​ໄດ້?

ເຮົາ​ຈະ​ພົບ​ສະຕິ​ປັນຍາ​ແທ້​ໄດ້​ຢູ່​ໃສ?

ພະເຈົ້າ​ຢາກ​ໃຫ້​ເຮົາ​ອະທິດຖານ​ຂໍ​ສະຕິ​ປັນຍາ​ຈາກ​ເພິ່ນ​ບໍ?

ກລຊ 1:9; ຢກບ 1:5

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຂຄ 1:8-12—ໂຊໂລໂມນ​ກະສັດ​ໜຸ່ມ​ອະທິດຖານ​ຂໍ​ໃຫ້​ລາວ​ມີ​ສະຕິ​ປັນຍາ​ເພື່ອ​ຈະ​ເປັນ​ຜູ້​ປົກຄອງ​ທີ່​ດີ​ແລະ​ພະ​ເຢໂຫວາ​ເຕັມໃຈ​ໃຫ້​ລາວ​ໃນ​ສິ່ງ​ທີ່​ລາວ​ຂໍ

    • ສພສ 2:1-5—ສະຕິ​ປັນຍາ ຄວາມ​ເຂົ້າໃຈ ແລະ​ການ​ຮູ້​ຈັກ​ໄຈ້​ແຍກ​ປຽບທຽບ​ໄດ້​ກັບ​ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້​ເຊິ່ງ​ມີ​ຄ່າ​ຫຼາຍ​ກວ່າ​ເງິນ ແລະ​ຖ້າ​ເຮົາ​ຊອກ​ຫາ​ສິ່ງ​ເຫຼົ່າ​ນີ້​ຕໍ່​ໆ​ໄປ ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ໃຫ້​ເຮົາ​ພົບ​ສິ່ງ​ເຫຼົ່າ​ນີ້

ພະ​ເຢໂຫວາ​ເອົາ​ສະຕິ​ປັນຍາ​ໃຫ້​ເຮົາ​ແນວ​ໃດ?

ອຊຢ 11:2; 1ກຣ 1:24, 30; 2:13; ອຟຊ 1:17; ກລຊ 2:2, 3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 8:1-3, 22-31—ສະຕິ​ປັນຍາ​ຂອງ​ພະເຈົ້າ​ຖືກ​ອະທິບາຍ​ວ່າ​ເປັນ​ບຸກຄົນ ແລະ​ຄຳ​ອະທິບາຍ​ນັ້ນ​ເຕືອນ​ໃຈ​ເຮົາ​ໃຫ້​ນຶກ​ເຖິງ​ພະ​ເຢຊູ ຜູ້​ທີ່​ພະ​ເຢໂຫວາ​ສ້າງ​ກ່ອນ​ສິ່ງ​ອື່ນ​ໆ​ທັງໝົດ

    • ມທ 13:51-54—ຫຼາຍ​ຄົນ​ທີ່​ຟັງ​ພະ​ເຢຊູ​ສອນ​ບໍ່​ສາມາດ​ເຂົ້າໃຈ​ໄດ້​ວ່າ​ຄົນ​ທີ່​ເຂົາເຈົ້າ​ຮູ້​ຈັກ​ຕັ້ງແຕ່​ຍັງ​ນ້ອຍ​ໄດ້​ສະຕິ​ປັນຍາ​ແບບ​ນີ້​ມາ​ແຕ່​ໃສ

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ?

ສະຕິ​ປັນຍາ​ຊ່ວຍ​ແລະ​ປົກປ້ອງ​ຄຸ້ມຄອງ​ເຮົາ​ແນວ​ໃດ?

ສະຕິ​ປັນຍາ​ຈາກ​ພະເຈົ້າ​ມີ​ຄ່າ​ເທົ່າ​ໃດ?

ສພສ 3:13, 14; 8:11

ເບິ່ງ ໂຢບ 28:18 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 28:12, 15-19—ເຖິງ​ແມ່ນ​ວ່າ​ໂຢບ​ຈະ​ທຸກ​ທໍລະມານ​ຢ່າງ​ໜັກ ແຕ່​ລາວ​ສະແດງ​ອອກ​ວ່າ​ລາວ​ຮູ້ສຶກ​ຂອບໃຈ​ຫຼາຍ​ສຳລັບ​ສະຕິ​ປັນຍາ​ຂອງ​ພະເຈົ້າ

    • ພສ 19:7-9—ກະສັດ​ດາວິດ​ບອກ​ວ່າ​ແມ່ນ​ແຕ່​ຄົນ​ທີ່​ບໍ່​ມີ​ປະສົບການ​ກໍ​ຈະ​ສະຫຼາດ​ຂຶ້ນ​ໄດ້​ຖ້າ​ລາວ​ຟັງ​ກົດໝາຍ​ແລະ​ຂໍ້​ເຕືອນ​ໃຈ​ຂອງ​ພະ​ເຢໂຫວາ

ເປັນ​ຫຍັງ​ການ​ຟັງ​ສະຕິ​ປັນຍາ​ຂອງ​ຄົນ​ໃນ​ໂລກ​ນີ້​ທີ່​ບໍ່​ສົນໃຈ​ພະເຈົ້າ​ຈຶ່ງ​ເປັນ​ອັນຕະລາຍ​ໄດ້?