ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລີ່ມ​ລົມ

ບົດ​ທີ 1

ສົນໃຈ​ຄົນ​ອື່ນ

ສົນໃຈ​ຄົນ​ອື່ນ

ຫຼັກການ: “ຄວາມ​ຮັກ . . . ບໍ່​ເຫັນ​ແກ່​ໂຕ.”—1 ກຣ. 13:4, 5

ສິ່ງ​ທີ່​ພະ​ເຢຊູ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ໂຢຮັນ 4:6-9. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ພະ​ເຢຊູ​ສັງເກດ​ເຫັນ​ຫຍັງ​ກ່ຽວກັບ​ຜູ້​ຍິງ​ຄົນ​ນັ້ນ​ກ່ອນ​ເລີ່ມ​ລົມ?

  2.  ຂ. ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ແດ່.” ເປັນ​ຫຍັງ​ວິທີ​ນີ້​ຈຶ່ງ​ເປັນ​ວິທີ​ທີ່​ໄດ້​ຜົນ​ໃນ​ການ​ເລີ່ມ​ລົມ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຈະ​ລົມ​ນຳ​ຄົນ​ອື່ນ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ເລີ່ມ​ໂດຍ​ໃຊ້​ເລື່ອງ​ທີ່​ເຂົາເຈົ້າ​ສົນໃຈ.

ຮຽນ​ແບບ​ພະ​ເຢຊູ

3. ພ້ອມ​ຈະ​ປັບ​ປ່ຽນ. ຢ່າ​ພະຍາຍາມ​ທີ່​ຈະ​ເລີ່ມ​ລົມ​ໃນ​ເລື່ອງ​ທີ່​ເຈົ້າ​ໄດ້​ກຽມ​ໄວ້​ເທົ່າ​ນັ້ນ. ແຕ່​ໃຫ້​ເລີ່ມ​ດ້ວຍ​ເລື່ອງ​ທີ່​ຄົນ​ອື່ນ​ກຳລັງ​ສົນໃຈ​ໃນ​ຕອນ​ນັ້ນ. ໃຫ້​ຖາມ​ໂຕເອງ​ວ່າ:

  1.   ກ. ‘ຊ່ວງ​ນີ້​ມີ​ຂ່າວ​ຫຍັງ​ແດ່?’

  2.  ຂ. ‘ເພື່ອນ​ບ້ານ ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ໝູ່​ຢູ່​ໂຮງຮຽນ​ກຳລັງ​ເວົ້າ​ເຖິງ​ເລື່ອງ​ຫຍັງ?’

4. ເປັນ​ຄົນ​ມັກ​ສັງເກດ. ໃຫ້​ຖາມ​ໂຕເອງ​ວ່າ:

  1.   ກ. ‘ຄົນ​ທີ່​ເຮົາ​ລົມ​ນຳ​ກຳລັງ​ເຮັດ​ຫຍັງ​ຢູ່? ລາວ​ອາດຈະ​ກຳລັງ​ຄິດ​ຫຍັງ​ຢູ່?’

  2.  ຂ. ‘ເຄື່ອງນຸ່ງ ຮູບ​ຮ່າງ​ໜ້າ​ຕາ ຫຼື​ເຮືອນ​ຂອງ​ລາວ​ບອກ​ຫຍັງ​ຂ້ອຍ​ກ່ຽວກັບ​ຄວາມ​ເຊື່ອ​ຫຼື​ວັດທະນະທຳ​ຂອງ​ລາວ?’

  3.  ຄ. ‘ຕອນນີ້​ເໝາະ​ບໍ​ທີ່​ຈະ​ລົມ​ນຳ​ລາວ?’

5. ຕັ້ງໃຈ​ຟັງ.

  1.   ກ. ພະຍາຍາມ​ຢ່າ​ເວົ້າ​ຫຼາຍ​ເກີນ​ໄປ.

  2.  ຂ. ກະຕຸ້ນ​ຄົນ​ທີ່​ເຮົາ​ລົມ​ນຳ​ໃຫ້​ສະແດງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ອອກ​ມາ. ເມື່ອ​ເຫັນ​ວ່າ​ເໝາະ​ສົມ ກໍ​ຖາມ​ຄຳ​ຖາມ​ລາວ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ