ເພງທີ 152
ສະຖານທີ່ທີ່ຈະເຮັດໃຫ້ພະອົງໄດ້ຮັບຄຳສັນລະເສີນ
(1 ກະສັດ 8:27; 1 ຂ່າວຄາວ 29:14)
1. ພະເຢໂຫວາສ້າງສະຫວັນຍິ່ງໃຫຍ່
ແຕ່ຍັງບໍ່ໃຫຍ່ພໍຕໍ່ພະອົງ
ສະຖານທີ່ໃນໂລກນີ້ກໍເຊັ່ນກັນ
ແຕ່ພະລັງພະອົງຢູ່ກັບເຮົາ
ປະດັບສະຖານທີ່ນະມັດສະການ
ເປັນຄົນທີ່ຍ່າງໃນທາງພະອົງ
ເຮົາດີໃຈຮັບໃຊ້ດ້ວຍສາມັກຄີ
ເຮົາພັກດີ ເຢໂຫວາສຸກໃຈ
(ທ່ອນສົ່ງ)
ບໍ່ມີຫຍັງທີ່ເຮົາມີ
ທີ່ພະອົງບໍ່ໄດ້ໃຫ້ມາ
ທຸກສິ່ງທີ່ເຮົາໃຫ້ພະອົງ
ກໍລ້ວນມາຈາກພະອົງ
(ທ່ອນຊ້ຳ)
ຂອບໃຈທີ່ພະອົງໄດ້ເຮັດເພື່ອເຮົາ
ເຮົາຈຶ່ງຮ້ອງເພງນີ້ຈາກຫົວໃຈ
ພະອົງເຮັດໃຫ້ຄວາມຫວັງເຮົາເປັນຈິງ
ດ້ວຍບ່ອນນີ້ ເຮົາສັນເສີນພະອົງ
2. ພະເຢໂຫວາຮູ້ວ່າເຮົາຕ້ອງການ
ສະຖານສຳລັບສັນເສີນພະອົງ
ເຮັດໃຫ້ຜູ້ນະມັດສະການດີໃຈ
ຊ່ວຍຜູ້ຄົນໃຫ້ເຮັດຕາມພະອົງ
ຂໍໃຫ້ໃຊ້ບ່ອນນີ້ຕາມໃຈພະອົງ
ຍັງມີວຽກອີກຫຼາຍທີ່ຕ້ອງເຮັດ
ເພື່ອຈະເລັ່ງບາດກ້າວແລະເຮັດຕໍ່ໄປ
ໃນວຽກທີ່ລູກພະອົງມອບໝາຍ
(ທ່ອນສົ່ງ)
ດັ່ງນັ້ນເຮົາຈຶ່ງຖວາຍ
ເວລາແລະສິ່ງທີ່ເຮົາມີ
ພະອົງຜູ້ດຽວທີ່ສົມຄວນ
ໄດ້ຮັບຄຳສັນລະເສີນ
(ທ່ອນຊ້ຳ)
ຂອບໃຈທີ່ພະອົງໄດ້ເຮັດເພື່ອເຮົາ
ເຮົາຈຶ່ງຮ້ອງເພງນີ້ຈາກຫົວໃຈ
ພະອົງເຮັດໃຫ້ຄວາມຫວັງເຮົາເປັນຈິງ
ດ້ວຍບ່ອນນີ້ ເຮົາສັນເສີນພະອົງ