ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ


ວິທີ​ທີ່​ຈະ​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ປຶ້ມ​ນີ້

ວິທີ​ທີ່​ຈະ​ໄດ້​ປະໂຫຍດ​ຫຼາຍ​ທີ່​ສຸດ​ຈາກ​ປຶ້ມ​ນີ້

ຮຽນ​ກັບ​ຜູ້​ສອນ: ຂໍ​ຮຽນ​ກັບ​ຄົນ​ທີ່​ເອົາ​ປຶ້ມ​ນີ້​ໃຫ້​ເຈົ້າ ຫຼື​ສົ່ງ​ຄຳ​ຂໍ​ຮຽນ​ທາງ​ເວັບໄຊ jw.org/lo.

ສ່ວນ​ທຳອິດ

ອ່ານ​ແຕ່​ລະ​ຫຍໍ້​ໜ້າ ລວມ​ທັງ​ຄຳຖາມ​ໂຕ​ເຂັ້ມ (ກ) ແລະ​ຂໍ້​ຄຳພີ (ຂ) ທີ່​ເນັ້ນ​ຈຸດ​ສຳຄັນ. ຂໍ​ໃຫ້​ສັງເກດ​ວ່າ​ຂໍ້​ຄຳພີ​ບາງ​ຂໍ້​ມີ​ຄຳ​ແນະນຳ​ໃຫ້ “ອ່ານ.”

ສ່ວນ​ກາງ

ຄຳ​ນຳ (ຄ) ທີ່​ຢູ່​ກ້ອງ​ຫົວ​ຂໍ້​ຮຽນ​ຮູ້​ຫຼາຍ​ຂຶ້ນ ອະທິບາຍ​ສິ່ງ​ທີ່​ຈະ​ໄດ້​ຮຽນ. ຫົວ​ຂໍ້​ຍ່ອຍ (ງ) ບອກ​ເລື່ອງ​ທີ່​ຈະ​ລົມ​ກັນ. ອ່ານ​ຂໍ້​ຄຳພີ ຕອບ​ຄຳຖາມ ແລະ​ເບິ່ງ​ວິດີໂອ (ຈ).

ລົມ​ກັນ​ກ່ຽວ​ກັບ​ຮູບ​ແລະ​ຄຳ​ອະທິບາຍ (ສ) ແລະ​ຄິດ​ເຖິງ​ວິທີ​ຕອບ​ໃນ​ສ່ວນ​ບາງ​ຄົນ​ເວົ້າ​ວ່າ (ຊ).

ສ່ວນ​ສຸດ​ທ້າຍ

ສ່ວນ​ສະຫຼຸບ​ແລະ​ຄຳຖາມ​ທົບ​ທວນ (ຍ) ຈະ​ສະຫຼຸບ​ບົດຮຽນ​ໃນບົດ​ນັ້ນ. ຂຽນ​ວັນ​ທີ​ທີ່ຮຽນ​ຈົບ​ບົດຮຽນ. ສ່ວນ​ສິ່ງ​ທີ່​ເຈົ້າເຮັດ​ໄດ້ (ດ) ບອກ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ​ຕໍ່​ໄປ. ສ່ວນ​ເບິ່ງ​ເພີ່ມ​ເຕີມ (ຕ) ມີ​ຂໍ້​ມູນ​ໃຫ້​ເຈົ້າ​ອ່ານ​ຫຼື​ເບິ່ງ​ຕື່ມ​ອີກ.

ວິທີ​ຊອກ​ຂໍ້​ຄຳພີ

ທຳອິດ​ແມ່ນ​ຊື່​ຂອງ​ປຶ້ມ​ໃນ​ຄຳພີ​ໄບເບິນ (ກ) ໂຕ​ເລກ​ທຳອິດ​ແມ່ນ​ບົດ (ຂ) ໂຕ​ເລກ​ຕໍ່​ໄປ​ຫຼັງ​ເຄື່ອງ​ໝາຍ​ສອງ​ຈ້ຳ​ແມ່ນ​ຂໍ້ (ຄ). ຕົວຢ່າງ ໂຢຮັນ 17:3 ໝາຍ​ເຖິງ​ປຶ້ມ​ໂຢຮັນ ບົດ 17 ຂໍ້ 3.