ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວຽກ

ວຽກ

ວຽກ​ກັບ​ຄວາມ​ສຸກມີອັນໃດ​ທີ່​ກ່ຽວ​ຂ້ອງ​ກັນ?

ຂໍ້​ດີ​ຂອງ​ການ​ຮຽນ​ຮູ້​ເພື່ອ​ທີ່​ຈະ​ເຮັດ​ວຽກ​ໄດ້​ເກັ່ງ​ໆ​ມີ​ອັນ​ໃດ​ແດ່?

ສພສ 22:29

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 16:16-23—ດາວິດ​ເປັນ​ທີ່​ຮູ້​ຈັກ​ໃນ​ຖານະ​ນັກ​ດົນຕີ​ທີ່​ເກັ່ງ​ຫຼາຍ ແລະ​ດົນຕີ​ຂອງ​ລາວ​ໄດ້​ຊ່ວຍ​ໃຫ້​ກະສັດ​ຂອງ​ອິດສະຣາເອນ​ບໍ່​ກະວົນກະວາຍ​ໃຈ​ແລະ​ເຫັນ​ຄຸນຄ່າ​ຄວາມ​ສາມາດ​ທາງ​ດ້ານ​ດົນຕີ​ຂອງ​ລາວ

    • 2ຂຄ 2:13, 14—ຮີຣາມ​ອາບີ​ເປັນ​ຊ່າງ​ທີ່​ເກັ່ງ ດັ່ງນັ້ນ​ກະສັດ​ໂຊໂລໂມນ​ຈຶ່ງ​ໃຊ້​ລາວ​ໃນ​ວຽກ​ກໍ່ສ້າງ​ທີ່​ຍິ່ງໃຫຍ່

ເປັນ​ຫຍັງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ເປັນ​ທີ່​ຮູ້​ຈັກ​ໃນ​ຖານະ​ເປັນ​ຄົນ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ?

ອຟຊ 4:28; ກລຊ 3:23

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 24:10-21—ເຣເບກາ​ເປັນ​ຄົນ​ທີ່​ມັກ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແລະ​ພະຍາຍາມ​ເຮັດ​ວຽກ​ໜັກ ແລະ​ລາວ​ໄດ້​ເຮັດ​ຫຼາຍ​ກວ່າ​ທີ່​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຂໍ​ໃຫ້​ລາວ​ເຮັດ

    • ຟລປ 2:19-23—ອັກຄະສາວົກ​ໂປໂລ​ມອບໝາຍ​ວຽກ​ສຳຄັນ​ໃຫ້​ຕີໂມທຽວ​ເພາະ​ລາວ​ຖ່ອມ​ໂຕ​ແລະ​ເຕັມໃຈ​ເຮັດ​ວຽກ​ໜັກ​ເພື່ອ​ຜູ້​ອື່ນ

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຢາກ​ເປັນ​ຄົນ​ຂີ້​ຄ້ານ?

ສພສ 13:4; 18:9; 21:25, 26; ປຍຈ 10:18

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 6:6-11—ກະສັດ​ໂຊໂລໂມນ​ໃຊ້​ມົດ​ເພື່ອ​ສອນ​ບົດ​ຮຽນ​ກ່ຽວກັບ​ການ​ເຮັດ​ວຽກ​ໜັກ​ແລະ​ການ​ຫຼີກລ່ຽງ​ຄວາມ​ຂີ້​ຄານ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ໂຕເອງ?

ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ເບິ່ງແຍງ​ຄອບຄົວ​ຂອງ​ເຮົາ?

1ຕມ 5:8

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ນຣ 1:16, 17; 2:2, 3, 6, 7, 17, 18—ຣຸດ​ແມ່​ໝ້າຍ​ສາວ​ເຮັດ​ວຽກ​ໜັກ​ເພື່ອ​ເບິ່ງແຍງ​ນາໂອມີ​ແມ່​ຍ່າ​ຂອງ​ລາວ

    • ມທ 15:4-9—ພະ​ເຢຊູ​ຕຳໜິ​ຄົນ​ທີ່​ໃຊ້​ການ​ຮັບໃຊ້​ພະເຈົ້າ​ເປັນ​ຂໍ້​ແກ້​ໂຕ​ທີ່​ຈະ​ບໍ່​ຊ່ວຍ​ເຫຼືອ​ພໍ່​ແມ່

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ການ​ເຮັດ​ວຽກ​ໜັກ​ໃຫ້​ກັບ​ຜູ້​ອື່ນ?

ເຮົາ​ຄວນ​ເບິ່ງ​ການ​ຫາ​ເງິນ​ແນວ​ໃດ?

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ວຽກ​ເກັ່ງ​ແລະ​ເບິ່ງແຍງ​ຄວາມ​ຈຳເປັນ​ດ້ານ​ວັດຖຸ​ຂອງ​ເຮົາ?

ມທ 6:25, 30-32; ລກ 11:2, 3; 2ກຣ 9:10

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 31:3-13—ລາບານ​ປະຕິບັດ​ຕໍ່​ຢາໂຄບ​ທີ່​ເປັນ​ລູກ​ເຂີຍ​ແລະ​ລູກ​ຈ້າງ​ຂອງ​ລາວ​ຢ່າງ​ບໍ່​ຍຸຕິທຳ ແຕ່​ພະ​ເຢໂຫວາ​ເຫັນ​ຢາໂຄບ​ເຮັດ​ວຽກ​ໜັກ​ແລະ​ອວຍພອນ​ລາວ

    • ປຖກ 39:1-6, 20-23—ພະ​ເຢໂຫວາ​ອວຍພອນ​ວຽກ​ງານ​ຂອງ​ໂຢເຊັບ ທັງ​ໃນ​ຖານະ​ເປັນ​ຄົນ​ຮັບໃຊ້​ໃນ​ເຮືອນ​ຂອງ​ໂປຕີຟາ​ແລະ​ໃນ​ຖານະ​ເປັນ​ນັກໂທດ

ເປັນ​ຫຍັງ​ວຽກ​ຂອງ​ເຮົາ​ຈຶ່ງ​ຕ້ອງ​ບໍ່​ສຳຄັນ​ຫຼາຍ​ກວ່າ​ການ​ຮັບໃຊ້​ພະເຈົ້າ?

ພສ 39:5-7; ມທ 6:33; ຢຮ 6:27

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 12:15-21—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເພື່ອ​ສອນ​ວ່າ​ເປັນ​ເລື່ອງ​ໂງ່​ທີ່​ຈະ​ຄິດ​ວ່າ​ການ​ເຮັດ​ວຽກ​ເພື່ອ​ຫາ​ເງິນ​ສຳຄັນ​ກວ່າ​ການ​ເຂົ້າ​ໃກ້​ພະເຈົ້າ​ຫຼາຍ​ຂຶ້ນ

    • 1ຕມ 6:17-19—ໂປໂລ​ບອກ​ຄົນ​ທີ່​ຮັ່ງ​ວ່າ​ຢ່າ​ເປັນ​ຄົນ​ຖື​ໂຕ​ແລະ​ໃຫ້​ເປັນ​ຄົນ “ຮັ່ງ​ດ້ວຍ​ຄວາມ​ດີ”

ຫຼັກການ​ອັນ​ໃດ​ທີ່​ສາມາດ​ຊ່ວຍ​ໃຫ້​ເຮົາ​ຕັດສິນໃຈ​ໄດ້​ດີ​ກ່ຽວກັບ​ວຽກ​ທີ່​ເຮົາ​ຈະ​ເຮັດ?

  • ອພຍ 20:4; ກຈກ 15:29; ອຟຊ 4:28; ພນມ 21:8—ຂ້ອຍ​ຈະ​ຕ້ອງ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພະເຈົ້າ​ຫ້າມ​ໃນ​ວຽກ​ຂອງ​ຂ້ອຍ​ບໍ?

  • ອພຍ 21:22-24; ອຊຢ 2:4; 1ກຣ 6:9, 10; 2ກຣ 7:1—ວຽກ​ນັ້ນ​ຈະ​ຊ່ວຍ​ຫຼື​ສະໜັບສະໜູນ​ໃຫ້​ຜູ້​ອື່ນ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພະເຈົ້າ​ຕຳໜິ ເຊິ່ງ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຜິດ​ບໍ?

  • ຣມ 13:1-7; ຕຕ 3:1, 2—ວຽກ​ນີ້​ຢາກ​ໃຫ້​ຂ້ອຍ​ຝ່າຝືນ​ກົດໝາຍ​ບໍ?

  • 2ກຣ 6:14-16; ພນມ 18:2, 4—ວຽກ​ນີ້​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ສ່ວນ​ຮ່ວມ​ຫຼື​ເປັນ​ຜູ້​ສະໜັບສະໜູນ​ສາສະໜາ​ປອມ​ບໍ?

ເຮັດ​ວຽກ​ເພື່ອ​ພະ​ເຢໂຫວາ

ວຽກ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ແມ່ນ​ຫຍັງ?

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ດີ​ທີ່​ສຸດ?

ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ປຽບທຽບ​ສິ່ງ​ທີ່​ຜູ້​ຮັບໃຊ້​ຄົນ​ອື່ນ​ໆ​ຂອງ​ພະ​ເຢໂຫວາ​ສາມາດ​ເຮັດ​ໄດ້?

ຄລຕ 6:3-5

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 25:14, 15—ຕົວຢ່າງ​ປຽບທຽບ​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ບໍ່​ໄດ້​ຄາດ​ຫວັງ​ໃຫ້​ລູກສິດ​ໝົດ​ທຸກ​ຄົນ​ເຮັດ​ວຽກ​ງານ​ໃຫ້​ສຳເລັດ​ໃນ​ປະລິມານ​ທີ່​ເທົ່າ​ກັນ

    • ລກ 21:2-4—ພະ​ເຢຊູ​ເບິ່ງ​ວ່າ​ເງິນ​ບໍລິຈາກ​ທີ່​ມີ​ຄ່າ​ໜ້ອຍ​ດຽວ​ຂອງ​ແມ່​ໝ້າຍ​ທີ່​ທຸກຍາກ​ມີ​ຄຸນຄ່າ​ຫຼາຍ

ເມື່ອ​ເຮົາ​ຖືກ​ຂໍ​ໃຫ້​ເຮັດ​ບາງ​ຢ່າງ​ເພື່ອ​ພະ​ເຢໂຫວາ ເຮົາ​ຈະ​ໄດ້​ຮັບ​ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ​ຈາກ​ໃສ?

2ກຣ 4:7; ອຟຊ 3:20, 21; ຟລປ 4:13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ຕມ 4:17—ອັກຄະສາວົກ​ໂປໂລ​ຍອມຮັບ​ວ່າ​ລາວ​ໄດ້​ຮັບ​ກຳລັງ​ທີ່​ຈຳເປັນ​ເມື່ອ​ລາວ​ຕ້ອງການ

ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ?