ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ນະມັດສະການ

ນະມັດສະການ

ໃຜ​ແມ່ນ​ຜູ້​ດຽວ​ທີ່​ເຮົາ​ຄວນ​ນະມັດສະການ?

ອພຍ 34:14; ພບຍ 5:8-10; ອຊຢ 42:8

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 4:8-10—ຊາຕານ​ສະເໜີ​ທຸກ​ປະເທດ​ໃນ​ໂລກ​ໃຫ້​ພະ​ເຢຊູ ຖ້າ​ຫາກ​ວ່າ​ພະ​ເຢຊູ​ນະມັດສະການ​ມັນ ແຕ່​ພະ​ເຢຊູ​ປະຕິເສດ​ຂໍ້​ສະເໜີ​ນີ້ ໂດຍ​ຕັ້ງໃຈ​ຈະ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ

    • ພນມ 19:9, 10—ທູດສະຫວັນ​ຜູ້​ຍິ່ງໃຫຍ່​ປະຕິເສດ​ການ​ນະມັດສະການ​ຈາກ​ອັກຄະສາວົກ​ໂຢຮັນ

ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ນະມັດສະການ​ເພິ່ນ​ແນວ​ໃດ?

ຢຮ 4:24; ຢກບ 1:26, 27

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຊຢ 1:10-17—ພະ​ເຢໂຫວາ​ບໍ່​ຍອມຮັບ​ການ​ນະມັດສະການ​ທີ່​ບໍ່​ຈິງໃຈ​ຂອງ​ຄົນ​ທີ່​ເລືອກ​ທີ່​ຈະ​ບໍ່​ເຊື່ອຟັງ​ເພິ່ນ

    • ມທ 15:1-11—ຄຳເວົ້າ​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ການ​ນະມັດສະການ​ຂອງ​ເຮົາ​ອາໄສ​ຮີດຄອງ​ປະເພນີ​ຂອງ​ມະນຸດ​ແຕ່​ອາໄສ​ກົດໝາຍ​ຂອງ​ພະເຈົ້າ

ເມື່ອ​ເປັນ​ໄປ​ໄດ້ ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ກັບ​ໃຜ?

ຮຣ 10:24, 25

ເບິ່ງ ພສ 133:1-3 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 2:40-42—ຄລິດສະຕຽນ​ໃນ​ສະໄໝ​ທຳອິດ​ອະທິດຖານ​ນຳ​ກັນ ໃຊ້​ເວລາ​ນຳ​ກັນ​ແລະ​ສຶກສາ​ຄຳສອນ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພະລັງ​ບໍລິສຸດ

    • 1ກຣ 14:26-40—ອັກຄະສາວົກ​ໂປໂລ​ຊີ້ນຳ​ໃຫ້​ປະຊາຄົມ​ມີ​ກຳລັງ​ໃຈ​ແລະ​ມີ​ລະບຽບ​ຮຽບຮ້ອຍ​ເພື່ອ​ໃຫ້​ທຸກ​ຄົນ​ສາມາດ​ຮຽນ​ຮູ້​ແລະ​ເຂົ້າໃຈ​ສິ່ງ​ທີ່​ກຳລັງ​ສອນ

ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ພະ​ເຢໂຫວາ​ຍອມຮັບ​ການ​ນະມັດສະການ​ຂອງ​ເຮົາ?

ມທ 7:21-24; 1ຢຮ 2:17; 5:3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຮຣ 11:6—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄວາມ​ເຊື່ອ​ຖ້າ​ເຮົາ​ຢາກ​ໃຫ້​ພະ​ເຢໂຫວາ​ພໍໃຈ​ການ​ນະມັດສະການ​ຂອງ​ເຮົາ

    • ຢກບ 2:14-17, 24-26—ຢາໂກໂບ ນ້ອງ​ຊາຍ​ຕ່າງ​ພໍ່​ຂອງ​ພະ​ເຢຊູ ອະທິບາຍ​ວ່າ​ເຮົາ​ຕ້ອງ​ເຮັດ​ຕາມ​ທີ່​ເຮົາ​ເຊື່ອ ຄວາມ​ເຊື່ອ​ຂອງ​ເຮົາ​ກະຕຸ້ນ​ໃຫ້​ເຮົາ​ເຮັດ​ຕາມ