ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈົດໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ຈົດໝາຍ​ຈາກ​ຄະນະ​ກຳມະການ​ປົກຄອງ

ພີ່​ນ້ອງ​ທີ່​ຮັກ:

ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຜູ້​ຄົນ​ກະຕຸ້ນ​ໃຫ້​ເຮົາ “ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ເຂົາ​ເຈົ້າ​ຮັບ​ບັບເຕມາ.” (ມທ. 28:19, 20; ມຣກ. 12:28-31) ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ໂຕ​ມີ​ພະລັງ​ຫຼາຍ. ຄວາມ​ຮັກ​ແບບ​ນີ້​ຈະ​ປະທັບໃຈ​ຄົນ​ທີ່ “ເຕັມໃຈ​ຕອບ​ຮັບ​ຄວາມ​ຈິງ​ທີ່​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.”—ກຈກ. 13:48

ແຕ່​ກີ້ ເຮົາ​ມັກ​ເນັ້ນ​ທີ່​ການ​ຈື່​ຈຳ​ວິທີ​ປະກາດ​ແລະ​ການ​ແຈກ​ສິ່ງພິມ. ແຕ່​ຕອນນີ້​ເຮົາ​ຕ້ອງ​ຝຶກ​ເວົ້າ​ລົມ​ກັບ​ຜູ້​ຄົນ​ໃຫ້​ເກັ່ງ​ຂຶ້ນ. ເຮົາ​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ໂດຍ​ການ​ເວົ້າ​ເຖິງ​ເລື່ອງ​ທີ່​ເຂົາເຈົ້າ​ສົນໃຈ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຄິດ​ດີ​ໆ​ວ່າ​ຄົນ​ທີ່​ເຮົາ​ລົມ​ນຳ​ເປັນ​ຫ່ວງ​ແລະ​ສົນໃຈ​ເລື່ອງ​ຫຍັງ​ຢູ່ ແລະ​ພ້ອມ​ປັບ​ປ່ຽນ​ເລື່ອງ​ທີ່​ເຮົາ​ເວົ້າ. ຈຸນລະສານ​ນີ້​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ?

ຈຸນລະສານ​ນີ້​ມີ 12 ບົດ​ຮຽນ​ທີ່​ສອນ​ເຮົາ​ກ່ຽວກັບ​ຄຸນລັກສະນະ​ຕ່າງ​ໆ​ທີ່​ເຮົາ​ຕ້ອງ​ມີ​ເພື່ອ​ຈະ​ສະແດງ​ຄວາມ​ຮັກ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ. ແຕ່​ລະ​ບົດ​ຮຽນ​ອ້າງອີງ​ຈາກ​ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ເນັ້ນ​ຄຸນ​ລັກສະນະ​ທີ່​ພະ​ເຢຊູ​ຫຼື​ຄລິດສະຕຽນ​ຍຸກ​ທຳອິດ​ສະແດງ​ໃຫ້​ເຫັນ​ໃນ​ວຽກ​ຮັບໃຊ້. ເປົ້າໝາຍ​ບໍ່​ແມ່ນ​ເພື່ອ​ຈື່​ວິທີ​ປະກາດ ແຕ່​ເພື່ອ​ຫາ​ວິທີ​ສະແດງ​ຄວາມ​ຮັກ​ຕໍ່​ຜູ້​ຄົນ. ເຖິງ​ວ່າ​ຄຸນລັກສະນະ​ແຕ່​ລະ​ຢ່າງ​ຈຳເປັນ​ຕ້ອງ​ມີ​ໃນ​ການ​ເຮັດ​ວຽກ​ຮັບໃຊ້ ແຕ່​ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄຸນລັກສະນະ​ບາງ​ຢ່າງ​ຈຳເປັນ​ຕ້ອງ​ມີ​ເປັນ​ພິເສດ​ແນວ​ໃດ​ເມື່ອ​ເລີ່ມ​ລົມ ກັບ​ໄປ​ຢາມ ຫຼື​ນຳ​ການ​ສຶກສາ​ຄຳພີ​ໄບເບິນ.

ຕອນ​ທີ່​ເຈົ້າ​ເບິ່ງ​ບົດ​ຮຽນ​ແຕ່​ລະ​ບົດ ໃຫ້​ຄິດ​ດີ​ໆ​ກ່ຽວກັບ​ວິທີ​ທີ່​ເຈົ້າ​ຈະ​ສະແດງ​ຄຸນລັກສະນະ​ເຫຼົ່າ​ນີ້​ເມື່ອ​ເວົ້າ​ກັບ​ຜູ້​ຄົນ​ໃນ​ເຂດ​ປະກາດ. ພະຍາຍາມ​ຮັກ​ພະ​ເຢໂຫວາ​ແລະ​ຜູ້​ຄົນ​ໃຫ້​ຫຼາຍ​ຂຶ້ນ. ຄວາມ​ຮັກ​ສຳຄັນ​ກວ່າ​ທັກສະ​ຫຼື​ຄວາມ​ສາມາດ​ທີ່​ເຈົ້າ​ມີ ຍ້ອນ​ຄວາມ​ຮັກ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສອນ​ຄົນ​ໃຫ້​ເປັນ​ລູກສິດ.

ເຮົາ​ຖື​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້​ໆ​ທີ່​ໄດ້​ເຮັດ​ວຽກ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເຈົ້າ. (ຊຟຢ. 3:9) ຂໍ​ພະ​ເຢໂຫວາ​ອວຍພອນ​ເຈົ້າ​ເມື່ອ​ເຈົ້າ​ຮັກ​ຄົນ​ອື່ນ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ​ຕໍ່​ໄປ!

ພີ່​ນ້ອງ​ຂອງ​ເຈົ້າ

ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ