ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 153

ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ

ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ

(2 ກະສັດ 6:16)

  1. 1. ຄວາມ​ຢ້ານ​ແລະ​ຄວາມ​ສັບສົນ

    ປົກ​ຄຸມ​ໃຫ້​ທາງ​ມືດ​ມົນ

    ເຢໂຫວາ​ຜູ້​ຊ່ວຍ​ໃຫ້​ຜ່ານ​ພົ້ນ

    ພະອົງ​ຊີ້​ນຳ​ເລື້ອຍ​ມາ

    ຊີວິດ​ເຮົາ​ອາດ​ບໍ່​ງ່າຍ

    ແຕ່​ຂ້ອຍ​ໝັ້ນ​ໃຈ​ສິ່ງ​ໜຶ່ງ

    ເຢໂຫວາ​ສັດ​ຊື່​ແລະ​ພັກດີ

    ຈະ​ປົກ​ປ້ອງ​ຊີວິດ​ຂ້ອຍ

    (ທ່ອນ​ຊ້ຳ)

    ເຢໂຫວາ ຊ່ວຍ​ຂ້ອຍ​ມີ​ຄວາມ​ເຊື່ອ

    ເພື່ອ​ໃຫ້​ຕາ​ຂ້ອຍ​ໄດ້​ເຫັນ

    ວ່າ​ຝ່າຍ​ເຮົາ​ມີ​ຫຼາຍ​ກວ່າ​ຝ່າຍ​ສັດຕູ

    ໃຫ້​ຂ້ອຍ​ເປັນ​ຄົນ​ກ້າຫານ

    ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ

    ໃຫ້​ຂ້ອຍ​ເຂັ້ມແຂງ​ອົດ​ທົນ

    ເຢໂຫວາ​ຊ່ວຍ​ໃຫ້​ລອດ​ພົ້ນ

    ໃຫ້​ເຮົາ​ມີ​ໄຊ​ແນ່ນອນ

  2. 2. ມະນຸດ​ເຮົາ​ມີ​ຄວາມ​ຢ້ານ

    ເຮົາ​ເພິ່ງ​ຕົວ​ເອງ​ບໍ່​ໄດ້

    ເຢໂຫວາ​ຜູ້​ເປັນ​ບ່ອນ​ຫຼົບ​ໄພ

    ວາງໃຈ​ອຳນາດ​ພະອົງ

    ຂໍ​ໃຫ້​ໃຈ​ຂ້ອຍ​ກ້າຫານ

    ບໍ່​ຢ້ານ​ບໍ່​ກົວ​ສິ່ງ​ໃດ

    ບໍ່​ມີ​ສິ່ງ​ເຮັດ​ໃຫ້​ຂ້ອຍ​ຢ້ານ​ໄດ້

    ບໍ່​ວ່າ​ຄຸກ​ຫຼື​ຄວາມ​ຕາຍ

    (ທ່ອນ​ຊ້ຳ)

    ເຢໂຫວາ ຊ່ວຍ​ຂ້ອຍ​ມີ​ຄວາມ​ເຊື່ອ

    ເພື່ອ​ໃຫ້​ຕາ​ຂ້ອຍ​ໄດ້​ເຫັນ

    ວ່າ​ຝ່າຍ​ເຮົາ​ມີ​ຫຼາຍ​ກວ່າ​ຝ່າຍ​ສັດຕູ

    ໃຫ້​ຂ້ອຍ​ເປັນ​ຄົນ​ກ້າຫານ

    ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ

    ໃຫ້​ຂ້ອຍ​ເຂັ້ມແຂງ​ອົດ​ທົນ

    ເຢໂຫວາ​ຊ່ວຍ​ໃຫ້​ລອດ​ພົ້ນ

    ໃຫ້​ເຮົາ​ມີ​ໄຊ​ແນ່ນອນ

    (ທ່ອນ​ຊ້ຳ)

    ເຢໂຫວາ ຊ່ວຍ​ຂ້ອຍ​ມີ​ຄວາມ​ເຊື່ອ

    ເພື່ອ​ໃຫ້​ຕາ​ຂ້ອຍ​ໄດ້​ເຫັນ

    ວ່າ​ຝ່າຍ​ເຮົາ​ມີ​ຫຼາຍ​ກວ່າ​ຝ່າຍ​ສັດຕູ

    ໃຫ້​ຂ້ອຍ​ເປັນ​ຄົນ​ກ້າຫານ

    ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ

    ໃຫ້​ຂ້ອຍ​ເຂັ້ມແຂງ​ອົດ​ທົນ

    ເຢໂຫວາ​ຊ່ວຍ​ໃຫ້​ລອດ​ພົ້ນ

    ໃຫ້​ເຮົາ​ມີ​ໄຊ​ແນ່ນອນ

    ເຢໂຫວາ​ຊ່ວຍ​ໃຫ້​ລອດ​ພົ້ນ

    ໃຫ້​ເຮົາ​ມີ​ໄຊ​ແນ່ນອນ